ລາຄາພະລັງງານທົ່ວໂລກໃນປີນີ້ ຈະເພີ່ມຂຶ້ນປະມານ 24%

29/04/2026 12:13
ຂປລ ລາ​ຄາ​ພະ​ລັງ​ງານ ​ທົ່ວ​ໂລກ ​ໃນ​ປີ 2026 ​ຍັງ​ຈະ​ເພີ່ມ​ຂຶ້ນ​ ຢ່າງ​ຫລວງ​ຫລາຍ​ຈົນ​ຮອດ 24%.

   ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 28 ເມ​ສາ​ນີ້, ທະ​ນາ​ຄານ​ໂລກ ​ຄາດ​ຄະ​ເນ​ວ່າ: ຖ້າ​ຫາກ ​ບັນ​ຫາ​ການ​ຢຸດ​ສະ​ງັກ​ ຂອງ​ສະ​ໜອງ​ ນ້ຳ​ມັນ​ເຊື້ອ​ໄຟ​​ ທີ່​ໜັກ​ໜ່ວງ ​​ຍ້ອນ​ການ​ປະ​ທະ​ກັນ ທີ່​ເກີດ​ຂຶ້ນ​ຢູ່​​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ ສາ​ມາດ​ສິ້ນ​ສຸດ​ລົງ​ ໃນ​ເດືອນ​ພຶດ​ສະ​ພາ​ໜ້າ​ນີ້, ລາ​ຄາ​ພະ​ລັງ​ງານ ​ທົ່ວ​ໂລກ ​ໃນ​ປີ 2026 ​ຍັງ​ຈະ​ເພີ່ມ​ຂຶ້ນ​ ຢ່າງ​ຫລວງ​ຫລາຍ​ຈົນ​ຮອດ 24%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top