ຂປລ
ໂດຍອີງຕາມມາດຕາ 301 ໃນ “ກົດໝາຍ ວ່າດ້ວຍ ການຄ້າປີ 1974”, ສ.ອາເມລິກາ ຈະເພີ່ມພາສີ 10% ຫາ 12,5% ຕໍ່ຫລາຍສິບປະເທດ ແລະ ເຂດແຄວ້ນ ໂດຍອ້າງຂໍ້ອ້າງທີ່ວ່າ “ການບັງຄັບໃຊ້ແຮງງານ” ເພື່ອທົດແທນພາສີນຳເຂົ້າທົ່ວໂລກ ທີ່ຈະໝົດອາຍຸໃນໄວໆນີ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 23 ກໍລະກົດນີ້, ຫ້ອງການ ຜູ້ຕາງໜ້າ ການຄ້າ ອາເມລິກາ ໄດ້ປະກາດແຈ້ງການວ່າ: ໂດຍອີງຕາມມາດຕາ 301 ໃນ “ກົດໝາຍ ວ່າດ້ວຍ ການຄ້າປີ 1974”, ສ.ອາເມລິກາ ຈະເພີ່ມພາສີ 10% ຫາ 12,5% ຕໍ່ຫລາຍສິບປະເທດ ແລະ ເຂດແຄວ້ນ ໂດຍອ້າງຂໍ້ອ້າງທີ່ວ່າ “ການບັງຄັບໃຊ້ແຮງງານ” ເພື່ອທົດແທນພາສີນຳເຂົ້າທົ່ວໂລກ ທີ່ຈະໝົດອາຍຸໃນໄວໆນີ້. ມາດຕະການພາສີໃໝ່ ຈະມີຜົນບັງຄັບໃຊ້ ນັບແຕ່ເວລາ 0 ໂມງ 1 ນາທີ ຂອງວັນທີ 24 ກໍລະກົດນີ້ ຕາມເວລາພາກຕາເວັນອອກ ອາເມລິກາ.ເດືອນກຸມພາປີ 2026, ສານສູງສຸດຂອງ ສ.ອາເມລິກາ ໄດ້ປະຕິເສດມາດຕະການ ເກັບພາສີທີ່ມີຂະໜາດໃຫຍ່ ທີ່ສຸດຂອງລັດຖະບານ ໂດນັນ ທຣຳ, ດັ່ງນັ້ນ, ລັດຖະບານ ໂດນັນ ທຣຳ ຈິ່ງປ່ຽນໄປໃຊ້ ມາດຕະການ ເກັບພາສີນຳເຂົ້າ 10% ໃນທົ່ວໂລກ ເປັນການຊົ່ວຄາວ ເຊິ່ງມາດຕະການເກັບພາສີເຫລົ່ານີ້ ຈະໝົດອາຍຸໃນເວລາ 0 ໂມງ 1 ນາທີຂອງວັນທີ 24 ກໍລະກົດນີ້ ຕາມເວລາພາກຕາເວັນອອກ ອາເມລິກາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL