ອິນເດຍ ຮຽກຮ້ອງໃຫ້ປະຊາຊົນ ຢຸດຊື້ຄຳ ຢ່າງໜ້ອຍ 1 ປີ

12/05/2026 20:50
Email Print 113
ຂປລ ທ່ານ ນະເຣນທຣາ ໂມດີ ນາຍົກ ລັດຖະມົນຕີ ອິນເດຍ ຮຽກຮ້ອງໃຫ້ ຊາວອິນເດຍ ຫລີກລ່ຽງ ການຊື້ຄຳ ເປັນເວລາ ຢ່າງໜ້ອຍ 1 ປີ ເພື່ອຮັກສາ ທຶນສຳຮອງ ລະຫວ່າງປະເທດ, ຊຶ່ງຄຳຮຽກຮ້ອງ ດັ່ງກ່າວນີ້ ໄດ້ຫລຸດຫຸ້ນບໍລິສັດ ຜູ້ຜະລິດ ເຄື່ອງປະດັບ ໃນອິນເດຍ ຫລຸດລົງ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ວັນທີ 11 ພຶດສະພາ, ທ່ານ ນະເຣນທຣາ ໂມດີ ນາຍົກ ລັດຖະມົນຕີ ອິນເດຍ ຮຽກຮ້ອງໃຫ້ ຊາວອິນເດຍ ຫລີກລ່ຽງ ການຊື້ຄຳ ເປັນເວລາ ຢ່າງໜ້ອຍ 1 ປີ ເພື່ອຮັກສາ ທຶນສຳຮອງ ລະຫວ່າງປະເທດ, ຊຶ່ງຄຳຮຽກຮ້ອງ ດັ່ງກ່າວນີ້ ໄດ້ຫລຸດຫຸ້ນບໍລິສັດ ຜູ້ຜະລິດ ເຄື່ອງປະດັບ ໃນອິນເດຍ ຫລຸດລົງ.

ໂດຍ ທ່ານ ນະເຣນທຣາ ໂມດີ ລະບຸວ່າ ອິນເດຍ ໄດ້ໃຊ້ຈ່າຍເງິນ ຈຳນວນ ຫລວງຫລາຍ ໃນການ ນໍາເຂົ້າຄຳ ແລະ ປະຊາຊົນ ຄວນງົດ ການຊື້ສິນຄ້າ ທີ່ບໍ່ຈຳເປັນ. ນອກຈາກ ການງົດຊື້ຄຳແລ້ວ ນາຍົກ ອິນເດຍ ຍັງຮຽກຮ້ອງໃຫ້ ປະຊາຊົນ ຫລຸດການໃຊ້ ເຊື້ອໄຟ ແລະ ການເດີນທາງ ໄປຕ່າງປະເທດ ທີ່ບໍ່ຈຳເປັນ ອີກດ້ວຍ./

KPL

ຂ່າວອື່ນໆ

ads
ads

Top