ຂປລ
ຂປລ. ບໍ່ວ່າຈະເຮັດອາຊີບຫຍັງ ຖ້າບໍ່ມັກ ບໍ່ຮັກອາຊີບທີ່ພວມເຮັດ ຍ່ອມຫລົ້ມເຫລວ ແລະ ເມື່ອໃດ ຕັ້ງ ໃຈເຮັດອາຊີບທີ່ເປັນນ້ຳເຫື່ອ ນ້ຳແຮງຂອງຕົນແລ້ວ ຄວາມສຳເລັດກໍມາຫາເມື່ອນັ້ນ.

ຂປລ. ບໍ່ວ່າຈະເຮັດອາຊີບຫຍັງ ຖ້າບໍ່ມັກ ບໍ່ຮັກອາຊີບທີ່ພວມເຮັດ ຍ່ອມຫລົ້ມເຫລວ ແລະ ເມື່ອໃດ ຕັ້ງ ໃຈເຮັດອາຊີບທີ່ເປັນນ້ຳເຫື່ອ ນ້ຳແຮງຂອງຕົນແລ້ວ ຄວາມສຳເລັດກໍມາຫາເມື່ອນັ້ນ. ເໝືອນດັ່ງລ້ຽງສັດແບບເປັນຟາມຂອງຟາມລ້ຽງສັດ ເກດສະໜາຟາມ ຈາກລອງຜິດ ລອງຖືກເມື່ອຫລາຍປີຜ່ານມາ ຈົນໃນທີ່ສຸດ ກໍສາມາດສົ່ງອອກໄປຂາຍຢູ່ປະເທດຫວຽດນາມ ໄດ້ 4 ແສນໂຕຕໍ່ປີ.

ຕາມການເລົ່າສູ່ຟັງຂອງ ທ່ານ ນາງ ໄກສອນ ລາດຊະພົງ ເຈົ້າຂອງຟາມລ້ຽງສັດ ເກດສະໜາຟາມ ໃນໂອກາດທີ່ທ່ານ ແຖວຄໍາ ພົມມະວົງ ເລຂາຄະນະບໍລິຫານງານພັກເມືອງອຸທຸມພອນ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະໄດ້ລົງໄປຢ້ຽມຢາມ ແລະ ຊຸກຍູ້ການລ້ຽງໄກ່ວ່າ: ນັບແຕ່ປີ 2014-2016 ຕົນເອງ ໄດ້ທົດລອງສ້າງຟາມລ້ຽງໄກ່ຢູ່ແຂວງຄໍາມ່ວນ ເຫັນວ່າບໍ່ປະສົບຜົນສໍາເລັດ, ແຕ່ດ້ວຍຄວາມມັກຮັກໃນການລ້ຽງສັດບວກໃສ່ຄວາມອົດທົນ ຕົກມາຮອດ 2016 ຈຶ່ງຕັດສິນໃຈອີກເທື່ອໜຶ່ງມາເຮັດຢູ່ດິນຂອງຕົນເອງທີ່ຄອບຄົວແບ່ງໃຫ້ຢູ່ ບ້ານ ໄຊສະອາດ ເມືອງອຸທຸມພອນ ຊຶ່ງການລ້ຽງຄັ້ງນີ້ ກໍບໍ່ຕ່າງຫຍັງກັບຄັ້ງຜ່ານມາ ໂດຍໄດ້ລອງຜິດລອງຖືກ ທັງບໍ່ປະສົບຜົນສໍາເລັດ, ເນື່ອງຈາກເຕັກນິກວິຊາການໃນການລ້ຽງບໍ່ສູງ. ເຖິງປານນັ້ນ ກໍຍັງບໍ່ຍອມທໍ້ຖອຍ, ຕົກມາຮອດປີ 2021 ໄດ້ຂະຫຍາຍເນື້ອທີ່ດິນຕື່ມອີກ 20 ເຮັກຕາ. ໃນນັ້ນ, ບຸກເບີກເຮັດຟາມ 8 ເຮັກຕາ, ປຸກສ້າງອາຄານ ຊຶ່ງປະກອບມີ 9 ອາຄານ, ໃນນີ້ ມີ 2 ອາຄານໂຮງເຮືອນເປັນບ່ອນອະນຸບານລູກໄກ່, ສ່ວນ 7 ອາຄານເປັນບ່ອນລ້ຽງ, ຕົກມາຮອດປີ 2023 ໂຄງການລ້ຽງໄກ່ເປັນສິນຄ້າຮ່ວມມື ລາວ-ຫວຽດນາມ ໄດ້ນໍາເອົາເຕັກນິກ ແລະ ວິຊາການອາຍຸຂອງໄກ່ລ້ຽງທີ່ສາມາດຂາຍໄດ້ພາຍໃນ 3-4 ເດືອນ, ແນວພໍ່ແມ່ພັນ ໄດ້ມາຈາກນາກ້າຟາມ ແລະ ຫວຽດນາມຈໍານວນໜຶ່ງ ໂດຍຟາມໄດ້ຄັດເລືອກແນວພັນເອງ ເຫັນວ່າ ມີທ່າອ່ຽງດີຂຶ້ນ. ໃນທີ່ສຸດມາຮອດປີ 2024 ແລະ ປີ 2025 ມີແຜນສະໜອງໄກ່ອອກສູ່ຕະຫລາດໃຫ້ໄດ້ 6 ແສນໂຕ/ປີ (ໄກ່ພັນຊີ້ນ), ນອກຈາກນີ້ ຟາມພວກເຮົາຍັງໄດ້ລ້ຽງໄກ່ລາດສະເພາະ ເພື່ອສະໜອງໃຫ້ຕະຫລາດພາຍໃນແຂວງ, ເມືອງຕາມທິດຂອງພັກ-ລັດ.

