ປະກາດແຕ່ງຕັ້ງເລຂາພັກກະຊວງຍຸຕິທຳ ຜູ້ໃໝ່

11/03/2026 11:56
Email Print 11413
ຂປລ ພິທີມອບ-ຮັບໜ້າທີ່ ລະຫວ່າງເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງຍຸຕິທໍາ (ຜູ້ເກົ່າ-ຜູ້ໃໝ່) ຈັດຂຶ້ນໃນວັນທີ 10 ມີນາ 2026 ຢູ່ກະຊວງຍຸຕິທຳ.

     ຂປລ.  ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີຄະນະປະຈຳພັກ, ກຳມະການຄະນະບໍລິຫານງານພັກກະຊວງ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີ ສະຫາຍ ວຽນທອງ ສິງຄຳພັນ ຄະນະພັກ, ຫົວໜ້າກົມຈັດຕັ້ງຄະນະຈັດຕັ້ງສູນກາງພັກໄດ້ຜ່ານຄຳສັ່ງ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຍຸຕິທຳ ໄປຮັບໜ້າທີ່ໃໝ່ຢູ່ສານປະຊາຊົນສູງສຸດ ແລະ ແຕ່ງຕັ້ງ ສະຫາຍ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງຍຸຕິທຳ (ຜູ້ໃໝ່). ຈາກນັ້ນກໍໄດ້ເຊັນມອບ-ຮັບໜ້າທີ່ລະຫວ່າງລັດຖະມົນຕີກະຊວງຍຸຕິທຳຜູ້ເກ່ົາ ແລະ ຜູ້ໃໝ່ຢ່າງເປັນທາງການ, ໃຫ້ກຽດມອບໃບຍົກຍ້າຍ ແລະ ໃບແຕ່ງຕັ້ງໂດຍສະ ຫາຍ ພົນເອກ ວິໄລ ຫລ້າຄຳຟອງ.

      ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ໃຫ້ຄະນະພັກ-ຄະນະນໍາ ກໍຄື ພະນັກງານຫລັກແຫລ່ງກະຊວງຍຸຕິທຳ ເອົາໃຈໃສ່ຮັກສາຄວາມສາມັກຄີພາຍໃນ, ປະຕິບັດຖືກຕ້ອງຄົບຖ້ວນຕາມຫລັກການນຳພາຂອງພັກ ມີຄວາມເປັນເອກະພາບໃນການຄົ້ນຄວ້າຕັດສິນບັນຫາ, ແບບແຜນວິທີເຮັດວຽກຕ້ອງແທດຕົວຈິງ, ໂປ່ງໃສ; ມີການແບ່ງງານ, ມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ; ເປັນແບບຢ່າງໃນການນຳພາ, ມີທັດສະນະ ແລະ ແບບແຜນດຳລົງຊີວິດທີ່ປອດໃສ, ປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດສັດຊື່, ມີຈັນຍາບັນ, ມີຄວາມສະດຸ້ງໄວຕໍ່ສະພາບການໃນເງື່ອນໄຂໃໝ່, ຍາມໃດກໍຕ້ອງມີສະຕິກຽມພ້ອມປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍ ແລະ ຕ້ອງເຂັ້ມງວດຕໍ່ຕົນເອງ, ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.  

      ສະຫາຍ ໄພວີ ສີບົວລິພາ ໄດ້ຜ່ານບົດສະຫລຸບການນຳພາ-ຊີ້ນຳວຽກງານຮອບດ້ານໄລຍະຜ່ານມາວ່າ: ຜົນການຈັດຕັ້ງປະຕິບັດວຽກງານໄລຍະ 5 ປີຜ່ານມາ ໄດ້ຖືສຳຄັນວຽກງານສຶກສາອົບຮົມນຳພາການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນດ້ວຍການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄຳສັ່ງ ແລະ ເອກະສານສຳຄັນຕ່າງໆຂອງພັກ-ລັດ, ຜ່ານຜ່າຄວາມຫຍຸ້ງຍາກດ້ານຕ່າງໆ ໃຫ້ມີຄວາມສະຫງົບ ພ້ອມກັນເຮັດສຳເລັດໜ້າທ່ີການເມືອງຂອງຕົນ ແລະ ສ້າງຄວາມເຊື່ອໝັ້ນຂອງສັງຄົມຕໍ່ວຽກງານຍຸຕິທຳນັບມື້ນັບຫລາຍຂຶ້ນ; ໄດ້ເອົາໃຈໃສ່ນຳພາ-ຊີ້ນຳການສ້າງ ແລະ ປັບປຸງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງຍຸຕິທໍາລວມມີ 5 ກົດໝາຍ, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວທັງ 5 ສະບັບ; ເອົາໃຈໃສ່ປະຕິບັດໜ້າທີ່ເປັນໃຈກາງປະສານສົມທົບກັບບັນດາກະຊວງ, ອົງການທີ່ຮັບຜິດຊອບໃນການສ້າງ ແລະ ປັບປຸງກົດໝາຍພ້ອມທັງຄົ້ນຄວ້າ, ຮຽບຮຽງ, ກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງກົດໝາຍທັງໝົດ 87 ສະບັບ, ກົດໝາຍສ້າງໃໝ່ 24 ສະບັບ ແລະ ປັບປຸງ 63 ສະບັບ. ໃນນີ້, ມີກົດໝາຍທີ່ນອນໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2021-2025) ມີ 76 ສະບັບ, ກົດໝາຍສ້າງໃໝ່ 23 ສະບັບ ແລະ ປັບປຸງ 53 ສະບັບ. ນອກຈາກນີ້, ຍັງໄດ້ເຂົ້າຮ່ວມປັບປຸງລັດຖະທຳມະນູນ ສະບັບປີ 2025, ໄດ້ກວດ ກາຄວາມສອດຄ່ອງທາງດ້ານ ກົດໝາຍຂອງຮ່າງລັດຖະບັນຍັດໄດ້ 8 ສະບັບ, ຮ່າງດຳລັດໄດ້ 104 ສະບັບ, ໃນນີ້ມີດຳລັດທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງຍຸຕິທໍາຈໍານວນ 7 ສະບັບ; ຄົ້ນຄວ້າ ແລະ ປະກອບຄຳເຫັນຕ່ໍສັນຍາການລົງທຶນ, ສັນຍາສຳປະທານ ແລະ ສັນຍາກູ້ຢືມທີ່ລັດຖະບານເປັນຄູ່ສັນຍາໃຫ້ມີຄວາມສອດຄ່ອງກັບນະໂຍບາຍ ແລະ ກົດໝາຍໄດ້ທັງໝົດ 56 ສະບັບ; ເອົາໃຈໃສ່ຊີ້ນຳພະແນກຍຸຕິທຳຂັ້ນແຂວງ, ຫ້ອງການຍຸຕິທໍາເມືອງ ເຮັດໜ້າທີ່ເປັນເສນາທິການໃຫ້ອົງການປົກຄອງທ້ອງຖິ່ນ ໃນການກວດກາຮ່າງນິຕິກຳຕ່າງໆກ່ອນຈະສະເໜີອົງການ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຄຸ້ມຄອງລັດດ້ວຍກົດໝາຍເທື່ອລະກ້າວ.

KPL

ຂ່າວອື່ນໆ

    • ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ສສ ຫວຽດນາມ

      9/22/2026 9:43:41 AM

      ໃນວັນທີ 21 ກັນຍາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຟ້າມ ຢາ ຕຸກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ແຫ່ງສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

    • ຮອງນາຍົກລັດຖະມົນຕີຕ້ອນຮັບ ທູດໂອຕຣິດການເມືອງ

      ຮອງນາຍົກລັດຖະມົນຕີຕ້ອນຮັບ ທູດໂອຕຣິດ

      9/22/2026 9:14:01 AM

      ໃນວັນທີ 18 ກັນຍາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄາທາຣີນາ ວີເຊີ (Katharina Wieser) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ໂອຕຣິດ ປະຈຳ ສປປ ລາວ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ນະຄອນຫຼວງບາງກອກ, ປະເທດໄທ ໃນໂອກາດເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-18 ກັນຍາ 2026.

    • ຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມພົບປະປຶກສາຫາລື ເສີມຂະຫຍາຍການພົວພັນຮ່ວມມືການເມືອງ

      ຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມພົບປະປຶກສາຫາລື ເສີມຂະຫຍາຍການພົວພັນຮ່ວມມື

      9/22/2026 9:10:03 AM

      ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສປປ ລາວ, ສະຫາຍ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

    • ເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກການເມືອງ

      ເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

      9/22/2026 9:00:46 AM

      ກອງປະຊຸມເຜີຍແຜ່ເອກະສານ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຈັດຂຶ້ນໃນວັນທີ 21 ກັນຍາ 2026 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ, ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າກົມ, ຫົວໜ້າພະແນກການຂັ້ນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນຕໍ່ການປະຕິບັດສົນທິສັນຍາ CCMການເມືອງ

      ສປປ ລາວ ຢໍ້າຄືນຄວາມໝາຍໝັ້ນຕໍ່ການປະຕິບັດສົນທິສັນຍາ CCM

      9/21/2026 9:27:21 AM

      ໃນວາລະດຳເນີນກອງປະຊຸມ ທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃນວັນທີ 17 ກັນຍາ 2026 ນີ້ ໄດ້ລົງເລິກຫົວຂໍ້ສໍາຄັນ ໂດຍສະເພາະແມ່ນຫລັກການຄວາມໂປ່ງໃສ, ມາດຕະການຈັດຕັ້ງປະຕິບັດສົນທິສັນຍາ ຂອງບັນດາລັດພາຄີ, ມາດ ຕະການ ການຮັບປະກັນການປະຕິບັດຕາມສົນທິສັນຍາ, ການສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາ ແລະ ວຽກງານປິ່ນອ້ອມ ອື່ນໆ ທີ່ສະໜັບສະໜູນຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM) ໂດຍການເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຮອງະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ).

ads
ads

Top