ຂປລ
ກະຊວງ ພະລັງງານ ຂອງ ຟີລິບປິນ ເປີດເຜີຍວ່າ: ຟີລິບປິນ ໄດ້ເພີ່ມ ປະລິມານສຳຮອງ ນໍ້າມັນກະຊວນ ປະມານ 178,33 ລ້ານລິດ ເພື່ອຊ່ວຍເສີມ ຄວາມເຂັ້ມແຂງ ໃນການສະໜອງ ພາຍໃນປະເທດ
ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ພະລັງງານ ຂອງ ຟີລິບປິນ ເປີດເຜີຍວ່າ: ຟີລິບປິນ ໄດ້ເພີ່ມ ປະລິມານສຳຮອງ ນໍ້າມັນກະຊວນ ປະມານ 178,33 ລ້ານລິດ ເພື່ອຊ່ວຍເສີມ ຄວາມເຂັ້ມແຂງ ໃນການສະໜອງ ພາຍໃນປະເທດ, ໃນຂະນະທີ່ ທາງການຟິລິບປິນ ພວມຮັບມືກັບ ການປ່ຽນແປງ ຂອງ ຕະຫລາດນໍ້າມັນໂລກ ແລະ ຄວາມເຄັ່ງຕຶງ ໃນຕາເວັນອອກກາງ.
ທ່ານ ຊາຣອນ ກາຣິນ ລັດຖະມົນຕີ ກະຊວງ ພະລັງງານ ຟິລິບປິນ ກ່າວເນັ້ນໜັກວ່າ ການນຳເຂົ້າ ນໍ້າມັນກົງເວລາ ມີຄວາມ ສຳຄັນ ຕໍ່ການ ຮັກສາ ລະດັບ ນໍ້າມັນ ເຊື້ອໄຟ ໃນສາງ ສຳຮອງ ແລະ ຍັງຊ່ວຍໃຫ້ ພາກສ່ວນ ສຳຄັນເຊັ່ນ: ການຂົນສົ່ງ, ໂລຈີສະຕິກ, ການຜະລິດ ໄຟຟ້າ, ການກະສິກຳ ແລະ ອຸດສາຫະກຳ ສາມາດ ດຳເນີນງານ ໄດ້ຢ່າງຕໍ່ເນື່ອງ./
KPL