ຮອດປີ 2030 ບໍລິຄຳໄຊ ຈະແກ້ໄຂຄວາມທຸກຍາກໃຫ້ຍັງເຫລືອ 1,08%

27/04/2026 13:42
ຂປລ ຂປລ. ທິດທາງແຜນການກໍຄື ຄາດໝາຍສູ້ຊົນແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງບໍລິຄຳໄຊ ແຕ່ນີ້ຮອດປີ 2030 ໄດ້ຖືກຮັບຮອງຢູ່ໃນກອງປະຊຸມຮັບຮອງຜົນການປະເມີນໄລຍະທ້າຍສະໄໝ ຕາມດໍາລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງແຂວງບໍລິຄໍາໄຊ ປີ 2025 ທີ່ຈັດຂຶ້ນເມື່ອມໍ່ໆມານີ້

ຂປລ. ທິດທາງແຜນການກໍຄື ຄາດໝາຍສູ້ຊົນແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງບໍລິຄຳໄຊ ແຕ່ນີ້ຮອດປີ 2030 ໄດ້ຖືກຮັບຮອງຢູ່ໃນກອງປະຊຸມຮັບຮອງຜົນການປະເມີນໄລຍະທ້າຍສະໄໝ ຕາມດໍາລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງແຂວງບໍລິຄໍາໄຊ ປີ 2025 ທີ່ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີຕາງໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ, ກອງກໍ່ສ້າງຮາກຖານຂັ້ນແຂວງ, ເມືອງ ແລະ ແຂກຖືກເຊີນ ຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນສຸມສະຕິປັນຍາໃນການຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນແລກປ່ຽນບົດຮຽນຈາກປະສົບການ ແລະ ພຶດຕິກໍາຕົວຈິງ ຕໍ່ກັບການຈັດຕັ້ງປະຕິບັດວຽກງານ ທີ່ຄະນະຮັບຜິດຊອບໃນແຕ່ລະຂັ້ນໄດ້ພ້ອມກັນເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານການປະເມີນໄລຍະທ້າຍສະໄໝ ຕາມດໍາລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງແຂວງບໍລິຄໍາໄຊ ປີ 2025 ດັ່ງກ່າວຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດຕະຫລອດໄລຍະຜ່ານມາ ເພື່ອຮັບຮອງເອົາບັນດາທິດທາງແຜນການ ຕົວເລກຄາດໝາຍສູ້ຊົນໃນການແກ້ໄຂຄວາມທຸກຍາກ ແລະ ການພັດທະນາຕິດພັນກັບການສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງໃນຊົນນະບົດຮອດປີ 2030. ຄືການສ້າງຕັ້ງໃຫ້ຕາແສງມີຄວາມເຂັ້ມແຂງໃນການນໍາພາຊຸມຊົນຢູ່ຂັ້ນບ້ານ. ອີງຕາມມະຕິກອງປະຊຸມເປີດກວ້າງ ຂອງຄະນະບໍລິຫານງານພັກແຂວງ ໄດ້ຮັບຮອງເອົາຄາດໝາຍສູ້ຊົນຮອດປີ 2030 ຕ້ອງສູ້ຊົນແກ້ໄຂຄວາມທຸກຍາກຂອງຄອບຄົວ ໃຫ້ຍັງເຫລືອ 1,08% ຂອງບ້ານທຸກຍາກ, ສ້າງເງື່ອນໄຂໃຫ້ເມືອງວຽງທອງ ບັນລຸມາດຕະຖານເມືອງພົ້ນທຸກໃນປີ 2029 ແລະ ເມືອງໄຊຈໍາພອນພົ້ນທຸກໃນປີ 2030, ສ້າງຄອບຄົວພັດທະນາໃຫ້ບັນລຸກວມ 95,98%, ສ້າງບ້ານພັດທະນາໃຫ້ບັນລຸກວມ 93,31 %, ສ້າງເມືອງທ່າພະບາດ, ປາກກະດິງ, ບໍລິຄັນ ເປັນເມືອງເຂັ້ມແຂງຮອບດ້ານ ແລະ ສູ້ຊົນສ້າງບ້ານໃຫຍ່, ບ້ານບົວແວງຄໍາ ແລະ ບ້ານປາກທວາຍ ໃຫ້ເປັນຕົວເມືອງໃນຊົນນະບົດ.

ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການຂຶ້ນຜ່ານມະຕິຕົກລົງຂອງ ຄະນະກໍາມະການປົກຄອງແຂວງ ສະບັບເລກທີ 46 ວ່າດ້ວຍການຍ້ອງຍໍສັນລະເສີນ ຕໍ່ກັບຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາແຂວງບໍລິຄໍາໄຊ ໃຫ້ແກ່ກົມກອງທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການປະເມີນໄລຍະທ້າຍສະໄໝຕາມດໍາລັດ 348 /ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ພັດທະນາ ໃຫ້ກັບ 16 ພາກສ່ວນ. ໃນນີ້ ມີພະແນກກະສິກໍາ ແລະ ປ່າໄມ້ແຂວງ, ຂະແໜງພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ, ອົງການປົກຄອງເມືອງ 7 ເມືອງ ແລະ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ 7 ເມືອງ, ຕາງໜ້າຄະນະກໍາມະການປົກຄອງແຂວງ ໃຫ້ກຽດຂຶ້ນມອບໃບຍ້ອງຍໍ ໃຫ້ແຕ່ລະພາກສ່ວນໃນຄັ້ງນີ້ ໂດຍແມ່ນ ທ່ານ ເລື່ອນວິໄລ ຈັນທະລາພັນ.

KPL

ຂ່າວອື່ນໆ

ads
ads

Top