ຍອດມູນຄ່າການຈໍລະຈອນສິນຄ້າໃນສັງຄົມຈີນ ເພີ່ມຂຶ້ນ 6,2%

29/04/2026 12:12
ຂປລ ນັບແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ມີ​ນາ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​​ໃນ​ສັງ​ຄົມ​ຈີນ ​ໄດ້ບັນ​ລຸ​ເຖິງ 9​ຕື້ກວ່າຢວນ, ເພີ່ມ​ຂຶ້ນ 6,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 29 ເມ​ສາ​ນີ້, ສະຫະພັນ ການຈໍລະຈອນສິນຄ້າ ແລະ ການຈັດຊື້ຂອງຈີນໄດ້​ເປີດ​ເຜີຍຂໍ້​ມູນ​ ການ​ຈໍ​ລະ​ຈອນ​ສິນ​ຄ້າ​ ໃນ​ໄຕ​ມາດ​ທີ1ປີ​ນີ້ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ມີ​ນາ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​​ໃນ​ສັງ​ຄົມ​ຈີນ ​ໄດ້ບັນ​ລຸ​ເຖິງ 9​ຕື້ກວ່າຢວນ, ເພີ່ມ​ຂຶ້ນ 6,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ຈັງ​ຫວະ​ ການ​ເຕີບ​ໂຕ​ໄດ້​ເພີ່ມ​ຂຶ້ນ 0,5%. ນັບແຕ່​ເດືອນ​ມັງ​ກອນ ​ຫາ​ເດືອນ​ມີ​ນາ​ປີ​ນີ້, ຍອດ​ມູນ​ຄ່າ​ ການ​ຈໍ​ລະ​ຈອນ​ສິນ​ຄ້າ​ ​ອຸດ​ສາ​ຫະ​ກຳ​ໄດ້​ເພີ່ມ​ຂຶ້ນ 5,8%ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໄດ້​ປະ​ກອບ​ສ່ວນ​ ຫລາຍກວ່າ 80% ຂອງ​ການ​ເຕີບ​ໂຕ​ ດ້ານຍອດ​ມູນ​ຄ່າ​ ການ​ຈໍ​ລະ​ຈອນ​ສິນ​ຄ້າ​ ໃນ​ສັງ​ຄົມ ແລະ ຍັງ​ຄົງ​ເປັນ​ແຮງ​ຂັບ​ເຄື່ອນ​ຕົ້ນ​ຕໍ​ໃນ​ການ​ຊຸ​ກ​ຍູ້​ການ​ເຕີບ​ໂຕ​ ດ້ານ​ຄວາມ​ຕ້ອງ​ການ​ການ​ຈໍ​ລະ​ຈອນ​ສິນ​ຄ້າ ​ໃນ​ສັງ​ຄົມ. ນອກ​ນີ້,  ຍອດ​ມູນ​ຄ່າການ​ຈໍ​ລະ​ຈອນ​ສິນ​ຄ້າ ຂອງ​ກົມ​ກອງ​ ແລະ ​ພົນ​ລະ​ເມືອງ ໄດ້​ເພີ່ມ​ຂຶ້ນ 6,5% ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ.ໄຕ​ມາດ​ທີ 1 ປີ​ນີ້, ປະ​ລິ​ມານ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ ນຳ​ເຂົ້າ​ປະ​ເພດ​ທີ່ຊື້​-ຂາຍ​​ກັນ ​ໃນ​ຈຳ​ນວນ​ຫລວງ​ຫລາຍ​ເຊັ່ນ: ຜະ​ລິດ​ຕະ​ພັນ​ພະ​ລັງ​ງານ, ແຮ່​ໂລ​ຫະ​ເປັນ​ຕົ້ນ ນັບ​ລວມ​ແລ້ວ​ໄດ້​ເພີ່ມ​ຂຶ້ນ 9,4% ​ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ./.

(ບັນນາທິການຂ່າວ: ຕ່າງປະເທດ)ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top