65 ປີ ແຫ່ງການຮ່ວມທຸກຮ່ວມສຸກ, ສ້າງສັນສິ່ງໃໝ່ເພື່ອກ້າວເດີນຕໍ່ໄປ (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ ຄົບຮອບ 65 ປີ)

27/04/2026 13:34
ຂປລ ຂປລ. ປີນີ້ແມ່ນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ຈີນ ແລະ ລາວ, ທັງເປັນ “ປີແຫ່ງມິດຕະພາບ ຈີນ-ລາວ” ທີ່ສອງປະເທດໄດ້ກໍານົດຮ່ວມກັນ. ຂ້າພະເຈົ້າໄດ້ມາປະຈໍາການຢູ່ນະຄອນຫລວງວຽງຈັນ ເປັນເວລາເກືອບສອງປີແລ້ວ. ພາບຕາເວັນຂຶ້ນຢູ່ແຄມແມ່ນ້ຳຂອງ, ພະທາດຫລວງວຽງຈັນ ແລະ ໝອກຍາມເຊົ້າທີ່ຫລວງພະບາງ ລ້ວນແຕ່ເຮັດໃຫ້ຈິດໃຈເບີກບານມ່ວນຊື່ນ.

ຂປລ. ປີນີ້ແມ່ນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ຈີນ ແລະ ລາວ, ທັງເປັນ “ປີແຫ່ງມິດຕະພາບ ຈີນ-ລາວ” ທີ່ສອງປະເທດໄດ້ກໍານົດຮ່ວມກັນ. ຂ້າພະເຈົ້າໄດ້ມາປະຈໍາການຢູ່ນະຄອນຫລວງວຽງຈັນ ເປັນເວລາເກືອບສອງປີແລ້ວ. ພາບຕາເວັນຂຶ້ນຢູ່ແຄມແມ່ນ້ຳຂອງ, ພະທາດຫລວງວຽງຈັນ ແລະ ໝອກຍາມເຊົ້າທີ່ຫລວງພະບາງ ລ້ວນແຕ່ເຮັດໃຫ້ຈິດໃຈເບີກບານມ່ວນຊື່ນ. ແຕ່ສິ່ງທີ່ເຮັດໃຫ້ຂ້າພະເຈົ້າປະທັບໃຈທີ່ສຸດ ແມ່ນຄວາມຮູ້ສຶກຜູກພັນອັນເລິກເຊິ່ງລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ຂ້າພະເຈົ້າໄດ້ສຳພັດດ້ວຍຕົນເອງເທິງຜືນແຜ່ນດິນແຫ່ງນີ້. ໃນໂອກາດປີທີ່ພິເສດນີ້, ຂ້າພະເຈົ້າຂໍຖືໂອກາດນຳໃຊ້ບົດຄວາມນີ້ ເພື່ອຮ່ວມທົບທວນ ຄືນມິດຕະພາບ ແລະ ໂອ້ລົມເຖິງອະນາຄົດຮ່ວມກັບເພື່ອນມິດທັງເກົ່າ ແລະ ໃໝ່ຊາວລາວ.

ສຸພາສິດຂອງຈີນໄດ້ກ່າວວ່າ: “ຜູ້ທີ່ຮຽນສຳນັກດຽວກັນເອີ້ນວ່າໝູ່, ຜູ້ທີ່ມີອຸດົມການດຽວກັນເອີ້ນວ່າສະຫາຍ”, ການມີອຸດົມການດຽວກັນແມ່ນພື້ນຖານອັນເລິກເຊິ່ງທີ່ສຸດ ທີ່ເຮັດໃຫ້ມິດຕະພາບຂອງສອງປະເທດຍືນຍົງຄົງຕົວ. ເມື່ອ 65 ປີກ່ອນ, ຈີນ ແລະ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນຢ່າງເປັນທາງການ, ຜູ້ນຳຮຸ່ນອາວຸໂສ ເຊັ່ນ: ສະຫາຍ ເໝົາ ເຈີຕຸງ, ສະຫາຍ ໂຈວ ເອິນໄຫລ ແລະ ສະຫາຍ ໄກສອນ ພົມວິຫານ ໄດ້ສ້າງສາຍພົວພັນມິດຕະພາບປະຕິວັດອັນເລິກເຊິ່ງ, ເຊິ່ງໄດ້ວາງຮາກຖານອັນໜັກແໜ້ນທີ່ບໍ່ສາມາດສັ່ນຄອນໄດ້ໃຫ້ແກ່ມິດຕະພາບທີ່ສືບທອດກັນມາຫລາຍເຊັ່ນຄົນຂອງສອງປະເທດ. ໃນຊຸມປີ 60 ແລະ 70 ຂອງສະຕະວັດທີ່ຜ່ານມາ, ໃນຂະນະທີ່ປະຊາຊົນລາວກຳລັງຜ່ານຜ່າໄລຍະເວລາອັນຫຍຸ້ງຍາກໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ປະເທດຈີນໄດ້ຈັດສົ່ງຄະນະຊ່ຽວຊານທາງການທະຫານ, ໜ່ວຍກໍ່ສ້າງທາງ, ໜ່ວຍປ້ອງກັນອາກາດ ແລະ ພະນັກງານການທູດ ລວມທັງໝົດຫລາຍກວ່າ
ໜຶ່ງແສນຄົນ ມາປະຕິບັດໜ້າທີ່ຊ່ວຍເຫລືອລາວ
, ໂດຍໄດ້ຮ່ວມທຸກຮ່ວມສຸກ ແລະ ຄຽງບ່າຄຽງໄຫລ່ກັບປະຊາຊົນລາວ. ວິລະຊົນຊາວຈີນຫລາຍຮ້ອຍສະຫາຍໄດ້ເສຍສະລະຊີວິດຢູ່ເທິງຜືນແຜ່ນດິນລາວ, ໃນນັ້ນ 215 ສະຫາຍ ໄດ້ເສຍສະລະຊີວິດ ແລະ ຝັງຢູ່ທີ່ສຸສານວິລະຊົນຈີນ 3 ແຫ່ງ ໃນ ສປປ ລາວ.  ຢູ່ທີ່ນະຄອນໜານໜິງ, ກວາງຊີ ທີ່ຫ່າງໄກອອກໄປຫລາຍພັນກິໂລແມັດ, ລູກຫລານນັກປະຕິວັດລາວຫລາຍລຸ້ນຄົນ ໄດ້ໄປສຶກສາຮ່ຳຮຽນ ແລະ ເຕີບໃຫຍ່ຢູ່ໃນໂຮງຮຽນ "67" ທີ່ປະເທດຈີນສ້າງຂຶ້ນສະເພາະສຳລັບພວກເຂົາ, ເຊິ່ງໄດ້ໃຊ້ເວລາໃນຊ່ວງໄວທີ່ສຳຄັນທີ່ສຸດຂອງຊີວິດຢູ່ນັ້ນ. ຜືນແຜ່ນດິນຈະຈົດຈຳ, ວິນຍານອັນພິລະອາດຫານຈະຄົງຢູ່ຕະຫລອດໄປ, ປະຫວັດສາດໜ້ານີ້ຈະຖືກຈາລຶກໄວ້ໃນຄວາມຊົງຈຳຮ່ວມກັນຂອງປະຊາຊົນສອງຊາດຕະຫລອດການ.

ຕະຫລອດໄລຍະ 65 ປີທີ່ຜ່ານມາ, ມິດຕະພາບທີ່ເປັນມູນເຊື້ອແບບສະຫາຍ ກໍຄື ອ້າຍນ້ອງທີ່ເປັນສັງຄົມນິຍົມລະຫວ່າງ ຈີນ-ລາວ ໄດ້ຜ່ານການທົດສອບຈາກການປ່ຽນແປງຂອງຍຸກສະໄໝ ແລະ ສະພາບການສາກົນ, ຍິ່ງດົນຍິ່ງ
ແໜ້ນແຟ້ນ
, ຍິ່ງດົນຍິ່ງໃໝ່. ໂດຍສະເພາະໃນຊຸມປີມໍ່ໆມານີ້, ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ແລະ ຜູ້ນຳສູງສຸດຂອງລາວ ໄດ້ບັນລຸຄວາມເຫັນດີເຫັນພ້ອມທາງດ້ານຍຸດທະສາດໃນການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ, ພ້ອມທັງໄດ້ລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຮ່ວມກັນເຖິງ 2 ຄັ້ງ ໃນປີ 2019 ແລະ 2023 ເຊິ່ງເປັນການກຳນົດທິດທາງລວມ ແລະ ແຕ້ມພາບແຜນວາດອັນໃໝ່ສຳລັບການຮ່ວມມືຍຸດທະສາດຮອບດ້ານຂອງສອງປະເທດ, ຊີ້ນຳໃຫ້ສາຍພົວພັນສອງຝ່າຍກ້າວເຂົ້າສູ່ໄລຍະການຂະຫຍາຍຕົວຢ່າງໄວວາ ແລະ ກ້າວເຂົ້າສູ່ຍຸກສະໄໝໃໝ່. ໃນເດືອນກັນຍາ ປີ 2025, ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ແລະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ບັນລຸຄວາມເຫັນດີເຫັນພ້ອມທີ່ສຳຄັນອີກຄັ້ງ ໃນການຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ ເຊິ່ງເປັນການຊີ້ທິດເຍືອງທາງ ແລະ ສີດຢາກະຕຸ້ນອັນແຂງແຮງໃຫ້ແກ່ການພັດທະນາສາຍພົວພັນສອງຝ່າຍພາຍໃຕ້ສະພາບການ
ໃໝ່.

ພາຍໃຕ້ການຊີ້ນຳຂອງຜູ້ນຳສູງສຸດຂອງທັງສອງຝ່າຍ, ການຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ ໄດ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ເລິກເຊິ່ງ. ໃນຖານະທີ່ເປັນໂຄງການສັນຍະລັກແຫ່ງການຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ທີ່ມີຄຸນນະພາບສູງ, ປະສິດທິຜົນຂອງ ຊ່ອງທາງຄຳ ຂອງທາງລົດໄຟ ຈີນ-ລາວ ຍັງສືບຕໍ່ປະກົດຜົນເປັນຈິງຢ່າງຕໍ່ເນື່ອງ, ໂດຍໄດ້ຂົນສົ່ງຜູ້ໂດຍສານສະສົມຫລາຍກວ່າ 70 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫລາຍກວ່າ 80 ລ້ານໂຕນ ເຊິ່ງບໍ່ພຽງແຕ່ຊ່ວຍຊຸກຍູ້ໃຫ້ລາວຫັນປ່ຽນຈາກ ປະເທດບໍ່ມີຊາຍແດນຕິດຈອດກັບທະເລ ກາຍເປັນ ປະເທດເຊື່ອມໂຍງ-ເຊື່ອມຈອດ, ແຕ່ຍັງເປັນການຍົກລະດັບການເຊື່ອມໂຍງ-ເຊື່ອມຈອດໃນພາກພື້ນຢ່າງຫລວງຫລາຍ. ປະເທດຈີນ ຍັງຄົງເປັນແຫລ່ງທຶນຕ່າງປະເທດ ແລະ ປະເທດສົ່ງອອກອັນດັບໜຶ່ງຂອງລາວຫລາຍປີຕິດຕໍ່ກັນ, ໂດຍມີມູນຄ່າການລົງທຶນສະສົມຢູ່ລາວຫລາຍກວ່າ 18 ຕື້ໂດລາສະຫະລັດ ແລະ ໃນປີ 2025 ມູນຄ່າການຄ້າສອງຝ່າຍບັນລຸເຖິງ 9,82 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 125% ເມື່ອທຽບໃສ່ປີ 2021 ທີ່ເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ. ບັນດາໂຄງການຊ່ວຍເຫລືອ ເຊັ່ນ: 8 ໂຄງການໃຫຍ່ຊ່ວຍເຫລືອລາວ, ໂຮງໝໍມະໂຫສົດ ແລະ ອື່ນໆ ໄດ້ປະກົດຜົນເປັນຈິງໃນທົ່ວປະເທດລາວ, ເຮັດໃຫ້ໝາກຜົນແຫ່ງການຮ່ວມມື ຈີນ-ລາວ ໄດ້ເອື້ອອຳນວຍຜົນປະໂຫຍດໃຫ້ແກ່ປະຊາຊົນລາວຫລາຍຂຶ້ນ. ປຶ້ມສີ ຈິ້ນຜິງ, ກ່ຽວກັບການບໍລິຫານລັດ ແລະ ການປົກຄອງ, “ຫລຸດພົ້ນອອກຈາກຄວາມທຸກຍາກ ສະບັບພາສາລາວ ໄດ້ຖືກພິມຈຳໜ່າຍຢູ່ລາວ, ສ່ວນປຶ້ມປະຕິວັດຄລາສສິກຂອງລາວ ເຊັ່ນ: ຊີວິດ ແລະ ພາລະກິດປະຕິວັດຂອງປະທານໄກສອນ, “ສອງເອື້ອຍນ້ອງ ກໍໄດ້ຖືກແປເປັນພາສາຈີນ ແລະ ພິມຈຳໜ່າຍຢູ່ຈີນເປັນຄັ້ງທຳອິດ, ການແປປຶ້ມແລກປ່ຽນເຊິ່ງກັນ ແລະ ກັນ ໄດ້ສ້າງຂົວຕໍ່ແຫ່ງຄວາມຮູ້ສຳລັບການສົນທະນາທາງດ້ານອະລິຍະທຳຂອງສອງປະເທດ. ຊາວໜຸ່ມລາວນັບມື້ນັບຫລາຍຂຶ້ນໄດ້ເດີນທາງໄປສຶກສາຕໍ່ທີ່ປະເທດຈີນ, ແລະ ຊາວໜຸ່ມຈີນກໍໄດ້ມາສຶກສາຢູ່ລາວ, ກາຍເປັນຜູ້ສືບທອດ ແລະ ຜູ້ຊຸກຍູ້ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຈີນ-ລາວ. ກິດຈະກຳຕ່າງໆ ໃນ ປີແຫ່ງມິດຕະພາບ ຈີນ-ລາວ ປີນີ້ ມີຄວາມ
   ລາກຫລາຍສີສັນ, ທັງການບັນຍາຍຫົວຂໍ້ຕ່າງໆ, ການສະແດງສິລະປະ-ວັນນະຄະດີ, ການແລກປ່ຽນຊາວໜຸ່ມ... ພາບເຫດການທີ່ມີຊີວິດຊີວາເຫລ່ົານີ້ ໄດ້ເຮັດໃຫ້ຈິດໃຈຂອງປະຊາຊົນສອງຊາດໃກ້ຊິດກັນຫລາຍຂຶ້ນ.

