ນູແວນເຊລັງ ປັບປຸງແຜນຮັບມືກັບວິກິດການນໍ້າມັນ

12/05/2026 11:20
Email Print 221
ຂປລ ລັດຖະບານ ນູແວນເຊລັງ ປັບປຸງແຜນຮັບມື ວິກິດການເຊື້ອໄຟ ຫລຸດຄວາມຊັບຊ້ອນ ຂອງມາດຕະການ ປັນສ່ວນພະລັງງານ

ຂປລ.ສຳນັກຂ່າວ ອິນໂຟເຄວສ: ລັດຖະບານ ນູແວນເຊລັງ ປັບປຸງແຜນຮັບມື ວິກິດການເຊື້ອໄຟ ຫລຸດຄວາມຊັບຊ້ອນ ຂອງມາດຕະການ ປັນສ່ວນພະລັງງານ, ເນື່ອງຈາກບັນ ຫາການ ຂາດແຄນ ເຊື້ອໄຟທົ່ວໂລກ ຍັງຄົງແກ່ຍາວ ຈາກສະຖານະກາ ຄວາມປ່ຽນແປງ ໃນຕາເວັນອອກກາງ .

ທ່ານ ຄຣີສໂຕເຟີຣ ລັກຊອນ ນາຍົກລັດຖະມົນຕີ ນູແວນເຊລັງ ຖະແຫລງວ່າ ແຜນສະບັບປັບປຸງນີ້ ເກີດຂຶ້ນຫລັງຈາກ ການປຶກສາຫາລື ກັບພາກອຸດສາຫະກຳ ເພື່ອປົກປ້ອງ ເສດຖະກິດ ແລະ ຄວາມເປັນຢູ່ຂອງປະຊາຊົນ  ຫາກເກີດການຢຸດຈຶ້ງ ດ້ານເຊື້ອໄຟເປັນເວລາຍາວນານ. ສ່ວນທ່ານ ນິໂຄລາ ວິລລິສ ລັດຖະມົນຕີກະຊວງ ການເງິນ ນູແວນເຊລັງ ລະບຸວ່າ: ເຖິງແມ່ນວ່າ: ປັດຈຸບັນ ປະລິມານ ການສະໜອງ ຈະຍັງຄົງມີ ສະຖຽນລະພາບ ແຕ່ລັດຖະບານດັງກ່າວ ຍັງເສີມສ້າງຄວາມເຂັ້ມແຂງ ໃນການຮັບມື ດ້ວຍການປັບ ມາດຕະ ຖານເຊື້ອໄຟ ໃຫ້ສອດຄ່ອງອີກດ້ວຍ./

KPL

ຂ່າວອື່ນໆ

ads
ads

Top