ຈີນ ນຳເຂົ້າຖົ່ວລຽນຈາກອາຊີຕາເວັນອອກສຽງໃຕ້ ເພີ່ມຂຶ້ນ 94,2%

29/04/2026 10:03
ຂປລ ກຸ່ມບໍລິສັດທາງລົດໄຟຈີນ ຈຳກັດສາຂາ ຄຸນໝິງ ແຈ້ງໃຫ້ຮູ້ວ່າ: ນັບແຕ່ຕົ້ນປີ 2026 ເປັນຕົ້ນມາ, ການຂົນສົ່ງໝາກໄມ້ ຂ້າມຊາຍແດນ ຂອງ ເສັ້ນທາງລົດໄຟລາວ-ຈີນ ໄດ້ຮັບຜົນສຳເລັດ ຢ່າງພົ້ນເດັ່ນ

ຂປລ.ວິທະຍຸໂທລະພາບ ສູນກາງຈີນ (CMG): ກຸ່ມບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ ​ຈຳ​ກັດສາ​ຂາ​ ຄຸນ​ໝິງ​ ແຈ້ງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນ​ປີ 2026 ເປັນ​ຕົ້ນ​ມາ, ​ການ​ຂົນ​ສົ່ງ​ໝາກ​ໄມ້ ​ຂ້າມ​ຊາຍແດນ ​ຂອງ​ ເສັ້ນ​ທາງ​ລົດ​ໄຟ​ລາວ​-ຈີນ​ ໄດ້​ຮັບ​ຜົນ​ສຳ​ເລັດ​ ຢ່າງ​ພົ້ນ​ເດັ່ນ, ໂດຍສະເພາະ ນັບ​ແຕ່​ ວັນ​ທີ 1 ​ມັງກອນ​ ຫາ​ ວັນ​ທີ 26 ເມ​ສາ​ປີ​ນີ້, ຈີນ​ ໄດ້​ນຳ​ເຂົ້າ​​ ຖົ່ວ​ລຽນ​ ຈາກ​ອາ​ຊີ ​ຕາເວັນອອກສຽງໃຕ້ ​ທັງ​ໝົດ 50,300 ໂຕນ, ເພີ່ມ​ຂຶ້ນ 94,2% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ./

KPL

ຂ່າວອື່ນໆ

ads
ads

Top