ສປ ຈີນ ມີມູນຄ່າການນຳໃຊ້ທຶນຕ່າງປະເທດຕົວຈິງຂອງອຸດສາຫະກຳເຕັກໂນໂລຊີທັນສະໄໝເພີ່ມຂຶ້ນ 30,7%

27/04/2026 16:27
ຂປລ ນ​ໄຕ​ມາດ​ທີ​ 1 ​ປີ​ນີ້, ມູນ​ຄ່າ​ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງ ​ຂອງ​ອຸດ​ສາ​ຫະ​ກຳ​ເຕັກໂນ​ໂລ​ຊີ​ທັນ​ສະ​ໄໝ​ຂອງ ສປ ​ຈີນ​ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ອັດ​ຕາ​ສ່ວນ​ຂອງ​ມູນ​ຄ່າ​ນີ້​ ໃນ​ມູນ​ຄ່າ​ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງ ​ທົ່ວ​ປະ​ເທດ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ

ຂປລ.ຕາມຂ່າວຈາກ ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ27ເມສາປີນີ້, ຕົວ​ເລກ​ຂໍ້​ມູນ​ ທີ່​ກະ​ຊວງ​ກາ​ນ​ຄ້າ​ຈີນ ​ເປີດ​ເຜີຍ​​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄຕ​ມາດ​ທີ​ 1 ​ປີ​ນີ້, ມູນ​ຄ່າ​ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງ ​ຂອງ​ອຸດ​ສາ​ຫະ​ກຳ​ເຕັກໂນ​ໂລ​ຊີ​ທັນ​ສະ​ໄໝ​ຂອງ ສປ ​ຈີນ​ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ອັດ​ຕາ​ສ່ວນ​ຂອງ​ມູນ​ຄ່າ​ນີ້​ ໃນ​ມູນ​ຄ່າ​ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງ ​ທົ່ວ​ປະ​ເທດ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ນັບ​ແຕ່​ເດືອນ​ມັງ​ກອນ ​ຫາ​ເດືອນ​ມີ​ນາ​ປີ 2026, ທົ່ວ​ປະ​ເທດ​ຈີນ​ ໄດ້​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ໃໝ່ 13.987 ແຫ່ງ, ເພີ່ມ​ຂຶ້ນ 11% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​, ມູນ​ຄ່າ​ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງ​ ໄດ້ເກືອບ​ 250 ຕື້ຢວນ. ຂະນະທີ່ ​​ອຸດ​ສາ​ຫະ​ກຳການ​ຜະ​ລິດ​ ໄດ້​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງມີ 71 ຕື້ກວ່າຢວນ; ຂະ​ແໜງ​ການ​ບໍ​ລິ​ການ ​ໄດ້​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງ 174 ຕື້ກວ່າຢວນ. ອຸ​ດ​ສາ​ຫະ​ກຳ​ເຕັກ​​ໂນ​ໂລ​ຊີ​ທັນ​ສະ​ໄໝ ໄດ້​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງ 102 ຕື້ກວ່າຢວນ, ເພີ່ມ​ຂຶ້ນ 30,7% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໄດ້​ກວມ​ເອົາ 41,2% ຂອງ​ມູນ​ຄ່າ​ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງ​ ຂອງ​ທົ່ວ​ປະ​ເທດ. ​ເມື່ອ​ເບິ່ງ​ຕາມ​ແຫຼ່ງ​ທຶນ​ແລ້ວ, ການ​ລົງ​ທຶນ​ຈາກ​ສະ​ວິດ​ສ, ຝ​ຣັ່ງ ແລະ ປະ​ເທດ​ອື່ນໆ​ຢູ່​ ສປ ຈີນ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top