ຂປລ
ຂປລ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ໄຂຂຶ້ນໃນຕົ້ນເດືອນມັງກອນ 2026 ຜ່ານມານີ້ ພາຍໃຕ້ຄຳຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.
ຂປລ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ໄຂຂຶ້ນໃນຕົ້ນເດືອນມັງກອນ 2026 ຜ່ານມານີ້ ພາຍໃຕ້ຄຳຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”. ນີ້ແມ່ນການສືບຕໍ່ຢືນຢັນ ແລະ ຕໍ່ຍອດ, ຍົກລະດັບການເພີ່ມທະວີຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກປະຊາຊົນປະຕິວັດລາວ ໃຫ້ເດັ່ນຊັດຂຶ້ນ ແລະ ເປັນຮູບປະທໍາກວ່າເກົ່າ, ເຮັດໃຫ້ການນໍາພາຂອງພັກ ທີ່ເປັນປັດໄຈຕັດສິນນັ້ນ ນັບມື້ນັບມີບົດບາດທີ່ເຂັ້ມແຂງ ຢ່າງຮອບດ້ານ ເຊິ່ງສະແດງອອກເຖິງຄວາມເຂັ້ມແຂງດ້ານຕ່າງໆດັ່ງລຸ່ນນີ້.
ບົດບາດການນໍາພາທີ່ເຂັ້ມແຂງ ໃນການກໍາອໍານາດຂອງພັກ. ພັກເຄົາລົບກົດເກນພາວະວິໄສ ແລະ ເຄື່ອນໄຫວກໍາອໍານາດຕາມກົດໝາຍ, ໄປຄຽງຄູ່ກັບການຊຸກຍູ້ການຄຸ້ມຄອງ-ບໍລິຫານລັດ ໃຫ້ໄປຕາມກົດໝາຍຢ່າງແຂງແຮງ ແລະ ເຂັ້ມງວດ, ສາມາດປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ໄດ້ຢ່າງໝັ້ນຄົງ ແລະ ຍາວນານ.
ບົດບາດການນໍາພາທີ່ເຂັ້ມແຂງ ໃນການເປັນແກນນໍາໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ. ຮາກຖານພັກ ໃນທົ່ວລະບົບການເມືອງ ແລະ ຫົວໜ່ວຍຕ່າງໆ ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ຢ່າງແທ້ຈິງຕາມທິດ “ສະມາຊິກພັກເຂັ້ມແຂງ, ຮາກຖານພັກກໍເຂັ້ມແຂງ, ແຕ່ລະອົງຄະນະພັກເຂັ້ມແຂງ, ທົ່ວພັກກໍເຂັ້ມແຂງ”. ບົດບາດການນໍາພາຂອງພັກ ໄດ້ຮັບການເຊີດຊູສູງເດັ່ນຊັດຂຶ້ນ, ມີຄວາມສາມາດໃນການແກ້ໄຂບັນຫາທີ່ເກີດຂຶ້ນ ແລະ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງແຕ່ລະອົງຄະນະພັກ ແລະ ຮາກຖານພັກ.
ບົດບາດການນໍາພາທີ່ເຂັ້ມແຂງ ໃນການນໍາພາທົ່ວສັງຄົມ, ໃນເງື່ອນໄຂໃໝ່ຂອງການກໍາອໍານາດ. ພັກນໍາພາທົ່ວສັງຄົມປະຕິບັດ 2 ໜ້າທີ່ຍຸດທະສາດ, ສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາ; ເອົາໃຈໃສ່ປັບປຸງການກໍາອໍານາດຂອງພັກ ບົນພື້ນຖານຈິດໃຈຮັບໃຊ້ປະຊາຊົນ ແລະ ເພື່ອການພັດທະນາຢ່າງແທ້ຈິງ. ພັກຍາມໃດກໍຍຶດໝັ້ນການຖືເອົາປະຊາຊົນເປັນກົກ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ. ໃນການນໍາພາທົ່ວສັງຄົມນັ້ນ ທຸກໆແນວທາງ, ແຜນນະໂຍບາຍ ທຸກຢ່າງຂອງພັກ, ກົດໝາຍ, ນິຕິກໍາຕ່າງໆ ກໍຄື ການເຄື່ອນໄຫວນໍາພາຄຸ້ມຄອງຂອງພັກ-ລັດເຮົາ, ຂອງພະນັກງານ, ສະມາຊິກພັກຕ້ອງເລີ່ມຈາກ ແລະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາຖະໜາ ແລະ ສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ແລະ ປະເທດຊາດ; ອັນໃດກີດຂວາງ, ບໍ່ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນ ຕ້ອງໄດ້ສະກັດກັ້ນ, ກໍາຈັດປັດເປົ່າຢ່າງເດັດຂາດ.
ບົດບາດການນໍາພາທີ່ເຂັ້ມແຂງ ໃນດ້ານລະບຽບວິໄນ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ພັກປະຊາຊົນປະຕິວັດລາວ ເປັນພັກທີ່ມີການຈັດຕັ້ງເຂັ້ມແຂງ, ມີຄວາມສາມັກຄີ ເປັນເອກະພາບ ໜັກແໜ້ນ ດ້ານມານະຈິດປະຕິວັດ ແລະ ການກະທໍາ, ຮັກສາທາດແທ້ປະຕິວັດ, ຄວາມໜັກແໜ້ນທາງດ້ານອຸດົມການ, ສະຕິຕໍ່ການຈັດຕັ້ງ ແລະ ມີການຄຸ້ມຄອງທີ່ເຂັ້ມງວດ ດ້ວຍລະບຽບວິໄນທີ່ເຄັ່ງຄັດ, ມີຄວາມກ້າຫານຕໍ່ສູ້ຕ້ານປະກົດການຫຍໍ້ທໍ້, ອົດທົນຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆ ຖັນແຖວສະມາຊິກພັກ ຕັ້ງໜ້າສະແຫວງຫາຄວາມກ້າວໜ້າ, ເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍດ້ວຍຜົນສໍາເລັດສູງ, ອຸທິດຕົນເພື່ອຜົນປະໂຫຍດຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນ, ປອດໃສຂາວສະອາດ, ດຸໝັ່ນ, ປະຢັດ, ຊື່ສັດ-ທ່ຽງທໍາ, ບໍ່ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອຜົນປະໂຫຍດສ່ວນຕົວໂດຍບໍ່ຊອບທໍາ.
ບົດບາດການນໍາພາທີ່ເຂັ້ມແຂງ ໃນພາລະກິດປະຕິວັດ ແນໃສ່ບັນລຸອຸດົມການກໍຄື ຈຸດໝາຍສັງຄົມນິຍົມທີ່ພັກແລະ ປະຊາຊົນເຮົາ ໄດ້ເລືອກເອົາໄວ້ແລ້ວ, ພັກມີພື້ນຖານອັນໜັກແໜ້ນດ້ານລະບົບແນວຄິດ, ທິດສະດີ-ພຶດຕິກໍາໃນການນໍາພາ ພາລະກິດປະຕິວັດ, ພັກປະຊາຊົນປະຕິວັດລາວ ບໍ່ລັ່ງເລ-ຄອນແຄນ, ບໍ່ຢຸດໆຢ່ອນໆ ໃນການສືບຕໍ່ນໍາພາ ພາລະກໍາປະຫວັດສາດອັນໃຫຍ່ຫລວງ. ຮອບດ້ານ, ໜັກໜ່ວງ ແລະ ຍາວນານ ແນໃສ່ພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມ.
KPL