ຂປລ
ຂປລ. ວັນທີ 24 ເມສາ 2026 ຜ່ານມາ, ບໍລິສັດ ກຣີນ ເອັສເອັມ ລາວ (Green SM) ແລະ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ (Umoney) ໄດ້ຮ່ວມລົງນາມ ໃນສັນຍາເຊື່ອມຕໍ່ລະບົບຊຳລະເງິນ Umoney ເຂົ້າໃນແອັບພລິເຄຊັນ Green SM ພ້ອມທັງລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືຍຸດທະສາດ ເພື່ອພັດທະນາລະບົບນິເວດການເງິນດິຈິຕອນ ແລະ ການບໍລິການຂົນສົ່ງອັດສະລິຍະ ຢູ່ ສປປ ລາວ.
ຂປລ. ວັນທີ 24 ເມສາ 2026 ຜ່ານມາ, ບໍລິສັດ ກຣີນ ເອັສເອັມ ລາວ (Green SM) ແລະ ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ (Umoney) ໄດ້ຮ່ວມລົງນາມ ໃນສັນຍາເຊື່ອມຕໍ່ລະບົບຊຳລະເງິນ Umoney ເຂົ້າໃນແອັບພລິເຄຊັນ Green SM ພ້ອມທັງລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືຍຸດທະສາດ ເພື່ອພັດທະນາລະບົບນິເວດການເງິນດິຈິຕອນ ແລະ ການບໍລິການຂົນສົ່ງອັດສະລິຍະ ຢູ່ ສປປ ລາວ.
ຕາມຂໍ້ຕົກລົງ ການຮ່ວມມື, Umoney ຈະຖືກເຊື່ອມຕໍ່ເປັນຊ່ອງທາງການຊຳລະເງິນໂດຍກົງ ເທິງແອັບ Green SM. ພ້ອມກັນນັ້ນ, ທັງສອງຝ່າຍຈະຜັນຂະຫຍາຍຮູບ ແບບ App-in-App ຊຶ່ງອະນຸຍາດໃຫ້ຜູ້ໃຊ້ Umoney ສາມາດເອີ້ນໃຊ້ບໍລິການຂອງ Green SM ໄດ້ໂດຍກົງຢູ່ເທິງແອັບ Umoney ເລີຍ.
ນີ້ຖືເປັນຄັ້ງທຳອິດໃນ ສປປ ລາວ ທີ່ລູກຄ້າຈະໄດ້ສຳຜັດ ກັບການບໍລິການ ເອີ້ນລົດແທັກຊີ້ ໂດຍສານ, ທີ່ມີລະບົບການຊຳລະເງິນດີຈິຕອນແບບຄົບວົງຈອນ. ຄ່າບໍລິການຈະຖືກຕັດຜ່ານກະເປົາເງິນ Umoney ໂດຍກົງທັນທີຫລັງຈົບການເດີນທາງ ຊຶ່ງຈະມາປ່ຽນແທນການໂອນເງິນແບບທົ່ວໄປທີ່ຕ້ອງເຮັດດ້ວຍຕົນເອງ. ລູກຄ້າພຽງແຕ່ເຊື່ອມຕໍ່ບັນຊີ Umoney ເຂົ້າກັບແອັບ Green SM ກໍສາມາດຊຳລະເງິນໄດ້ຢ່າງສະດວກ, ວ່ອງໄວ ໂດຍທີ່ບໍ່ຕ້ອງໃຊ້ເງິນສົດ. ນອກຈາກນີ້, ລູກຄ້າທີ່ໃຊ້ແອັບທະນາຄານອື່ນໆ ກໍສາມາດຊຳລະຄ່າໂດຍສານໃຫ້ກັບຄົນຂັບ ຜ່ານລະບົບ QR Code ຂອງ Umoney ໄດ້ເຊັ່ນກັນ ຊຶ່ງຊ່ວຍສ້າງປະສົບການ ການຊຳລະເງິນທີ່ປອດໄພ, ພ້ອມທັງຂະຫຍາຍຖານລູກຄ້າໃຫ້ກວ້າງຂວາງຂຶ້ນ.
