ຂປລ
ຂປລ. ການເດີນທາງໄປຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມໃນລະຫວ່າງ ວັນທີ 14-17 ເມສາ 2026 ນີ້. ໂດຍໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ ຈາກ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່,ປະທານປະເທດ ສປ ຈີນ ແມ່ນການເພີ່່ມທະວີການຮ່ວມມືສ້າງປະຫວັດສາດໜ້າໃໝ່

ທ່ານ ໂຕ ເລິມ ໄດ້ໄປຢ້ຽມຢາມສູນຮ່ວມມືການນຳໃຊ້ປັນຍາປະດິດຈີນ-ອາຊຽນ ທີ່ເມືອງໜານໜິງ, ແຂວງກວາງຊີ ແລະ ໄດ້ສຳຜັດກັບແວ່ນຕາສື່ສານທາງໄກ AI
ຂປລ. ການເດີນທາງໄປຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕ ເລິມ ເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມໃນລະຫວ່າງ ວັນທີ 14-17 ເມສາ 2026 ນີ້. ໂດຍໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ ຈາກ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່,ປະທານປະເທດ ສປ ຈີນ ແມ່ນການເພີ່່ມທະວີການຮ່ວມມືສ້າງປະຫວັດສາດໜ້າໃໝ່ ໃນສະພາບຂອງໂລກທີ່ມີຄວາມສັບສົນ ຊຶ່ງໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ຫລາຍປະເທດໃນໂລກ. ນີ້ແມ່ນການເດີນທາງມາຢ້ຽມຢາມທາງລັດຖະກິດຄັ້ງທຳອິດຂອງທ່ານ ໂຕ ເລິມ ໃນຖານະຕຳແໜ່ງສູງສຸດຂອງພັກ, ລັດ ສສ ຫວຽດນາມ; ຫລັງຈາກການມາຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ ຂອງທ່ານ ສີ ຈິ້ນຜິງ ຄົບຮອບ 1 ປີ. ຜູ້ນໍາລະດັບສູງສອງປະເທດ ຂອງ ສສ ຫວຽດນາມ-ສປ ຈີນ ໄດ້ພົບປະແລກປ່ຽນໃນຫລາຍບັນຫາທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ ພ້ອມທັງຊອກວິທີຮັບມື ເພື່ອຄວາມໝັ້ນຄົງຂອງຊາດ ແລະ ເພື່ອສັນຕິພາບຂອງໂລກ.
ໃນໂອກາດພົບປະຂອງການນໍາຂັ້ນສູງ ສສ ຫວຽດນາມ ແລະ ຈີນ ຄັ້ງນີ້, ຍັງໄດ້ເຊັນສັນຍາຮ່ວມມືກັນຫລາຍສະບັບ ກວມເອົາດ້ານການເມືອງ, ການທະຫານ, ເສດຖະກິດ, ວິທະຍາສາດເຕັກໂນໂລຊີ, ອິນເຕີເນັດ, ຂໍ້ມູນ, ປັນຍາປະດິດ ແລະ ອື່ນໆ. ບັນດາເອກະສານທີ່ໄດ້ເຊັນກັນ ລວມມີແຜນການຮ່ວມມືລະຫວ່າງພັກກອມມູນິດຈີນ ແລະ ພັກກອມມູນິດຫວຽດນາມ (2026) ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງກົມຈັດຕັ້ງຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ກົມຈັດຕັ້ງຂອງຄະນະກຳມະການສູນກາງພັກກອມມູນິດຈີນ (2026-2030) ສັນຍາຮ່ວມມືລະຫວ່າງກົມສາກົນຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ກະຊວງການຕ່າງປະເທດຫວຽດນາມ, ບົດບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານສາທາລະນະລັດສັງຄົມນິຍົມຫວຽດນາມ ກ່ຽວກັບການຮ່ວມມືພາຍໃຕ້ຂອບຂອງຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ. ໃບຢັ້ງຢືນການມອບໂອນລະຫວ່າງລັດຖະບານສາທາລະນະລັດ ປະຊາຊົນ ຈີນ ແລະ ລັດຖະບານ ສາທາລະນະລັດສັງຄົມນິຍົມຫວຽດນາມ ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ຂອງທາງລົດໄຟລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ.ສັນ ຍາລະຫວ່າງລັດຖະບານສາທາລະນະລັດ ປະຊາຊົນຈີນ ແລະ ລັດຖະບານ ສາທາລະນະລັດສັງຄົມນິຍົມຫວຽດນາມ ກ່ຽວກັບການຮ່ວມມືດ້ານພາສີ ແລະ ການຊ່ວຍເຫລືອດ້ານການບໍລິຫານ, ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຂອງສາທາລະນະລັດປະຊາຊົນຈີນ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີ ດີຈິຕອນ.ອະນຸສັນຍາລະຫວ່າງກະຊວງຄວາມໝັ້ນຄົງສາທາລະນະຂອງສາທາລະນະລັດ ປະຊາຊົນ ຈີນ ແລະ ກະຊວງຄວາມໝັ້ນຄົງສາທາລະນະຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ກ່ຽວກັບການສ້າງຕັ້ງ, ການດຳເນີນງານ ແລະ ການບຳລຸງຮັກສາສາຍດ່ວນລະດັບລັດຖະມົນຕີ. ບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງຍຸຕິທຳແຫ່ງສາທາລະນະລັດປະຊາຊົນຈີນ ແລະ ກະຊວງຍຸຕິທຳແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ກ່ຽວກັບການຮ່ວມມືໃນການແກ້ໄຂຂໍ້ຂັດແຍ່ງທາງແພ່ງ ແລະ ການຄ້າໃນບັນດາຜູ້ທີ່ອາໄສຢູ່ຕາມຊາຍແດນ, ບົດບັນທຶກການປະຊຸມກວດກາສະຖານທີ່ກ່ຽວກັບການສຶກສາຄວາມເປັນໄປໄດ້ຂອງໂຄງການສ້ອມແປງ ແລະ ບຳລຸງຮັກສາພະລາຊະວັງມິດຕະພາບ ຫວຽດນາມ-ຈີນ ແລະ ເຊັນບົດບັນທຶກອື່ນໆອີກລວມທັງໝົດ 32 ສະບັບ.
ການຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕ ເລິມ ຍັງໄດ້ໄປຢ້ຽມຢາມເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ດ້ວຍລົດໄຟຄວາມໄວສູງ. ໄດ້ໄປຢ້ຽມຢາມມະຫາວິທະຍາໄລກວາງຊີ, ຢ້ຽມຊົມສະຖານທີ່ເກົ່າຂອງໂຮງຮຽນ Guangxi Nanning Yucai (ເມື່ອກ່ອນແມ່ນເຂດໂຮງຮຽນສູນກາງຫວຽດນາມ), ສໍາຄັນອີກອັນໜຶ່ງຍັງໄດ້ເຊັນບົດທຶກລະຫວ່າງກວາງຊີ ຄະນະກຳມະການເຂດປົກຄອງຕົນເອງ ຈ້ວງ ຂອງພັກກອມມູນິດຈີນ ແລະ ຄະນະກຳມະການພັກກອມມູນິດຫວຽດນາມ ຂອງແຂວງກວາງນິງ, ລ້າງເຊີນ, ກາວບັງ, ຕວຽນກວາງ ແລະ ຫາຍຟອງ ກ່ຽວກັບການຮ່ວມມືໃນໂຄງການຝຶກອົບຮົມ (2026-2027). ກ່ຽວກັບການຍົກລະດັບດ່ານຊາຍແດນສອງຝ່າຍ ອ້າຍຕຽນ-ຈີມາ ເປັນດ່ານຊາຍແດນສາກົນ. ແຂວງກວາງຊີ ເປັນແຂວງທີ່ມີທີ່ຕັ້ງສໍາຄັນທີ່ສຸດ ເປັນແຂວງດຽວຂອງປະເທດທີ່ເຊື່ອມຕໍ່ກັບບັນດາປະເທດອາຊຽນທັງທາງບົກ ແລະ ທາງທະເລ, ມີຊາຍຝັ່ງທະເລຫລາຍກວ່າ 1.600 ກິໂລແມັດ, ພື້ນທີ່ທະເລປະມານ 40.000 ຕາລາງກິໂລແມັດ ແລະ ເກາະດອນຫລາຍກວ່າ 600 ເກາະ. ກວາງຊີ ເປັນເຂດອຸດສາຫະກໍາຊັ້ນນໍາຂອງຈີນ ທີ່ມີມູນຄ່າເກີນ 100 ຕື້ຢວນ. ລວມທັງໂລຫະທີ່ບໍ່ແມ່ນເຫລັກ, ເຫລັກກ້າ, ອາຫານ, ລົດຍົນ ແລະ ຂໍ້ມູນເອເລັກໂຕຣນິກ,ມີວິສາຫະກິດອຸດສາຫະກຳຫລາຍກວ່າ 10.000 ແຫ່ງ ທີ່ມີຂະໜາດໃຫຍ່ ຈັດຢູ່ໃນອັນດັບທຳອິດຂອງປະ ເທດໃນການຜະລິດລົດຕັກເຕີ, ການຜະລິດຍານພາຫະນະພະລັງງານໃໝ່. ວິສາຫະກິດຊັ້ນນຳເຊັ່ນ BYD ແລະ Huayi Brothers ກໍ່ມີຖານຜະລິດຂະໜາດໃຫຍ່ເພື່ອສົງອອກ.