ຄວາມໝາຍຂອງການພັດທະນາສາຍພົວພັນ ຈີນ-ລາວ ບໍ່ພຽງແຕ່ເປັນການຕ່າງຝ່າຍຕ່າງມີຜົນປະໂຫຍດໃນລະດັບສອງຝ່າຍເທົ່ານັ້ນ, ແຕ່ຍັງເປັນການຮ່ວມກັນສີດຢາກະຕຸ້ນພະລັງງານທາງບວກໃຫ້ແກ່ສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ຂອງໂລກ. ຜະເຊີນໜ້າກັບການປ່ຽນແປງອັນເລິກເຊິ່ງຂອງໂລກໃນຮອບຮ້ອຍປີ, ຈີນ ແລະ ລາວ ຍາມໃດກໍຢືນຢູ່ຄຽງຂ້າງຄວາມຍຸຕິທຳ ແລະ ຄວາມເປັນທຳຂອງສາກົນຢ່າງໜັກແໜ້ນ, ຈັບມືກັນຊຸກຍູ້ການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ຄຽງບ່າຄຽງໄຫລ່ກັນປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບໃນອາຊີຕາເວັນອອກ, ຮ່ວມກັນຊຸກຍູ້ການປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມປອດໄພທົ່ວໂລກ, ຂໍ້ລິເລີ່ມອະລິຍະທຳທົ່ວໂລກ ແລະ ຂໍ້ລິເລີ່ມການຄຸ້ມຄອງທົ່ວໂລກ, ພ້ອມທັງຮ່ວມກັນຕໍ່ຕ້ານລັດທິຄອງຄວາມເປັນໃຫຍ່ ແລະ ການເມືອງແບບໃຊ້ອຳນາດບາດຍາ. ການປະສານງານທາງດ້ານຍຸດທະສາດທີ່ກ້າວຂ້າມຂອບເຂດສອງຝ່າຍນີ້, ບໍ່ພຽງແຕ່ເປັນການສະແດງອອກຢ່າງມີຊີວິດຊີວາຂອງຈິດໃຈຄູ່ຮ່ວມຊາຕາກຳ ຈີນ-ລາວ ເທົ່ານັ້ນ, ແຕ່ຍັງເປັນການພິສູດດ້ວຍການກະທຳວ່າ: ການໄປມາຫາສູ່ກັນລະຫວ່າງປະເທດກັບປະເທດ ບໍ່ພຽງແຕ່ສາມາດສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ກັນແລະກັນ, ແຕ່ຍັງສາມາດປະກອບສ່ວນທາງດ້ານສະຕິປັນຍາ ແລະ ກຳລັງແຮງເຂົ້າໃນການສ້າງລະບຽບການສາກົນທີ່ມີຄວາມຍຸຕິທຳ ແລະ ສົມເຫດສົມຜົນຫລາຍຂຶ້ນ.

