ສປ ຈີນ ສະໜອງພະລັງງານຢ່າງໝັ້ນທ່ຽງ

27/04/2026 16:28
ຂປລ ​ນັບແຕ່​ຕົ້ນ​ປີ​ນີ້​ມາ, ການ​ຜະ​ລິດ​ພະ​ລັງ​ງານ​ຂອງ ສປ ​ຈີນ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ, ການ​ຫັນ​ປ່ຽນ​ຮູບ​ແບບ ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ ຕາມ​ທິດ​ສີ​ຂຽວ ​ໄດ້​ກ້າວ​ສູ່​ລວງ​ເລິກ ແລະ ຄວາມ​ໝັ້ນ​ຄົງ ດ້ານ​ພະ​ລັງ​ງານ​ເຂັ້ມ​ແຂງ ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂປລ.ຕາມຂ່າວຈາກ ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ27ເມສາປີນີ້, ອົງ​ການ​ພະ​ລັງ​ງານ ​ແຫ່ງ​ຊາດ​ຈີນ​ ໄດ້​ເຜີຍ​ແຜ່​ ຂໍ້​ມູນຫຼ້າ​ສຸດ​ວ່າ: ​ນັບແຕ່​ຕົ້ນ​ປີ​ນີ້​ມາ, ການ​ຜະ​ລິດ​ພະ​ລັງ​ງານ​ຂອງ ສປ ​ຈີນ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໝັ້ນ​ທ່ຽງ, ການ​ຫັນ​ປ່ຽນ​ຮູບ​ແບບ ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ ຕາມ​ທິດ​ສີ​ຂຽວ ​ໄດ້​ກ້າວ​ສູ່​ລວງ​ເລິກ ແລະ ຄວາມ​ໝັ້ນ​ຄົງ ດ້ານ​ພະ​ລັງ​ງານ​ເຂັ້ມ​ແຂງ ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.ນັບ​ມາ​ຮອດ​ ທ້າຍ​ເດືອນ​ມີ​ນາ​ປີ 2026, ກຳ​ລັງ​ຕິດ​ຕັ້ງ​​ໄຟ​ຟ້າທົ່ວ​ປະ​ເທດ ​ບັນ​ລຸ​ເຖິງ 3ຕື້ 960 ລ້ານ​ກິ​ໂລ​ວັດ, ເພີ່ມ​ຂຶ້ນ 15,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025, ຢືນຢູ່​​ອັນ​ດັບ​ໜຶ່ງ​ຂອງ​ໂລກ, ກວມ​ເອົາ​ປະ​ມານ 30% ຂອງຍອດ​ປະ​ລິ​ມານ​ກຳ​ລັງ​ຕິດ​ຕັ້ງ​ທົ່ວ​ໂລກ.ໃນ​ໄຕ​ມາ​ດ​ທີ 1 ປີ2026, ປະ​ລິ​ມານ​ການຜະ​ລິດ​ໄຟ​ຟ້າ​ ດ້ວຍ​ພະ​ລັງ​ງານ​ສະ​ອາດ ເຊັ່ນ: ໄຟ​ຟ້າ​ນ້ຳ​ຕົກ, ໄຟ​ຟ້າ​ນິວ​ເຄ​ລຍ, ໄຟ​ຟ້າ​ພະ​ລັງ​ງານ​ລົມ, ໄຟ​ຟ້າ​ພະ​ລັງ​ງານ​ແສງ​ຕາ​ເວັນ ແລະ​ ອື່ນໆ​ ຂອງວິ​ສາ​ຫະ​ກິດ​ ອຸດ​ສາ​ຫະ​ກຳ ​ທີ່​ມີ​ລາຍ​ຮັບ ​ຈາກ​ທຸ​ລະ​ກິດ​ຕົ້ນ​ຕໍ ຫຼາຍກວ່າ 20 ລ້ານຢວນ​ຕໍ່​ປີ ບັນ​ລຸ​ເຖິງ 700ຕື້​ກິ​ໂລ​ວັດ​ໂມງ, ເພີ່ມ​ຂຶ້ນ 2,8% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025, ກວມ​ເອົາ 33,2% ຂອງວິ​ສາ​ຫະ​ກິດ ​ອຸດ​ສາ​ຫະ​ກຳ​​ດັ່ງ​ກ່າວ. ນັບ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ 2026, ກຳ​ລັ​ງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ ຜະ​ລິດ​ໄຟ​ຟ້າ ​ດ້ວຍ​ພະ​ລັງ​ງານ​ລົມ ແລະ ພະ​ລັງ​ງານ​ແສງ​ຕາ​ເວັນ​ຂອງ​ສປ ຈີນ​ ບັນ​ລຸ​ເຖິງ 1,9 ຕື້​ກິ​ໂລ​ວັດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top