ຈີນ ຍື່ນແຜນ ສົ່ງດາວທຽມ 200.000 ດວງ ຕັ້ງເປົ້າໝາຍພັດທະນາ ເນັດອາວະກາດ

27/04/2026 15:24
ຂປລ ຈີນ ໄດ້ຍື່ນແຜນການ ສົ່ງດາວທຽມ ຂຶ້ນສູ່ ວົງໂຄຈອນປະມານ 200.000 ດວງ ຕາມຂໍ້ມູນ ຈາກໜ່ວຍງານ ຂອງ ສະຫະປະຊາຊາດ ຝ່າຍຮັບຜິດຊອບ ດ້ານເຕັກໂນໂລຊີ ດີຈິຕອນ ຊຶ່ງອາດຈະເປັນ ຄວາມພະຍາຍາມ ໃນການແຂ່ງຂັນ ກັບ ບໍລິການ ອິນເຕີເນັດ ຜ່ານດາວທຽມ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ຈີນ ໄດ້ຍື່ນແຜນການ ສົ່ງດາວທຽມ ຂຶ້ນສູ່ ວົງໂຄຈອນປະມານ 200.000 ດວງ ຕາມຂໍ້ມູນ ຈາກໜ່ວຍງານ ຂອງ ສະຫະປະຊາຊາດ ຝ່າຍຮັບຜິດຊອບ ດ້ານເຕັກໂນໂລຊີ ດີຈິຕອນ ຊຶ່ງອາດຈະເປັນ ຄວາມພະຍາຍາມ ໃນການແຂ່ງຂັນ ກັບ ບໍລິການ ອິນເຕີເນັດ ຜ່ານດາວທຽມ ສະຕາຣລິງ (Starlink) ຂອງ ສະເປຊເອັກ (SpaceX),  ບໍລິສັດດ້ານອາວະກາດ ຂອງ ສ.ອາເມລິກາ.

ການຍື່ນຄຳຮ້ອງຂໍ ຂອງ ຈີນ ຕໍ່ສະຫະພາບ ໂທລະຄົມ ລະຫວ່າງ ປະເທດ (International Telecommunication Union-ITU) ຊຶ່ງເຮັດໜ້າທີ່ ຈັດສັນຄື້ນຄວາມຖີ່ ວິທະຍຸ ແລະ ວົງໂຄຈອນດາວທຽມ. ໂດຍສະແດງໃຫ້ເຫັນວ່າ ຈີນ ມີເປົ້າໝາຍ ພັດທະນາ ລະບົບ ອິນເຕີເນັດ ຜ່ານດາວທຽມ ຂອງ ຕົນເອງ ໃນລັກສະນະດຽວ ກັບ ສະຕາຣລິງ./

KPL

ຂ່າວອື່ນໆ

ads
ads

Top