ປີນີ້ແມ່ນປີທີ່ມີຄວາມໝາຍສໍາຄັນຂອງ ສປປ ລາວ ແລະ ສປ ຈີນ. ແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ ໄດ້ເລີ່ມຕົ້ນຂຶ້ນ ເຊິ່ງເປັນການກ້າວເຂົ້າສູ່ໄລຍະເວລາອັນສຳຄັນໃນການວາງຮາກຖານອັນໜັກແໜ້ນ ແລະ ການລະດົມກຳລັງຢ່າງຮອບດ້ານ ເພື່ອບັນລຸການຫັນເປັນທັນສະໄໝແບບສັງຄົມນິຍົມໂດຍພື້ນຖານ. ສ່ວນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກໍໄດ້ໄຂຂຶ້ນຢ່າງສະຫງ່າງາມ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຂອງລາວ ກໍໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ ເຊິ່ງເປັນການກ້າວເດີນບາດກ້າວໃໝ່ໄປສູ່ເປົ້າ
ໝາຍການສະເຫລີມສະຫລອງວັນສ້າງຕັ້ງພັກຄົບຮອບ 100 ປີ ໃນປີ 2055. ເສັ້ນທາງການກໍ່ສ້າງສັງຄົມນິຍົມຂອງສອງປະເທດໄດ້ມາບັນຈົບກັນຢູ່ທີ່ນີ້ ເຊິ່ງເປັນຊ່ວງເວລາທີ່ດີທີ່ສຸດໃນການຈັບມືກັນລົງເລິກການຮ່ວມມື ແລະ ຮ່ວມກັນວາງແຜນອະນາຄົດຂອງສາຍພົວພັນສອງຝ່າຍ.

ຝ່າຍຈີນ ຍິນດີຮ່ວມກັບຝ່າຍລາວ ໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢ່າງ ໜັກແໜ້ນ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອມິດຕະພາບຂອງສອງປະເທດ, ຖອດຖອນບົດຮຽນທິດສະດີ ແລະ ພຶດຕິກຳຕົວຈິງເຊິ່ງກັນ ແລະ ກັນ ໃນການຊຸກຍູ້ການປະຕິຮູບ ແລະ ການຄົ້ນຄວ້າການກໍ່ສ້າງສັງຄົມນິຍົມ, ແລະ ຮັດແໜ້ນການໄປມາຫາສູ່ກັນລະຫວ່າງພັກ, ລັດຖະບານ, ອົງການນິຕິບັນຍັດ ແລະ ທ້ອງຖິ່ນ. ຜະເຊີນໜ້າກັບການປ່ຽນແປງອັນເລິກເຊິ່ງໃນຮອບຮ້ອຍປີທີ່ພວມເລັ່ງຕົວຂຶ້ນ, ພວກເຮົາຍິ່ງຕ້ອງສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ, ເພີ່ມທະວີການສື່ສານ ແລະ ການປະສານງານໃນກົນໄກຫຼາຍຝ່າຍ, ຮ່ວມກັນຊຸກຍູ້ໃຫ້ຂໍ້ລິເລີ່ມທົ່ວໂລກຕ່າງໆ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ແລະ ປົກປັກຮັກສາຜົນປະໂຫຍດຮ່ວມກັນຂອງບັນດາປະເທດກຳລັງພັດທະນາ.

ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ໃນການເຊື່ອມຈອດຍຸດທະສາດການພັດທະນາ, ນຳໃຊ້ປະໂຫຍດຈາກ ຊ່ອງທາງຄຳ ຂອງທາງລົດໄຟ ຈີນ-ລາວ ຢ່າງເຕັມສ່ວນ, ຊຸກຍູ້ການຈັດຕັ້ງປະຕິບັດ ການກວດກາຈຸດດຽວ ໃຫ້ເກີດຂຶ້ນໂດຍໄວ, ເປີດກວ້າງຮູບແບບການພັດທະນາກວມລວມ ທາງລົດໄຟ+, ເພື່ອຂັບເຄື່ອນການເຕົ້າໂຮມຂອງອຸດສາຫະກຳ ແລະ ການພັດທະນາເສດຖະກິດຕາມແລວທາງລົດໄຟ. ປະເທດຈີນຍິນດີນຳເຂົ້າສິນຄ້າກະສິກຳທີ່ມີຄຸນນະພາບສູງຂອງລາວຫລາຍຂຶ້ນ, ລົງເລິກການຮ່ວມມືໃນຂົງເຂດການພັດທະນາສີຂຽວ, ເສດຖະກິດດີຈິຕອນ, ພະລັງງານສະອາດ ແລະ ອື່ນໆ, ຊ່ວຍເຫລືອຝ່າຍລາວໃນການເລັ່ງລັດການຫັນປ່ຽນພະລັງງານ ແລະ ຮັບມືກັບຄວາມຜັນຜວນຂອງຕະຫລາດພະລັງງານສາກົນໄດ້ດີຂຶ້ນ. ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫລືອເພື່ອຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີ, ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນຫລາຍຂຶ້ນ.

ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ໃນການລົງເລິກການແລກປ່ຽນທາງດ້ານວັດທະນະທຳ-ສັງຄົມ, ຈັດຕັ້ງບັນດາກິດຈະກຳສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ ຄົບຮອບ 65 ປີ ແລະ ປີແຫ່ງມິດຕະພາບ ຈີນ-ລາວ ໃຫ້ດີ, ຮັດແໜ້ນການໄປມາຫາສູ່ກັນ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນໃນທຸກຂົງເຂດ, ເພີ່ມທະວີການຮ່ວມມືດ້ານການສຶກສາ ແລະ ການແລກປ່ຽນຂອງຊາວໜຸ່ມ, ເພື່ອໃຫ້ມິດຕະພາບ ຈີນ-ລາວ ໄດ້ຮັບການສືບທອດຈາກຮຸ່ນສູ່ຮຸ່ນ. ສົ່ງເສີມເພື່ອນມິດຊາວລາວໃຫ້ເດີນທາງໄປສຶກສາ, ທ່ອງທ່ຽວ ແລະ ເຮັດວຽກຢູ່ປະເທດຈີນຫຼາຍຂຶ້ນ, ແລະ ພີ່ນ້ອງຊາວຈີນໃຫ້ເດີນທາງມາປະເທດລາວ ເພື່ອສຳຜັດກັບສະເໜ່ອັນເປັນເອກະລັກຂອງດິນແດນແຫ່ງນີ້ຫຼາຍຂຶ້ນເຊັ່ນກັນ.

ເພື່ອນມິດຊາວລາວມັກກ່າວສະເໝີວ່າ: ຕົ້ນໄມ້ດີມີໃບ, ທັງໃຜ່ດີມີມິດ. ຄົນຈີນກໍມີຄຳກ່າວທີ່ວ່າ: ຕົ້ນນ້ຳທີ່ຍາວໄກຍ່ອມໄຫລໄດ້ຍາວນານ, ຮາກທີ່ເລິກຍ່ອມມີກິ່ງງ່າທີ່ອຸດົມສົມບູນ. ໄລຍະເວລາ 65 ປີ, ສຳລັບສາຍນ້ຳແຫ່ງປະຫວັດສາດແລ້ວ ກໍເປັນພຽງແຕ່ໄລຍະເວລາສັ້ນໆພຽງກະພິບຕາ, ແຕ່ສຳລັບມິດຕະພາບ ຈີນ-ລາວ ທີ່ມີອຸດົມການຮ່ວມກັນ ຍິ່ງຜ່ານການເວລາໄປເທົ່າໃດ ກໍຍິ່ງຫອມຫວນຊວນດື່ມດ່ຳ. ເມື່ອຢືນຢູ່ຈຸດເລີ່ມຕົ້ນໃໝ່ທາງປະຫວັດສາດ, ມິດຕະພາບ ຈີນ-ລາວ ບໍ່ມີມື້ສິ້ນສຸດ, ບາດກ້າວທີ່ຍ່າງຄຽງບ່າຄຽງໄຫລ່ກັນ ຈະຕ້ອງກ້າວຂ້າມພູຜາປ່າດົງ, ເພື່ອຮ່ວມກັນກ້າວໄປສູ່ໄລຍະ 65 ປີຕໍ່ໜ້າທີ່ງົດງາມກວ່າເກົ່າ ແລະ ສືບຕໍ່ປະກອບສ່ວນອັນໃໝ່ທີ່ໃຫຍ່ຫລວງກວ່າເກົ່າເຂົ້າໃນພາລະກິດອັນສູງສົ່ງແຫ່ງສັນຕິພາບ ແລະ ການພັດທະນາຂອງມວນມະນຸດ.

ໂດຍ: ທ່ານຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ
KPL

ຂ່າວອື່ນໆ

ads
ads

Top