ຂປລ
ຂປລ. ກ່ອນໜ້ານີ້ສົງຄາມອິນດູຈີນ ຍັງບໍ່ສິ້ນສຸດສຽງປືນແຕກຈາກການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນຢູ່ລາວ ແຕ່ສອງປະເທດ ລາວ-ຈີນ ຕ່າງພາສາພັດມີສາຍພົວພັນການທູດຮ່ວມກັນຢ່າງເປັນທາງການແລ້ວ, ອັນໄດ້ສະທ້ອນ ໃຫ້ເຫັນຄວາມໄກ້ຊິດມິດໄກ້ຄຽງຢືນຄຽງຂ້າງກັນຫລາຍ ທົດສະຕະວັດຢ່າງໝັ້ນຄົງ.

(ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ)
ຂປລ. ກ່ອນໜ້ານີ້ສົງຄາມອິນດູຈີນ ຍັງບໍ່ສິ້ນສຸດສຽງປືນແຕກຈາກການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນຢູ່ລາວ ແຕ່ສອງປະເທດ ລາວ-ຈີນ ຕ່າງພາສາພັດມີສາຍພົວພັນການທູດຮ່ວມກັນຢ່າງເປັນທາງການແລ້ວ, ອັນໄດ້ສະທ້ອນ ໃຫ້ເຫັນຄວາມໄກ້ຊິດມິດໄກ້ຄຽງຢືນຄຽງຂ້າງກັນຫລາຍ ທົດສະຕະວັດຢ່າງໝັ້ນຄົງ. ຂະນະທີ່ ປີນີ້ສາຍພົວນພັນການທູດ ລາວ-ຈີນ ພໍດີຄົບຮອບ 65 ປີ (25/4/1961-25/4/2026) ໄດ້ຫວນຄືນຄວາມສໍາເລັດອັນຍິ່ງໃຫຍ່ ແລະ ການເດີນທາງ ຄັ້ງໃໝ່ດ້ວຍເປົ້າໝາຍ ຄວາມສໍາເລັດໃຫຍ່ຫລວງກວ່າເກົ່າຂອງ ສອງຊາດຈາກ “ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ” ຕາມທິດ 4 ດີ (ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ຈົນເຖິງການເປັນ “ຄູ່ຮ່ວມຊາຕາກໍາ ລາວ-ຈີນ”.

ຕະຫລອດ 65 ປີຂອງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນນັ້ນ ບໍ່ພຽງ ເປັນຕົວເລກຍາວນານເທົ່ານັ້ນຫາກຍັງສ່ອງແສງໃຫ້ເຫັນໝາກຜົນຂອງການຮ່ວມມືຕົວຈິງ ລະຫວ່າງ ລາວ-ຈີນ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຈາກຮຸ່ນສູ່ຮຸ່ນຈົນກາຍເປັນມໍລະດົກຕົກທອດທີ່ເປັນມູນເຊື້ອດີງາມຍິ່ງກວ່າ “ເງິນຄໍາ”. ຫລາຍປີຜ່ານມາ, ອົງການສະຫະປະຊາຊາດ (ສປຊ) ມັກຍົກບັນຫາຄວາມທຸກຍາກ ແລະ ສະຖານະດ້ອຍພັດທະນາຂອງລາວຂຶ້ນ ໃນເວທີກອງປະຊຸມສາກົນວ່າລາວເປັນໜຶ່ງໃນຈໍານວນ 40 ກວ່າປະເທດໃນໂລກທີ່ບໍ່ມີຊາຍ ແດນຕິດກັບທະເລ ອັນໄດ້ສ້າງຄວາມຫຍຸ້ງຍາກຕໍ່ການພັດທະນາ, ຄົນລາວມີລາຍໄດ້ ສະເລ່ຍບໍ່ເຖິງ 1 ໂດລາຕໍ່ຄົນຕໍ່ມື້, ບັນຫາລະເບີດຕົກຄ້າງແຕ່ປາງສົງຄາມເກືອບ 3 ລ້ານໂຕນຢູ່ລາວ ຍັງເປັນໄພຂົ່ມຂູ່ແລະ ເປັນສິ່ງທ້າທາຍຕໍ່ລາວຈະຫລຸດພົ້ນອອກ ຈາກຄວາມທຸກຍາກ ແລະ ອື່ນໆ. ຕໍ່ມາປີ 2021 ສປຊ, ທະນາຄານໂລກ, ທະນາຄານພັດທະນາອາຊີຕ່າງກໍສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ປະເທດລາວວ່າລາວຄືໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ທີ່ມີ ເສດຖະກິດຂະຫຍາຍຕົວວ່ອງໄວສະເລ່ຍ 4%-5% ຕໍ່ປີຂຶ້ນໄປ, ເອົາໃຈໃສ່ໃນການພັດທະນາຊັບພະຍາກອນມະນຸດຢ່າງຕັ້ງໜ້າ ແລະ ໃຫ້ຄວາມສໍາຄັນຕໍ່ການພັດທະນາພື້ນ ຖານໂຄງລ່າງດ້ວຍຄຸນນະພາບສູງ ເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ-ສາກົນ ໂດຍສະເພາະ ເສັ້ນທາງລົດໄຟລາວ-ຈີນ ເຊິ່ງນີ້ໄດ້ຊ່ວຍປ່ຽນ ປະຫວັດສາດໜ້າໃໝ່, ຍົກລະດັບການ ພັດທະນາເສດຖະກິດ, ແກ້ໄຂຄວາມ ທຸກຍາກ, ສ້າງວຽກເຮັດງານທໍາ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າດີຂຶ້ນເປັນກ້າວໆ.

ເມື່ອເວົ້າເຖິງການປ່ຽນແປງຈາກອະດີດເຖິງປັດຈຸບັນ, ພວກເຮົາບໍ່ສາມາດເບິ່ງຂ້າມສາກຫລັງຄວາມສໍາເລັດລະຫວ່າງສອງພັກ, ສອງລັດ ລາວ-ຈີນ ໄດ້ຮ່ວມກັນຂຽນ ປະຫວັດສາດໜ້າໃໝ່ຕິດພັນກັບຫລາຍເລື່ອງສໍາຄັນຄວນຈົດຈໍາຄື: 1.“ເສັ້ນທາງຄໍາ” ໂດຍຫັນປ່ຽນສະຖານະພາບຂອງປະເທດລາວບໍ່ມີຊາຍແດນຕິດຈອດກັບທະເລກາຍ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ-ສາກົນ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ໂດຍການລົງທຶນຮ່ວມກັນເກືອບ 6 ຕື້ໂດລາ, ພາຍໃຕ້ການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ້າງພະລັງແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ປູທາງສູ່ຄວາມຈະເລີນກ້າວໜ້າຮອບດ້ານ. ນັບແຕ່ເປີດການນໍາໃຊ້ທາງລົດໄຟລາວ-ຈີນຢ່າງເປັນທາງການມາເປັນເວລາ 4 ປີກວ່າ, ໄດ້ຂົນສົ່ງຜູ້ໂດຍສານຫລາຍກວ່າ 70 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫລາຍກວ່າ 81 ລ້ານໂຕນໄປຮອດ 19 ປະເທດ; 2.ຈີນໄດ້ຫັນເອົາເຂດລະເບີດຕົກຄ້າງບໍ່ທັນແຕກໃນປາງສົງຄາມອິນດູຈີນຢູ່ລາວມາພັດທະນາເປັນແຫລ່ງພະລັງງານລົມ-ພະລັງງານແສງຕາເວັນທີ່ເປັນມິດຕໍ່ສິ່ງແວດລ້ອມໃນພາກໃຕ້-ພາກເໜືອຂອງລາວ ເພື່ອຊຸກຍູ້ເຮັດໃຫ້ເສດຖະກິດລະຫວ່າງປະເທດ ກ້າວໄປຢ່າງໝັ້ນຄົງ ໃນນັ້ນມີບໍລິສັດ ພາວເວີຈາຍນາ ( Power China) ໄດ້ຮັບເໝົາດໍາເນີນການກໍ່ສ້າງໂຄງການຜະລິດໄຟຟ້າດ້ວຍພະລັງງານລົມ 600 ເມກາວັດ ຢູ່ພາກໃຕ້ຂອງລາວ ປັດຈຸບັນສໍາເລັດແລ້ວ ແລະ ໄດ້ສົ່ງພະລັງງານໄຟຟ້າອອກຂາຍໄປຍັງປະເທດຫວຽດນາມ, ໂຄງພະລັງງານແສງຕາເວັນພວມດໍາເນີນກໍ່ສ້າງໂດຍບໍລິສັດ ພະລັງງານນິວເຄລຍທົ່ວໄປຈີນ ຫລື CGN ໄດ້ປະດິດສ້າງຮູບແບບເຊື່ອມສານພະລັງງານຫລາຍຊະນິດ, ບວກກັບໂຄງການເຊື່ອມຕໍ່ເຄືອຂ່າຍໄຟຟ້າ 500 ກິໂລໂວນ ລະຫວ່າງ ລາວ-ຈີນ, ໃນລະດູຝົນປະທດລາວສາມາດສົ່ງອອກໄຟຟ້າສີຂຽວສ່ວນເກີນ ແລະ ສາມາດຮັບໄຟຟ້າສົ່ງຄືນຈາກຈີນໃນລະດູແລ້ງ, ຄາດວ່າຫລັງຈາກໂຄງການດັ່ງກ່າວສ້າງສຳເລັດໃນປີ 2026 , ປະລິມານການສົ່ງໄຟຟ້າສະອາດຈະບັນລຸເຖິງ 3 ຕື້ກິໂລວັດໂມງຕໍ່ປີ; 3.ນັບມາຮອດຶປີ 2025, ມູນຄ່າການລົງທຶນຂອງຈີນຢູ່ລາວເພີ່ມຂຶ້ນສູງເຖິງປະມານ 18-19 ຕື້ໂດລາ ກວມເອົາ 900 ກວ່າໂຄງການ, ຈີນໄດ້ກາຍເປັນປະເທດທີ່ເຂົ້າໄປລົງທຶນຫລາຍທີ່ສຸດຢູ່ລາວຈັດເປັນອັນດັບທີ 1, ອັນດັບທີ 2 ແມ່ນຫວຽດນາມ, ທີ 3 ໄທ ແລະ ອື່ນໆ; 4. ມູນຄ່າການຄ້າລະຫວ່າງສອງຝ່າຍໃນປີ 2024-2025 ສູງເຖິງ 8 ຕື້ 230 ລ້ານໂດລາ, ໃນນັ້ນ ມີສິນຄ້າຂອງລາວຫລາຍກວ່າ 70 ລາຍການໄດ້ຂຶ້ນບັນຊີກໍານົດສົ່ງອອກໄປຈີນ ໂດຍກວມເອົາຢາງພາລາ, ໝາກກ້ວຍ, ມັນຕົ້ນ, ໝາກໂມ, ໝາກມ່ວງ, ສາລີ,
ໝາກມີ້, ຖົ່ວລຽນ, ພືດຜັກ, ແຮ່ທາດ ແລະ ອື່ນໆ; 5.ລາວ ແລະ ຈີນ ໄດ້ມີການຮ່ວມມືກັນຢ່າງເລິກເຊິ່ງຫລາຍດ້ານ ໃນຂົງເຂດປັນຍາປະດິດ (AI) ເຊິ່ງກາຍເປັນຈຸດເດັ່ນອັນສຳຄັນຂອງການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງຝ່າຍ ໂດຍສະເພາະພາຍໃຕ້ຂອບຂໍ້ລິເລີ່ມໜຶ່ງແລວທາງໜຶ່ງ (Belt and Road Initiative - BRI). ການຮ່ວມມືດັ່ງກ່າວ ໄດ້ຂະຫຍາຍຈາກສູນກາງຮອດທ້ອງຖິ່ນ ເຊິ່ງລວມເອົາການອອກນະໂຍບາຍລະດັບຊາດ ເຖິງການຮ່ວມມືກັບພາກເອກະຊົນ ແລະ ການນຳໃຊ້ໃນຂະແໜງການຕ່າງໆ ເຊັ່ນ: ສາທາລະນະສຸກ, ການຄ້າ, ຄົມມະນາຄົມ, ໂທລະຄົມ ແລະ ຂໍ້ມູນຂ່າວສານອື່ນໆ ຕົວຢ່າງການຮ່ວມມືລະຫວ່າງ ແຂວງກວາງຊີ ຂອງຈີນ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ລາວ ເພື່ອຊຸກຍູ້ການນຳໃຊ້ AI ໃນເມືອງອັດສະລິຍະ, ການທ່ອງທ່ຽວ, ພະລັງງານສີຂຽວ, ອຸດສາຫະກຳ ແລະ ອື່ນໆ; 6.ລົດໄຟຟ້າຈີນຊ່ວຍໃຫ້ລາວຫລຸດຜ່ອນການຂາດດູນການຄ້າ ແລະ ປົດແອກອອກຈາກການຄວບງໍາອຸດສາຫະກໍາລົດນໍ້າມັນເຊື້ອ ໄຟທີ່ມີລາຄາແພງຜູກຂາດຂອງບາງຊາດຕາເວັນຕົກ, ນອກນັ້ນ ຍັງຊຸກຍູ້ໃຫ້ລາວ ເດີນຕາມການພັດທະນາ ສີຂຽວຍືນຍົງ ໂດຍສອດຄ່ອງກັບນະໂຍບາຍລວມຂອງສາກົນໃນການຫລຸດຜ່ອນມົນລະພິດຂຶ້ນສູ່ອາກາດ.