ໃນຂອບເຂດການຮ່ວມມືດັ່ງກ່າວ, ກຣີນ ເອັສເອັມ ລາວ ຈະສະໜອງວິທີການແກ້ໄຂ ດ້ານການເດີນທາງແບບຄົບວົງຈອນ ໃຫ້ແກ່ບັນດາວິສາຫະກິດ ແລະ ລູກຄ້າຂອງ Umoney ເປັນຕົ້ນ ການບໍລິການລົດໄຟຟ້າ Green SM Car, Green SM Limo, ການບໍລິການຮັບ-ສົ່ງສະໜາມບິນ Green SM Airport, ລວມທັງແພັກເກັດການເດີນທາງ ເພື່ອເຄື່ອນໄຫວວຽກງານ ຫລື ປັບປ່ຽນຕາມຄວາມຕ້ອງການຕົວຈິງ. ໃນທາງກັບກັນ, Umoney ຈະຮ່ວມມືກັບ Green SM ໃນການສ້າງວິທີການແກ້ໄຂດ້ານການເງິນດີຈິຕອນ ແລະ ການຊຳລະເງິນ ສຳລັບຄົນຂັບລົດ ໃນລະບົບນິເວດຂອງ Green SM ເຊັ່ນ: ກະເປົາເງິນດີຈິຕອນ, ການຮັບລາຍໄດ້ໂດຍກົງຜ່ານແອັບ, ການຊຳລະຄ່າໃຊ້ຈ່າຍໃນການດຳເນີນງານ ແລະ ການຄຸ້ມຄອງກະແສເງິນສົດ. ການຮ່ວມມືໃນຄັ້ງນີ້ ຈະຊ່ວຍເພີ່ມປະສິດທິພາບໃນການດຳເນີນງານ, ພ້ອມທັງຍົກລະດັບປະສົບການ ໃຫ້ແກ່ທັງພາກທຸລະກິດ, ຄົນຂັບ ແລະ ຜູ້ຊົມໃຊ້ຢ່າງທົ່ວເຖິງ.
ນອກຈາກວິທີການແກ້ໄຂ ດ້ານການບໍລິການແລ້ວ, ທັງສອງຝ່າຍຍັງມີແຜນທີ່ຈະຂະຫຍາຍ ລະບົບນິເວດການບໍລິການດີຈິຕອນ ໂດຍການເຊື່ອມຕໍ່ບັນດາສິ່ງອຳນວຍຄວາມສະດວກ ດ້ານໂທລະຄົມມະນາຄົມ ແລະ ບໍລິການດີຈິຕອນຂອງ Umoney ແລະ Unitel ເຂົ້າໃນແອັບພລິເຄຊັນ Green SM ເຊັ່ນ: ການລົງທະບຽນຊິມກາດ ໃຫ້ຖືກຕ້ອງຕາມຊື່ຜູ້ໃຊ້, ການເຕີມມູນຄ່າໂທ, ການຊື້ແພັກເກັດດາຕ້າ ແລະ ບໍລິການດີຈິຕອນອື່ນໆ ເພື່ອເປັນການເພີ່ມມູນຄ່າ ໃຫ້ແກ່ຜູ້ໃຊ້ງານທັງສອງແພລັດຟອມ.
ພ້ອມກັນນັ້ນ, ທັງສອງຝ່າຍ ຍັງຈະຮ່ວມມືກັນຈັດຕັ້ງປະຕິບັດ ບັນດາໂປຣໂມຊັ້ນ ແລະ ສິດທິພິເສດຕ່າງໆ ໃຫ້ແກ່ລູກຄ້າ Umoney ຢູ່ ສປປ ລາວ ໂດຍສະເພາະແມ່ນຢູ່ເຂດສະໜາມບິນ, ຈຸດບໍລິການລູກຄ້າ ແລະ ເຂດຈຸດສຸມທີ່ສຳຄັນຕ່າງໆ.
ຜ່ານບັນດາໂຄງການເຊື່ອມຕໍ່ການບໍລິການ ແລະ ສິດທິພິເສດໃນການເດີນທາງ ດ້ວຍຍານພາຫະນະໄຟຟ້າ, Green SM ແລະ Umoney ມີເປົ້າໝາຍຮ່ວມກັນ ໃນການຊຸກຍູ້ການເດີນທາງແບບມີອະລິຍະທຳ, ເປັນມິດກັບສິ່ງແວດລ້ອມ ພ້ອມທັງເພີ່ມມູນຄ່າການຊົມໃຊ້ ໃຫ້ແກ່ລູກຄ້າໃນລະບົບນິເວດຮ່ວມກັນ.
ໃນພິທີລົງນາມ, ທ່ານ ຮ່າ ຈຽນ ຖັງ ຜູ້ອຳນວຍການ ບໍລິສັດ ສະຕາຟິນເທັກ ຈຳກັດຜູ້ດຽວ ໄດ້ກ່າວໄວ້ວ່າ: “ການຮ່ວມມືລະຫວ່າງ Umoney ແລະ Green SM ບໍ່ພຽງແຕ່ເປັນການເພີ່ມຊ່ອງທາງການຊຳລະເງິນເທົ່ານັ້ນ, ແຕ່ຍັງເປັນການກຳນົດນິຍາມໃໝ່ ໃຫ້ກັບປະສົບການການເດີນທາງ ແລະ ການເງິນຕາມມາດຕະຖານສາກົນ. ຄຳວ່າ “ຄວາມສະດວກສະບາຍ” ແມ່ນຍັງບໍ່ພຽງພໍ, ແຕ່ທຸກການເດີນທາງຕ້ອງມີຄວາມຕໍ່ເນື່ອງ ແລະ ລື່ນໄຫລ ຕັ້ງແຕ່ຕົ້ນຈົນຈົບ. ການຊຳລະເງິນ ຈະບໍ່ເປັນພຽງຂັ້ນຕອນທີ່ແຍກສ່ວນ ຈາກການບໍລິການອີກຕໍ່ໄປ, ແຕ່ຈະກາຍເປັນສ່ວນໜຶ່ງທີ່ສະດວກສະບາຍ ລວມໄປກັບການບໍລິການເລີຍ. ສິ່ງນີ້ຈະເປັນຕົວຂັບເຄື່ອນທີ່ສຳຄັນ ໃນການປັບປ່ຽນພຶດຕິກຳຂອງຜູ້ຊົມໃຊ້ ໃຫ້ຫັນມາໃຊ້ຊີວິດແບບດີຈິຕອນຫລາຍຂຶ້ນ, ພ້ອມທັງຍົກລະດັບມາດຕະຖານຄຸນນະພາບການບໍລິການຊຳລະເງິນໃນ ສປປ ລາວ ໃຫ້ກ້າວສູ່ລະດັບສາກົນ.”
