ສ.ເກົາຫລີ ເປີດຮັບແຮງງານ ຕ່າງປະເທດ ໃນພາກກະສິກຳ 93.500 ຄົນ ເປັນປະຫວັດສາດ

24/04/2026 19:18
ຂປລ ກະຊວງ ກະສິກຳ, ອາຫານ ແລະ ກິດຈະການ ຊົນນະບົດ ເປີດເຜີຍວ່າ: ລັດຖະບານ ກຽມຮັບ ແຮງງານ ຕ່າງປະເທດ ຕາມລະດູການ ເຂົ້າສູ່ ພາກ ກະສິກຳ ຈຳນວນ 93.500 ຄົນ ໃນໄລຍະ 6 ເດືອນຕົ້ນປີ ຊຶ່ງເປັນຕົວເລກສູງ ເປັນປະຫວັດສາດ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ກະຊວງ ກະສິກຳ, ອາຫານ ແລະ ກິດຈະການ ຊົນນະບົດ ເປີດເຜີຍວ່າ: ລັດຖະບານ ກຽມຮັບ ແຮງງານ ຕ່າງປະເທດ ຕາມລະດູການ ເຂົ້າສູ່ ພາກ ກະສິກຳ ຈຳນວນ 93.500 ຄົນ ໃນໄລຍະ 6 ເດືອນຕົ້ນປີ ຊຶ່ງເປັນຕົວເລກສູງ ເປັນປະຫວັດສາດ. ແຮງງານ ຈຳນວນ ດັ່ງກ່າວ ໄດ້ເພີ່ມຂຶ້ນ ຢ່າງມີໄນ ສຳຄັນເມື່ອທຽບກັບປີ ທີ່ຜ່ານມາ ຊຶ່ງມີ ແຮງງານ ຕ່າງປະເທດ ໃນພາກກະສິກຳ ຈໍານວນ 77.411 ຄົນ.

ກະຊວງກ່ຽວຂ້ອງ ລະບຸວ່າ ສ.ເກົາຫລີ ຈະສືບຕໍ່ ຍົກລະດັບ ທັກສະ ແຮງງານ ຕ່າງປະເທດ ໂດຍຜ່ານ ການຝຶກອົບຮົມ ຫລາຍພາສາ, ພ້ອມທັງ ການປຶກສາຫາລື ກັບ ກະຊວງຍຸຕິທຳຂອງຕົນ ເພື່ອອອກ ວິຊ່າດ້ວຍຮູບແບບໃໝ່ ເພື່ອເປີດທາງ ໃຫ້ແຮງງານ ທີ່ມີ ທັກສະ ສາມາດ ອາໄສ ແລະ ເຮັດວຽກ ໄດ້ຍາວນານຂຶ້ນ ໃນພາກກະສິກຳ ແລະ ການປະມົງ. ນອກຈາກນັ້ນ, ລັດຖະບານ ສ. ເກົາຫລີ ພວມກຽມ ປັບປຸງ ສະພາບ ການຈ້າງງານ ແລະ ຍົກລະດັບມາດຕະຖານ ຄວາມປອດໄພ ໃນສະຖານທີ່ ເຮັດວຽກ ເພື່ອຮັບຮອງ ແຮງງານ ຕ່າງປະເທດ ທີ່ເພີ່ມຂຶ້ນ ໃນໄລຍະຕໍ່ໄປ./

KPL

ຂ່າວອື່ນໆ

ads
ads

Top