ຂປລ
ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາໄດ້ເຜີຍແຜ່ບົດຄວາມ ຜ່ານສື່ສັງຄົມອອນລາຍວ່າ: ຈະໂຈະການເຄື່ອນໄຫວ “ແຜນການເສລີ” ທີ່ ສ.ອາເມລິກາ ເລີ່ມປະຕິບັດໃນວັນທີ 4 ພຶດສະພານີ້ ເພື່ອ “ນຳພາ” ກຳປັ່ນທີ່ຍັງຕິດຄ້າງຢູ່ຊ່ອງແຄບຮໍມຸສ ເປັນການຊົ່ວຄາວ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາໄດ້ເຜີຍແຜ່ບົດຄວາມ ຜ່ານສື່ສັງຄົມອອນລາຍວ່າ: ຈະໂຈະການເຄື່ອນໄຫວ “ແຜນການເສລີ” ທີ່ ສ.ອາເມລິກາ ເລີ່ມປະຕິບັດໃນວັນທີ 4 ພຶດສະພານີ້ ເພື່ອ “ນຳພາ” ກຳປັ່ນທີ່ຍັງຕິດຄ້າງຢູ່ຊ່ອງແຄບຮໍມຸສ ເປັນການຊົ່ວຄາວ.ທ່ານ ໂດນັນ ທຣຳ ກ່າວວ່າ, “ໂດຍຕອບສະໜອງຕາມຄວາມຮຽກຮ້ອງຂອງປາກິດສະຖານ ແລະ ປະເທດອື່ນໆ”, ທັງເນື່ອງຈາກ ການເຄື່ອນໄຫວ ຂອງ ສ.ອາເມລິກາ ຕໍ່ອີຣານ ໄດ້ຮັບ “ຜົນສຳເລັດ ດ້ານການທະຫານອັນໃຫຍ່ຫລວງ”, ບວກກັບ ສ.ອາເມລິກາ “ໄດ້ຮັບຄວາມຄືບໜ້າອັນສຳຄັນ ທີ່ເກີດຂຶ້ນຈາກຮ່ວມກັບ ຜູ້ແທນ ອີຣານ ເພື່ອບັນລຸການເຊັນສັນຍາ ຮອບດ້ານສະບັບສຸດທ້າຍ”, “ພວກເຮົາ” ບັນລຸຄວາມຮັບຮູ້ ທີ່ເປັນເອກະພາບກັນວ່າ: ມາດຕະການປິດລ້ອມທາງທະເລ ຕໍ່ທ່າກຳປັ່ນຂອງອີຣານ ຈະ “ສືບຕໍ່ປະຕິບັດຢ່າງຮອບດ້ານ ແລະ ມີປະສິດທິຜົນ”, ສ່ວນ “ແຜນການເສລີ” ຈະໂຈະໄວ້ເປັນການຊົ່ວຄາວ, “ເພື່ອສັງເກດ ວ່າສັນຍາດັ່ງກ່າວ ຈະສາມາດຕົກລົງ ແລະ ລົງນາມໃນທີ່ສຸດໄດ້ ຫລື ບໍ່”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL