ສ​ປ​ປ ລາວ ກັບ ສ ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ຮັດ​ແໜ້ນ​ການ​ພົວ​ພັນຮ່ວມ​ມືສອງ​ຝ່າຍ

06/05/2026 09:13
Email Print 1566
ຂປລ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສຸກິໂອໂນ ລັດຖະມົນຕີຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະໄດ້ເດີນທາງຢ້ຽມຢາມ ສ ອິນໂດເນເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ4-5 ພຶດສະພາ 2026 .

     ຂປລ. ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ໃນວັນທີ 4 ພຶດສະພາ 2026, ທີ່ກະຊວງການຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ, ສອງຝ່າຍໄດ້ພົບປະ ແລະ ທົບທວນຄືນການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ພ້ອມທັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນເພື່ອຊຸກຍູ້ສົ່ງເສີມການຮ່ວມມືໃນຕໍ່ໜ້າ; ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໃນຕະຫລອດໄລຍະ 69 ປີ ຜ່ານມາ ເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ກໍຄືການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງປະເທດ ຢ່າງເປັນປົກກະຕິ.

     ພິເສດ, ໃນປີ 2027 ທີ່ຈະມາເຖິງນີ້ ສອງຝ່າຍຈະຮ່ວມກັນສະເຫລີມສະຫລອງ ເນື່ອງໃນໂອກາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ-ອິນໂດເນເຊຍ ໃນວັນທີ 30 ສິງຫາ 1957 ຊຶ່ງຈະມີການຈັດບັນດາກິດຈະກໍາ ຕ່າງໆ ທັງຢູ່ນະຄອນຫລວງວຽງຈັນ ແລະ ນະຄອນຫລວງຈາກາກຕາ. ພ້ອມກັນນັ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍທີ່ເຫັນວ່າ ການພົວພັນຮ່ວມມືດ້ານການເມືອງ, ດ້ານວຽກງານປ້ອງກັນຊາດ, ດ້ານເສດຖະກິດ, ການພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ ແລະ ດ້ານອື່ນໆ ສືບຕໍ່ໄດ້ຮັບການ ເສີມຂະຫຍາຍເປັນກ້າວໆ ແລະ ເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ ລະ ຫວ່າງສອງປະເທດ ໃຫ້ຫລາຍຂຶ້ນ ໂດຍສະເພາະໃນຂະແໜງການບຸລິ ມະສິດທີ່ສອງຝ່າຍມີທ່າແຮງ. ນອກ ຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນທີ່ສອງ ຝ່າຍມີຄວາມສົນໃຈຮ່ວມກັນ ແລະ ໄດ້ປຶກສາຫາລືກ່ຽວກັບການຍົກລະດັບສາຍພົວພັນລະຫວ່າງສອງປະເທດໃນອະນາຄົດ. ໃນຂະນະດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ, ພ້ອມທັງຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ທ່ານ ສຸກິໂອໂນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ພັກ Gerindra ໃນເດືອນ ສິງຫາ 2025 ຜ່ານມາ ແລະ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນອິນໂດເນເຊຍຕໍ່ລັດຖະບານ ແລະ ປະຊາຊົນລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນໃນໄລຍະການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ຜ່ານມາ. ພ້ອມນີ້, ຍັງໄດ້ເຊື້ອເຊີນ ທ່ານ ສຸກິໂອໂນ ລັດຖະມົນຕີຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ (JCBC) ຄັ້ງທີ 6 ລະຫວ່າງ ລາວ-ອິນໂດເນເຊຍ ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2027, ທັງເປັນການຢ້ຽມຢາມ ເພື່ອສະເຫລີມສະຫລອງ ຄົບຮອບ 70 ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດໃນປີດັ່ງກ່າວອີກດ້ວຍ.

     ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ພົບປະຫາລື ກັບ ທ່ານ ເບີນາດີໂນ ໂມນິງ ກາເວກາ ຮອງປະທານສະພາອຸດສາຫະກຳ ແລະ ການຄ້າ ແຫ່ງ ສ ອິນໂດເນເຊຍ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ໃຫ້ຂະຫຍາຍຕົວ ແລະ ຍັງໄດ້ຮັບການເຂົ້າຢ້ຽມຂໍ່ານັບ ຈາກ ທ່ານ ປຣາ ຕິໂຕ ສຸຮາຣຽວ ວ່າທີ່ປະທານຄະນະສະມາຄົມມິດຕະພາບ ອິນໂດເນ ເຊຍ-ລາວ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງ ສອງສະມາຄົມມິດຕະພາບລາວ-ອິນໂດເນເຊຍ ແລະ ອິນໂດເນເຊຍ-ລາວ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນກວ່າເກົ່າຄຽງຄູ່ກັບການຮ່ວມມືໃນພາກລັດຖະບານທີ່ີມີຜົນສຳເລັດ ແລະ ແຕກດອກອອກຜົນໃນປັດຈຸບັນ. ນອກຈາກນີ້, ຄະນະຍັງໄດ້ຢ້ຽມຢາມສຳນັກງານໃຫຍ່ ບໍລິສັດ PT Pupuk Indonesia ເພື່ອຊຸກຍູ້ການລົງທຶນຂອງບໍລິສັດດັ່ງກ່າວ ຢູ່ ສປປ ລາວ ແລະ ຢ້ຽມຢາມສະຖານທີ່ທາງດ້ານວັດທະນະທຳຂອງອິນໂດເນເຊຍ. ການຢ້ຽມຢາມຄັ້ງນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຝ່າຍອິນໂດເນເຊຍ ຊຶ່ງສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຕະຫລອດໄລຍະເວລາເກືອບ 70 ປີ ຜ່ານມາ.

KPL

ຂ່າວອື່ນໆ

ads
ads

Top