ຂປລ
ໃນຂອບເຂດກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບ ທ່ານ ເອັດ ມິລິແບນ(Ed Miliband), ລັດຖະມົນຕີການຕ່າງປະເທດ ອັງກິດ ເປັນປະທານຮ່ວມ ກອງປະຊຸມລັດຖະມົນຕີ ການຕ່າງປະເທດ ອາຊຽນ-ອັງກິດ.

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້ ຢູ່ ນະຄອນຫລວງ ມານີລາ ຂອງຟີລິບປິນ, ໃນຂອບເຂດກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບ ທ່ານ ເອັດ ມິລິແບນ(Ed Miliband), ລັດຖະມົນຕີການຕ່າງປະເທດ ອັງກິດ ເປັນປະທານຮ່ວມ ກອງປະຊຸມລັດຖະມົນຕີ ການຕ່າງປະເທດ ອາຊຽນ-ອັງກິດ.ໃນກອງປະຊຸມ, ບັນດາລັດຖະມົນຕີມີຄວາມປະຕິຊົມຊື່ນ ເມື່ອຮັບຮູ້ວ່າ ພາຍຫລັງ ໄດ້ຮັບການສ້າງຕັ້ງມາເປັນເວລາ 5 ປີ ການພົວພັນ ອາຊຽນ-ອັງກິດ ບັນລຸໄດ້ໝາກຜົນ ສຳຄັນຫລາຍຢ່າງ, ແທດຈິງ. 2 ຝ່າຍ ໄດ້ສ້າງແຜນການກະທຳ ໄລຍະ 2022 – 2026 ສຳເລັດ ໂດຍພື້ນຖານ, ດ້ວຍອັດຕາປະຕິບັດ ບັນລຸ 98,9%. ປະຈຸບັນ, ອັງກິດ ແມ່ນຄູ່ຄ້າໃຫຍ່ ທີ 12 ແລະ ແມ່ນນັກລົງທຶນໂດຍກົງ ຈາກຕ່າງປະເທດໃຫຍ່ ທີ 6 ຂອງ ອາຊຽນ; ໃນປີ 2025, ວົງເງິນການຄ້າ 2 ສົ້ນຄາດວ່າບັນລຸ 45 ຕື້ກວ່າໂດລາສະຫະລັດ. ອັງກິດ ຕັ້ງໜ້າເຂົ້າຮ່ວມບັນດາກົນໄກ, ຂອບເຂດການຮ່ວມມືຂອງ ອາຊຽນ ໃນ 3 ເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ ສັງຄົມ; ສະໜັບສະໜູນບົດບາດ ເປັນໃຈກາງຂອງ ອາຊຽນ.ບັນດາລັດຖະມົນຕີ ໄດ້ເຫັນດີ ເປັນເອກະພາບຮັບຮອງເອົາ ແຜນການກະທຳ ອາຊຽນ-ອັງກິດ ໄລຍະ 202–2031 ແລະ ຖະແຫລງການຮ່ວມກ່ຽວກັບການຮ່ວມມື ໃນຂອບເຂດເອກະສານ ທັດສະນະຂອງ ອາຊຽນ ກ່ຽວກັບ ມະຫາສະໝຸດ ອິນເດຍ - ປາຊີຟິກ (AOIP), ຜ່ານນັ້ນກໍ່ກຳນົດ ສ້າງຂອບເຂດຍຸດທະສາດ ໃຫ້ແກ່ ການຮ່ວມມື ອາຊຽນ - ອັງກິດ ໃນໄລຍະຈະມາເຖິງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL