ຂປລ
ເນື່ອງຈາກ ການເຈລະຈາ ສັນຕິພາບ ລະຫວ່າງ ສ.ອາເມລິກາ-ອີຣານ ຕົກຢູ່ໃນສະພາບບໍ່ໄປບໍ່ມາ, ຄຽງຄູ່ກັນນັ້ນ ການຂົນສົ່ງຜ່ານຊ່ອງແຄບ ຮໍມຸສ ຍັງຖືກຈຳກັດຄືເກົ່າ, ການສະໜອງນ້ຳມັນດິບ ໃນໂລກຫຼຸດລົງ ຢ່າງຕໍ່ເນື່ອງ ເຮັດໃຫ້ລາຄານ້ຳມັນ ໃນຕະຫຼາດສາກົນ ເພີ່ມສູງຂຶ້ນ.

ຂປລ.ຕາມຂ່າວຈາກ ວິທະຍຸ-ໂທລະພາບ ສູນກາງຈີນ,ວັນທີ27ເມສາປີນີ້, ເນື່ອງຈາກ ການເຈລະຈາ ສັນຕິພາບ ລະຫວ່າງ ສ.ອາເມລິກາ-ອີຣານ ຕົກຢູ່ໃນສະພາບບໍ່ໄປບໍ່ມາ, ຄຽງຄູ່ກັນນັ້ນ ການຂົນສົ່ງຜ່ານຊ່ອງແຄບ ຮໍມຸສ ຍັງຖືກຈຳກັດຄືເກົ່າ, ການສະໜອງນ້ຳມັນດິບ ໃນໂລກຫຼຸດລົງ ຢ່າງຕໍ່ເນື່ອງ ເຮັດໃຫ້ລາຄານ້ຳມັນ ໃນຕະຫຼາດສາກົນ ເພີ່ມສູງຂຶ້ນ.ອີງຕາມຕົວເລກ ຂໍ້ມູນສະແດງໃຫ້ເຫັນວ່າ: ລາຄານ້ຳມັນດິບເບຣນທ໌ ທີ່ຊື້ຂາຍລ່ວງໜ້າ ໄດ້ເພີ່ມຂຶ້ນ 2,22 ໂດລາສະຫະ ລັດ ເທົ່າກັບ ເພີ່ມຂຶ້ນ 2,11%, ຢູ່ໃນລະດັບ 107,55 ໂດລາສະຫະລັດ ຕໍ່ຖັງ(ບາເລວ). ຂະນະທີ່ ລາຄານ້ຳມັນດິບ ເວັສ ເທັກຊັສ ຫຼື WTI ເພີ່ມຂຶ້ນ 2,02 ໂດລາສະຫະລັດ, ເທົ່າກັບ ເພີ່ມຂຶ້ນ 2,14%, ຢູ່ໃນລະດັບ 96,42 ໂດລາຕໍ່ບາເລວ.ຕາມການວິເຄາະ ຕະຫຼາດເຫັນວ່າ: ການຂົນສົ່ງ ຢູ່ເຂດອ່າວເປີເຊຍ ຖືກຈຳກັດບວກກັບ ສະຖານະການເຄັ່ງຕຶງ ທາງພູມສາດການເມືອງ ໄດ້ກາຍເປັນແຮງກົດດັນ ຕໍ່ການເຕີບໂຕ ຂອງຕະຫຼາດພະລັງງານຢ່າງຕໍ່ເນື່ອງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL