ໜີ້ສິນລັດຖະບານ ຍີ່ປຸ່ນ ເພີ່ມຂຶ້ນສູງສຸດ ກວ່າ 1.300 ພັນຕື້ເຢນ ຕິດຕໍ່ກັນ

12/05/2026 20:50
Email Print 150
ຂປລ ກະຊວງ ການເງິນ ຍີ່ປຸ່ນ ເປີດເຜີຍວ່າ: ລັດຖະບານກາງ ມີໜີ້ສິນ ລະດັບ 1.343,84 ພັນຕື້ເຢນ (ໄລ່ເຖິງ ທ້າຍເດືອນມີນາປີ 2026) ເປັນຕົວເລກສູງສຸດຕໍ່ເນື່ອງ ເປັນເວລາ 10 ປີ ແລະ ເພີ່ມຂຶ້ນ 20,13 ພັນຕື້ເຢນ ເມື່ອທຽບກັບ ທ້າຍປີງົບປະມານ ກ່ອນໜ້ານີ້.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ກະຊວງ ການເງິນ ຍີ່ປຸ່ນ ເປີດເຜີຍວ່າ: ລັດຖະບານກາງ ມີໜີ້ສິນ ລະດັບ 1.343,84 ພັນຕື້ເຢນ (ໄລ່ເຖິງ ທ້າຍເດືອນມີນາປີ 2026) ເປັນຕົວເລກສູງສຸດຕໍ່ເນື່ອງ ເປັນເວລາ 10 ປີ  ແລະ ເພີ່ມຂຶ້ນ 20,13 ພັນຕື້ເຢນ ເມື່ອທຽບກັບ ທ້າຍປີງົບປະມານ ກ່ອນໜ້ານີ້.

ສ່ວນຍອດຄົງຄ້າງ ພັນທະບັດ ລັດຖະບານ ຍີປຸ່ນ ຢູ່ທີ 1.207,22 ພັນຕື້ເຢນ,​ ເພີ່ມຂຶ້ນ 24,33 ພັນຕື້ເຢນ. ຂະນະທີ່ຍອດເງິນກູ້ຢືມ ຂອງລັດຖະບານ ຢູ່ທີ່ 44,32 ພັນຕື້ເຢນ ແລະ ເງິນຄັງໄລຍະສັ້ນ ຢູ່ທີ 92,3 ພັນຕື້ເຢນ. ນອກຈາກນັ້ນ, ລັດຖະບານ ຍີ່ປຸ່ນ ຍັງສືບຕໍ່ ເພິ່ງພາ ການອອກໜີ້ ຢ່າງຫລວງຫລາຍ ເພື່ອບໍລິຫານ ຈັດການປະເທດ ທ່າມກາງພາວະລາຄາສິນຄ້າ ທີ່ປັບຕົວສູງ ແລະ ອັດຕາດອກເບ້ຍສູງຂຶ້ນ, ຊຶ່ງສົ່ງຜົນໃຫ້ລາຍຈ່າຍ ດ້ານນະໂຍບາຍເພີ່ມ ຕາມໄປດ້ວຍ.

KPL

ຂ່າວອື່ນໆ

ads
ads

Top