ອູແກຣນ ເປີດທໍ່ສົ່ງນ້ຳມັນ ດຣູຊະບາ ຄືນ ເພື່ອປ່ອຍບ້ວງເງິນ ກູ້ຢືມ 90 ຕື້ ເອີໂຣ

24/04/2026 19:15
ຂປລ ສື່ມວນຊົນ ເອີຣົບ ໃຫ້ລາຍງານວ່າ ອູແກຣນ ໄດ້ສ້ອມແປງ ທໍ່ຂົນສົ່ງນ້ຳມັນ ດຣູຊະບາ ( Druzhba) ຂອງ ຣັດເຊຍ ໄປເອີຣົບ ທີ່ເປ່ເພ ເມື່ອຕົ້ນປີ 2026 ແລະ ພ້ອມແລ້ວທີ່ຈະເຊື່ອມ ຕໍ່ ການສະໜອງຄືນໃໝ່. ການເຄື່ອນໄຫວ ດັ່ງກ່າວ ແມ່ນເພື່ອແນໃສ່ ແກ້ໄຂ ສິ່ງກີດຂວາງ

ຂປລ.ວິທະຍຸກະຈາຍສຽງຫວຽດນາມ ,  ເມື່ອບໍ່ດົນມານີ້, ສື່ມວນ​ຊົນ ເອີ​ຣົບ ໃຫ້​ລາຍງານວ່າ ອູແກຣນ ໄດ້​ສ້ອມ​ແປງ​ ທໍ່​ຂົນ​ສົ່ງນ້ຳ​ມັນ ດຣູຊະບາ ( Druzhba)  ຂອງ​ ຣັດ​ເຊຍ ໄປເອີ​ຣົບ ທີ່​​ເປ່​ເພ ​ເມື່ອ​ຕົ້​ນ​ປີ 2026 ແລະ ພ້ອມ​ແລ້ວ​ທີ່​ຈະ​ເຊື່ອ​ມ ​ຕໍ່​ ການ​ສະ​ໜອງ​ຄືນ​ໃໝ່.  ການເຄື່ອນໄຫວ ດັ່ງ​ກ່າວ ​ແມ່ນເພື່ອ​ແນ​ໃສ່​ ແກ້​ໄຂ ​ສິ່ງ​ກີດ​ຂວາງ​ ເຊິ່ງ​ປະ​ເທດນີ້​ ຕັ້ງ​ຄວາມ​ຫວັງ​ວ່າ ​ຈະ​ແມ່ນ​ຮົ້ວ​ກີດ​ຂວາງ ​ສຸດ​ທ້າຍ ​ເພື່ອ​ຮັບ​ປະ​ກັນ​ວ່າ ​ຈະ​ໄດ້​ຮັບ​ບ້ວງ​ເງິນ​ ໜູນ​ຊ່ວຍ ​ນັບ​​ສິບຕື້​ເອີ​ໂຣ.

          ໃນ​ຖະ​ແຫລງການ​ ​ສື່​ສັງ​ຄົມ​ອອນ​ໄລ​, ທ່ານ​ ໂວໂລດີເມຍ ເຊເລນກີ (Volodymyr Zelensky), ປະ​ທາ​ນາ​ທິ​ບໍ​ດີ ອູແກຣນ ໃຫ້​ຮູ້​ວ່າ ອູແກຣນ ໄດ້​ປະ​ຕິ​ບັດ ​ການ​ສ້ອມ​ແປງ ທໍ່​ສົ່ງ​ນ້ຳ​ມັນ ດຣູຊະບາ ທີ່ຖືກ​ເປ່​ເພ ຢ່າງ​ສຳ​ເລັດ​ແລ້ວ ແລະ ພ້ອມ​ແລ້ວ ​ທີີ່ຈະ​ນຳ​ເຂົ້ານໍ້າມັນ ​​ຄືນ​ໃໝ່.ພາຍ​ຫລັງ​ ການຢັ້ງ​ຢືນ​ ເລື່ອງ​ສ້ອມ​ແປງ ​ຢ່າງສຳ​ເລັດ​ແລ້ວ, ອູແກຣນ ໄດ້​ແລກ​ປ່ຽນ​ກັບ ​ທ່ານນາງ Ursula von der Leyen, ປະ​ທານ ​ຄະ​ນະ​ກຳ​ມະ​ການ ເອີ​ຣົບ ກ່ຽວ​ກັບ​ ບ້​ວງ​ເງິນ ​ກູ້​ຢືມ​ທີ່​ມີ​ ມູນ​ຄ່າ 90 ຕື້​ເອີ​ໂຣ (97,5 ຕື້ໂດລາສະຫະລັດ) ທີ່​ຖືກ​ໂຈ​ະ​ໄວ້ ແຕ່ກ່ອນນັ້ນ./

KPL

ຂ່າວອື່ນໆ

ads
ads

Top