7247

,v[{Ia [ 3I'IPo,a fmtpq , lb dlklq ,[6 o[h kog]qj k7e g,n v'g2n v' ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 01.04.2026 ປີທີ 25 ສະບັບທີ 6.408ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u pzq oleg]a f dv'xt-5 ,7A 'xt4q ,,t]n d 0v'7tot]a f4t[ko -5 fmu X 1j k'l5 f.9K F ອ່ານຕໍ່ໜ້າ 4່ າໍ່ ໜ້າ 7totz6h cmo]k; g0Q kIj ;,37'dko /b dvq [Iq ,w]ptlA o 16j s;Pfok, xtmkoxtgmf goA o.sh ]a f4t[ko -5 fmu X g]a j 'cdh w0[a oskg7a j 'Ih vomu j gdu f0B o.ola '7q , lkoltcf'7;k,-q ,g-u p76 j Ij ;,8ec|j ' ສະຫາຍ ບຸນເຫລືອ ພັນດານຸວົງ (ຂວາ) oeltg|u ;y fu 3vlv'g]n j v' mu j gxa ocI'[a ofko.9 grn j vlq j 'glu ,75 o7j k0v'dkolb dlk mq [m;o7n o37'dkolh k'7;k,g0A ,c0' dkora fmtoklu ,n cI''ko.o]k; 9t]k9vo o; gru j ,7;k,I6 h .sh oa dIPo dj P;da [dkoxj Pocx'my fmk' dkola o9vo8k, 9 glA omk' .o o; F ອ່ານຕໍ່ໜ້າ 6່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ທ່ານ ທອງລຸນ ສີສຸລິດ ຂປລ. ກອງປະຊຸມແລກປ່ຽນ ບົດຮຽນການຮ່ວມມື ລະຫວ່າງ ສໍານັກພິມລາວ ແລະ ສໍານັກພິມຈີນ ຈັດຂຶ້ນໃນວັນທີ 30 ມີນາ 2026 ຢູ່ ນະຄອນຫລວງວຽງຈັນ, ພາຍໃຕ້ ການເປັນປະທານໂດຍ ທ່ານ ນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນ ນະຄະດີ ແລະ ພິມຈໍາໜ່າຍ ແລະ ທ່ານ ນາງ ລີຢາງ ຮອງຜູ້ອໍານວຍ ໃຫຍ່ບໍລິສັດ ຂາອອກ-ຂາເຂົ້າເອ ກະສານ ວິທະຍາສາດເຕັກໂນໂລ ຊີ ຈໍາກັດ, ມີຜູ້ແທນສຳນັກພິມຈໍາ ໜ່າຍທັງສອງຝ່າຍ ເຂົ້າຮ່ວມ. ທ່ານ ນາງ ຈັນເພັດ ຄໍາຟອງ ໄດ້ ມີຄໍາເຫັນວ່າ: ວຽກງານຄຸ້ມຄອງສົ່ງເສີມການຈັດພິມ ແລະ ການຈໍາ ໜ່າຍຢູ່ລາວ ແມ່ນວຽກງານໜຶ່ງທີ່ ຂປລ. ກອງປະຊຸມປະຈໍາປີຂອງ ຄະນະຊີ້ນໍາໂຄງການສ້າງຄວາມ ເຂັ້ມແຂງ ການພັດທະນາສີມືແຮງ ງານໃນສປປລາວພາຍໃຕ້ແຜນງານ ການຮ່ວມມືສາກົນ ILO-China ຈັດຂຶ້ນ ໃນວັນທີ 31 ມີນາ 2026 ນີ້, ຢູ່ນະຄອນ ຫລວງວຽງຈັນ ໂດຍ ການເປັນປະທານຮ່ວມຂອງ ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ວິໄລ ວົງຂະ ຂປລ. ພິທີມອບ-ຮັບໂຮງຮຽນ ມັດທະຍົມສົມບູນບ້ານເລົ່າຄຳ ເມືອງ ເຟືອງແຂວງວຽງຈັນຈັດຂຶ້ນໃນວັນ ທີ 28 ມີນາ 2026 ໂດຍການໃຫ້ ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ທ່ານເລຂາພັກແຂວງວຽງຈັນ, ບັນດາຮອງລັດຖະມົນຕີ, ປະທານ ຂປລ. ໃນລະຫວ່າງ ວັນທີ 2328 ມີນາ 2026 ນີ້, ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳ ພາຄະນະຜູ້ແທນ ຈາກ ສປປ ລາວ ຈໍານວນ 20 ກວ່າທ່ານ ທີ່ເປັນພະ ນັກງານການນໍາ ຈາກ 7 ຂະແໜງ ການກ່ຽວຂ້ອງໃນຂັ້ນສູນກາງ ແລະ3ແຂວງ(ອຸດົມໄຊ, ບໍລິຄຳໄຊ ແລະ ສະຫວັນນະເຂດ), 2 ສະ ຖາບັນການສຶກສາ, ພາກສ່ວນວິ ສາຫະກິດ ແລະ ຕົວແທນຈາກພາກ ຄະນະກຳມະການປົກຄອງແຂວງ ວຽງຈັນ, ພ້ອມດ້ວຍການນຳເມືອງ ເຟືອງ, ບັນດາພະແນກການຂອງ ຂປລ. ກະຊວງສຶກສາທິການ ແລະກິລາສປປລາວ(ສສກ)ໂດຍ ໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນ ປັບປຸງຄຸນນະພາບ ແລະ ຂະຫຍາຍ ໂອກາດເຂົ້າຮຽນສຳລັບການສຶກສາ ຂັ້ນພື້ນຖານ(ແຜນງານບີຄວາ)ໄດ້ ນຳສະເໜີວິດີໂອສົ່ງເສີມການສຶກ ສາສອງເລື່ອງໃໝ່ຢ່າງເປັນທາງ ການ ໃນວັນທີ 30 ມີນາ 2026 ທ່ານ ສອນໄຊ ສີພັນດອນ (ຜູ້ທີ 5 ນັບຈາກຊ້າຍຫາຂວາ ແຖວໜ້າ) ທ່ານ ໄຊບັນດິດ ຣາຊະພົນ (ກາງ) ທ່ານ ນາງ ດາລາວອນ ກິດຕິພັນ zq odv'xt-5 ,7A 'xt4q ,,t]n d 0v']a f4t[ko -5 fmu X lv'leoa dry , ]k;{9u o c]dxj Po [q fIPodkoIj ;,,n ຂປລ. ໃນວາລະດຳເນີນກອງ ປະຊຸມຄັ້ງປະຖົມມະລືກ ຂອງລັດ ຖະບານ ຊຸດທີ X, ວັນທີ 31 ມີນາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໜັກ ໃຫ້ລັດຖະບານ ຊຸດທີ X ສືບຕໍ່ເອົາ ໃຈໃສ່ແກ້ໄຂບັນຫາເຄັ່ງຮ້ອນຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນບັນຫາ ນໍ້າມັນເຊື້ອໄຟ, ອັດຕາເງິນເຟີ້-ຮັກ ສາສະຖຽນລະພາບຄ່າຂອງເງິນ ກີບ, ຮັກສາສະຖຽນລະພາບຂອງ ຄັງເງິນແຫ່ງຊາດ ແລະ ເພີ່ມຄັງ ສໍາຮອງເງິນຕາຕ່າງປະເທດ, ເລັ່ງ ລັດໂຄງການຜະລິດເປັນສິນຄ້າ ທົດ ແທນການນໍາເຂົ້າ ແລະ ຜະລິດເພື່ອ ສົ່ງອອກ; ຄົ້ນຄວ້າສົ່ງເສີມການ ຜະລິດສິນຄ້າທີ່ມູນຄ່າສູງ, ຕົ້ນທຶນ ແລະ ຄ່າຂົນສົ່ງຕໍ່າ, ເລັ່ງປັບປຸງປົວ ແປງເສັ້ນທາງທີ່ມີລັກສະນະເປັນ ອຳມະພາດ, ປັບປຸງປົວແປງເສັ້ນ ທາງຍຸດທະສາດ ໃຫ້ກາຍເປັນວຽກ ບຸລິມະສິດຂອງລັດຖະບານ, ເລັ່ງ ປະຕິຮູບລັດວິສາຫະກິດໃຫ້ເດີນ ໜ້າຢ່າງເປັນຮູບປະທໍາ, ແກ້ໄຂ ບັນຫາໜີ້ສິນສາທາລະນະ ໃຫ້ໄດ້ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ວັນທີ 31 ມີນາ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ. ເນື້ອໃນສານໄດ້ລະບຸວ່າ: ຂ້າພະເຈົ້າຂໍສະແດງ ຄວາມຍິນດີ ແລະ ຊົມເຊີຍຢ່າງຈິງໃຈມາຍັງທ່ານ ໃນໂອກາດທີ່ໄດ້ຮັບ ແຕ່ງຕັ້ງໃຫ້ເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ. ຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ຈະໄດ້ສືບຕໍ່ຮ່ວມມືກັບທ່ານຢ່າງໃກ້ຊິດໃນ ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຍຸດທະ ສາດເພື່ອການຈະເລີນເຕີບໂຕແລະການພັດທະນາແບບຍືນຍົງກໍຄືການຮ່ວມ ມືໃນເວທີພາກພື້ນ ແລະ ສາກົນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ຂອງທ່ານ, ສາຍພົວພັນມິດຕະພາບແລະການຮ່ວມມືອັນດີງາມດັ່ງກ່າວຈະ ສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໄປເພື່ອຜົນປະໂຫຍດລວມຂອງສອງປະເທດກໍຄືສອງກະຊວງການຕ່າງປະ ເທດ ລວມທັງສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວອາຊຽນຂອງພວກເຮົາ. ເນື່ອງໃນໂອກາດປີໃໝ່ສົງການ ລາວ-ໄທ, ໄທ-ລາວ ພສ 2569 ທີ່ຈະ ມາເຖິງນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງທ່ານ ຈົ່ງມີພະລາ ນາໄມສົມບູນ ແລະ ປະສົບຜົນສໍາເລັດໃນພາລະກິດອັນສູງສົ່ງ ແລະ ມີ ກຽດສະຫງ່າຂອງທ່ານ. ສ່ວນທຸລະກິດເອກະຊົນ ເຂົ້າຮ່ວມ ໂຄງການຝຶກອົບຮົມໄລຍະສັ້ນ ໃຫ້ ແກ່ຂັ້ນຜູ້ບໍລິຫານການນໍາພາຂອງ ສປປ ລາວ (Lao Economic Leadership Program 2026 (LELP) ທີ່ ໂຮງຮຽນນະໂຍບາຍ ແລະ ບໍລິຫານພາກລັດ ມະຫາ ວິທະຍາໄລ ຟູລບຣາຍ (Fulbright University) ທີ່ນະຄອນໂຮ່ຈີ່ມິງ ສສ ຫວຽດນາມ. ໂຄງການຝຶກອົບຮົມຄັ້ງນີ້, ຈັດ ຂຶ້ນພາຍໃຕ້ຂອບການຮ່ວມມືດ້ານ ວິຊາການ ການທູດເສດຖະກິດ ລະ ຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ກະຊວງການຕ່າງ ປະເທດ ສສ ຫວຽດນາມ ສໍາລັບປີ 2026 ເພື່ອຍົກສູງຂີດຄວາມສາ ຂປລ. ໃນຕອນແລງ ຂອງວັນທີ 31 ມີນາ 2026 ນີ້, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ ໄດ້ຖະ ແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບ ຜົນກອງປະຊຸມຄັ້ງປະຖົມມະລືກ ຂອງລັດຖະບານ ຊຸດທີ X ຊຶ່ງກອງ ປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນ ເຊົ້າວັນທີ 30 ມີນາ ແລະ ອັດລົງ ໃນຕອນເຊົ້າວັນທີ 31 ມີນາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີບັນດາຮອງນາຍົກ ລັດຖະມົນຕີ ແລະ ສະມາຊິກລັດຖະ ບານ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື, ປະກອບຄຳ ເຫັນແລະພິຈາລະນາຕໍ່ບັນດາຫົວຂໍ້ ທີ່ສໍາຄັນຕ່າງໆເຊັ່ນ: ຮ່າງແຜນດໍາ ເນີນງານຂອງລັດຖະບານ ຊຸດທີ X (2026-2030); ຮ່າງລະບຽບ ທ່ານ ຄໍາຜາ ພິມມະສອນ F ອ່ານຕໍ່ໜ້າ 2່ າໍ່ ໜ້າ

@ 0j k; c]t gsfdko j 01/04/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ປະທານປະເທດ... ມອບ-ຮັບ...ັ ແຂວງ, ປະທານ ບໍລິສັັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ ແລະ ການ ຈັດຕັ້ງບ້ານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂຮງຮຽນດັ່ງກ່າວ, ໄດ້ເລີ່ມກໍ່ ສ້າງໃນເດືອນພະຈິກ 2025, ເປັນ ຕຶກອາຄານ 2 ຊັ້ນ, ກວ້າງ 9 ແມັດ, ຍາວ 35 ແມັດ, ມີ 6 ຫ້ອງຮຽນ, 1 ຫ້ອງການຄູ-ອາຈານ ແລະ ໄດ້ເພີ່ມ ທຶນສ້ອມແປງອາຄານເກົ່າ 2 ຫລັງ ໂດຍແມ່ນບໍລິສັດ ເຄຊີ ສໍາຫລວດ, ອອກແບບ, ກໍ່ສ້າງ ແລະ ຕົບແຕ່ງ ຈຳກັດ ເປັນຜູ້ສໍາຫລວດອອກແບບ ແລະ ຮັບເໝົາກໍ່ສ້າງສ້ອມແປງຈົນ ສໍາເລັດສົມບູນ ລວມມູນຄ່າທັງໝົດ 6,35 ຕື້ກີບ, ສາມາດຮອງຮັບນັກ ຮຽນໄດ້ 200-300 ຄົນ, ຈາກ 14 ບ້ານ ໃນເຂດເທສະບານເມືອງ ເຟືອງ. ໂຮງຮຽນດັ່ງກ່າວ ເປັນຂອງ ຂວັນຈາກທ່ານນາຍົກລັດຖະມົນ ຕີ ມອບໃຫ້ແກ່ອົງການປົກຄອງ ແຂວງວຽງຈັນ ກໍຄື ທ້ອງຖິ່ນທີ່ ກ່ຽວຂ້ອງ ໂດຍການປະກອບທຶນ ກໍ່ສ້າງ ຂອງກຸ່ມບໍລິສັດ ນິກສັນພັດ ທະນາບໍ່ແຮ່ ຈຳກັດ ຊຶ່ງຜົນສໍາເລັດ ດັ່ງກ່າວ ຈະປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາປະເທດຊາດ ໂດຍສະເພາະວຽກງານການສຶກ ສາ ກໍຄື ການຮຽນ-ການສອນ ໃຫ້ມີ ຄຸນນະພາບສູງຂຶ້ນ ທັງດ້ານຄວາມ ຮູ້ຄວາມສາມາດ, ທັກສະ ແລະ ລະ ບຽບວິໄນ, ສ້າງໂອກາດໃຫ້ເດັກ ນ້ອຍໃນເກນອາຍຸ ໄດ້ເຂົ້າເຖິງການ ສຶກສາຢ່າງທົ່ວເຖິງ ແລະ ເທົ່າ ທຽມ, ພັດທະນາຊັບພະຍາກອນ ມະນຸດ ໃຫ້ກາຍເປັນພົນລະເມືອງ ທີ່ມີຄຸນນະພາບ, ສາມາດສືບຕໍ່ປະ ຕິບັດພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງຕໍ່ເນື່ອງ ແລະ ຍືນຍົງ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ພ້ອມດ້ວຍການນຳ ທີ່ເຂົ້າຮ່ວມ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ ເພື່ອເປີດນຳໃຊ້ອາ ຄານໂຮງຮຽນ ຢ່າງເປັນທາງ ການ, ພ້ອມກັນນີ້ ທ່ານນາຍົກລັດ ຖະມົນຕີ ຍັງໄດ້ມອບຄອມພິວເຕີ ແລະ ອຸປະກອນໄອທີຈຳນວນໜຶ່ງ ໃຫ້ແກ່ໂຮງຮຽນດັ່ງກ່າວ. ພ້ອມ ນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ ກຽດປະດັບຫລຽນໄຊພັດທະນາຊັ້ນ I ໃຫ້ແກ່ປະທານ ກຸ່ມບໍລິສັດ ນິກສັນ ພັດທະນາ ບໍ່ແຮ່ ຈໍາກັດ ທີ່ມີຜົນ ງານປະກອບທຶນກໍ່ສ້າງໂຮງຮຽນ ດັ່ງກ່າວ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຕາມແຜນທີ່ວາງໄວ້, ເລັ່ງທວງເອົາ ໜີ້ທີ່ຕ້ອງຮັບຢ່າງເຂັ້ມງວດ-ເດັດ ຂາດ, ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ແຂງແຮງ, ວ່ອງໄວ, ທັງສ້າງຄວາມເຊື່ອໝັ້ນ ໃຫ້ຜູ້ລົງທຶນ ຕ້ອງແກ້ໄຂຢ່າງຂາດ ຕົວ, ສ້າງແຜນຮອງຮັບໄລຍະຂ້າມ ຜ່ານ ໄປສູ່ການອອກຈາກສະຖາ ນະພາບດ້ອຍພັດທະນາ ແຕ່ນີ້ເຖິງ ປີ 2029 ເພື່ອຍາດແຍ່ງເອົາການ ຊ່ວຍເຫລືອ, ສະໜັບສະໜູນ ຈາກ ປະເທດເພື່ອນມິດ ແລະ ອົງການ ຈັດຕັ້ງສາກົນ ໃຫ້ໄດ້ຫລາຍ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໃຫ້ລັດຖະບານ ຊຸດທີ X ຂຸ້ນຂ້ຽວປັບປຸງກົນໄກການເຮັດ ວຽກ ໃຫ້ມີລັກສະນະບຸກທະລຸແທ້, ບຸກທະລຸໄປສູ່ການປະຕິບັດວຽກ ງານໃຫ້ມີປະສິດທິພາບ, ປະສິດທິ ຜົນສູງ, ປະຕິບັດບັນດາວຽກງານ ທີ່ວາງອອກ ໃຫ້ເກີດດອກອອກຜົນ ເປັນທີ່ປະຈັກຕາ; ຕ້ອງບຸກທະລຸ ໃນ ການຫັນເປັນທັນສະໄໝ ຊຶ່ງບັນຫາ ນີ້ ຕ້ອງໄດ້ເລັ່ງລັດປະຕິບັດໃຫ້ປະ ກົດຜົນເປັນຈິງໂດຍໄວ; ຕ້ອງບຸກ ທະລຸຫັນປ່ຽນແບບແຜນວິທີເຮັດ ວຽກຂອງລັດຖະບານ ໂດຍສະ ເພາະການພົວພັນປະສານວຽກ ງານ, ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ໂດຍໃຫ້ມີການ ຕິດຕາມກວດກາ, ຊຸກຍູ້ ແລະ ປະ ເມີນຄືນແຕ່ລະໄລຍະ; ຕ້ອງຍົກລະ ດັບໃຫ້ສະມາຊິກລັດຖະບານ ເປັນ ຜູ້ກ້າປະດິດສ້າງ, ກ້າສະເໜີຄວາມ ຄິດໃໝ່ໆຕໍ່ຂັ້ນເທິງພິຈາລະນາ ບົນ ພື້ນຖານການຜັນຂະຫຍາຍແນວ ທາງນະໂຍບາຍຂອງພັກ ແລະ ລະ ບຽບກົດໝາຍຂອງລັດ ໃຫ້ປະກົດ ຜົນເປັນຈິງ ທີ່ສາມາດຈັບຕ້ອງໄດ້. ລັດຖະບານຊຸດທີ X ຕ້ອງໄດ້ ເຂັ້ມງວດໃນການປັບປຸງກົງຈັກ ການຈັດຕັ້ງ ແລະ ປັບປຸງກົນໄກເຮັດ ວຽກຂອງກະຊວງ, ອົງການທຽບ ເທົ່າ ແລະ ຂອງທ້ອງຖິ່ນ ເພື່ອຮັບ ປະກັນປະສິດທິພາບ ແລະ ປະສິດທິ ຜົນ ຂອງວຽກງານ ທີ່ຮັບຜິດຊອບ. ພ້ອມທັງໃຫ້ກວດກາຄືນທັງໝົດບັນ ດາໂຄງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ອະນຸມັດໄປ ແລ້ວ ໃຫ້ເຂັ້ມງວດ ແລະ ເດັດຂາດ ຕາມກົດໝາຍ ແລະ ລະບຽບການ ຕໍ່ໂຄງການທີ່ບໍ່ມີປະສິດທິຜົນ ແລະ ໃຫ້ສືບຕໍ່ປະຕິບັດຄໍາສັ່ງ ສະບັບເລກ ທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃຫ້ມີຜົນສັກສິດ ຢ່າງຕໍ່ເນື່ອງ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ X; ຮ່າງ ຂໍ້ຕົກລົງວ່າດ້ວຍການແບ່ງຄວາມ ຮັບຜິດຊອບຂອງນາຍົກ-ຮອງ ນາຍົກລັດຖະມົນຕີ; ຮ່າງຂໍ້ຕົກລົງ ແບ່ງຄວາມຮັບຜິດຊອບ ໃຫ້ບັນດາ ກະຊວງ, ອົງການລັດທຽບເທົ່າ ກະຊວງ ລົງຊ່ວຍ ນະຄອນຫລວງ ວຽງຈັນ ແລະ ບັນດາແຂວງ ທົ່ວປະ ເທດ; ບັນຊີໂຄງການລະດັບຊາດ ທີ່ເປັນການລົງທຶນຂອງລັດ; ບັນຊີ ໂຄງການລະດັບຊາດ ໄລຍະ 5 ປີ (2026-2030) ທີ່ດຶງດູດການ ລົງທຶນຈາກພາກເອກະຊົນ ແລະ ແຜນຜັນຂະຫຍາຍການປະຕິບັດ ນະໂຍບາຍ ແລະ ມາດຕະການສົ່ງ ເສີມລົດໄຟຟ້າ (EV) ກໍຄື ການ ນໍາໃຊ້ພະລັງງານທາງເລືອກອື່ນ ຢູ່ ສປປ ລາວ. ຜ່ານການພິຈາລະນາບັນດາ ຫົວຂໍ້ດັ່ງກ່າວ, ກອງປະຊຸມໄດ້ຊີ້ນຳ ໃຫ້ຂະແໜງການ ແລະ ພາກສ່ວນ ກ່ຽວຂ້ອງ ນຳໄປປັບປຸງຕາມຄຳ ເຫັນຂອງສະມາຊິກລັດຖະບານ ໃຫ້ສອດຄ່ອງກັບນະໂຍບາຍຫລັກ ຂອງພັກ ແລະ ລັດຖະບານ ໂດຍ ສະເພາະ ມະຕິກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ກົດໝາຍ ແລະ ລະບຽບ ການ ທີ່ໄດ້ປະກາດນໍາໃຊ້ແລ້ວ, ທັງ ແທດເໝາະກັບທ່າແຮງ ແລະ ເງື່ອນ ໄຂຕົວຈິງ ຂອງແຕ່ລະຂົງເຂດວຽກ ງານ-ແຕ່ລະທ້ອງຖິ່ນ ໃນແຕ່ລະ ໄລຍະ, ຈຳກັດໄດ້ຊ່ອງຫວ່າງການ ສວຍໂອກາດຕ່າງໆ, ຮັບປະກັນ ຄວາມຍືນຍົງ, ມີປະສິດທິພາບ ແລະ ປະສິດທິຜົນສູງ, ພ້ອມທັງນຳ ເອົາບັນດາຂໍ້ຄົງຄ້າງຕ່າງໆ ທີ່ໄດ້ ຍົກຂຶ້ນໃນກອງປະຊຸມໄປຄົ້ນຄວ້າ ປັບປຸງແກ້ໄຂໃຫ້ມີການຫັນປ່ຽນດີ ຂຶ້ນ ແລະ ໄດ້ຮັບໝາກຜົນເປັນຮູບ ປະທຳຕົວຈິງ ຢ່າງຈະແຈ້ງ. ສະ ເພາະການແບ່ງວຽກຂອງນາຍົກຮອງນາຍົກລັດຖະມົນຕີ, ມອບໃຫ້ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ປະສານສົມທົບກັບ ຫ້ອງວ່າການສູນກາງພັກ ເພື່ອໃຫ້ ລັດຖະບານ ລາຍງານຂໍທິດຊີ້ນຳ ຈາກກອງປະຊຸມກົມການເມືອງ ຮ່ວມກັບຄະນະເລຂາທິການສູນ ກາງພັກຕື່ມ, ພ້ອມກັນນີ້ກອງປະຊຸມ ໄດ້ມອບໝາຍໃຫ້ສະມາຊິກລັດຖະ ບານ ກໍຄື ບັນດາກະຊວງ ແລະ ອົງ ການທຽບເທົ່າ ຮີບຮ້ອນລົງສົມທົບ ບັນດາແຂວງ ຕາມທີ່ໄດ້ແບ່ງຄວາມ ຮັບຜິດຊອບນັ້ນ ເພື່ອປຶກສາຫາລື ແລະ ເຮັດບົດບັນທຶກເປັນອັນລະ ອຽດກ່ຽວກັບກົນໄກເຮັດວຽກ ຮ່ວມ ລະຫວ່າງ ກະຊວງ-ອົງການ ປົກຄອງທ້ອງຖິ່ນ, ທ້ອງຖິ່ນທີ່ຕົນ ເອງຮັບຜິດຊອບ. ສຳລັບແຜນວຽກຈຸດສຸມ 5 ປີ (2026-2030), ລັດຖະບານ ຊຸດທີ X ຈະຫັນເຂົ້າສູ່ “ການເວົ້າ ໃຫ້ໄປສູ່ການກະທໍາຕົວຈິງ”, ຕ້ອງ ເດັດດ່ຽວແກ້ໄຂສະພາບ “ເວົ້າ ຫລາຍເຮັດໜ້ອຍ ຫລື ບໍ່ເຮັດ; ເວົ້າມີ ວາທະສິນຈົບງາມ, ເປັນຕາຟັງ ແຕ່ ເຮັດຫຍັງບໍ່ໄດ້ ຫລື ບໍ່ໄດ້ເຮັດຫຍັງ ອອກມາໃຫ້ເປັນຜົນໄດ້ຮັບ ຫລື ເກີດ ຜົນທີ່ສາມາດຈັບຕ້ອງໄດ້”. ລັດຖະ ບານ ຈະເປັນເຈົ້າການ ແລະ ຕັ້ງໜ້າ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ, ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ແລະ ບັນດາມະຕິຂອງສະພາແຫ່ງ ຊາດ ວາງອອກດ້ວຍຄວາມຮັບຜິດ ຊອບສູງ ດັ່ງຄໍາຂວັນທີ່ວ່າ: “ຍົກ ສູງຈິດໃຈ ມຸ່ງໝັ້ນພັດທະນາຢ່າງ ແຮງກ້າ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົວເອງ, ນໍາໃຊ້ ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມ ທິດ ວ່ອງໄວ, ສີຂຽວ ແລະ ຍືນຍົງ”. ສະເພາະແຜນວຽກຈຸດສຸມຈຳ ນວນໜຶ່ງຂອງລັດຖະບານໃນເດືອນ ເມສາ 2026 ຈະສຸມໃສ່ປະຕິບັດ ທິດຊີ້ນຳ ຂອງກົມການເມືອງສູນ ກາງພັກ ກ່ຽວກັບການເພີ່ມທະວີ ແກ້ໄຂບັນຫານ້ຳມັນເຊື້ອໄຟ ໃນໄລ ຍະສະພາບເຄັ່ງຮ້ອນ ໂດຍຮີບຮ້ອນ ຈັດຕັ້ງຜັນຂະຫຍາຍຄຳສັ່ງ 40/ນຍ ໃຫ້ເປັນຮູບປະທໍາ; ໃນຊ່ວງວິກິດ ການລາຄານ້ຳມັນເຊື້ອໄຟ ມອບໃຫ້ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ລົງເລິກຊີ້ນຳຕິດຕາມ, ຊຸກຍູ້ ວຽກງານກະສິກຳໃຫ້ແທດເຖິງ, ມອບໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ປະຕິບັດໂຄງການ 4 ປູກ 4 ລ້ຽງ ໃຫ້ແຂງແຮງກວ່າເກົ່າ ເພື່ອ ບໍ່ໃຫ້ກະທົບຕໍ່ວຽກງານພະລາທິ ການຂອງກອງທັບ; ໃຫ້ສືບຕໍ່ສົ່ງ ເສີມການນຳໃຊ້ລົດໄຟຟ້າ ແລະ ລົດ ໂດຍສານສາທາລະນະ, ພ້ອມທັງ ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າລົດ ໄຟຟ້າ ຕາມກົດໝາຍ ແລະ ລະ ບຽບການຢ່າງເຂັ້ມງວດ. ໄລຍະສະ ຫລອງບຸນປີໃໝ່ລາວ, ມອບໃຫ້ ແຕ່ລະພາກສ່ວນກ່ຽວຂ້ອງ ປະຕິ ບັດໜ້າທີ່ຂອງຕົນດ້ວຍຄວາມຮັບ ຜິດຊອບສູງ ເພື່ອເຮັດໃຫ້ການສະ ຫລອງບຸນປີໃໝ່ ເປັນໄປຕາມຮີດ ຄອງປະເພນີ, ຮັບປະກັນຄວາມສະ ຫງົບ ແລະ ເປັນລະບຽບຮຽບຮ້ອຍ. ໃນນີ້, ເອົາໃຈໃສ່ການຜະລິດສະ ບຽງອາຫານ, ການສະໜອງສິນ ຄ້າອຸປະໂພກ-ບໍລິໂພກ ໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ; ຕິດຕາມ, ກວດກາ ແລະ ຄຸ້ມຄອງ ລາຄາສິນຄ້າໃນທ້ອງຕະຫລາດ ແລະ ຄ່າບໍລິການຕ່າງໆ ຂອງຜູ້ປະ ກອບການ, ຫົວໜ່ວຍທຸລະກິດ ບໍ່ໃຫ້ ມີການສວຍໂອກາດກັກຕຸນສິນຄ້າ ແລະ ປັບຂຶ້ນລາຄາແບບບໍ່ສົມເຫດ ສົມຜົນ; ຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ເປັນລະບຽບ ຮຽບຮ້ອຍໃນຂອບເຂດທົ່ວປະເທດ, ເອົາໃຈໃສ່ຈັດກຳລັງເວນຍາມຮັກ ສາຄວາມສະຫງົບ 24 ຊົ່ວໂມງ, ຕິດຕາມສະພາບອຸບັດເຫດ ແລະ ອັກຄີໄພຕ່າງໆ; ເພີ່ມທະວີການ ໂຄສະນາກ່ຽວກັບການສະຫລອງ ປີໃໝ່ ໃຫ້ຖືກຕ້ອງ, ສອດຄ່ອງກັບ ປະເພນີ ໂດຍເນັ້ນໃສ່ການບາສີສູ່ ຂວັນປີໃໝ່ ຕາມເງື່ອນໄຂຄວາມ ສະດວກ, ເອົາໃຈໃສ່ຄຸ້ມຄອງບັນ ດາຜູ້ປະກອບການສະຖານທີ່ບັນ ເທີງ ໃຫ້ປະຕິບັດໂມງເປີດ-ປິດ ຢ່າງເຂັ້ມງວດ. ສຳລັບພາກລັດ ແມ່ນຫລີກລ່ຽງການຈັດງານລ້ຽງ ລັກສະນະສິ້ນເປືອງງົບປະມານ, ຕ້ອງເປັນແບບຢ່າງໃນການປະ ຢັດ. ພ້ອມທັງຈະເລັ່ງປັບປຸງສ້ອມ ແປງເສັ້ນທາງຕ່າງໆ ໃຫ້ສຳເລັດ ກ່ອນລະດູຝົນຈະມາເຖິງ ໂດຍສະ ເພາະ ບັນດາເສັ້ນທາງຫລວງແຫ່ງ ຊາດ, ເສັ້ນທາງເຂົ້າຫາແຫລ່ງ ທ່ອງທ່ຽວ; ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນ ເຈົ້າການສົມທົບກັບພາກສ່ວນກ່ຽວ ຂ້ອງ ຕິດຕາມຊຸກຍູ້ການໃຫ້ຄວາມ ຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຈາກ ພາຍຸໝາກເຫັບຕົກ ຕາມທີ່ທ່ານ ເລຂາທິການໃຫຍ່-ປະທານປະເທດ ແລະ ນາຍົກລັດຖະມົນຕີ ໄດ້ຊີ້ນຳ ໃນໂອກາດລົງພື້ນທີ່ຕົວຈິງ ໂດຍ ສະເພາະດ້ານນະໂຍບາຍການສະ ໜອງວັດສະດຸອຸປະກອນ ເຊັ່ນ: ກະ ເບື້ອງມຸງຫລັງຄາ, ແຮງງານສ້ອມ ແປງເຮືອນປະຊາຊົນ, ນະໂຍບາຍ ຄ່າໄຟຟ້າ, ນ້ຳປະປາ ແລະ ອື່ນໆ. ກອງປະຊຸມໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດ ໄດ້ໃຫ້ກຽດ ມີຄຳເຫັນໂອ້ລົມ ຊີ້ທິດເຍືອງທາງ ເນັ້ນໜັກໃຫ້ຄະນະລັດຖະບານ ຊຸດ ທີ X ສືບຕໍ່ເອົາໃຈໃສ່ ຈັດຕັ້ງປະຕິ ບັດວຽກງານຈຳນວນໜຶ່ງ ກໍຄື ແກ້ ໄຂບັນຫາເຄັ່ງຮ້ອນ ທີ່ເກີດຂຶ້ນໃນ ສັງຄົມ ໃຫ້ເປັນຮູບປະທຳ. ຂ່າວ: ກົມປະຊາສໍາພັນ ຫສນຍ ຜົນກອງປະຊຸມ...