7273

lts]5 [8u ]k7kdko9a f8A 'xt8y [a f ;Pdlqj 'glu , c]t 75h ,7v'dko]q 'mb o 7vlr lts]5 [8u ]k7kzq odkod+ lh k'|j ;pra d xvf.l g0A ,c0' |a dc|h o xt9exu 2025 xy f37'dkoglu ,lh k'7;k,mq omko .sh cdj -u ;y fdkogxa o16j 0v'xt-k-q og0f-q oot[q f 8A '|h kza o0tspkp,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh dkpgxa o9y 'K lv'okpq d]a f4t,q o8u ]k;{,kg]g-p rq [xtlv'/j kp Iv'okpq d]a f4t,q o8u 1h P,1k, rN o4kodkozt]y f 16j g,n v'9ervo F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 12.05.2026 ປີທີ 25 ສະບັບທີ 6.433ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j gzu pczj xB ,76 j ,n ,kf8t4ko75 ootrk[ lt4kodkolb dlk lkmk]totl5 d lv'okpq d]a f4t,q o8u ]k;{s;Pfok, sk]n Ia fc|h odkorq ;ra oIj ;,,n lv'/j kp ສະຫາຍ ສອນໄຊ ສີພັນດອນ ພ້ອມຄະນະ (ຊ້າຍ) gzu pczj ;Pd75 h ,7v'3I''kox5 'c8j 'rn f0A o8Q o c]t 75h ,7v'dkox6 drn fgxa oly o7h k leg]a f/b dvq [Iq , dkooe.-h ]t[q [0= h ,6 o 0j k;lko 75h ,7v'gda []kpIa [lj ;plkvkdvo F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ໃນວັນທີ 7 ພຶດສະພາ 2026, ທີ່ເຊບູ, ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ພົບປະ ສອງຝ່າຍກັບ ທ່ານ ອັນວາ ອິບຣາ ຮິມ ນາຍົກລັດຖະມົນຕີ ແຫ່ງ ມາ ຂປລ. ໃນວັນທີ 8 ພຶດສະພາ 2026 ນີ້, ສະຫາຍ ສອນໄຊ ສີພັນ ດອນນາຍົກລັດຖະມົນຕີແຫ່ງສປປ ລາວ ໄດ້ພົບປະກັບ ສະຫາຍ ເລ ມິງ ຮືງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງ ຂປລ. ທ້າຍອາທິດຜ່ານມາ, ທ່ານຄຳພັນ ພົມມະທັດ ຮອງນາຍົກ ລັດຖະມົນຕີ ໄດ້ເຄື່ອນໄຫວຕິດຕາມ ການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງສະຫວັນນະເຂດ ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາ ຂປລ. ກົມສ່ວຍສາອາກອນ ກະ ຊວງການເງິນ ຈັດພິທີປິດຊຸດຝຶກ ອົບຮົມການນໍາໃຊ້ລະບົບຂໍ້ມູນຂ່າວ ສານ ຄຸ້ມຄອງການຈັດເກັບລາຍ ຮັບສ່ວຍສາອາກອນ (TaxRIS) ຊຸດທີ 3 ປະຈໍາປີ 2026 ໃນວັນທີ 8 ພຶດສະພາຜ່ານມາ ໂດຍການເປັນ ປະທານຂອງ ທ່ານ ຄຳພັນ ພັນທຸ ລັກ ຮັກສາການຫົວໜ້າກົມສ່ວຍສາ ອາກອນ, ພ້ອມດ້ວຍສໍາມະນາກອນ ຈາກກົມສ່ວຍສາອາກອນ, ບັນ ດາເມືອງພາຍໃນແຂວງຄໍາມ່ວນ ຂປລ. ພິທີປິດໂຄງການເສີມ ສ້າງຄວາມທົນທານ ໃຫ້ແກ່ຊີວິດ ການເປັນຢູ່ຂອງປະຊາຊົນ ໃນເຂດ ຂປລ. ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ຈັດກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານສົ່ງ ເສີມແລະຄຸ້ມຄອງການລົງທຶນແລະ ທິດທາງໃນຕໍ່ໜ້າ ໃນວັນທີ 8 ພຶດສະ ພາ 2026 ຜ່ານມາ ໂດຍການເປັນ ປະທານຂອງ ທ່ານ ສະເຫລີມໄຊ ຂປລ. ທ້າຍອາທິດຜ່ານມາ, ກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບພະແນກ ກະສິກຳ ແລະ ສິ່ງແວດລ້ອມ ນະ ຄອນຫລວງວຽງຈັນ ຈັດກອງປະ ຊຸມເຜີຍແຜ່ວຽກງານຄຸ້ມຄອງໂຮງ ງານປຸງແຕ່ງພືດຂັ້ນຕົ້ນ ແລະ ການ ຄຸ້ມຄອງການປູກພືດເປັນສິນຄ້າ ໃນນະຄອນຫລວງວຽງຈັນ ໂດຍ ການເປັນປະທານຮ່ວມຂອງ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມ ປູກຝັງ ແລະ ທ່ານ ຄຳພຸດ ສຸດາວັນ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫລວງ ວຽງຈັນ, ມີຜູ້ຕາງໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມເມືອງ, ຂປລ. ເມື່ອບໍ່ດົນມານີ້, ກົມຈັດ ຕັ້ງແລະພະນັກງານກະຊວງສາທາ ລະນະສຸກ ຈັດກອງປະຊຸມ ເຜີຍແຜ່ ປື້ມຄູ່ມືມາດຕະຖານຄຸນນະພາບສະ ຖານການສຶກສາສາທາລະນະສຸກ (ສະບັບປັບປຸງ)ໃຫ້ແກ່ພະນັກງານ, ຄູ-ອາຈານ ຈາກມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ວິທະຍາໄລ ວິທະຍາສາດສຸຂະພາບ ແລະ ໂຮງ ຮຽນສາທາລະນະສຸກ ທັງໝົດ 11 ແຫ່ງ ໃນຂອບເຂດທົ່ວປະເທດ ໂດຍການເປັນປະທານຂອງ ທ່ານ ທອງພຸດ ໄຊຊະນະ ຄະນະກົມ ຈັດຕັ້ງ ແລະ ພະນັກງານ, ມີຄະນະ ພະແນກຄຸ້ມຄອງຄຸນນະພາບການ ສຶກສາ, ບັນດາຜູ້ຕາງໜ້າຈາກ ເຂົ້າຮ່ວມກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 48 ແລະ ບັນດາກອງ ເລເຊຍ ໃນໂອກາດເດີນທາງເຂົ້າ ຮ່ວມກອງປະຊຸມສຸດຍອດອາຊຽນ ທ່ານ ສອນໄຊ ສີພັນດອນ ພ້ອມຄະນະ (ຊ້າຍ) ຂະແໜງການ, ຜູ້ປະກອບການ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການຈັດຕັ້ງເຜີຍແຜ່ວຽກງານ ດັ່ງກ່າວ, ເພື່ອປະຕິບັດຕາມທິດ ທາງແຜນການ ແລະ ການຈັດຕັ້ງ ຜັນຂະຫຍາຍນິຕິກໍາ ໃຫ້ໄດ້ຮັບຜົນ ຕາມເປົ້າໝາຍ ເປັນຕົ້ນການຈັດຕັ້ງ ປະຕິບັດຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຄຸ້ມຄອງໂຮງງານປຸງ ແຕ່ງເພື່ອຜັນຂະຫຍາຍບົດບັນທຶກ ການມອບ-ຮັບ ລະຫວ່າງ ກະຊວງ ອຸດສາຫະກໍາ ແລະ ການຄ້າ ກັບ ກະຊວງກະສິກຳ ແລະ ປ່າໄມ້ ຄັ້ງ ວັນທີ 11 ພະຈິກ 2021 ແລະ ບົດ ບັນທຶກ ແບ່ງຄວາມຮັບຜິດຊອບ ພັກແຂວງ, ປະທານສະພາປະຊາ ຊົນແຂວງ ແລະ ທ່ານນາງ ດາວ ວອນ ໄຊສຸລຽນ ປະທານຄະນະ ກຳມະການປົກຄອງແຂວງ ພ້ອມ ດ້ວຍການນຳຂັ້ນສູງຂອງແຂວງ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການລັດຖະບານ, ປະທານ ຄະນະກໍາມະການສົ່ງເສີມ ແລະ ທ່ານ ສະເຫລີມໄຊ ກົມມະສິດ (ປະທານ) ແລະ ຈໍາປາສັກ ເຂົ້າຮ່ວມ. ທ່ານ ຄຳພັນ ພັນທຸລັກ ໄດ້ກ່າວ ວ່າ: ການຍົກລະດັບຄວາມຮູ້ໃນ ການນໍາໃຊ້ ລະບົບຂໍ້ມູນຂ່າວສານ ຄຸ້ມຄອງການຈັດເກັບລາຍຮັບ ສ່ວຍສາອາກອນຄັ້ງນີ້, ແນໃສ່ຫັນ ເອົາການເກັບລາຍຮັບຊັບສິນເຂົ້າສູ່ ລະບົບດີຈິຕອນຢ່າງເຕັມຮູບແບບ, ປັບປຸງກົນໄກການແຈ້ງ-ມອບອາ ກອນ ໃຫ້ມີຄວາມສະດວກວ່ອງໄວ ແລະ ສາມາດວິເຄາະ-ວິໄຈຂໍ້ມູນ ຊົນນະບົດ (LRRA) 48 ບ້ານ ຢູ່ ແຂວງຫລວງພະບາງ ແລະ ແຂວງ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ສະຫາຍ ຄຳພັນ ເຜີຍຍະວົງ (ຜູ້ທີ 6 ນັບຈາກຂວາຫາຊ້າຍ)

@ 0j k; c]t gsfdko j 12/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ສອງນາຍົກ ລາວ-ຫວຽດນາມ...ົ ຂປລ. ຄະນະຜູ້ແທນສະຫະພາບ ເອີຣົບ ປະຈຳລາວ ຮ່ວມກັບບັນດາ ປະເທດສະມາຊິກສະຫະພາບ ເອີຣົບ ຈັດງານສະເຫລີມສະຫລອງວັນ ເອີຣົບ ຄົບຮອບ 76 ປີ ໃນວັນທີ 7 ພຶດສະພາ 2026 ຢູ່ນະຄອນຫລວງ ວຽງຈັນ ໂດຍມີ ທ່ານ ນາງ ສວນ ສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ, ທ່ານ ໄມທອງ ທຳມະ ວົງສາ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ເອກອັກຄະລັດຖະທູດ, ຫົວໜ້າອົງການຈັດຕັ້ງສາກົນ ແລະ ອົງການສະຫະປະຊາຊາດ. ທ່ານ ມາກ ກາລາເຮີ ເອກອັກ ຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳລາວ ໄດ້ກ່າວວ່າ: ວັນເອີຣົບ ແມ່ນກົງກັບວັນທີ 9 ພຶດສະພາ ຂອງທຸກໆປີ, ຖືເປັນວັນຄົບຮອບ ຂອງຖະແຫລງການ “ຊູແມນ” ຄົບ ຮອບ 76 ປີ ຊຶ່ງເປັນຂໍໍ້ສະເໜີຂອງ ທ່ານ ໂຣເບີດ ຊູແມນ ລັດຖະມົນຕີ ຕ່າງປະເທດຂອງຝຣັັ່ງ, ກ່ຽວກັບ ການຮ່ວມມືລະຫວ່າງປະເທດໃນ ເອີຣົບ. ຂໍໍ້ສະເໜີຂອງ ທ່ານ ຊູແມນ ຖືວ່າເປັນຈຸດເລີ່ມຕົ້ນຂອງ ສະຫະ ພາບ ເອີຣົບ ໃນປັດຈຸບັນ ແລະ ມີ ຂຶ້ນພຽງ 5 ປີ ພາຍຫລັງສົງຄາມ ໂລກຄັ້ງທີ 2 ສິ້ນສຸດລົງ ໃນປີ 1950. ຖະແຫລງການອັນໂດດ ເດັ່ນຂອງ ທ່ານ ໂຣເບີດ ຊູແມນ ແມ່ນອີງໃສ່ສອງຫລັກການພື້ນ ຖານຄື: ສັນຕິພາບ ແລະ ຄວາມສາ ມັກຄີ. ທ່ານ ໂຣເບີດ ຊູແມນ, ທ່ານ ຊູແມນ ແລະ ທ່ານອື່ນໆທີ່ເປັນຮຸ່ນ ດຽວກັນ ຈາກປະເທດຝຣັ່ງ, ເຢຍ ລະມັນ, ອີຕາລີ, ແບນຊິກ, ລຸກຊຳ ບວກ ແລະ ໂຮນລັງ ຕ່າງກໍມີວິໄສ ທັດຮ່ວມກັນໃນການສ້າງທະວີບ ເອີຣົບ ໃຫ້ມີຄວາມສາມັກຄີ ແລະ ຢຸດຕິຄວາມຂັດແຍ່ງ ລະຫວ່າງ ບັນດາປະເທດໃນເອີຣົບ. ທ່ານ ມາກ ກາລາເຮີ ໄດ້ກ່າວ ຕື່ມວ່າ: ພວກເຮົາທຸກຄົນລ້ວນແຕ່ ໄດ້ຮັບຄວາມເຂັ້ມແຂງຈາກການ ເປັນຄູ່ຮ່ວມງານ. ເອີຣົບ ຈະຍັງຄົງ ເປັນຄູ່ຮ່ວມງານທີ່ເຂັ້ມແຂງ ແລະ ເຊື່ອຖືໄດ້ ຂອງ ສປປ ລາວ ໃນດ້ານ ການຮ່ວມມື, ການເຄົາລົບກົດໝາຍ ສາກົນ, ການແລກປ່ຽນເຊິ່ງກັນ ແລະ ກັນ ແລະ ກຽດສັກສີຂອງ ຄວາມເປັນມະນຸດ. ວັນເອີຣົບ ບໍ່ໄດ້ ເປັນພຽງການສະເຫລີມສະຫລອງ ຄວາມເປັນເອກະພາບຂອງເອີຣົບ ເທົ່ານັ້ນ ແຕ່ຍັງເປັນການສະເຫລີມ ສະຫລອງການເປັນຄູ່ຮ່ວມງານອັນ ຍືນຍົງຂອງພວກເຮົາໃນທົ່ວໂລກ ອີກດ້ວຍ. ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະ ຂອງ ທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອຳນາດເຕັມ ແຫ່ງອົດສະຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະຮັບຜິດ ຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຕ້ອນ ຮັບຢ່າງອົບອຸ່ນ, ພ້ອມທັງໄດ້ແຈ້ງ ໃຫ້ທ່ານທູດຊາບ ກ່ຽວກັບສະພາບ ການປະຕິຮູບລະບົບການສຶກສາ Iv'okpq d]a f4t,q o8u F ]a f4t,q o8u lld 8h voIa [m6 fvq flt8ik]u xt9e]k; ຂອງກະຊວງສຶກສາທິການ ແລະ ກິລາ ໃນປັດຈຸບັນ ກໍຄື ສະພາບການ ປັບປຸງໂຄງຮ່າງການຈັດຕັ້ງຂອງ ກະຊວງ ສສກ ໃນໄລຍະໃໝ່ ໂດຍ ສະເພາະໄດ້ສຸມໃສ່ວຽກງານການ ພັດທະນາຄູ ແລະ ການປະຕິຮູບ ລະບົບການສຶກສາສາຍສາມັນ ມາເປັນ 6+3+3 ເສີມສ້າງລະບົບ ການສຶກສາລາວ ໃຫ້ມີຄຸນນະພາບ ດີຂຶ້ນກວ່າເກົ່າ. ທ່ານ ນາງ ເມແກນ ຈອນ ກໍໄດ້ ສະແດງຄວາມຊົມເຊີຍ ຕໍ່ການປະ ຕິຮູບລະບົບການສຶກສາໄລຍະໃໝ່, ພ້ອມຍົກໃຫ້ເຫັນເຖິງຜົນສຳເລັດ ພາຍໃຕ້ແຜນງານປັບປຸງຄຸນນະ ພາບ ແລະ ຂະຫຍາຍໂອກາດການ ເຂົ້າຮຽນສຳລັບການສຶກສາຂັ້ນພື້ນ ຖານຢູ່ ສປປ ລາວ (BEQUAL) ແລະ ຂົງເຂດຕ່າງໆໃນຂະແໜງ lts]v';a ogvu iq [ 7q [Iv[ 76 xu 16j ot7vos];';P'9a o ການສຶກສາ ເປັນຕົ້ນວຽກງານສ້າງ ຂີດຄວາມສາມາດຂອງຄູສອນໃນ ສປປ ລາວ, ການຊ່ວຍເຫລືອໂດຍ ຜ່ານສະຖາບັນລາວ-ອົດສະຕຣາລີ (LAI) ໂດຍການສະໜັບສະໜູນ ການພັດທະນາຊັບພະຍາກອນມະ ນຸດ, ທຶນການສຶກສາ. ນອກຈາກນັ້ນ, ທັງສອງຝ່າຍໄດ້ ສົນທະນາປຶກສາຫາລື ແລກປ່ຽນ ວິໄສທັດກ່ຽວກັບການພັດທະນາ ໃນຂົງເຂດຕ່າງໆ ໂດຍສະເພາະ ການສົ່ງເສີມການພັດທະນາໃນຂົງ ເຂດການສຶກສາ-ກິລາ ແລະ ຂົງ ເຂດວັດທະນະທຳ-ສັງຄົມ ເຊັ່ນ: ວຽກງານການສຶກສາ-ກິລາ, ວຽກ ງານແມ່ຍິງ, ບົດບາດຍິງ-ຊາຍ, ການພັດທະນາໄວໜຸ່ມ, ການຂົນ ສົ່ງ, ການແພດ ແລະ ສາທາລະນະ ສຸກ ຕະຫລອດຮອດຄວາມໝາຍ ໝັ້ນຂອງທັງສອງຝ່າຍໃນການ ຮ່ວມກັນເສີມສ້າງສາຍພົວພັນຮ່ວມ ມືແລະແຜນງານທີ່ຈະດຳເນີນຮ່ວມ ກັນໃນອະນາຄົດ ໃຫ້ນັບມື້ເຕີບໃຫຍ່ ຂະຫຍາຍຕົວຂຶ້ນເລື້ອຍໆ. ປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026 ຢູ່ເຊບູ ປະເທດ ຟິລິບປິນ. ໃນການພົບປະຄັ້ງນີ້, ສອງສະ ຫາຍ ນາຍົກລັດຖະມົນຕີລາວ ແລະ ຫວຽດນາມ ຕ່າງກໍສະແດງຄວາມ ປິຕິຍິນດີທີ່ໄດ້ພົບປະກັນ ຢ່າງເປັນ ທາງການເປັນຄັ້ງທຳອິດ ຊຶ່ງເປັນ ການສືບທອດປະເພນີອັນດີງາມ ທີ່ ສອງປະເທດເຄີຍປະຕິບັດຮ່ວມກັນ ມາ ແລະ ເປັນການຢັ້ງຢືນໃຫ້ເຫັນ ຄວາມສາມັກຄີຮັກແພງອັນສະໜິດ ສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ໃນຂອບເຂດ ສາຍພົວພັນແບບພິເສດ ທີ່ມີໜຶ່ງ ບໍ່ມີ ສອງໃນໂລກນີ້ ລະຫວ່າງ ລາວຫວຽດນາມ. ສອງຝ່າຍ ໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ ລະຫວ່າງ ສອງ ປະເທດ ໃນໄລຍະຜ່ານມາ ທີ່ມີການ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກ ງານ ໂດຍສະເພາະແມ່ນການຮ່ວມ ມືທາງດ້ານການເມືອງ, ການປ້ອງ ກັນຊາດ ແລະ ການປ້ອງກັນຄວາມ ສະຫງົບ ທີ່ນັບມື້ນັບມີຄວາມໜັກ ແໜ້ນ ແລະ ເປັນເສົາຄໍ້າອັນໝັ້ນຄົງ ໃຫ້ແກ່ສາຍພົວພັນຂອງສອງປະ ເທດ ແລະ ໃນຂົງເຂດເສດຖະກິດ ກໍ ມີບາດກ້າວຫັນປ່ຽນທີ່ໜ້າເພິ່ງພໍໃຈ ແລະ ມີໝາກຜົນຕົວຈິງຫລາຍຂຶ້ນ. ໃນຕໍ່ໜ້າ, ສອງຝ່າຍເຫັນດີເປັນ ເອກະພາບ ທີ່ຈະເຮັດວຽກຮ່ວມກັນ ຢ່າງໃກ້ຊິດ ເພື່ອກະກຽມຈັດບັນດາ ກິດຈະກໍາຕ່າງໆ ເພື່ອສະເຫລີມສະ ຫລອງປີສາມັກຄີມິດຕະພາບລາວຫວຽດນາມ ກໍຄື ສອງວັນປະຫວັດ ສາດ ຄື: ວັນສ້າງຕັ້ງສາຍພົວພັນ ການທູດ ຄົບຮອບ 65 ປີ ແລະ ວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ ໃນ ປີ 2027 ທີ່ຈະມາເຖິງນີ້ ພ້ອມທັງ ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນ ຈິດໃຈຂອງການພົບປະ ລະຫວ່າງ ສອງກົມການເມືອງ ແລະ ໝາກຜົນ ຂອງກອງປະຊຸມ ຄັ້ງທີ 48 ຂອງ ຄະນະກໍາມະການຮ່ວມມື ລາວຫວຽດນາມ ໂດຍສະເພາະແມ່ນ ການເລັ່ງລັດ ບັນດາໂຄງການຮ່ວມ ມືຍຸດທະສາດ ເປັນຕົ້ນແມ່ນໂຄງ ການເຊື່ອມຈອດຕ່າງໆ ໃຫ້ມີຄວາມ ຄືບໜ້າຢ່າງເປັນຮູບປະທໍາ ແລະ ມີ ປະສິດທິຜົນຕົວຈິງ. ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ ແກ່ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຕີລາຄາສູງຕໍ່ກັບຜົນສຳເລັດ ຂອງກອງປະຊຸມຄັ້ງປະຖົມມະລືກ ຂອງ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຊຸດທີ XVI ໃນວັນທີ 6 ເມສາ 2026 ທີ່ຜ່ານມາ ໂດຍ ສະເພາະແມ່ນສະແດງຄວາມຊົມ ເຊີຍຕໍ່ ສະຫາຍ ເລ ມິງ ຮືງ ທີ່ໄດ້ ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງສູງ ຈາກ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ພ້ອມທັງໄດ້ສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງ ຈິງໃຈຕໍ່ ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ ການຊ່ວຍເຫລືອອັນລໍ້າຄ່າ, ທັນ ການ ແລະ ມີປະສິດທິຜົນສູງ ໃຫ້ແກ່ ສປປ ລາວ ຕະຫລອດມາ ຊຶ່ງເປັນ ການຢັ້ງຢືນເຖິງນໍ້າໃຈ “ຄວາມຮັກ ແພງ, ເຂົ້າເມັດຫັກຜັກເສັ້ນແບ່ງ ກໍ ແບ່ງປັນກັນ” ລະຫວ່າງ ສອງຊາດ ລາວ-ຫວຽດນາມ. ພ້ອມດຽວກັນ ນີ້, ສະຫາຍນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຊື້ອເຊີນ ສະຫາຍ ນາຍົກລັດຖະມົນຕີ ເລ ມິງ ຮືງ ພ້ອມດ້ວຍພັນລະຍາ ເດີນທາງ ມາຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການ ໃນເວລາທີ່ເໝາະສົມ ຊຶ່ງ ສະຫາຍ ເລ ມິງ ຮືງ ກໍໄດ້ສະແດງ ຄວາມຍິນດີຕອບຮັບຄໍາເຊື້ອເຊີນ. ໃນຂະນະດຽວກັນ, ສະຫາຍ ເລ ມິງ ຮືງ ກໍໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາ ເລັດຂອງກອງປະຊຸມຄັ້ງປະຖົມ ມະລືກຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ຊຸດທີ X ໃນເດືອນ ມີນາ 2026 ທີ່ຜ່ານມາ ພ້ອມທັງ ໄດ້ສະແດງຄວາມຊົມເຊີຍຕໍ່ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈຈາກ ພັກ, ລັດ ແລະ ປະຊາຊົນລາວ ໃຫ້ດໍາລົງຕໍາແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ເລ ມິງ ຮືງ ກໍ ໄດ້ເຊື້ອເຊີນ ສະຫາຍນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ເດີນທາງ ຢ້ຽມຢາມ ສສ ຫວຽດນາມ ຢ່າງ ເປັນທາງການ, ພ້ອມທັງເຂົ້າຮ່ວມ ກອງປະຊຸມເວທີອະນາຄົດອາຊຽນ 2026 ຊຶ່ງ ສະຫາຍ ສອນໄຊ ສີພັນ ດອນ ກໍໄດ້ສະແດງຄວາມຍິນດີ ຕອບຮັບຕາມຄໍາເຊື້ອເຊີນດັ່ງກ່າວ. ຄັ້ງທີ 48 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດ ສະພາ 2026. ໃນໂອກາດດັ່ງກ່າວ, ສອງນາ ຍົກລັດຖະມົນຕີ ລາວ ແລະ ມາເລ ເຊຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບອັນຍາວນານ ແລະ ການ ຮ່ວມມືທີ່ເຕັມໄປດ້ວຍໝາກຜົນ ລະຫວ່າງສອງປະເທດ ຕະຫລອດ ໄລຍະ 6 ທົດສະວັດ ທີ່ຜ່ານມາ ຊຶ່ງ ສະແດງອອກໃນການແລກປ່ຽນ ການຢ້ຽມຢາມ ຂອງຄະນະຜູ້ແທນ ຂັ້ນສູງຂອງສອງປະເທດ ຢ່າງເປັນ ປົກກະຕິ, ລວມທັງການສະໜັບ ສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະການຮ່ວມມື