ແນວໃດກໍດີ, ຄວາມຕ້ອງການທ້ອງຕະຫລາດມີຫລາຍແຫ່ງ, ແຕ່ບໍ່ມີຜູ້ຄໍ້າປະກັນລາຄາຕາມທ້ອງຕະຫລາດຈໍາໜ່າຍໃຫ້ໄດ້, ສະນັ້ນ ທາງຟາມ ຈຶ່ງມີແນວຄິດຊອກຫາຕະຫລາດຕ່າງປະເທດຖາວອນ. ໃນນັ້ນ, ສົ່ງອອກໄປຫວຽດນາມ ໄດ້ປີລະ 4 ແສນກວ່າໂຕ, ແຜນປີແມ່ນ 6 ແສນໂຕ ສາມາດຜະລິດໄກ່ພັນຊີ້ນເພີ່ມຂຶ້ນເປັນ 7 ແສນກວ່າໂຕ ແຕ່ກໍຍັງບໍ່ພຽງພໍ. ສຳລັບແຜນໃນຕໍ່ໜ້າ ຟາມລ້ຽງໄກ່ຂອງພວກເຮົາ ມີແຜນຂະຫຍາຍເພີ່ມອາຄານໂຮງເຮືອນໃຫ້ໄດ້ຈໍານວນ 12 ອາຄານ ຫລື ຫລາຍກວ່ານັ້ນ ເພື່ອຮອງຮັບໃຫ້ແກ່ການຜະລິດຕາມແຜນການ 2026 ຈະສົ່ງອອກໄກ່ໄປຫວຽດນາມໃຫ້ໄດ້ 9 ແສນໂຕ ແລະ ສາມາດຜະລິດໄຂ່ໄກ່ຈໍາໜ່າຍອີກຈໍານວນໜຶ່ງ, ນອກຈາກໄກ່ແລ້ວ ກໍຍັງມີການລ້ຽງສັດໃຫຍ່ປະເພດຄວາຍ, ງົວຢ່າງລະ 50 ກວ່າໂຕນຳອີກ. ທ່ານ ນາງ ໄກສອນ ລາດຊະພົງ ກ່າວ.
ຂະນະທີ່ ທ່ານ ແຖວຄຳ ພົມມະວົງ ໄດ້ເນັ້ນເຈົ້າຂອງຟາມໃຫ້ເອົາໃຈໃສ່ຜະລິດໄກ່ທີ່ມີຄຸຸນະພາບສະໜອງຕະຫລາດໃຫ້ພຽງພໍກັບຄວາມຕ້ອງການ ທີ່ນັບມື້ນັບເພິ່ມຂຶ້ນ ທັງເປັນການປະກອບສ່ວນສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນທ້ອງຖິ່ນມີອາຊີບຕື່ມອີກ.
ໂດຍ: ເຂົ້າຈານນ້ຳ
KPL