ໄຂກອງປະຊຸມໃຫຍ່ການສຶກສາ ດີຈິຕອນໂລກ 2026

12/05/2026 16:16
Email Print 141
ຂປລ ທ່ານ ຫານເຈີ້ງ ຮອງປະທານປະເທດຈີນ ໄດ້ກ່າວຄຳປາໄສ ຕໍ່ພິທີໄຂກອງປະຊຸມໃຫຍ່ ການສຶກສາດີຈິຕອນໂລກ 2026 ໂດຍໄດ້ເນັ້ນໜັກວ່າ: ປັນຍາປະດິດ ຫລື AI ແລະ ເຕັກໂນໂລຊີ ດີຈິຕອນ ກັບການສຶກສາ ໄດ້ຮັບການພັດທະນາ ແບບເຊື່ອມໂຍງເຂົ້າກັນ, ບໍ່ພຽງແຕ່ເປັນໂອກາດສຳຄັນ ຂອງການພັດທະນາ ດ້ານການສຶກສາທົ່ວໂລກ ເທົ່ານັ້ນ, ຍັງແມ່ນສິ່ງທ້າທາຍຮ່ວມ ທີ່ແຕ່ລະປະເທດ ພວມຜະເຊີນໜ້າ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 11 ພຶດສະພານີ້, ທ່ານ ຫານເຈີ້ງ ຮອງປະທານປະເທດຈີນ ໄດ້ກ່າວຄຳປາໄສ ຕໍ່ພິທີໄຂກອງປະຊຸມໃຫຍ່ ການສຶກສາດີຈິຕອນໂລກ 2026 ໂດຍໄດ້ເນັ້ນໜັກວ່າ: ປັນຍາປະດິດ ຫລື AI ແລະ ເຕັກໂນໂລຊີ ດີຈິຕອນ ກັບການສຶກສາ ໄດ້ຮັບການພັດທະນາ ແບບເຊື່ອມໂຍງເຂົ້າກັນ, ບໍ່ພຽງແຕ່ເປັນໂອກາດສຳຄັນ ຂອງການພັດທະນາ ດ້ານການສຶກສາທົ່ວໂລກ ເທົ່ານັ້ນ, ຍັງແມ່ນສິ່ງທ້າທາຍຮ່ວມ ທີ່ແຕ່ລະປະເທດ ພວມຜະເຊີນໜ້າ. ສປ ຈີນ ຍິນດີຮ່ວມກັບທຸກຝ່າຍ ເພື່ອລົງເລິກປຶກສາຫາລື ກ່ຽວກັບ ອະນາຄົດ ການພັດທະນາ ແລະ ວິທີການຄຸ້ມຄອງ ດ້ານການສຶກສາ ດີຈິຕອນ, ປັບປຸງລະບຽບ ແລະ ລະບົບມາດຕະຖານ ໃຫ້ສົມບູນຂຶ້ນກວ່າເກົ່າ,​ ຮ່ວມກັນຊຸກຍູ້ການປ່ຽນແປງ ແລະ ການປະດິດສ້າງໃໝ່ ຂອງການສຶກສາດີຈິຕອນ. ກອງປະຊຸມຄັ້ງນີ້ ມີຫົວຂໍ້ຕົ້ນຕໍຄື “AI+ການສຶກສາ: ການປ່ຽນແປງ ການພັດທະນາ ການປົກຄອງ” , ມີຜູ້ຕາງໜ້າ, ຜູ້ຊ່ຽວຊານ ແລະ ນັກວິຊາການທີ່ມາຈາກພາກສ່ວນລັດຖະບານ, ອົງການຈັດຕັ້ງສາກົນ, ມະຫາວິທະຍາໄລ ໂຮງຮຽນມັດທະຍົມ ແລະ ໂຮງຮຽນປະຖົມ, ວິສາຫະກິດທັງພາຍໃນ ແລະ ຕ່າງປະເທດທັງໝົດ 850 ກວ່າຄົນ ເຂົ້າຮ່ວມກອງປະຊຸມດັ່ງກ່າວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top