ໃນຄອບຄົວອາຊຽນ. ສອງຝ່າຍ ເຫັນດີຈະສືບຕໍ່ສົ່ງເສີມການຮ່ວມມື ໃນດ້ານຕ່າງໆ ໃຫ້ຂະຫຍາຍຕົວ ຍິ່ງໆຂຶ້ນ ເປັນຕົ້ນແມ່ນດ້ານການ ເມືອງ, ເສດຖະກິດ, ການຄ້າ, ການ ລົງທຶນ, ພະລັງງານ, ການເງິນ ແລະ ທະນາຄານ, ວັດທະນະທໍາສັງຄົມ, ການສຶກສາ ແລະ ພັດທະ ນາຊັບພະຍາກອນມະນຸດ, ການ ທ່ອງທ່ຽວ ແລະ ດ້ານອື່ນໆ. ພິເສດ ໃນປີ 2026 ນີ້ ເປັນປີຄົບຮອບ 60 ປີການສ້າງຕັ້ງສາຍພົວພັນການ ທູດ ລາວ-ມາເຊເລຍ ຊຶ່ງສອງ ຝ່າຍມີແຜນຈະຈັດຫລາຍກິດຈະ ກໍາຮ່ວມກັນ ເພື່ອສະເຫລີມສະ ຫລອງວັນທີ່ມີຄວາມໝາຍສໍາຄັນ ດັ່ງກ່າວ. ພ້ອມກັນນັ້ນ, ສອງຝ່າຍ ໄດ້ຢືນຢັນຈະສືບຕໍ່ເຮັດວຽກຮ່ວມ ກັນຢ່າງໃກ້ຊິດ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງ ປະເທດ ໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ ສະແດງຄວາມຂອບໃຈຕໍ່ລັດຖະ ບານມາເລເຊຍ ທີ່ໄດ້ໃຫ້ການສະ ໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ແລະ ໄດ້ ສະເໜີລັດຖະບານມາເລເຊຍ ສືບຕໍ່ ຊຸກຍູ້ ແລະ ລະດົມໃຫ້ນັກທຸລະກິດ ມາເລເຊຍ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ, ພ້ອມທັງໄດ້ເຊື້ອເຊີນ ທ່ານນາຍົກ ລັດຖະມົນຕີ ອັນວາ ອິບຣາຮິມ ໄປ ຢ້ຽມຢາມ ສປປ ລາວ ໃນເວລາທີ່ ມີຄວາມສະດວກ ໃນປີ 2026 ນີ້ ເພື່ອເປັນການສະເຫລີມສະຫລອງ ຄົບຮອບ 60 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ກໍຄື ເສີມຂະຫຍາຍ ການພົວພັນຮ່ວມມືໃນດ້ານຕ່າງໆ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ໃນຂະນະດຽວກັນ, ທ່ານນາ ຍົກລັດຖະມົນຕີ ອັນວາ ອິບຣາຮິມ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ແລະ ປະກອບສ່ວນເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະ ຫວ່າງ ມາເລເຊຍ ແລະ ສປປ ລາວ ໃຫ້ສູງຂຶ້ນສູ່ລະດັບໃໝ່ ເພື່ອນໍາເອົາ ຜົນປະໂຫຍດສູງສຸດມາສູ່ປະຊາຊົນ ສອງຊາດ ພ້ອມທັງມີຄວາມຍິນດີ ທີ່ຈະເດີນທາງຢ້ຽມຢາມທາງການ ສປປ ລາວ ໃນເວລາທີ່ສອງຝ່າຍມີ ຄວາມສະດວກ. ຄຸ້ມຄອງການລົງທຶນຂັ້ນສູນກາງ, ມີສະມາຊິກໃນຄະນະກຳມະການ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ນາງ ພອນ ວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ, ຮອງປະທານ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ຜູ້ປະຈໍາການ ໄດ້ລາຍງານກ່ຽວກັບສະພາບ ການ ຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນ ກາງ ຊຶ່ງໄລຍະ 10 ເດືອນຜ່ານມາ ສາມາດສັງລວມຜົນສໍາເລັດ, ສະ ພາບລວມດ້ານການຈັດຕັ້ງວຽກ ງານວິຊາສະເພາະ, ບັນຫາຂໍ້ຄົງ ຄ້າງ-ສິ່ງທ້າທາຍ ແລະ ທິດທາງ ແຜນການໃນຕໍ່ໜ້າ. ຈາກນັ້ນ, ທ່ານ ວັນທະນາ ນໍລິນທາ ກໍາມະການ, ຜູ້ປະຈໍາການ, ຫົວໜ້າຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມ ຄອງການລົງທຶນ ໄດ້ສະເໜີກ່ຽວ ກັບຜົນການຄົ້ນຄວ້າປັບປຸງບັນຊີ ກິດຈະການຄວບຄຸມ ແລະ ກິດຈະ ການສໍາປະທານ, ກົນໄກການຄຸ້ມ ຄອງ ແລະ ປະສານງານ ລະຫວ່າງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດເບື້ອງຕົ້ນ ທີ່ສາມາດ ຍາດມາໄດ້, ພ້ອມທັງໄດ້ເນັ້ນບັນ ຫາສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ປັບ ປຸງໃນຕໍ່ໜ້າ ເປັນຕົ້ນ ແມ່ນການສືບ ຕໍ່ປັບປຸງຂັ້ນຕອນ ພິຈາລະນາອະນຸ ມັດການລົງທຶນ ຢູ່ພາຍໃນ ຄລທ ກໍຄື ກົນໄກການຄົ້ນຄວ້າຢູ່ພາຍໃນ ບັນດາກະຊວງ ແລະ ອົງການປົກ ຄອງທ້ອງຖິ່ນ ໃຫ້ມີຄວາມໂລ່ງ ລ່ຽນ, ວ່ອງໄວກວ່າເກົ່າ ຕາມຂອບ ກຳນົດເວລາຂອງກົດໝາຍສົ່ງເສີມ ການລົງທຶນ ແລະ ກົນໄກລວມສູນ, ຫັນວຽກງານເປັນທັນສະໄໝຢ່າງ ເປັນລະບົບຄົບຊຸດ ໂດຍສະເພາະ ການເຊື່ອມໂຍງຖານຂໍ້ມູນວຽກ ງານລົງທຶນກັບບັນດາຂະແໜງ ການ ແລະ ທ້ອງຖິ່ນ, ເພີ່ມທະວີການ ຄຸ້ມຄອງ, ຕິດຕາມ ແລະ ກວດກາ ບັນດາໂຄງການທີ່ໄດ້ອະນຸມັດໄປ ແລ້ວ ໃຫ້ມີປະສິດທິພາບກວ່າເກົ່າ. ໃນນັ້ນ, ໃຫ້ຍົກບົດບາດແລະ ຄວາມ ຮັບຜິດຊອບຂອງທ້ອງຖິ່ນ ໃນການ ຊຸກຍູ້ຕິດຕາມໂຄງການລົງທຶນ ຕ່າງໆ. ທັງໝົດນີ້, ກໍເພື່ອສ້າງເງື່ອນ ໄຂໃຫ້ແກ່ການລົງທຶນຂອງເອກະ ຊົນພາຍໃນ ແລະ ຕ່າງປະເທດ ຊຶ່ງ ເປັນການປະກອບສ່ວນສຳຄັນ ໃຫ້ ແກ່ການຈັດຕັ້ງປະຕິບັດແຜນພັດທະ ນາເສດກິດ-ສັງຄົມແຫ່ງຊາດ ຕາມ ທິດການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ. ເຂົ້າຮ່ວມຕິດຕາມການລົງພົບປະ ຢ້ຽມຢາມແລະຕິດຕາມການພັດທະ ນາພື້ນຖານໂຄງລ່າງດ້ານການຜະ ລິດກະສິກຳ ໃນເຂດເມືອງຈຳພອນ. ຈຸດທຳອິດ ທ່ານຮອງນາຍົກ ລັດຖະມົນຕີ ແລະ ຄະນະການນຳ ໄດ້ລົງຕິດຕາມການຈັດຕັ້ງປະຕິບັດ ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ ທີ່ບ້ານ ໂພນມ່ວງ ໂດຍທ່ານ ສຸລິພອນ ພິມມະຈັກ ຫົວໜ້າຂະແໜງຊົນລະ ປະທານແຂວງ ໄດ້ລາຍງານໃຫ້ຮູ້ ວ່າ: ໂຄງການນາໃຮ່ໃຫຍ່ມີເນື້ອ ທີ່ການຜະລິດ 50 ເຮັກຕາ ແລະ ເນື້ອທີ່ລວມຜະລິດລະດູແລ້ງຂອງ ກຸ່ມແມ່ນ 326 ເຮັກຕາ, ກວມ 8 ບ້ານທີ່ໄດ້ຮັບຜົນປະໂຫຍດ. ໂຄງ ການດັ່ງກ່າວແມ່ນນຳໃຊ້ເງິນກູ້ ຈາກທະນາຄານຂາອອກ-ຂາເຂົ້າ ແຫ່ງ ສ ເກົາຫລີ ແລະ ທຶນສົມທົບ ຈາກລັດຖະບານ ລວມມູນຄ່າ 46 ລ້ານໂດລາສະຫະລັດ, ມີໄລຍະ ຈັດຕັ້ງປະຕິບັດ5ປີ. ຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ແລະ ທ່ານເລຂາພັກແຂວງ ໄດ້ເຈາະຈີ້ມ ບັນຫາສຳຄັນຕ່າງໆ ແນໃສ່ເຮັດ ໃຫ້ການນຳໃຊ້ທຶນກູ້ຢືມມີປະສິດທິ ພາບສູງສຸດ, ພ້ອມທັງໄດ້ລົງເບິ່ງ ພື້ນທີ່ນາໃຮ່ໃຫຍ່ ແລະ ໂອ້ລົມກັບ ກຸ່ມຊາວນາ ຕື່ມອີກ. ຈາກນັ້ນ, ຄະນະການນຳກໍໄດ້ ສືບຕໍ່ລົງຕິດຕາມໂຄງການປ້ອງກັນ ຕາຝັ່ງເຈື່ອນ ຢູ່ເຂດບ້ານທ່າມ່ວງ ຊຶ່ງໄດ້ຮັບການລາຍງານຈາກ ທ່ານ ປີໂຕລາ ຄູນສັກສີ ຫົວໜ້າຫ້ອງ ການໂຍທາທິການ ແລະ ຂົນສົ່ງ ເມືອງຈຳພອນ ວ່າເປັນໂຄງການ ທີ່ໄດ້ຮັບງົບປະມານຈາກແຂວງ ຈຳນວນ 13,5 ຕື້ກີບ ເພື່ອປ້ອງກັນ ການເຊາະເຈື່ອນຂອງນ້ຳເຊຈຳ ພອນ ໃນໄລຍະຄວາມຍາວ 160 ແມັດ. ຕໍ່ມາຄະນະໄດ້ເດີນທາງໄປ ຢ້ຽມຢາມພໍ່ແມ່ປະຊາຊົນເຂດບ້ານ ໜອງລຳຈັນ ໂດຍໄດ້ໄປຢ້ຽມຊົມຫໍ ໄຕປີດົກ ທີ່ວັດໜອງລຳຈັນ ຊຶ່ງເປັນ ປູຊະນີຍະສະຖານ ແລະ ສະຖານທີ່ ທ່ອງທ່ຽວທາງວັດທະນະທຳທີ່ສຳ ຄັນຂອງແຂວງ. ໃນໂອກາດນີ້ ທ່ານຮອງນາຍົກ ລັດຖະມົນຕີ ແລະ ທ່ານເລຂາພັກ ແຂວງ ຍັງໄດ້ມອບເງິນສ່ວນຕົວ ຈຳນວນ 18 ລ້ານກີບ ເພື່ອປະກອບ ສ່ວນໃນການບູລະນະສ້ອມແປງວັດ ດັ່ງກ່າວ. ພ້ອມກັນນັ້ນ, ທ່ານ ປາ ຊັນ ວອນມະຫາໄຊ ປະທານກຸ່ມ ບໍລິສັດຊັນໄຊ ກໍໄດ້ມອບຄອມພິວ ເຕີ ຈຳນວນ 6 ຊຸດ ມູນຄ່າ 150 ລ້ານກີບ ໃຫ້ຄະນະການນໍາຂັ້ນສູງ ເພື່ອນຳໄປແຈກຢາຍ ແລະ ຮັບໃຊ້ ວຽກງານຫ້ອງການຂອງເມືອງໃນ ຕໍ່ໜ້າ. ຂ່າວ: ເມືອງຈຳພອນ ສອງນາຍົກ ລາວ-ມາເລເຊຍ...ົ ສະຫລຸບຕີລາຄາ...ຸີ ຮອງນາຍົກລັດຖະມົນຕີ...ົັົີ

12/05/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ 7;k,\kple7a o0v'w--totfPo[Po26 w--tot0v'ltstrk[3-;Pfg|n v2kfly fg1p]t,a o wfh lq j 'zq oltmh vova o.spj s];'.sh cdj dkoxt8y ;a f16 j vy of6 9u o -k;l;oxkd-j v' c]dxj Pog8a doy dx6 d\kdg]a j olP[pvf ຂປລ. ໄຊຊະນະດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວ ທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານ ການຮຸກຮານຈາກຈັກກະພັດພາຍ ນອກຂອງປະຊາຊົນຫວຽດນາມທີ່ ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າ ໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສະຕະວັດທີ 20 ເພາະໄດ້ທັບມ້າງທີ່ຕັ້ງຂອງລະບົບ ຫົວເມືອງຂຶ້ນຂອງລັດທິຈັກກະພັດ, ມັນໄດ້ເຮັດໃຫ້ສັດຈະທຳມີຄວາມ ສະຫວ່າງສະໄຫວຂຶ້ນຢູ່ໃນຊາດ ໜຶ່ງທີ່ເຄີຍເປັນຫົວເມືອງຂຶ້ນ, ເຄິ່ງ ສັກດີນາ, ດິນແດນບໍ່ກວ້າງໃຫຍ່, ປະຊາກອນບໍ່ຫລາຍ, ເສດຖະກິດ ຫລ້າຫລັງ ແລະ ຂະຫຍາຍຕົວຊັກ ຊ້າ; ກຳລັງທະຫານຍັງອ່ອນນ້ອຍ ພາຫະນະອຸປະກອນຍັງມີໜ້ອຍແຕ່ *ວັນທີ 9 ພຶດສະພາ 1945 ແມ່ນວັນໄຊຊະນະຂອງສະຫະພາບ ໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີ II ຊຶ່ງເປັນ ໄຊຊະນະອັນຍິ່ງໃຫຍ່ ພາຍໃຕ້ການ ຊີ້ນໍາ-ນໍາພາຂອງພັກກອມມູນິດ ໂຊວຽດ, ປະຊາຊົນໂຊວຽດ ກໍຄື ປະເທດພັນທະມິດ ແລະ ປະຊາຊາດ ທົ່ວໂລກ ໄດ້ສາມັກຄີກັນ, ອຸ້ມຊູ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນເສຍສະລະຊີວິດ, ເລືອດ ເນື້ອ ແລະ ຊັບສິນຕໍ່ສູ້ຕ້ານການ ຮຸກຮານຂອງຟາດຊິດຢ່າງດຸເດືອດ, ພິລະອາດຫານ ແລະ ເດັດຂາດບໍ່ ຍອມຈໍານົນ. ໄຊຊະນະຟາດຊິດ ບໍ່ພຽງແຕ່ສ້າງບາດລ້ຽວປະຫວັດ ສາດຕັດສິນໂຊກຊາຕາກຳຂອງປະ ຊາຊົນໂຊວຽດເທົ່ານັ້ນ ຍັງປົດປ່ອຍ ບັນດາປະຊາຊາດອອກຈາກການ ປົກຄອງຂອງຟາດຊິດ ມັນຍັງເປັນ ການຕັດສິນໂຊກຊາຕາກຳຂອງ ປະຊາຊົນຫລາຍປະເທດອີກດ້ວຍ, ພາຍຫລັງສົງຄາມມັນໄດ້ສ້າງໃຫ້ມີ ບັນດາປະເທດສັງຄົມນິຍົມ ຊຶ່ງເປັນ ລະບົບເກີດຂຶ້ນໃນໂລກ. ໄຊຊະນະ ຟາດຊິດໄດ້ສົ່ງຜົນສະທ້ອນອັນດີໃຫ້ ແກ່ການປະຕິວັດໂລກ ທັງຢູ່ເອີຣົບ ແລະ ອາຊີ, ມັນໄດ້ສ້າງເງື່ອນໄຂ ເອື້ອອຳນວຍໃຫ້ແກ່ຂະບວນການ ປົດປ່ອຍຊາດຢູ່ບັນດາປະເທດຫົວ ເມືອງຂຶ້ນລຸກຂຶ້ນຕໍ່ສູ້ຍາດເອົາຄວາມ ຂປລ. ເມື່ອມໍ່ໆມານີ້, ສູນກະ ສິກຳສະອາດ ຮ່ວມກັບໂຄງການ ສົ່ງເສີມລະບົບຕ່ອງໂສ້ການຜະລິດ ກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ ສິ່ງແວດລ້ອມ (ຄສກສ) ໄດ້ເປີດ ກິດຈະກຳດີໆນຳພາຊາວສວນ ບ້ານຫ້ວຍເສັດ, ເມືອງປາກຊ່ອງ ທັດສະນະສຶກສາ ແລະ ແລກປ່ຽນ ບົດຮຽນຕົວຈິງການປູກໝາກເລັ່ນ ທີ່ເປັນມິດຕໍ່ສິ່ງແວດລ້ອມ. ທ່ານ ໄຊຍະສິດ ວິລະພັດ ຮອງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ກ່າວວ່າ: ກິດຈະກຳຄັ້ງນີ້ ແມ່ນ ເພື່ອໃຫ້ຊາວສວນໄດ້ເຫັນພື້ນທີ່ ຕົວຈິງຂອງສວນສາທິດພ້ອມທັງ ເຜີຍແຜ່ຄວາມຮູ້ ແລະ ເຕັກນິກໃໝ່ໆ ໃຫ້ແກ່ເຂົາເຈົ້າ ເພື່ອນຳໄປໝູນໃຊ້ ເຂົ້າໃນການຜະລິດພືດຜັກໃຫ້ມີ ຄວາມປອດໄພຕາມມາດຕະຖານ ມີຄວາມສາມັກຄີຢ່າງແໜ້ນແຟ້ນ, ມີການຊີ້ນຳ-ນຳພາຂອງພັກ ແລະ ປະທານ ໂຮ່ຈີ່ມິງ ຜູ້ນຳທີ່ຍິ່ງໃຫຍ່, ຮູ້ໝູນໃຊ້ກຳລັງປະກອບອາວຸດທົ່ວ ປວງຊົນ ເພື່ອເຮັດສົງຄາມປະຊາ ຊົນ, ສາມາດຕີເອົາໄຊຊະນະກັບ ສັດຕູຜູ້ທີ່ມາຮຸກຮານທີ່ມີພື້ນຖານ ເສດຖະກິດ ແລະ ການທະຫານ ເຂັ້ມແຂງ ແລະ ທັນສະໄໝກວ່າ ຫລາຍເທົ່າ. ໄຊຊະນະດຽນບຽນຟູ ບໍ່ພຽງ ແຕ່ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ ແຕ່ຍັງແມ່ນໄຊຊະນະ ຂອງປະຊາຊົນລາວ ແລະ ປະຊາຊົນ ກຳປູເຈຍ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວ ກັນ ເພື່ອປົດປ່ອຍຕົນເອງໄຊຊະນະ ດັ່ງກ່າວໄດ້ດັບມອດເຈດຈຳນົງ ແລະ ການຮຸກຮານຂອງລັດທິລ່າ ເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດ ຖະບານຝຣັ່ງ ຈຳຕ້ອງຍອມເຊັນ ສັນຍາເຊີແນວກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດແຫ່ງ ຊາດ, ອຳນາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງຫວຽດ ນາມ, ລາວ ແລະ ກຳປູເຈຍ. ພາກ ເໜືອຫວຽດນາມໄດ້ຮັບການປົດ ປ່ອຍຢ່າງສົມບູນ ແລະ ກາຍເປັນ ຖານທີ່ໝັ້ນຂອງການປະຕິວັດທີ່ເຂັ້ມ ແຂງເປັນແນວຫລັງທີີ່ແໜ້ນແກ່ນ ໃຫ້ແກ່ການດຳເນີນການຕໍ່ສູ້ຕ້ານ ຈັກກະພັດລ່າເມືອງຂຶ້ນແບບໃໝ່ຢູ່ ພາກໃຕ້ຫວຽດນາມ. ໄຊຊະນະດຽນ ບຽນຟູ ແລະ ໄຊຊະນະໃນການຕໍ່ສູ້ ກູ້ຊາດຕ້ານພວກລ່າເມືອງຂຶ້ນແບບ ເກົ່າຂອງປະຊາຊົນຫວຽດນາມ, ລາວ ແລະ ກຳປູເຈຍ ແມ່ນເປັນ ເທື່ອທຳອິດທີ່ໄດ້ເຮັດໃຫ້ລັດທິລ່າ ເມືອງຂຶ້ນແບບເກົ່າຖືກພັງທະລາຍ ລົງຢູ່ໃນໂລກ, ໄຊຊະນະດັ່ງກ່າວຍັງ ເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນ ແວ່ນແຍງທີ່ໃສແຈ້ງໃຫ້ແກ່ບັນດາ ປະຊາຊາດທີ່ຕົກເປັນຫົວເມືອງ ຂຶ້ນໄດ້ລຸກຂຶ້ນຕໍ່ສູ້ຕ້ານກັບການກົດ ຂີ່ຂູດຮີດ ແລະ ແອກຄອບຄອງ ເມືອງຂຶ້ນແບບເກົ່າຢູ່ຫລາຍບ່ອນ ໃນໂລກ, ປະກອບສ່ວນອັນສົມ ກຽດເຂົ້າໃນພາລະກິດຕໍ່ສູ້ອັນຍິ່ງ ໃຫຍ່ຂອງມວນມະນຸດທີ່ກ້າວໜ້າ ເພື່ອສັນຕິພາບ, ເອກະລາດ, ປະ ຊາທິປະໄຕ ແລະ ຄວາມກ້າວໜ້າ ຂອງສັງຄົມ. ໄຊຊະນະດຽນບຽນ ຟູ ເປັນຄວາມເອກອ້າງທະນົງໃຈ ຂອງປະຊາຊົນຫວຽດນາມ ໃນພາ ກິດສ້າງສາພັດທະນາປະເທດຊາດ ຊົ່ວກາລະນານ, ມານະຈິດຂອງ ດຽນບຽນຟູ ຍັງໃສແຈ້ງຍັງເປັນ ກຳລັງແຮງປຸກລະດົມອັນຍິ່ງໃຫຍ່ ຂອງປະຊາຊົນຫວຽດນາມ ໃນ ພາລະກິດປ່ຽນແປງໃໝ່ ແນໃສ່ປະ ຕິບັດຈຸດໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີ ຄວາມສະເໝີພາບ, ປະຊາທິປະໄຕ, ສີວິໄລ”. ສຳລັບຢູ່ປະເທດລາວ ໄຊຊະນະ ດຽວບຽນຟູ ໄດ້ມີຄວາມສຳຄັນໃນ ການສ້າງຄວາມສາມັກຄີພິເສດ, ຮ່ວມສຳພັນສູ້ຮົບລະຫວ່າງ ລາວຫວຽດນາມ, ເປັນໄຊຊະນະຕ້ານ ສັດຕູຕົວດຽວກັນ, ປະສານສົມທົບ ແລະ ອຸດໜູນເຊິ່ງກັນແລະ ກັນ ເພາະ ວ່າດຽນບຽນຟູ ຢູ່ໃກ້ໆກັບແຂວງຜົ້ງ ສາລີ ແລະ ຫົວພັນ. ສະນັ້ນ ຕີຊະນະ ລ່າເມືອງຂຶ້ນແບບເກົ່າຢູ່ດຽນບຽນ ຟູ ຈຶ່ງທັບມ້າງແຫລ່ງທີ່ໝັ້ນສຳຄັນ ຂອງສັດຕູ. (ເນ່ືອງໃນໂອກາດວັນໄຊຊະນະສົງຄາມປົກປ້ອງປິຕຸພູມຂອງອະດີດ່ືັົົ້ິຸູີ ສະຫະພາບໂຊວຽດ ຄົບຮອບ 81 ປີ 9/5/1945-9/5/2026)ົີ (ແຫລ່ງຂ່າວ: ໜັງສືພິມຈະປາໃໝ່)່່ັືິ່ ກະສິກຳສະອາດ, ທັງເປັນການ ເພີ່ມປະລິມານຜົນຜະລິດ ແລະ ສ້າງ ລາຍຮັບທີ່ຍືນຍົງທັງແກ້ໄຂຄວາມ ທຸກຍາກໃຫ້ຫລຸດລົງ. ຊາວສວນທີ່ ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ ແລະ ສາທິດເຕັກນິກພິເສດຈາກຄູ ຝຶກສູນກະສິກຳສະອາດຢ່າງໃກ້ຊິດ ເປັນຕົ້ນແມ່ນເຕັກນິກການສຽບ ຍອດໝາກເລັ່ນ, ວິທີການໃໝ່ ເພື່ອ ໃຫ້ຕົ້ນໝາກເລັ່ນແຂງແຮງ, ຕ້ານ ທານພະຍາດໄດ້ດີ ແລະ ໃຫ້ຜົນ ຜະລິດສູງ, ເຕັກນິກການປູກຜັກບົ່ວ ແບ່ງການຈັດການທີ່ເໝາະສົມເພື່ອ ເພີ່ມຜົນຜະລິດ, ເຕັກນິກການປູກ ໝາກເລັ່ນສຽບຍອດ, ຂັ້ນຕອນການ ດູແລເບິ່ງແຍງໃຫ້ຖືກຕ້ອງ. ກິດຈະກຳຄັ້ງນີ້ ຖືເປັນບາດກ້າວ ສຳຄັນໃນການຊຸກຍູ້ໃຫ້ຊາວສວນ ເມືອງປາກຊ່ອງ ຫັນມາເຮັດກະສິ ກຳສະອາດ-ປອດໄພ ເພື່ອຕອບ ສະໜອງຄວາມຕ້ອງການຂອງ ຕະຫລາດ ແລະ ປົກປັກຮັກສາສິ່ງ ແວດລ້ອມໄປພ້ອມໆກັນ. ເປັນເອກະລາດມາໃຫ້ຊາດຕົນ. ສຳລັບຢູ່ອິນດູຈີນ, ໄຊຊະນະຟາດ ສິດໄດ້ສົ່ງຜົນສະທ້ອນອັນໃຫຍ່ ຫລວງໃຫ້ແກ່ການປະຕິວັດຢູ່ອິນດູ ຈີນ ມັນໄດ້ເຮັດໃຫ້ການປະຕິວັດ ມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກ້າວຂຶ້ນຕີເອົາຊະນະກັບພວກ ລ່າເມືອງຂຶ້ນຝຣັ່ງ. ເມ່ືອຫວນຄືນເຫດການພາໃຫ້ ເກີດສົງຄາມໂລກ ຄັ້ງທີ II ໄລຍະ ທ້າຍສະຕະວັດທີ XIX ຫາຕົ້ນ ສະຕະວັດທີ XX ລັດທິທຶນນິຍົມ ໄດ້ຂະຫຍາຍຕົວນັ້ນບໍ່ມີຄວາມດຸ່ນ ດ່ຽງກັນ (ບໍ່ເທົ່າທຽມກັນ) ຈຶ່ງ ເກີດມີຂໍ້ຂັດແຍ່ງທາງດ້ານສິດຜົນ ປະໂຫຍດລະຫວ່າງຈັກກະພັດດ້ວຍ ກັນ, ໂດຍສະເພາະການຍາດຊີງ ລະບົບຫົວເມືອງຂຶ້ນ ເພື່ອຂຸດຄົ້ນ ເອົາວັດຖຸດິບ, ຕະຫລາດຈໍາໜ່າຍ ສິນຄ້າ ແລະ ອື່ນໆ. ການຊ່ວງຊີງ ແລະ ແຂ່ງຂັນກັນທາງດ້ານອາວຸດ ຊຶ່ງຂໍ້ຂັດແຍ່ງດັ່ງກ່າວບໍ່ສາມາດ ແກ້ໄຂກັນໄດ້ຢ່າງສັນຕິວິທີ ຈຶ່ງ ກ້າວໄປເຖິງການໃຊ້ກໍາລັງເປັນ ເຄື່ອງມືໃນການແກ້ໄຂບັນຫາດ້ວຍ ການສ້າງຕັ້ງ 2 ກຸ່ມທາງທະຫານ ເຊັ່ນ: ກຸ່ມສໍາພັນທະມິດໄດ້ສ້າງ ຕັ້ງຂຶ້ນໃນປີ 1882, ປະກອບມີ ປະເທດເຢຍລະມັນ, ໂອຕຣິດ, ຮົງ ກາຣີ ແລະ ອີຕາລີ. (ໃນປີ 1915 ອີຕາລີຍ້າຍໄປຢູ່ກຸ່ມສົນທິສັນຍາ) ຊຶ່ງກຸ່ມສົນທິສັນຍາໄດ້ສ້າງຕັ້ງຂຶ້ນ ໃນປີ 1907 ປະກອບມີ ອັງກິດ, ຝຣັ່ງ ແລະ ຣັດເຊຍ (ສະຫະພາບ ໂຊວຽດ). ພາຍຫລັງສ້າງຕັ້ງ ສໍາເລັດ, ທັງສອງກຸ່ມໄດ້ດໍາເນີນ ການຕໍ່ສູ້ກັນຢ່າງດຸເດືອດທີ່ສຸດເພື່ອ ແບ່ງໂລກຄືນໃໝ່, ຊ່ວງຊີງ ແລະ ແຂ່ງຂັນກັນທາງດ້ານອາວຸດ.

RkJQdWJsaXNoZXIy MTc3MTYxMQ==