ຫວຽດນາມ-ສ.ເກົາຫລີ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ

24/04/2026 19:15
ຂປລ ຢູ່ທຳນຽບປະທານປະເທດ, ທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະ ບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຮ່ວມເປັນປະທານ ໃນພິທີຕ້ອນຮັບ ທ່ານ ລິແຈ ມະຍອງ (Lee Jae Myung), ປະທານາທິບໍດີ ສ.ເກົາຫລີ

ຂປລ.ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ເມື່ອບໍ່ດົນມານີ້, ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ ບໍ​ລິ​ຫານ​ງານ​ ສູນ​ກາງ​ພັກ​ກອມມູນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມດ້ວຍພັນ​ລະ​ຍາ ໄດ້ເຂົ້າຮ່ວມ​ເປັນ​ປະ​ທານ ໃນ​ພິ​ທີ​ຕ້ອນ​ຮັບ​ ທ່ານ ລິແຈ ມະຍອງ (Lee Jae Myung), ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫລີ ພ້ອມດ້ວຍ ພັນ​ລະ​ຍາ ທີ່ ມາ​ຢ້ຽມ​ຢາມ​ ທາງ​ລັ​ດ​ຖະ​ກິດ ຫວຽດ​ນາມ ນັບແຕ່ ​ວັນ​ທີ 21-24 ເມ​ສາ.

ນີິ້​ແມ່ນ ​ການ​ຢ້ຽມ​ຢາມ ​ທາງ​ລັ​ດ​ຖະ​ກິດ ຫວຽດ​ນາມ ຄັ້ງ​ທຳ​ອິດ​ ຂອງ ​ທ່ານ ລິແຈ ມະຍອງ ​, ພາຍ​ຫລັງ​ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16 ໄດ້ປັບປຸງກົງ​ຈັກ​ ການ​ນຳ​ລັດ ໄດ້ສຳເລັດ​ສົ​ມ​ບູນ​.ຫລັງຈາກນັ້ນ ທ່ານ ​ ໂຕ​ເລິມ ແລະ ທ່ານ​ ລິແຈ ມະຍອງ ໄດ້​ພົບ​ປ​ະ​ສົນ​ທະ​ນາກັນ. ໂດຍ ທັງສອງທ່ານ ໄດ້​ເປັນເອກະພາບ ຫລາຍ​ເນື້ອ​ໃນ​ຮ່ວມ​ມື ​ອັນສຳ​ຄັນ, ໃນ​ນັ້ນ​ ລວມມີ​ ການສູ້​ຊົນ​ ເພື່ອໃຫ້ມູນຄ່າ ການ​ຄ້າ 2 ຝ່າຍ ​ບັນ​ລຸ 150 ຕື້ໂດລາ ສະຫະລັດ ໃນ​ປີ 2030.

ທ່ານ​ ລິແຈ ມະຍອງ ປາດ​ຖ​ະ​ໜາ​ວ່າ ສ.ເກົາ​ຫລີ ຈະ​ສວມ​ບົດ​ບາດ​ ແກ່ນ​ສານ ​ໃນ​ວິ​ວັດ​ ການ​ພັດ​ທະ​ນາ​ ອະ​ນາ​ຄົດ​ຂອງຫວຽດ​ນາມ. ຄຽງຄູ່ກັນນັ້ນ ຜູ້ນຳ 2 ທ່ານ​ ຍັງໄດ້​ເຫັນ​ດີ​ ເພີ່ມ​ທະ​ວີ​ ການ​ຮ່ວມ​ມື ​ຢ່າງ​ຮອບ​ດ້ານ​ ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ຂົງ​ເຂດ ​ປັນ​ຍາ​ປະ​ດິດ (AI), ໂທ​ລະ​ ຄົມ​ມະ​ນາ​ຄົມ, ຄວາມປອດໄພ​ ທາງ​ດ້ານໄຊ​ເບີຣ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ.

ນອກຈາກນີ້, ສອງຝ່າຍ ຍັງ​ເຫັນ​ດີ ເປັນເອກະພາບ ​ສືບ​ຕໍ່​ເອົາ​ໃຈ​ໃສ່ ​ໜູນ​ຊ່ວຍ ການ​ປົກ​ປ້ອງ​ ສິດ​ຜົນ​ປະ​ໂຫຍດ​ ອັນ​ຊອບ​ທຳ ​ຂອງ ​ປະ​ຊາ​ຄົມ ​ຢູ່​ແຕ່​ລະ ​ປະ​ເທດ​ ທີ່ ​ພວມ​​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວ​ຽກ​ ຢູ່​ປະ​ເທດ​ຂອງ​ກັນແລະກັນ, ຊຶ່ງທ່ານ ​ ໂຕ​ເລິມ ສະ​ເໜີ​ໃຫ້ ສ.ເກົາ​ຫລີ ຕັ້ງ​ໜ້າ​ ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ​ ຂະ​ແໜງການ ​ອຸດ​ສາ​ຫະ​ກຳ​ ວັດ​ທ​ະ​ນະ​ທຳ, ອຸດ​ສາ​ຫະ​ກຳ ​ບັນ​ເທິງ, ແບ່ງ​ປັນ​ບົດ​ຮຽນ ການ​ໂຄ​ສະ​ນາ​ ການ​ທ່ອງ​ທ່ຽວ, ແລກ​ປ່ຽນ ​ກ່ຽວ​ກັບ ​ການ​ຮ່ວມ​ມື ​ຢູ່​ບັນ​ດາ​ເວ​ທີ ​ປາ​ໄສ​ ຫລາຍ​ຝ່າຍ. ພາຍ​ຫລັງ​ ການ​ພົບ​ປະ​ ສົນ​ທະ​ນາ, ການ​ນຳ ສອງທ່ານ​ ໄດ້​ເປັນ​ ສັກ​ຂີ​ພິ​ຍານ​ ໃນພິ​ທີ​ລົງ​ນາມ ​ບົດ​ບັນ​ທຶກ ການ​ຮ່ວມ​ມື (MOU) ​ລະ​ຫວ່າງ ຫວຽດ​ນາມ-ສ.ເກົ​າ​ຫລີ 12 ສະ​ບັບ./

KPL

ຂ່າວອື່ນໆ

ads
ads

Top