ຂປລ
ຈີນ ໄດ້ວາງກອບ ນະໂຍບາຍ ສຳລັບ ກຸ່ມຈ້າງງານໃໝ່ ຊຶ່ງລວມເຖິງ ພະນັກງານສົ່ງເຄື່ອງ ແລະ ຜູ້ໄລສົດ ຊຶ່ງເປັນການ ສົ່ງສັນຍານ ເຖິງການ ປ່ຽນແປງ ຈາກ ການກຳກັບດູແລ ແບບສະເພາະກິດ
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ປັກກິງຂອງ ຈີນ ເມື່ອບໍ່ດົນມານີ້ວ່າ: ຈີນ ໄດ້ວາງກອບ ນະໂຍບາຍ ສຳລັບ ກຸ່ມຈ້າງງານໃໝ່ ຊຶ່ງລວມເຖິງ ພະນັກງານ ສົ່ງເຄື່ອງ ແລະ ຜູ້ໄລສົດ ຊຶ່ງເປັນການ ສົ່ງສັນຍານ ເຖິງການ ປ່ຽນແປງ ຈາກ ການກຳກັບດູແລ ແບບສະເພາະກິດ ໄປສູ່ ການເຮັດໃຫ້ ເສດຖະກິດ ແພລດຟອມຣ ເປັນມາດຕະຖານ.
ແນວທາງໃໝ່ຂອງຈີນນີ້ ແມ່ນອອກ ໂດຍສຳນັກງານໃຫຍ່ ຄະນະກຳມະການກາງ ພັກກອມມູນິດຈີນ ແລະ ຄະນະລັດຖະມົນຕີ ຮຽກຮ້ອງໃຫ້ມີ ສັນຍາຈ້າງ ທີ່ເປັນ ມາດຕະຖານ ຄ່າຈ້າງ ທີ່ເປັນທຳ ແລະ ຄຸ້ມຄອງແຮງງານ ທີ່ເຂັ້ມແຂງຂຶ້ນ, ໂດຍຕັ້ງເປົ້າໝາຍ ທີ່ຈະເຮັດໃຫ້ ເປັນມາດຕະຖານ ຢ່າງກວ້າງຂວາງ./
KPL