ົຸ ມາດຂອງເຈົ້າໜ້າທີ່ຂັ້ນການນໍາ ພາ ຂອງພາກລັດ, ສະຖາບັນການ ສຶກສາ ແລະ ພາກທຸລະກິດ ໃນດ້ານ ການຄົ້ນຄວ້າ ແລະ ວິເຄາະກ່ຽວກັບ ນະໂຍບາຍ ແລະ ຍຸດທະສາດ ໃນ ການພັດທະນາເສດຖະກິດ-ສັງຄົມ ຂອງພາກລັດ, ການແລກປ່ຽນແລະ ຖອດຖອນບົດຮຽນຮ່ວມກັບຊ່ຽວ ຊານຈາກສສຫວຽດນາມກ່ຽວກັບ ດ້ານສະພາບການເສດຖະກິດສາ ກົນ ແລະ ພາກພື້ນ, ພ້ອມທັງມີການ ປຽບທຽບນະໂຍບາຍຂອງບັນດາ ປະເທດເພື່ອນບ້ານ ໃນການຮັບມືກັບ ບັນດາສິ່ງທ້າທາຍໃນສະພາບການ ພົວພັນເສດຖະກິດໃນຍຸກໃໝ່ ແລະ ການຫັນເອົາສິ່ງທ້າທາຍໃຫ້ເປັນກາ ລະໂອກາດໃນການພັດທະນາເສດ ຖະກິດ-ສັງຄົມ ຂອງປະເທດ. ຊຸດຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການບັນຍາຍ ແລະ ວິ ເຄາະລົງເລິກດ້ານການແກ້ໄຂບັນ ຫາເສດຖະກິດມະຫາພາກ, ສົນທະ ນາກັບຜູ້ຊ່ຽວຊານດ້ານເສດຖະກິດ ແລະ ການພັດທະນາຂອງໂຮງຮຽນ ນະໂຍບາຍ ແລະ ບໍລິຫານພາກ ລັດ ທີ່ຂຶ້ນກັບມະຫາວິທະຍາໄລ Fulbright ເປັນຕົ້ນ ການຮັກສາສະ ຖຽນລະພາບທາງດ້ານການເງິນ ແລະ ງົບປະມານ ລວມທັງນະໂຍ ບາຍດ້ານພາສີອາກອນ, ທະນາ ຄານ ແລະ ການໃຊ້ຈ່າຍບໍລິຫານ ລັດ, ນະໂຍບາຍດ້ານການລົງທຶນ, ດ້ານການຄ້າ, ດ້ານການບໍລິການ ແລະ ການຫັນປ່ຽນໂຄງສ້າງເສດ ຖະກິດ ລວມທັງການຫັນປ່ຽນລະ ບົບການບໍລິຫານລັດແບບດີຈິຕອນ ເພື່ອສົ່ງເສີມການດຶງດູດການລົງ ທຶນ ແລະ ບໍລິການດ້ານການຄ້າ, ການກໍ່ສ້າງຊັບພະຍາກອນມະນຸດ ເພື່ອຮອງຮັບກັບການຂະຫຍາຍ ອຸດສາຫະກໍາທັນສະໄໝ ໃນຍຸກອຸດ ສາຫະກໍາ 4.0 ແລະ ດ້ານອື່ນໆ. ນອກນັ້ນ, ຜູ້ເຂົ້າຮ່ວມທັງໝົດຍັງໄດ້ ລົງໄປຢ້ຽມຢາມ ແລະ ທັດສະນະ ສຶກສາກ່ຽວກັບອຸດສາຫະກໍາການ ສ້າງຕົວເມືອງອັດສະລິຍະ ຂອງ ບໍລິສັດວິສາຫະກິດຫຸ້ນສ່ວນ ເພື່ອ ການລົງທຶນ ແລະ ການພັດທະນາ ເຂດອຸດສາຫະກໍາ ເບກາແມັກ (BECAMEX) ຢູ່ ນະຄອນໂຮ່ຈີ່ ມິງ, ແລກປ່ຽນບົດຮຽນກັບ ຄະນະ ກຳມະການຮ່ວມມື ແລະ ການລົງ ທຶນ ຂອງນະຄອນຮາຍຟອງ, ຄະນະ ກໍາມະການຄຸ້ມຄອງສະຖານທີ່ ມໍລະດົກໂລກຢູ່ ອ່າວວິງຮາລ່ອງ, ແຂວງກວາງນິງ ແລະ ເຂດຜະລິດ ລົດຍົນໄຟຟ້າ ຂອງກຸ່ມບໍລິສັດ VinFast. ໃນໂອກາດນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າພົບປະກັບ ທ່ານ ຫງຽນ ແມັງ ເກື່ອງ ກໍາມະ ການສູນກາງພັກ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ອີກດ້ວຍ. ໂຄງການຝຶກອົບຮົມໄລຍະສັ້ນ ໃຫ້ແກ່ຜູ້ບໍລິຫານລະດັບສູງຂອງ ສປປ ລາວ ໃນຄັ້ງນີ້, ແມ່ນມີຄວາມ ໝາຍສໍາຄັນໃນການເສີມສ້າງຂີດ ຄວາມສາມາດ ໃຫ້ແກ່ຄະນະຜູ້ ແທນ ສປປ ລາວ ດ້ານການກຳນົດ ແລະ ດຳເນີນນະໂຍບາຍເສດຖະ ກິດ-ສັງຄົມ, ພ້ອມທັງ ເປັນການຮັດ ແໜ້ນສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ້ນ ສ່ວນຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນັ້ນ, ການ ຈັດຕັ້ງປະຕິບັດໂຄງການຄັ້ງນີ້, ຍັງ ເປັນອີກໜຶ່ງຕົວຢ່າງ ທີ່ສະທ້ອນ ໃຫ້ເຫັນການຮ່ວມມືທີ່ໃກ້ຊິດ ແລະ ເປັນຮູບປະທຳ ລະຫວ່າງ ສອງ ປະເທດ ໂດຍສະເພາະການຜັນຂະ ຫຍາຍບົດບັນທຶກຄວາມເຂົ້າໃຈ ການຮ່ວມມື ລະຫວ່າງ ສອງກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ສຳລັບ ປີ 2026. ຂ່າວ-ພາບ: ກຕທ ຄະນະຜູ້ແທນລາວ...ູ້

01/04/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ lv'-kf ]k;{9u o \kdzq odkoIj ;,,n 65 xu ,u 7;k,lera ova oc|h oc2h o ໃນຊຸມປີຜ່ານມາ, ສອງຝ່າຍ ລາວ-ຈີນ ໄດ້ຮ່ວມກັນລົງນາມ ໃນສັນຍາຮ່ວມມືລະຫວ່າງຄະນະ ພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຄະນະ ພົວພັນຕ່າງປະເທດສູນກາງພັກ ກອມມູນິດຈີນ, ບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍການຮ່ວມມືລະ ຫວ່າງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວແລະສູນກາງຊາວໜຸ່ມ ກອມມູນິດຈີນ, ບົດບັນທຶກຄວາມ ເຂົ້າໃຈການຮ່ວມມືພັດທະນາເຂດ ລຽບຕາມເສັ້ນທາງລົດໄຟ ລາວຈີນ, ບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການຮ່ວມມືດ້ານການສຶກສາ (ສົກປີ 2022-2024), ໜັງສື ມອບ-ຮັບໂຄງການກໍ່ສ້າງພື້ນຖານ ໂຄງລ່າງຫລຸດຜ່ອນຄວາມທຸກຍາກ ຢູ່ຊົນນະບົດລາວ ຊຸດທີ 1, ໜັງສື ມອບ-ຮັບໂຄງການຊ່ວຍເຫລືອ ອຸປະກອນປ້ອງກັນພະຍາດໂຄວິດ19 ໃນເຂດຊາຍແດນ ລາວ-ຈີນ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສ້າງຕັ້ງໜ່ວຍງານຮ່ວມມື ດ້ານການລົງທຶນ ແລະ ເສດຖະກິດ ລະຫວ່າງກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ກະຊວງການຄ້າ ແຫ່ງ ສປ ຈີນ, ບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການຮ່ວມມືດ້ານລະບົບການ ຄ້າເອເລັກໂຕຣນິກລະຫວ່າງກະ ຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກະຊວງການ ຄ້າ ສປ ຈີນ, ອະນຸສັນຍາກ່ຽວກັບ ຂໍ້ກໍານົດເງື່ອນໄຂສຸຂະນາໄມພືດ ສໍາລັບການສົ່ງອອກໃບຢາສູບ ລາວ ໄປ ສປ ຈີນ, ອະນຸສັນຍາວ່າ ດ້ວຍການສົ່ງອອກງົວຈາກ ສປປ ລາວ ໄປຍັງ ສປ ຈີນ ຄືນໃໝ່, ບົດ ບັນທຶກຄວາມເຂົ້າໃຈວ່າດ້ວຍການ ສົ່ງເສີມຮ່ວມມືພັດທະນາ ແລະ ຜັນ ຂະຫຍາຍຂໍ້ລິເລີ່ມການພັດທະນາ ທົ່ວໂລກ, ການແລກປ່ຽນສຶກສາ ຄວາມເປັນໄປໄດ້ໂຄງການສາທິດ ຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ ໄລຍະ 2, ແລກປ່ຽນ ll- g0fg]n vd8A 'mu 12 ltg|u .sh 9a fla o[j vo0kpg7nj v' 8k,lt4komuj 8j k'Mcdj 7v[7q ;muj 4n d37'dkomk']q fw2 ]k;{s;Pfok, ໂດຍ: ວັນໄຊ ຕະວິນຍານັິ ສຶກສາຄວາມເປັນໄປໄດ້ໂຄງການ ຊ່ວຍເຫລືອດ້ານເຕັກນິກໂຄງການ ຫໍປະຊຸມແຫ່ງຊາດ ໄລຍະ 4, ແລກປ່ຽນໂຄງການກໍ່ສ້າງຫ້ອງ ທົດລອງ DNA, ບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍການຮ່ວມມືດ້ານສື່ ມວນຊົນ, ບົດບັນທຶກການສົ່ງເສີມ ການຮ່ວມມືດ້ານການເງິນ ແລະ ຕິດຕາມຄຸ້ມຄອງຮອບດ້ານ, ສັນຍາ ມອບສິດລະຫວ່າງທະນາຄານ ປະຊາຊົນຈີນ ແລະ ທະນາຄານ ອຸດສາຫະກໍາ ແລະ ການຄ້າ (ICBC) ໃນການມອບສິດໃຫ້ ແກ່ ICBC ສາຂານະຄອນຫລວງ ວຽງຈັນ ເປັນທະນາຄານຕົວແທນ ຊໍາລະສະສາງເງິນຢວນຢູ່ ສປປ ລາວ, ແຜນການຮ່ວມມືແລກປ່ຽນ ບົດຮຽນລະຫວ່າງຄະນະພົວພັນ ຕ່າງປະເທດສູນກາງພັກ ປປ ລາວ ແລະ ຄະນະພັກກອມມູນິດເຂດ ປົກຄອງຕົນເອງຊົນເຜົ່າຈ້ວງກວາງ ຊີ ໄລຍະປີ 2023-2025, ບົດ ບັນທຶກຄວາມເຂົ້າໃຈການຮ່ວມມື ໄມຕີຈິດມິດຕະພາບລະຫວ່າງ ສະພາປະຊາຊົນ 4 ແຂວງຄື: ແຂວງ ຫລວງນໍ້າທາ, ອຸດົມໄຊ, ຜົ້ງສາລີ ແລະ ແຂວງຫລວງພະບາງ ແລະ ສະພາຜູ້ແທນປະຊາຊົນແຂວງຢຸນ ນານ ສປ ຈີນ, ບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍສົ່ງເສີມການຮ່ວມມື ແລກປ່ຽນພາກເອກະສານຊົນພົນ ລະເຮືອນລະຫວ່າງກອງທຶນພັດ ທະນາສັນຕິພາບແຫ່ງຊາດຈີນ ກັບ ຄະນະກຳມາທິການສັນຕິພາບ ແລະ ສາມັກຄີຂອງລາວ, ບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຮ່ວມມື ດ້ານເຕັກໂນໂລຊີການສື່ສານຂໍ້ມູນ ຂ່າວສານ, ສັນຍາຮ່ວມມືໂຄງການ ແລກປ່ຽນພະລັງງານໄຟຟ້າໃນ ລະດັບແຮງດັນ 500 Kv, ສັນຍາ ມອບໂອນສິດນໍາໃຊ້ຊັບສິນຂອງ ໂຄງການສາຍສົ່ງໄຟຟ້າແຫ່ງຊາດ, ສັນຍາຈ່າຍຄ່າຜ່ານສາຍສົ່ງຂອງ ໂຄການສາຍສົ່ງໄຟຟ້າແຫ່ງຊາດ ແລະ ອື່ນໆ ຢ່າງຫລວງຫລາຍ. ໃນສະພາບການຂອງໂລກໄດ້ ເພີ່ມທະວີການຜັນແປໄປຢ່າງໄວ ວາ, ສັງຄົມມະນຸດໄດ້ຢືນຢູ່ບາດ ລ້ຽວທາງປະຫວັດສາດທີ່ສໍາຄັນຄັ້ງ ໃໝ່ ຕໍ່ໜ້າສະພາບການປ່ຽນແປງ ຂອງໂລກ, ການປ່ຽນແປງຂອງ ຍຸກສະໄໝ ແລະ ການປ່ຽນແປງ ຂອງປະຫວັດສາດ, ສອງຝ່າຍ ຢືນຢັນຍຶດໝັ້ນການນຳພາຂອງ ພັກ, ຍຶດໝັ້ນລັດທິມາກ, ຍຶດໝັ້ນ ເສັ້ນທາງສັງຄົມນິຍົມ ທີ່ສອດຄ່ອງ ກັບສະພາບການຕົວຈິງຂອງປະ ເທດຕົນ, ອອກແຮງສະແຫວງຫາ ກົດເກນການກຳອຳນາດຂອງພັກ ກອມມູນິດ, ກົດເກນການກໍ່ສ້າງ ສັງຄົມນິຍົມ ແລະ ກົດເກນການ ພັດທະນາສັງຄົມມະນຸດ; ຊຸກຍູ້ ພາລະກິດການກໍ່ສ້າງພັກ ແລະ ພັດທະນາປະເທດຊາດຂອງຕົນ ໃຫ້ມີບາດກ້າວໃໝ່; ບັນລຸ, ປົກ ປັກຮັກສາ ແລະ ພັດທະນາຜົນປະ ໂຫຍດພື້ນຖານຂອງສອງພັກ ແລະ ປະຊາຊົນສອງຊາດໃຫ້ດີ; ປະກອບ ສ່ວນອັນໃໝ່ທີ່ໃຫຍ່ຫລວງກວ່າເກົ່າ ເຂົ້າໃນພາລະກິດອັນຍິ່ງໃຫຍ່ແຫ່ງ ສັນຕິພາບ ແລະ ການພັດທະນາ ຂອງມວນມະນຸດ. ພາບປະກອບ ໂດຍ: ຢ່າາົ່ຕົ່ງ່ງ ຂປລ. ຢູ່ໃນແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຂອງລັດຖະ ບານໄດ້ມີຄຳຂວັນວ່າ: “ຍົກສູງ ຈິດໃຈມຸ່ງໝັ້ນພັດທະນາຢ່າງແຮງ ກ້າ, ຕັ້ງໜ້າສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງ, ນຳໃຊ້ທຸກທ່າ ແຮງຢ່າງມີປະສິດທິຜົນ, ພັດທະນາ ເສດຖະກິດ-ສັງຄົມຕາມທິດວ່ອງ ໄວ, ສີຂຽວ ແລະ ຍືນຍົງ”. ໜຶ່ງໃນຫລາຍໆວຽກງານຢູ່ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີX ນັ້ນ, ລັດຖະ ບານກໍໄດ້ຕັ້ງເປົ້າໝາຍ ແລະ ປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີ ຂຶ້ນ, ຕົວເມືອງ ແລະ ຊົນນະບົດໄດ້ ຮັບການພັດທະນາຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນໃຫ້ຫລຸດລົງເທື່ອລະກ້າວ. ໃນ ນັ້ນ, ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນຢ່າງມີຈຸດສຸມ, ຖືເອົາການ ແກ້ໄຂຄວາມທຸກຍາກເປັນວາລະ ແຫ່ງຊາດ ດ້ວຍການໃຫ້ນະໂຍບາຍ ພິເສດ ແລະ ສະເພາະຕໍ່ເຂດທີ່ມີ ຄວາມຫຍຸ້ງຍາກ, ເຂດຫ່າງໄກ ສອກຫລີກ ແລະ ເຂດທີ່ໝັ້ນການ ປະຕິວັດ ເພື່ອບຸກທະລຸການພັດທະ ນາພື້ນຖານໂຄງລ່າງໃຫ້ມີຄວາມ ສະດວກ ເພື່ອຮັບໃຊ້ການຜະລິດ ແລະ ການດຳລົງຊີວິດຂອງປະຊາ ຊົນໃຫ້ດີເທື່ອລະກ້າວ. ເລັ່ງໃສ່ພັດ ທະນາພື້ນຖານໂຄງລ່າງ ແລະ ການ ສ້າງລາຍໄດ້ໃຫ້ກັບປະຊາຊົນຢູ່ ເຂດຊົນນະບົດ, ເຂດຫ່າງໄກຊອກ ຫລີກ, ເຂດທີ່ໝັ້ນການປະຕິວັດ, ເຂດວິລະຊົນ ແລະ ເຂດຊາຍແດນ ເພື່ອອັດຊ່ອງວ່າງຄວາມແຕກໂຕນ ດ້ານການພັດທະນາລະຫວ່າງຕົວ ເມືອງ ແລະ ຊົນນະບົດ, ລະຫວ່າງ ຜູ້ທີ່ມີລາຍຮັບສູງ ແລະ ຜູ້ທີ່ມີລາຍ ຮັບຕໍ່າ, ເກັບກູ້ລະເບີດທີ່ຍັງບໍ່ທັນ xa [x5 '-u ;y fdkogxa o16j 0v'xt-k-q o1j k',u 95 fl5 , ແຕກອອກຈາກພື້ນທີ່ການຜະລິດ ກະສິກຳ ເພື່ອຂະຫຍາຍພື້ນທີ່ການ ປູກຝັງ, ລ້ຽງສັດໃຫ້ຊາວກະສິກອນ ໃນການຜະລິດສະບຽງອາຫານໃຫ້ ພຽງພໍສະໜອງຕໍ່ສັງຄົມ. ຍົກສູງບົດບາດຂອງແມ່ຍິງ, ໄວໜຸ່ມໃນການປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດສັງຄົມ. ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ແລະ ສ້າງຄວາມເຂັ້ມ ແຂງໃຫ້ແມ່ຍິງ, ເອົາໃຈໃສ່ປົກ ປ້ອງສິດ ແລະ ຜົນປະໂຫຍດຂອງ ເດັກ, ເອົາໃຈໃສ່ວຽກງານປົກປ້ອງ ເດັກ, ແມ່ຍິງ ພ້ອມທັງຮັບປະກັນ ແມ່ມານ ແລະ ເດັກໄດ້ຮັບໂພຊະນາ ການ, ສານອາຫານໃນປະລິມານ ທີ່ພຽງພໍ ແລະ ໄດ້ຮັບການປິ່ນປົວ ເວລາເຈັບເປັນ. ສັງຄົມມີຄວາມ ສະຫງົບ, ຊາວຜູ້ອອກແຮງງານ ເຂົ້າລະບົບປະກັນສັງຄົມ ແລະ ປະ ກັນສຸຂະພາບ, ປະຊາຊົນຜູ້ດ້ອຍ ໂອກາດ ແລະ ຜູ້ທີ່ມີຜົນງານຕໍ່ການ ປະຕິວັດຊາດປະຊາທິປະໄຕ ໄດ້ຮັບ ນະໂຍບາຍທີ່ເໝາະສົມ; ວັດທະນະ ທຳ, ຮີດຄອງປະເພດີອັນດີງາມ ຂອງຊາດໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງຕັ້ງໜ້າ. ວຽກງານທີ່ກ່າວມານັ້ນ, ລັດ ຖະບານໄດ້ວາງຄາດໝາຍລະດັບ ເປົ້າໝາຍຄື: ສູ້ຊົນເຮັດໃຫ້ອັດຕາ ຄວາມທຸກຍາກຫລຸດລົງຍັງເຫລືອ ໜຶ່ງຕົວເລກ; ສົ່ງເສີມຄວາມສະເໝີ ພາບຍິງ-ຊາຍ ແລະ ສ້າງຄວາມ ເຂັ້ມແຂງໃຫ້ແມ່ຍິງ ໂດຍວັດແທກ ຈາກຄ່າດັດຊະນີຄວາມສະເໝີພາບ ຍິງ-ຊາຍ ເພີ່ມຂຶ້ນຈາກ 0.700 ໃນປີ 2025 ເປັນ 0.773 ໃນ ປີ 2030; ເປີເຊັນຂອງເດັກທີ່ ຂາດເຂີນໃນຫລາຍມິຕິ ໂດຍອີງໃສ່ ນິຍາມແຫ່ງຊາດກ່ຽວກັບຄວາມ ຂາດເຂີນໃຫ້ເຫລືອ 30% ໃນແຕ່ລະ ແຂວງເມື່ອຮອດປີ 2030; ຊຸກຍູ້ ສ້າງເງື່ອນໄຂໃຫ້ພະນັກງານເພດ ຍິງໄດ້ບັນຈຸສັບຊ້ອນເປັນພະນັກ ງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ ໂດຍສະເລ່ຍໃຫ້ກວມເອົາ 20% ຂອງຜູ້ໄດ້ຮັບຕຳແໜ່ງບໍລິຫານ ທັງໝົດ; ຊຸກຍູ້ສົ່ງເສີມ ແລະ ສ້າງ ເງື່ອນໄຂໃຫ້ແມ່ຍິງໄດ້ບັນຈຸສັບຊ້ອນ ເຂົ້າເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງເພດຍິງກວມ 30% ຂຶ້ນໄປ. ຫລຸດຜ່ອນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານໃຫ້ ຍັງເຫລືອ 18% ຂອງປະຊາກອນ ເປົ້າໝາຍ; ຫລຸດຜ່ອນອັດຕາເດັກ ນ້ອຍລຸ່ມ 5 ປີ ທີ່ມີລວງສູງຕໍ່າກວ່າ ມາດຕະຖານໃຫ້ຍັງເຫລືອ 27% ຂອງປະຊາກອນເປົ້າໝາຍ; ຫລຸດ ຜ່ອນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ຂາດສານອາຫານກະທັນຫັນ (ຈ່ອຍຜອມ) ໃຫ້ຍັງເຫລືອ 5% ຂອງປະຊາກອນເປົ້າໝາຍ. ສຳລັບແຜນວຽກຈຸດສຸມພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນໃຫ້ມີຄຸນ ນະພາບດີຂຶ້ນນັ້ນ, ແມ່ນສູ້ຊົນສ້າງ ຄອບຄົວພົ້ນທຸກໃຫ້ໄດ້ຫລາຍກວ່າ 100.000 ຄອບຄົວ; ສ້າງບ້ານ ພົ້ນທຸກໃຫ້ໄດ້ຫລາຍກວ່າ 1.000 ບ້ານ; ສ້າງເມືອງພົ້ນທຸກໃຫ້ໄດ້ ຫລາຍກວ່າ 25 ເມືອງ; ສ້າງຄອບ ຄົວພັດທະນາໃຫ້ໄດ້ຫລາຍກວ່າ 150.000 ຄອບຄົວ; ສ້າງບ້ານ ພັດທະນາ ໃຫ້ໄ ດ້ຫລາ ຍກວ່າ 1.500 ບ້ານ; ສ້າງເມືອງເຂັ້ມ ແຂງຮອບດ້ານໃຫ້ໄດ້ 15 ເມືອງ; ສືບຕໍ່ພັດທະນາບັນດາເຂດຈຸດສຸມ ຕ່າງໆໃນທົ່ວປະເທດ, ໃນນີ້ ບຸລິມະ ສິດຕົ້ນຕໍສຸມໃສ່ສືບຕໍ່ຈັດສັນພູມລໍາ ເນົາ ແລະ ອາຊີບຂອງປະຊາຊົນ ທີ່ຮັບປະກັນຄວາມໝັ້ນຄົງ ແລະ ຍືນຍົງໃຫ້ໄດ້ຢ່າງໜ້ອຍ 25 ແລະ ຈຸດສຸມພັດທະນາຊົນນະບົດໃໝ່ ເພື່ອໃຫ້ກາຍເປັນຕົວແບບໃນການ ພັດທະນາທີ່ຍືນຍົງໃຫ້ໄດ້ 15 ຈຸດ ສຸມ; ສືບຕໍ່ການຂະຫຍາຍກອງທຶນ ພັດທະນາຂັ້ນບ້ານຢູ່ເມືອງທຸກຍາກ ໃຫ້ໄດ້ຢ່າງໜ້ອຍ 85 ບ້ານ; ສືບຕໍ່ ສ້າງ ແລະ ສະໜັບສະໜູນກອງທຶນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ໄດ້ 450 ບ້ານ; ຂະຫຍາຍອັດຕາການ ຊົມໃຊ້ໄຟຟ້າໃຫ້ໄດ້ 98% ຂອງຄົວ ເຮືອນທົ່ວປະເທດ. ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນຢ່າງມີຈຸດສຸມ ໂດຍສຸມໃສ່ ພັດທະນາພື້ນຖານໂຄງລ່າງຢູ່ຊົນ ນະບົດໃຫ້ສະດວກສະບາຍຂຶ້ນ ເປັນຕົ້ນແກ້ໄຂເສັ້ນທາງ, ໄຟຟ້າ, ນໍ້າປະປາ, ໂຮງຮຽນ ແລະ ສຸກ ສາລາ ເພື່ອຍົກສູງຊີວິດການເປັນ ຢູ່ໃຫ້ດີເທື່ອລະກ້າວ; ສົ່ງເສີມການ ຜະລິດເສດຖະກິດເປັນເຈົ້າຕົນເອງ, ສົ່ງເສີມການຜະລິດກະສິກຳເປັນ ສິນຄ້າຕິດພັນກັບອຸດສາຫະກຳປຸງ ແຕ່ງ ແລະ ການຕະຫລາດຕາມທ່າ ແຮງໄດ້ປຽບຂອງທ້ອງຖິ່ນ ແລະ ເຂດແຄວ້ນ; ຊຸກຍູ້ການພັດທະນາ ວິສາຫະກິດ, ຟາມ, ຄອບຄົວຕົວ ແບບໃນການຜະລິດສິນຄ້າ ເພື່ອ ສະໜອງໃຫ້ແກ່ຕົວເມືອງເພື່ອ ທົດແທນການນໍາເຂົ້າ ແລະ ເພື່ອ ສົ່ງອອກ; ສ້າງໃຫ້ມີຕົວແບບໃນ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກແບບໃໝ່ໃຫ້ ເຂັ້ມແຂງເປັນຕົ້ນແມ່ນກຸ່ມການ ຜະລິດ, ປຸງແຕ່ງ, ການບໍລິການ, ນິຄົມ (ຟາມ), ສະຫະກອນ, ຫົວ ໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ; ສືບຕໍ່ຈັດຕັ້ງການຜະລິດ ແລະ ການບໍລິການໃຫ້ແກ່ຊາວກະສິກອນ ໂດຍເລີ່ມຈາກການສ້າງເສດຖະກິດ ຮ່ວມມືຮູບແບບຕ່າງໆຢູ່ຊົນນະບົດ ໃຫ້ເຄື່ອນໄຫວມີຄຸນນະພາບ ແລະ ມີປະສິດທິຜົນ; ປັບປຸງການຈັດຕັ້ງ ຮ່ວມມືຂອງຊາວກະສິກອນໃຫ້ເຂັ້ມ ແຂງ; ສົ່ງເສີມບັນດາວິສາຫະກິດ ຈາກພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃສ່ການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນຕາມທິດຫັນເປັນ ອຸດສາຫະກຳ ແລະ ທັນສະໄໝເທື່ອ ລະກ້າວ; ສ້າງເງື່ອນໄຂໃຫ້ແກ່ຊາວ ກະສິກອນໄດ້ເຂົ້າຮ່ວມຜະລິດສິນ ຄ້າໃຫ້ຫລາຍຂຶ້ນ; ສຳຫລວດ ແລະ ຈັດສັນທີ່ດິນທຳການຜະລິດໃຫ້ ປະຊາຊົນຕິດພັນກັບການນໍາໃຊ້ ຢ່າງມີປະສິດທິຜົນ ແລະ ຍືນ ຍົງ; ຮັບປະກັນສິດນຳໃຊ້ທີ່ດິນ ຂອງປະຊາຊົນ ເພື່ອໃຫ້ທີ່ດິນເປັນ ພາຫະນະການຜະລິດທີ່ຍືນຍົງ; ພັດທະນາທີ່ດິນກະສິກຳ ຕິດພັນ ກັບການສ້າງການເຕີບໂຕສີຂຽວ, ປົກປັກຮັກສາສິ່ງແວດລ້ອມ ແລະ ລະບົບນິເວດກະສິກຳ. ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ຂປລ. ທ່ານ ສົມວິໄຊ ວົງທິລາດ ສະມາຊິກສະພາແຫ່ງຊາດເຂດ ເລືອກຕັ້ງທີ 12 ແຂວງຄໍາມ່ວນ ໄດ້ ປະກອບຄໍາເຫັນໃສ່ບົດລາຍງານ ໂຄງການກໍ່ສ້າງທາງລົດໄຟ ລາວຫວຽດນາມ ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດຊຸດ ທີ X ໃນອາທິດຜ່ານມານີ້ວ່າ: ໂດຍ ລວມແລ້ວເຫັນດີເປັນເອກະພາບ ຕໍ່ກັບໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຊຶ່ງແຂວງຄໍາ ມ່ວນ ເປັນແຂວງໜຶ່ງທີ່ມີຈຸດພິເສດ ທີ່ມີການເຊື່ອມໂຍງ-ເຊື່ອມຈອດ ຂອງປະເທດ ແລະ ພາກພື້ນ ເປັນ ຫົວໃຈສໍາຄັນດ້ານເສດຖະກິດ ແລະ ການຄ້າ. ການສ້າງທາງລົດໄຟເປັນ ການຊຸກຍູ້ສົ່ງເສີມການຜະລິດອຸດ ສາຫະກໍາ ແລະ ການຄ້າ, ໂລຈິສ ຕິກ, ການຂົນສົ່ງຕິດພັນກັບການ ສົ່ງເສີມການບໍລິການທ່ອງທ່ຽວ, ລົດເຊົ່າທີ່ປະຊາຊົນມີສ່ວນຮ່ວມ, ການຜະລິດສິນຄ້າ, ສິນຄ້າໂອດັອບ ພື້ນເມືອງ ແລະ ຜະລິດຕະພັນເຄື່ອງ ທີ່ລະນຶກ ແລະ ສິ່ງທີ່ພາກລັດເຮົາ ຄວນເອົາໃຈໃສ່ແມ່ນການສ້າງຊັບ ພະຍາກອນມະນຸດ, ບຸກຄະລາກອນ ທີ່ຈະຮອງຮັບຕໍາແໜ່ງງານສໍາຄັນ ໃນໂຄງການການຮຽນຮູ້ພາສາ, ການພັດທະນາສີມືແຮງງານ, ການ ບໍລິການ. ສໍາລັບວິໄສທັດຂອງຂ້າ ພະເຈົ້າໃນການສ້າງອາຊີບຖາວອນ ໃຫ້ປະຊາຊົນຂໍສະເໜີ ຄື: ຜູ້ຖືກຜົນ ກະທົບກາຍເປັນຜູ້ມີສ່ວນຮ່ວມ ສ້າງ ໂອກາດທີ່ເທົ່າທຽມໃຫ້ບຸລິມະສິດ ແກ່ຄອບຄົວທີ່ເສຍດິນໃຫ້ໂຄງການ ໃຫ້ມີບ່ອນຂາຍເຄື່ອງຕາມສະຖານີ ຕ່າງໆ ຫລື ເຂດບໍລິການຂອງທາງ ລົດໄຟ. ການປ່ຽນຊັບສິນເປັນທຶນ ໃຫ້ການບໍລິການຄ້າຂາຍຄືກັນກັບ ເປັນເຄື່ອງມືຫາກິນທີ່ຈະສ້າງລາຍ ຮັບໃຫ້ເຂົາເຈົ້າຕະຫລອດຊີວິດ ຕົກທອດຮອດລູກຫລານເຂົາເຈົ້າ; ສ້າງຮູບແບບໝູ່ບ້ານໂຕຢ່າງ ຄື ທາງລົດໄຟ ລາວ-ຫວຽດ ສ້າງເປັນ ຈຸດແລນມາກ ຈຸດໜຶ່ງທີ່ພົ້ນເດັ່ນເປັນ ທີ່ລະລຶກ ວ່າເປັນເສັ້ນທາງລົດໄຟ ຜ່ອນຄວາມທຸກຍາກຂອງປະຊາຊົນ ສ້າງໃຫ້ມີລາຍຮັບທີ່ໝັ້ນຄົງ ໂດຍ ສະເພາະຜູ້ທີ່ຖືກຜົນກະທົບແລ້ວ ຍ້າຍຖິ່ນຖານໄປບ່ອນອື່ນ ເພື່ອ ໃຫ້ປະຊາຊົນມີສ່ວນຮ່ວມເປັນຫູ ເປັນຕາ ປົກປັກຮັກສາທາງລົດໄຟ ແລະ ສະຖານີປີ່ນອ້ອມ. ນອກຈາກ ນີ້, ຢາກໃຫ້ເປັນໂຄງການພັດທະນາ ໄປພ້ອມກັບຊຸມຊົນ. ສະນັ້ນ, ສະເໜີ ພັກ-ລັດຖະບານຄວນຖືຮຸ້ນນໍາ ຫລື ສ້າງເປັນລັດວິສາຫະກິດ ເພື່ອມີ ສ່ວນຮ່ວມຊຸກຍູ້ສົ່ງເສີມຕົ້ນທຶນການ ຂົນສົ່ງ ແລະ ຕົ້ນທຶນຜູ້ຊົມໃຊ້ໂດຍ ສະເພາະປີ້ໂດຍສານ. ແມ່ນໄດ້ຫັນປ່ຽນຈາກແລນລັອກ ເປັນແລນລິ້ງ ຊຶ່ງສ້າງສູນຫັດຖະ ກໍາສິນຄ້າພື້ນເມືອງທີ່ເປັນແຫລ່ງ ທ່ອງທ່ຽວໃນຕົວເມືອງ, ການບໍລິ ການອາຫານຂອງຝາກຂອງຕ້ອນ ໃນທ້ອງຖິ່ນ ແລະ ການບໍລິການ ແບບຄົບວົງຈອນ. ແນວໃດກໍດີ, ສໍາລັບການສົມ ທົບຂອງລັດຖະບານ ຫລື ເຈົ້າຂອງ ໂຄງການໃຫ້ມີການຈັດສັນນະໂຍ ບາຍການແບ່ງເຂດພາກລັດຄວນ ມີການກໍານົດເຂດຂ້າງສະຖານີລົດ ໄຟເປັນເຂດພັດທະນາກາຍເປັນ ເຂດຊຸມຊົນ ໂດຍບໍ່ໃຫ້ກຸ່ມນາຍທຶນ ຜູກຂາດ. ການຝືກອົບຮົມທັກສະ ສີມື, ມີລະບົບການຈັດການທີ່ດີ, ມີຄວາມຍຸຕິທໍາໂປ່ງໃສໃຫ້ຜູ້ໄດ້ ຮັບຜົນກະທົບໄດ້ຮັບຜົນປະໂຫຍດ ຫລາຍກວ່າໝູ່. ສ່ວນການຫລຸດ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==