ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຮ່ວມກັນປຶກສາຫາລືແກ້ໄຂບັນຫານໍ້າມັນເຊື້ອໄຟ

16/03/2026 11:00
Email Print 10658
ຂປລ ກອງປະຊຸມປຶກສາຫາລືແກ້ໄຂບັນຫານໍ້າມັນເຊື້ອໄຟ ຄັ້ງທ 4 ພາຍຫລັງທີ່ໄດ້ຮັບຜົນກະທົບຈາກສະພາບຄວາມບໍ່ສະຫງົບຢູ່ເຂດຕາເວັນອອກກາງເຮັດໃຫ້ລາຄານໍ້າມັນເຊື້ອໄຟເໜັງຕີງເພີ່ມຂຶ້ນ ແຮງ ແລະ ປະລິມານການນໍາເຂົ້າ ນໍ້າມັນມີທ່າອ່ຽງຫລຸດລົງໄດ້ຈັດຂຶ້ນໃນວັນທີ 13 ມີນາ 2026 ທ່ີສໍານັກງານນາຍົກລັດຖະມົນຕີ.

      ຂປລ.  ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ການພົວພັນການຮ່ວມມືກັບຕ່າງປະເທດ, ບັນດາລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການ, ຜູ້ຕາງໜ້າອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ເຂົ້າຮ່ວມ.

      ໃນກອງປະຊຸມໄດ້ປຶກສາຫາລື ກ່ຽວກັບສະພາບການສະໜອງນ້ໍາມັນ, ລາຄານໍ້າມັນຕິດພັນກັບລາຄາ ສິນຄ້າ-ຄ່າບໍລິການ ແລະ ມາດຕະການແກ້ໄຂ, ຮ່າງນະໂຍບາຍ ແລະ ມາດຕະການຄຸ້ມຄອງການນໍາເຂົ້າ-ແຈກຢາຍ ແລະ ລາຄານໍ້າມັນໂດຍໄດ້ລົງເລິກພິຈາລະນາຕໍ່ບາງບັນຫາສຳຄັນ ເປັນຕົ້ນກົນໄກ-ນະໂຍບາຍຕໍ່ການນຳເຂົ້ານໍ້າມັນເຊື້ອການແກ້ໄຂ, ຮ່າງນະໂຍບາຍ ແລະ ມາດຕະການຄຸ້ມຄອງການນໍາເຂົ້າ-ແຈກຢາຍ ແລະ ລາຄານໍ້າມັນ ໂດຍໄດ້ລົງເລິກພິຈາລະນາຕໍ່ບາງບັນຫາສຳຄັນ ເປັນຕົ້ນກົນໄກ-ນະໂຍບາຍຕໍ່ການນຳເຂົ້ານໍ້າມັນເຊື້ອໄຟທີ່ວ່ອງໄວ ແລະ ຈາກຫລາຍແຫລ່ງ; ກົນໄກການຕິດຕາມກວດກາການຄຸ້ມຄອງຄັງແຮນໍ້າມັນ ແລະ ການແຈກຢາຍບໍລິການສັງຄົມ ທີ່ຮັດກຸມ-ຊັດເຈນ ແລະ ມີປະ ສິດທິຜົນສູງ; ການຄຸ້ມຄອງ-ບໍລິຫານນໍ້າມັນພາຍໃນປະເທດຮັບປະກັນໃຫ້ມີນຳໃຊ້ຕໍ່ເນື່ອງ-ທົ່ວເຖິງ; ນະໂຍບາຍທາງເລືອກເພື່ອທົດແທນການນຳໃຊ້ນໍ້າມັນເຊື້ອໄຟ ກໍຄືການສົ່ງເສີມນໍາໃຊ້ລົດໄຟຟ້າ, ການຂະຫຍາຍຕາໜ່າງການບໍລິການລົດໄຟຟ້າ ໂດຍສານສາທາລະນະໃນຕົວເມືອງ-ເຂດຊຸມຊົນ; ການ ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານໂຄ ສະນາເຜີຍແຜ່ ແລະ ປຸກສະດົມ ສັງຄົມ ໃຫ້ຮັບຮູ້-ເຂົ້າໃຈ ແລະ ມີ ສະຕິຕໍ່ຊາດ; ການກຳນົດນະໂຍ ບາຍຫລຸດຜ່ອນຜົນກະທົບຕໍ່ສັງຄົມ ແລະ ການປະຕິບັດແຜນພັດທະນາ ຕ່າງໆ; ການຄົ້ນຄວ້າປະກອບບຸກ ຄະລາກອນເຂົ້າໃນຄະນະສະເພາະກິດ ໃນການແກ້ໄຂບັນຫານໍ້າມັນເຊື້ອໄຟ; ມາດຕະການຕ່າງໆໃນການຮັບມືແຕ່ລະໄລຍະ (ໄລຍະສັ້ນ-ໄລຍະຍາວ) ລວມທັງການເປັນເຈົ້າການ, ການມອບໝາຍຄວາມຮັບຜິດຊອບວຽກຕ່າງໆ ໃຫ້ບັນດາກະຊວງ-ອົງການທີ່ກ່ຽວ ຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຊຶ່ງລາຍລະອຽດຂອງມາດຕະການບາງດ້ານລັດຖະບານ ຈະໄດ້ຄົ້ນຄວ້າອອກເປັນນິຕິກໍາສະເພາະ ເພື່ອໃຫ້ບັນດາກະຊວງ- ອົງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງນຳໄປຈັດຕັ້ງປະຕິບັດ ໂດຍໄວ. 

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

    • ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກ

      9/10/2026 10:45:30 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານພັກ ສະໄໝ XII ແລະ ບັນດາເອກະສານສຳຄັນຕ່າງໆຂອງພັກ ໃນວັນທີ 9 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ພະນັກງານຫລັກແຫລ່ງ, ພ້ອມດ້ວຍສະມາຊິກພັກ- ພະນັກງານລັດຖະກອນເຂົ້າຮ່ວມ.

    • ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີການເມືອງ

      ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີ

      9/10/2026 10:37:33 AM

      ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກໄລຍະ 2021-2025 ແລະ ວາງທິດທາງແຜນການໄລຍະ 2026-2030 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ມີຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

    • ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ  3RC-CCMການເມືອງ

      ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ 3RC-CCM

      9/8/2026 11:54:28 AM

      ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ຄຊກລ ໄດ້ໃຫ້ສໍາພາດຕໍ່ສຶ່ມວນຊົນ ໂດຍໄດ້ຢືນຢັນຢ່າງໜັກແໜ້ນວ່າ: ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (3RC CCM) ໂດຍໄດ້ມີການກະກຽມຄວາມພ້ອມຢ່າງຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ.

    • ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການການເມືອງ

      ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການ

      9/7/2026 7:36:33 PM

      ໃນວັນທີ 3 ກັນຍາ 2026, ທີ່ນະຄອນຫຼວງອັດສະຕານາ, ສາທາລະນະລັດ ກາຊັກສະຖານ, ໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອວາງຂອບ ແລະ ສ້າງພື້ນຖານ ໃຫ້ແກ່ການຮ່ວມມືວຽກງານໄອຍະການ ລະຫວ່າງສອງອົງການ ໃນຕໍ່ໜ້າຢ່າງມີປະສິດທິຜົນ.

    • ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

      9/7/2026 12:47:54 PM

      ໃນວັນທີ 1 ກັນຍາ 2026 ທີ່ນະຄອນຫລວງບິສະເກັກ, ສ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).

ads
ads

Top