ຈີນ ມີເຮືອບິນບໍ່ມີຄົນຂັບ ດ້ານກະສິກຳ ຫລາຍກວ່າ 300.000 ລຳ

24/04/2026 19:18
ຂປລ ຫ້ອງວ່າການ ຖະແຫລງຂ່າວ ລັດຖະບານຈີນ ໄດ້ຈັດ ກອງປະຊຸມ ຖະແຫລງຂ່າວ ໃຫ້ຮູ້ວ່າ: ໃນໄລຍະ ຈັດຕັ້ງ ປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 14 ນັບແຕ່ ປີ 2021-2025, ລະດັບ ວິທະຍາສາດ ເຕັກໂນໂລຊີ ດ້ານກະສິກຳ ຂອງ ຈີນ ໄດ້ຮັບການ ພັດທະນາສູງຂຶ້ນ ຕື່ມອີກ

ຂປລ. ວິທະຍຸໂທລະພາບ ສູນກາງຈີນ (CMG): ວັນ​ທີ 23 ເມ​ສາ​ນີ້, ຫ້ອງວ່າ​ການ​ ຖະ​ແຫລງ​ຂ່າວ ​ລັດ​ຖະ​ບານ​ຈີນ ​ໄດ້​ຈັດ ​ກອງ​ປະ​ຊຸມ ຖ​ະ​ແຫລງ​ຂ່າວ ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ ຈັດ​ຕັ້ງ ​ປະ​ຕິ​ບັດ​ ແຜນ​ພັດ​ທະ​ນາ​ ເສດ​ຖະ​ກິດ​-ສັງ​ຄົມ ​ແຫ່ງ​ຊາດ​ 5 ປີ​ ຄັ້ງ​ທີ 14 ນັບແຕ່​ ປີ 2021-2025, ລະ​ດັບ​ ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ​ ດ້ານ​ກະ​ສິ​ກຳ ​ຂອງ ​ຈີນ ​ໄດ້​​ຮັບ​ການ​ ພັດ​ທະ​ນາສູງ​ຂຶ້ນ ​ຕື່ມ​ອີກ, ​ການ​ຜະ​ລິດ ​ສະ​ບຽງ​ອາ​ຫານ​ຕົ້ນ​ຕໍ​ ໄດ້​ນຳ​ໃຊ້ ​ເຄື່ອງ​ຈັກ​ ໃນ​ທຸກ​ຂັ້ນ​ຕອນ ​ໂດຍ​ພື້ນ​ຖານ. ພ້ອມ​ດຽວ​ກັນ​ນັ້ນ, ​​ຍັງໄດ້​ເລັ່ງ​ລັດ ການ​​ຫັນ​ປ່ຽນ ຮູບ​ແບບ​ ກາ​ນ​ພັດ​ທະ​ນາ​​ ກະ​ສິ​ກຳ​ ໄປເປັນ​ແບບ​ ອັດ​ສະ​ລິ​ຍະ ແລະ ​ດີ​ຈີ​ຕອນ, ອຸ​ປະ​ກອນ ​ອັດ​ສະ​ລິ​ຍະ​ຕ່າງໆ​ ໄດ້​ເສີມ​ຂະ​ຫຍາຍ​ ບົດ​ບາດ​ ອັນ​ສຳ​ຄັນ ​​ເຂົ້າໃນ ​ການ​ຜະ​ລິດ​ ກະ​ສິ​ກຳ. ໄລ່​ມາ​ຮອດ ​ປັດ​ຈຸ​ບັນ, ຈີນ​ ມີ​ເຮືອ​ບິນ ​ບໍ່​ມີ​ຄົນ​ຂັບ ດ້ານ​ກະ​ສິ​ກຳ ຫລາຍກວ່າ 300.000 ​ລຳ, ຈັດເປັນ ​ອັນ​​ດັບ​ທີ 1 ຂອງ​ໂລກ./

KPL

ຂ່າວອື່ນໆ

ads
ads

Top