ຕາງໜ້າໃຫ້ກັບ Green SM, ທ່ານ ນາງ ເຈິ່ນ ແຮັກ ອ່ານ ຜູ້ອຳນວຍການຝ່າຍທຸລະກິດ ຕະຫລາດຫວຽດນາມ ແລະ ລາວ ໄດ້ກ່າວວ່າ: ການຮ່ວມມືລະຫວ່າງ Umoney ແລະ Green SM ແມ່ນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ໃນການເຊື່ອມຕໍ່ບັນດາພື້ນຖານໂຄງລ່າງທີ່ຈຳເປັນຂອງຕົວເມືອງທີ່ທັນສະໄໝ, ເລີ່ມຕັ້ງແຕ່ການເງິນດີຈິຕອນ, ໂທລະຄົມມະນາຄົມ ຈົນເຖິງລະບົບນິເວດການເດີນທາງສີຂຽວ. ບົນພື້ນຖານດັ່ງກ່າວ, ພວກເຮົາຕັ້ງເປົ້າໝາຍທີ່ຈະຂະຫຍາຍຜົນປະໂຫຍດໃຫ້ແກ່ລູກຄ້າ ແລະ ທີມງານຄົນຂັບ, ພ້ອມທັງຊຸກຍູ້ຂະບວນການຫັນເປັນສີຂຽວ ຢ່າງເປັນຮູບປະທທໍາ ຊຶ່ງຕິດພັນກັບຄວາມຕ້ອງການໃນການເດີນທາງ ແລະ ການຊົມໃຊ້ໃນຊີວິດປະຈຳວັນ.
ນອກຈາກນັ້ນ, Green SM ແລະ Umoney ຈະຮ່ວມມືກັນຈັດຕັ້ງປະຕິບັດ ບັນດາກິດຈະກຳ ການໂຄສະນາແບບຄົບວົງຈອນ (Multi-channel) ເພື່ອແນໃສ່ ສ້າງການຮັບຮູ້ຍີ່ຫໍ້ (ແບຣນ) ແລະ ຂະຫຍາຍຖານລູກຄ້າໃຫ້ກວ້າງຂວາງຂຶ້ນ. ກິດຈະກຳຕ່າງໆທີ່ຄາດວ່າຈະຈັດຂຶ້ນປະກອບມີ: ການຮ່ວມມືລະຫວ່າງສອງແບຣນ (Co-branding), ໂປຣໂມຊັ້ນ ສຳລັບລູກຄ້າໃໝ່, ການສື່ສານຜ່ານແພລັດຟອມດີຈິຕອນ, ລວມທັງກິດຈະກຳ ເປີດປະສົບການການຊົມໃຊ້ຕົວຈິງ ຢູ່ບັນດາຕະຫລາດເປົ້າໝາຍທີ່ສຳຄັນ.
ການຮ່ວມມືລະຫວ່າງ Green SM ແລະ Umoney ແມ່ນຂີດໝາຍແຫ່ງການເຊື່ອມຕໍ່ລະຫວ່າງສອງລະບົບນິເວດທີ່ໃຫຍ່ທີ່ສຸດ ໃນຂະແໜງການເດີນທາງສີຂຽວ ແລະ ການເງິນດີຈິຕອນ ຢູ່ ສປປ ລາວ ເພື່ອມຸ່ງໄປສູ່ການພັດທະນາການບໍລິການແບບຄົບວົງຈອນ ທີ່ສາມາດຕອບສະໜອງຄວາມຕ້ອງການທີ່ຫລາກຫລາຍ ຂອງຕົວເມືອງທັນສະໄໝ. ນີ້ເປັນບາດກ້າວທີ່ສຳຄັນ ໃນການຊຸກຍູ້ການປະດິດສ້າງໃໝ່, ຍົກລະດັບປະສົບການຂອງຜູ້ຊົມໃຊ້ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດດີຈິຕອນແບບຍືນຍົງ ຢູ່ ສປປ ລາວ.
KPL