ຂປລ
ບໍລິສັດໂຕໂຢຕ້າ ມໍເຕີຣ (Toyota Motor Corp.) ຈະສ້າງໂຮງງານແຫ່ງໝ່ ໃນປະເທດ ອິນເດຍ ສຳລັບ ຜະລິດລົດ ອາເດດມີຈຸດປະສົງ (SUV) ດ້ວຍກຳລັງການຜະລິດ 100.000 ຄັນຕໍ່ປີ ເພື່ອຮອງຮັບ ຄວາມຕ້ອງການ ໃນ ອິນເດຍ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ບໍລິສັດໂຕໂຢຕ້າ ມໍເຕີຣ (Toyota Motor Corp.) ຈະສ້າງໂຮງງານແຫ່ງໝ່ ໃນປະເທດ ອິນເດຍ ສຳລັບ ຜະລິດລົດ ອາເດດມີຈຸດປະສົງ (SUV) ດ້ວຍກຳລັງການຜະລິດ 100.000 ຄັນຕໍ່ປີ ເພື່ອຮອງຮັບ ຄວາມຕ້ອງການ ໃນ ອິນເດຍ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ໂຮງງານດັ່ງກ່າວ ຈະເປັນໂຮງງານແຫ່ງທີ 4 ໃນອິນເດຍ ແລະ ຈະເລີ່ມເປີດສາຍການຜະລິດ ໃນກາງປີ 2029, ໂດຍ ຈະສ້າງວຽກ ເຮັດງານທຳ ໃນທ້ອງຖິ່ນປະມານ 2.800 ຕຳແໜ່ງ ໃນໄລຍະຂອງການ ປໍ້າຂຶ້ນຮູບໂລຫະ ,ການເຊື່ອມ, ການພົ່ນສີ ແລະ ການປະກອບລົດ. ໂຮງງານແຫ່ງໃໝ່ນີ້ ຈະສົ່ງມອບລົດ ຢ່າງຕໍ່ເນື່ອງໃຫ້ກັບລູກຄ້າ ທັງໝົດ ໃນອິນເດຍ ແລະ ພາກພື້ນ ໂດຍອອ້ມຮອບ. ເຖິງຢ່າງໃດກໍ່ຕາມ ບໍລິສັດບໍໄດ້ເປີດເຜີຍວ່າ ໂຮງງານແຫ່ງໃໝ່ ຈະຜະລິດລົດລຸ້ນໃດ ແລະ ບໍ່ໄດ້ເປີດ ເຜີຍວົງເງິນລົງທຶນທັງໝົດ. ໂຮງງານແຫ່ງໃໝ່ ຈະສ້າງຂຶ້ນໃນລັດມາຫາຣາບຣະ ພາຍໃຕ້ການດຳເນີນງານ ຂອງ ບໍລິສັດຮ່ວມທຶນ Toyota Kirloskar Motor (TKM) ປັດຈຸບັນ TKM ດຳເນີນງານ ໂຮງງານ 2 ແຫ່ງໃນ ອີນເດຍ ແລະ ໂຮງງານແຫ່ງທີ 3 ມີກຳນົດເລີ່ມ ດຳເນີນງານ ໃນປີນີ້ ຊຶ່ງຈະເຮັດໃຫ້ ກຳລັງການຜະລິດ ລວມ ຕໍ່ປີ ຢູ່ທີປະມານ 400.000 ຄັນ./
KPL