ຈັດງານເຜີຍແຜ່ປຶ້ມ “ສີຈິ້ນຜິງ ວ່າດ້ວຍການປົກຄອງປະເທດ ແລະ ຄຸ້ມຄອງລັດ”

29/04/2026 12:13
ຂປລ ງານ​ເຜີຍ​ແຜ່​ປຶ້ມ “​ສີ​ຈິ້ນ​ຜິງ ວ່າ​ດ້ວຍ​ການ​ປົກ​ຄອງ​ປະ​ເທດ ແລະ ຄຸ້ມ​ຄອງ​ລັດ” ເຫຼັ້ມ​ທີ 5 ສະ​ບັບ​ພາ​ສາ​ອັງ​ກິດໄດ້​ຈັດ​ຂຶ້ນຢູ່​ນະ​ຄອນ​ຫລວງ ​ຈາ​ກາ​ຕາ ​ປະ​ເທດ​ອິນ​ໂດ​ເນ​ເຊຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 28 ມີ​ນາ​ນີ້, ງານ​ເຜີຍ​ແຜ່​ປຶ້ມ “​ສີ​ຈິ້ນ​ຜິງ ວ່າ​ດ້ວຍ​ການ​ປົກ​ຄອງ​ປະ​ເທດ ແລະ ຄຸ້ມ​ຄອງ​ລັດ” ເຫຼັ້ມ​ທີ 5 ສະ​ບັບ​ພາ​ສາ​ອັງ​ກິດໄດ້​ຈັດ​ຂຶ້ນຢູ່​ນະ​ຄອນ​ຫລວງ ​ຈາ​ກາ​ຕາ ​ປະ​ເທດ​ອິນ​ໂດ​ເນ​ເຊຍ.ໃນ​ງານດັ່​ງ​ກ່າວ, ຝ່າຍ​ ສປ ຈີນ ​ໄດ້​ມອບ​ປຶ້ມ “ສີ​ຈິ້ນ​ຜິງ ວ່າ​ດ້ວຍ​ການ​ປົກ​ຄອງ ​ປະ​ເທດ ແລະ ຄຸ້ມ​ຄອງ​ລັດ” ເຫລັ້ມ​ທີ 5 ສະ​ບັບ ​ພາ​ສາ​ອັງ​ກິດ ໃຫ້​ແກ່​ແຂກ ​ອິນ​ໂດ​ເນ​ເຊຍ. ບັນ​ດາ​ຜູ້​ຊ່ຽວ​ຊານ​ ແລະ ນັກ​ວິ​ຊາ​ການ ​ທີ່​ເຂົ້າ​ຮ່ວມ​​ງານ ໄດ້​ສົນ​ທະ​ນາ ແລະ ແລ​ກ ​ປ່ຽນ​ກັນ ​ໂດຍ​ສຸມ​ໃສ່ ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ໂອ​ກາດ​ການ​ພັດ​ທະ​ນາ​ ໃນ​ໄລ​ຍະ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ 5 ປີ​ຄັ້ງ​ທີ 15 ຂອງ ສປ ​ຈີນ, ຄວາມ​ທັນ​ສະ​ໄໝ​ຮ່ວມ​ກັນ, ບົດ​ຮຽນ​ໃນ​ການ​ຫລຸດ​ຜ່ອນ ​ຄວາມ​ທຸກ​ຍາກ ແລະ ອື່ນໆ.ງານ​ຄັ້ງ​ນີ້ ຮ່ວມ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ ໂດຍ​ຫ້ອງ​ການ​ຖະ​ແຫລງ​ຂ່າວ ​ຂອງ​ລັດ​ຖະ​ບານ​ຈີນ, ກະ​ຊວງ​ການ​ເຄື່ອນ​ຍ້າຍ​ ຂອງ​ປະ​ຊາ​ກອນ​ອິນ​ໂດ​ເນ​ເຊຍ, ​ອົງ​ການ ພິມ​ຈຳ​ໜ່າຍ​ ພາ​ສາຕ່າງ​ປະ​ເທດ​​ຂອງ​ ສປຈີນ ແລະ ສະ​ຖານ​ທູດ​ຈີນ​ ປະ​ຈຳ​ ອິນ​ໂດ​ເນ​ເຊຍ. ແຂກ​​ທີ່​ມີ​ກຽດ​ຂອງ ສປ ຈີນ ແລະ ອິນ​ໂດ​ເນ​ເຊຍ, ຜູ້​ແທນ​ຈາກວົງ​ການ​ຕ່າງໆ​ເຊັ່ນ: ການ​ພິມ​ຈຳ​ໜ່າຍ, ຄັງ​ປັນ​ຍາ, ສື່ມວນ​ຊົນ ແລະ​ອື່ນໆ​ປະ​ມານ 200 ທ່ານ​ໄດ້​ເຂົ້າ​ຮ່ວມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top