ຕາມຂໍ້ມູນທາງວິຊາການຈາກກະຊວງອຸດ ສາຫະກໍາ ແລະ ການຄ້າ ລາຍງານວ່າ: ເບື້ອງຕົ້ນໃນປີ 2019 ລາວນໍາເຂົ້າລົດໄຟຟ້າມີພຽງແຕ່ 8 ຄັນເທົ່ານັ້ນ ແຕ່ໃນປີ 2022 ມີ 1.400 ຄັນ, ປີ 2023 ມີ 2.000 ກວ່າຄັນ, ປີ 2024 ມີ 8.000 ຄັນ ແລະ ຮອດປີ 2025 ເຮັດໃຫ້ຕົວເລກນໍາເຂົ້າລົດໄຟຟ້າສະສົມ ທັງໝົດມີສູງເຖິງ 12.000 ກວ່າຄັນ ແລະ ຄາດວ່າປີ 2026 ຕົວເລກ ຈະເພີ່ມຂຶ້ນສູງເຖິງ 30.000-40.000 ຄັນ ເນື່ອງຈາກຊາວລາວພົບບັນຫານໍ້າມັນເຊື້ອໄຟຂາດເຂີນ ແລະ ແພງຂຶ້ນນັບມື້ ເນື່ອງຈາກຂໍ້ຂັດແຍ້ງກັນໃນຕາເວັນອອກເວັນກາງ ໃນນັ້ນລົດໄຟຟ້າ 90 ກວ່າເປີເຊັນ ແມ່ນຈາກປະເທດຈີນ ເຊິ່ງຈະເຮັດໃຫ້ລາວສາມາດ ປະຢັດນໍ້າມັນເຊື້ອໄຟໄດ້ບໍ່ຕໍ່າກວ່າ 100-200 ລ້ານລິດຕໍ່ປີ. ນອກຈາກນັ້ນ, ບໍ່ພຽງແຕ່ຈະຊ່ວຍໃຫ້ລາວຫລຸດ ຜ່ອນການຂາດດູນການຄ້າເທົ່ານັ້ນ ຫາກຍັງຈະຊ່ວຍຫລຸດຜ່ອນເງິນຕາຕ່າງປະເທດ ຮົ່ວໄຫລອອກນອກປະເທດໄດ້ຢ່າງມີປະສິດທິຜົນ; 7.ຈີນ ໃຫ້ທຶນພັດທະນາການສຶກສາສໍາລັບຊາວລາວເປັນອັນດັບຕົ້ນໆ ໃນຈໍານວນປະເທດຜູ້ໃຫ້ທຶນການສຶກສາຕ່າງປະເທດ ປັດຈຸບັນນີ້ຄາດວ່າ ມີນັກສຶກສາລາວມາຮຽນໃນປະເທດຈີນອາດສູງເຖິງ 30.000 ຄົນ, ຈາກຕົວເລກ ເດີມປະມານ 10.000-20.000 ຄົນໃນປີຜ່ານມາ, ເພີ່ມຂຶ້ນເຖິງ 10%-15%. ທ່າອ່ຽງເຮັດໃຫ້ນັກສຶກສາລາວເລືອກມາຮຽນຈີນຫລາຍຂຶ້ນນັບມື້ນັ້ນ ແມ່ນເກີດຈາກປັດໄຈຄ່າໃຊ້ຈ່າຍທີ່ຖືກກວ່າ, ມີຫລາຍໂຄງການ ການສິດສອນເປັນພາສາຈີນ-ອັງກິດ ແລະ ພາສາທາງເລືອກ, ບົດບາດ ແລະ ອິດທິພົນໃນຄວາມໄວ້ເນື້ອເຊື່ອໃຈຂອງຈີນທີ່ມີຕໍ່ພາຍນອກ, ລະບົບການສຶກສາທີ່ມີຄຸນນະ ພາບສູງເພື່ອມຸ່ງເນັ້ນໃຫ້ສ້າງຊາດຫລາຍກວ່າ, ເປັນແບບຢ່າງໃນສ້າງລະບຽບວິໄນໃຫ້ນັກສຶກສາໄດ້ດີ, ໄດ້ຮັບແຮງສະໜັບສະໜູນຈາກຂອບການຮ່ວມມືຂໍ້ລິເລີ່ມ “ ໜຶ່ງແລວໜຶ່ງເສັ້ນທາງ”, ຈົບມາແລ້ວມີໂອກາດໄດ້ເຮັດວຽກງ່າຍຂຶ້ນເພາະມີນັກລົງທຶນຂອງຈີນໃນປະເທດນັ້ນໆຂ້ອນຂ້າງຫລາຍ, ການເດີນທາງໄປມາລະຫວ່າງປະ ເທດ ຍ້ອນມີເສັ້ນທາງລົດໄຟລາວ-ຈີນ ເຊື່ອມຕໍ່ກັນລວມການເປີດສາຍການບິນຮ່ວມກັນ ແລະ ອື່ນໆ.

ເຖິງແນວໃດກໍດີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ໜຶ່ງໃນບັນດາການນໍາລະດັບສູງຂອງ ສປປ ລາວ ທີ່ເຄີຍຮໍ່າຮຽນຢູ່ ສປ ຈີນ ຍັງໃຫ້ສໍາພາດຕໍ່ນັກຂ່າວຊີເອັມຈີ (CMG) ລະຫວ່າງກອງປະຊຸມເວທີປຶກສາຫາລື ໂບອາວໃນປີ 2025 ໂດຍໄດ້ເລົ່າຄືນ ແລະ ຍົກໃຫ້ເຫັນບາງບົດຮຽນອັນລໍ້າຄ່າທີ່ບໍ່ເຄີຍຫລົງລືມໃນອະດີດວ່າ: “ ໄລຍະສົງຄາມຜ່ານມານັ້ນ, ຂ້າພະເຈົ້າເອງອາຍຸພຽງແຕ່ 6 ປີ ໄດ້ເດີນທາງມາຮຽນຢູ່ ໂຮງຮຽນນ້ອງນ້ອຍ 67 ຂອງ ສປ ຈີນ ຖືວ່າເປັນການເດີນທາງທີ່ໄກທີ່ສຸດ ແລະ ເປັນຄັ້ງທໍາອິດໃນຊີວິດສໍາລັບເດີນທາງອອກຕ່າງປະເທດຂອງຂ້າພະເຈົ້າ,ເວລານັ້ນໄດ້ຮັບການເອົາໃຈໃສ່ຢ່າງອົບອຸ່ນ, ໄດ້ຮັບການສິດສອນ ແລະ ເບິ່ງແຍງຈາກການນໍາ ແລະ ຄູ-ອາຈານຂອງ ສປ ຈີນ ເປັນຢ່າງດີ, ບໍ່ເຄີຍຫລົງລືມບຸນຄຸນເພີ່ນ, ສະນັ້ນ ໂຮງຮຽນ 67 ໜານໜີງ ເຮັດໃຫ້ຂ້າພະເຈົ້າມີຄວາມຮູ້ສຶກເປັນບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນທີ່ໄດ້ຊຸກຫລໍ່ໃຫ້ມີມານະຈິດທີ່ເຂັ້ມແຂງ, ມີລະບຽບວິໄນ, ມີຄວາມຮູ້ຄວາມສາມາດຈຶ່ງກ້າວມາເປັນຜູ້ນໍາຂອງ ສປປ ລາວໃນປັດຈຸບັນນີ້. ນອກຈາກຂ້າພະເຈົ້າແລ້ວກໍຍັງມີຫລາຍສະຫາຍທີ່ມາຮໍ່າຮຽນຢູ່ ໂຮງຮຽນນ້ອງນ້ອຍ 67 ໄດ້ກາຍເປັນການນໍາພັກ-ລັດ ຄືກັນເປັນຕົ້ນ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດຄົນປັດຈຸບັນ, ສະຫາຍ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແລະ ສະຫາຍອື່ນໆທີ່ກໍາລັງປະຕິບັດໜ້າທີ່ຢູ່ໃນປັດຈຸບັນ”.