ການເດີນທາງໄປຢ້ຽມຢາມ ສປ ຈີນ ຂອງ ທ່ານ ໂຕ ເລິມ ແມ່ນຂີດໝາຍເລີ່ມຕົ້ນໃໝ່ໃນການພົວພັນ 2 ຝ່າຍ ໃນສະພາບການທີ່ 2 ປະເທດເຂົ້າສູ່ໄລຍະພັດທະນາໃໝ່: ສສ ຫວຽດນາມເຂົ້າສູ່ສັງກາດໃໝ່ໃນການພັດທະນາຫລັງຈາກຜົນສຳເລັດຢ່າງຈົບງາມຂອງກອງປະຊຸມໃຫຍ່ຄັ້ງທີ 14. ສປ ຈີນ ກໍເລີ່ມຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ 15; ສະແດງໃຫ້ເຫັນການໃຫ້ບຸລິມະສິດຂອງ 2 ຝ່າຍກໍຄື ຄວາມຕັດສິນໃຈໃນການພັດທະນາສາຍພົວພັນສອງຝ່າຍ.ການຢ້ຽມຢາມນີ້ເປັນໂອກາດທີ່ສຳຄັນໃນການຍົກລະດັບສາຍພົວພັນຍຸດທະສາລະຫວ່າງສອງພັກ ແລະ ສອງປະເທດ. ຜູ້ນຳສູງສຸດຂອງສອງພັກ ແລະ ສອງປະເທດຈະຮ່ວມກັນກຳນົດທິດທາງ ແລະ ຄວາມກ້າວໜ້າໃໝ່ໃນການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ການຝຶກອົບຮົມ, ວິທະຍາສາດ ແລະ ເຕັກໂນໂລຊີ. ຈະເປັນການປະກອບສ່ວນເຂົ້າໃນການເສີມສ້າງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ສົ່ງເສີມແກ້ໄຂຄວາມແຕກຕ່າງ ແລະ ອຸປະສັກທີ່ຍັງຄ້າງຄາ, ເພີ່ມທະວີການແລກປ່ຽນພົບປະລະຫວ່າງປະຊາຊົນ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນ 2 ປະເທດ; ປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດມີຄວາມໝັ້ນຄົງ ແລະ ຍືນຍົງຍິ່ງໆຂຶ້ນ ແລະ ປະກອບສ່ວນຢ່າງຕັ້ງໜ້າຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
ສໍາລັບການຢ້ຽມແຂວງກວາງຊີ ຂອງທ່ານ ໂຕ ເລິມ ຍ້ອນເປັນແຂວງດຽວຂອງຈີນ ທີ່ມີຊາຍແດນທາງບົກ ແລະ ທາງທະເລຕິດກັບຫວຽດນາມ. ເປັນປ່ອງຢ້ຽມຊາຍແດນສຳລັບການແລກປ່ຽນ ແລະ ການຮ່ວມມືລະຫວ່າງຈີນ ແລະ ຫວຽດນາມ,ເໝືອນດັ່ງ ຈີນ ແລະ ອາຊຽນ. ຈະເປັນການສົ່ງເສີມການແລກປ່ຽນວັດທະນະທຳ ແລະ ການຮ່ວມມືໃນຫລາຍດ້ານ,ເປັນແຮງຂັບເຄື່ອນໃຫ້ແກ່ການພັດທະນາ. ເພີ່ມທະວີມິດຕະພາບ, ຄວາມສາມັກຄີ, ການຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ປະກອບສ່ວນໃນການສ້າງຊຸມຊົນພາກພື້ນຍຸດທະສາດລະດັບສູງ - ຊຸມຊົນຮ່ວມອະນາຄົດ ສສ ຫວຽດນາມ-ຈີນ.
ໂດຍ:ວັນໄຊ ຕະວິນຍານ
KPL