ຂປລ
ເສດຖະກິດ ຫວຽດນາມ ສືບຕໍ່ ຮັກສາ ທ່າເຕີບໂຕຢ່າງແຂງແຮງ ໃນສະພາບ ຄວາມຂາດສະຖານລະພາບ ທົ່ວໂລກ. ການເຕີບໂຕ ໄດ້ຮັບການ ປັບປຸງ ຍ້ອນຂະແໜງການ ຜະລິດ ໄດ້ກຳນົດ ທິດການສົ່ງອອກ ຢ່າງແຂງແຮງ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ເສດຖະກິດ ຫວຽດນາມ ສືບຕໍ່ ຮັກສາ ທ່າເຕີບໂຕຢ່າງແຂງແຮງ ໃນສະພາບ ຄວາມຂາດສະຖານລະພາບ ທົ່ວໂລກ. ການເຕີບໂຕ ໄດ້ຮັບການ ປັບປຸງ ຍ້ອນຂະແໜງການ ຜະລິດ ໄດ້ກຳນົດ ທິດການສົ່ງອອກ ຢ່າງແຂງແຮງ, ການລົງທຶນໂດຍກົງ ຈາກຕ່າງປະເທດ (FDI) ຍືນຍົງ ແລະ ຄວາມຕ້ອງການພາຍໃນ ມີຄວາມເປັນປົກກະຕິ.
ນີ້ແມ່ນຂໍ້ສັງເກດ ໂດຍຫ້ອງການ ຄົ້ນຄວ້າ ເສດຖະກິດມະຫາພາກ ອາຊຽນ + 3 (ລວມມີ: ອາຊຽນ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ, ເອີ້ນຫຍໍ້ວ່າ AMRO) ໄດ້ຍົກອອກມາ ໃນແຈ້ງການ ສື່ມວນຊົນ ຫລ້າສຸດ ກ່ຽວກັບ ແງ່ຫວັງເສດຖະກິດ ຂອງ ຫວຽດນາມ.
ທ່ານ ອັນໂທນີ ຕານ (Anthony Tan), ນັກຊ່ຽວຊານ ດ້ານ ເສດຖະກິດ ຂອງ AMRO, ໃຫ້ຂໍ້ສັງເກດວ່າ ການເຕີບໂຕ ເສດຖະກິດ ຂອງ ຫວຽດນາມ ໄດ້ຮັບການ ຄາດຄະເນວ່າ ຈະຢູ່ລະດັບ ປະມານ 7,2% ໃນໄລຍະ 2026-2027. ຄວາມຕ້ອງການ ຢູ່ພາຍໃນປະເທດ ໄດ້ຮັບຄາດການ ຈະຍັງເປັນປົກກະຕິ, ໂດຍບັນດາ ນະໂຍບາຍ ພວມໄດ້ຮັບ ການຜັນຂະຫຍາຍ ໜູນຊ່ວຍ. ມາຮອດປະຈຸບັນ ໄພເງິນເຟີ້ ຂອງ ຫວຽດນາມ ຍັງໄດ້ຮັບການ ຄວບຄຸມ, ຮັກສາ ໃນລະດັບຕ່ຳກວ່າ ລະດັບ ເພດານ ການເຄື່ອນໄຫວ ຂອງ ລັດຖະບານແມ່ນ 4,5%. ເຖິງຢ່າງໃດກໍ່ຕາມ, ຄວາມເຄັ່ງຕຶງ ຢູ່ ຕາເວັນອອກກາງ ນັບແຕ່ ວັນທີ 28 ກຸມພາ ພວມເພີ່ມຂຶ້ນ ໄດ້ເຮັດໃຫ້ ລາຄາ ພະລັງງານ ທົ່ວໂລກເພີ່ມຂຶ້ນສູງ, ສົ່ງຜົນກະທົບ ເຖິງ ລາຄາ ເຊື້ອໄຟ ຂາຍຍ່ອຍ ຢູ່ຫວຽດນາມ ເພີ່ມຂຶ້ນ ຢ່າງແຮງ ໃນຕົ້ນເດືອນມີນາ ທີ່ຜ່ານມາ./
KPL