ດັ່ງທີ່ຮູ້ນໍາກັນເປັນຢ່າງດີ, ລາວ ແລະ ຈີນເປັນບ້ານໃກ້ເຮືອນຄຽງທີ່ມີສາຍພູ ແລະ ສາຍນ້ຳຕິດຈອດກັນ; ການຍຶດໝັ້ນການນຳພາຂອງພັກ ແລະ ຍຶດໝັ້ນເດີນຕາມທິດສັງຄົມນິຍົມ ແມ່ນຈຸດພິເສດທາດແທ້ຂອງສາຍພົວພັນ ລາວ-ຈີນ, ບໍ່ວ່າຢູ່ສະໄໝການປະຕິວັດຕໍ່ສູ້ກູ້ຊາດ ຫລື ສະໄໝການສ້າງສາພັດທະນາປະເທດຊາດ, ສອງພັກ, ສອງລັດ ລາວ-ຈີນ ໄດ້ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ໃນການເຄົາລົບເຊິ່ງກັນ ແລະ ກັນ, ຈິງໃຈຕໍ່ກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ໄດ້ຜູກມິດໄມຕີອັນເລິກເຊິ່ງ ແລະ ສ້າງສາຍພົວພັນທີ່ແໜ້ນແຟ້ນນຳກັນ. ກ້າວເຂົ້າສູ່ຍຸກສະໄໝໃໝ່ ພາຍໃຕ້ການຮ່ວມກັນຂອງທັງສອງຝ່າຍ, ການພົວພັນ ລາວ-ຈີນ ໄດ້ຮັບການເສີມຂະຫຍາຍຢ່າງມີໝາກຜົນທີ່ອຸດົມສົມບູນ ແລະ ເປັນໄລຍະທີ່ດີທີ່ສຸດ ຂອງປະຫວັດສາດ. ຜົນສຳເລັດອັນດີງາມດັ່ງກ່າວ ຕະຫລອດໄລຍະ 65 ປີຜ່ານມາ ແມ່ນໄດ້ມາຈາກຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນຢ່າງສູງ ແລະ ການນຳພາທາງດ້ານການເມືອງຂອງ ສອງພັກ, ສອງລັດ ລາວ-ຈີນ ໄດ້ມາຈາກມູນເຊື້ອມິດຕະພາບ ແລະ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ, ມີຄວາມເຂົ້າອົກເຂົ້າໃຈ ແລະ ຍຶດໝັ້ນສະໜັບສະໜູນເຊິ່ງກັນ ແລະ ກັນ. ໃນສະພາບການຂອງໂລກຜັນແປໄປຢ່າງສັບສົນ ແລະ ມີລັກສະຫລັບສັບຊ້ອນ, ລາວ-ຈີນຍິ່ງຢືນຢູ່ແຖວໜ້າຍຶດໝັ້ນການນຳພາຂອງພັກ, ຍຶດໝັ້ນເສັ້ນທາງສັງຄົມນິຍົມທີ່ຖືກຕ້ອງຢ່າງເດັດດ່ຽວ, ປົກປັກຮັກສາ ແລະ ພັດທະນາຜົນປະໂຫຍດພື້ນຖານຂອງ ສອງພັກ ແລະ ປະຊາຊົນສອງຊາດ ໃຫ້ດີທີ່ສອດຄ່ອງກັບສະພາບການຕົວຈິງຂອງປະເທດຕົນ ເພື່ອປະກອບສ່ວນຊຸກຍູ້ພັດທະນາປະເທດຊາດໃຫ້ມີບາດກ້າວໃໝ່, ໃຫ້ບັນລຸຜົນສໍາເລັດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດແຕ່ລະໄລຍະ ດ້ວຍຄຸນນະພາບສູງ, ຮ່ວມມື ແລະ ເພີ່ມທະວີສ້າງສາຍພົວພັນກັບວົງຄະນະສາກົນ ຢ່າງແໜ້ນແຟ້ນ, ປະກອບສ່ວນອັນໃໝ່ທີ່ໃຫຍ່ຫລວງກວ່າເກົ່າເຂົ້າໃນພາລະກິດອັນຍິ່ງໃຫຍ່ ແຫ່ງສັນຕິພາບ ແລະ ການພັດທະນາຂອງມວນມະນຸດຢ່າງຮອບດ້ານ.
ໂດຍ:ເກີດຂວັນໃຈ ມາລີຈັນສີ
KPL