65 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ- ສປ ຈີນ

21/04/2026 11:29
ຂປລ ຂປລ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ ເປັນເພື່ອນມິດຍຸດທະສາດຮອບດ້ານໝັ້ນຄົງຍາວນານ. ນັບແຕ່ມື້ທີ່ ສປປ ລາວ ແລະ ສປ ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 25 ເມສາ 1961 ເປັນຕົ້ນມາ, ສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ນັບມື້ໄດ້ຮັບການພັດທະນາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ກໍຄື ໃນເວທີພາກພື້ນ ແລະ ສາກົນ

(ເນ່ືອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ 25/4/1961-25/4/2026)

ຂປລ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ ເປັນເພື່ອນມິດຍຸດທະສາດຮອບດ້ານໝັ້ນຄົງຍາວນານ. ນັບແຕ່ມື້ທີ່ ສປປ ລາວ ແລະ ສປ ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 25 ເມສາ 1961 ເປັນຕົ້ນມາ, ສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ນັບມື້ໄດ້ຮັບການພັດທະນາ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ກໍຄື ໃນເວທີພາກພື້ນ ແລະ ສາກົນ, ເຖິງວ່າການພົວພັນ ຂອງສອງປະເທດ ຈະມີຄວາມຫຍຸ້ງຍາກ ໃນທ້າຍຊຸມປີ 70 ເຖິງກາງຊຸມປີ 80, ແຕ່ທັງສອງປະເທດ ກໍໄດ້ຮັກສາສາຍພົວພັນ ໃຫ້ມີຄວາມສະເໝີຕົ້ນ ສະເໝີປາຍ ດັ່ງຄຳເວົ້າຂອງ ປະທານ ໄກສອນ ພົມວິຫານ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານສະພາລັດຖະມົນຕີ ສປປ ລາວ ໃນເວລານັ້ນ ໄດ້ກ່າວເນັ້ນ ໃນບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ IV ວ່າ:ຕໍ່ຈີນ, ພວກເຮົາມີຄວາມຮັກແພງ ຖະໜອມ ມິດຕະພາບກັບປະຊາຊົນຈີນຕະຫລອດມາ, ພວກເຮົາຢືນຢັນ ຢ່າງສະເໝີຕົ້ນ ສະເໝີປາຍວ່າ ຈະບໍ່ລົດລະ ໃນຄວາມບາກບັ່ນພະຍາຍາມ ເພື່ອຮັກສາມິດ ຕະພາບດັ່ງກ່າວນັ້ນ. ຈີນເປັນປະເທດໃຫຍ່ ປະເທດໜຶ່ງ ເປັນສະມາຊິກປະຈຳ ຂອງຄະນະມົນຕີ ຄວາມໝັ້ນຄົງ ຂອງສະຫະ ປະຊາຊາດ, ມີຄວາມຮັບຜິດຊອບ ຕໍ່ສັນຕິພາບຢູ່ອາຊີອາຄະເນ, ອາຊີ-ປາຊີຟິກ ແລະ ໃນໂລກ. ພວກເຮົາຫວັງວ່າ ການພົວພັນລະຫວ່າງ ປະເທດເຮົາກັບ ສປ ຈີນ ຈະເປັນປົກກະຕິ ບົນພື້ນຖານ ການເຄົາລົບ ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າໃນວຽກງານຂອງກັນ, ບໍ່ຮຸກຮານກັນ, ສະເໝີພາບ ແລະ ຕ່າງຝ່າຍ ຕ່າງມີຜົນປະໂຫຍດ, ຢູ່ຮ່ວມກັນໂດຍສັນຕິ. ອັນນັ້ນເປັນສິ່ງສອດຄ່ອງຢ່າງສົມບູນກັບຜົນປະໂຫຍດ ຂອງສັນ ຕິພາບ, ສະຖຽນລະພາບ ໃນອາຊີອາຄະເນ ແລະ ສັນຕິພາບໃນໂລກ”.  ເຊິ່ງມັນໄດ້ກາຍເປັນຂີດໝາຍອັນສຳຄັນ ທີ່ເຮັດໃຫ້ສາຍພົວພັນ ລາວ-ຈີນ ກັບມາເບັ່ງບານອີກຄັ້ງ ໂດຍເຫັນໄດ້ຈາກທີ່ ລາວ ແລະ ຈີນ ໄດ້ແຕ່ງຕັ້ງເອກອັກຄະລັດຖະທູດ ຂອງຕົນໄປປະຈຳ ຢູ່ນະຄອນຫລວງ ຂອງກັນ ແລະ ກັນ ໃນກາງປີ 1988. ທັງສອງປະເທດ ຍັງໄດ້ສ້າງເງື່ອນໄຂໃໝ່ໃຫ້ແກ່ການຮ່ວມມືທາງດ້ານ ເສດຖະກິດ-ການຄ້າ, ພ້ອມກັນນັ້ນ ກໍ່ໄດ້ມີການແລກປ່ຽນ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຢ່າງຕໍ່ເນື່ອງ. ໃນນັ້ນ ຜົນສຳເລັດຂອງການຢ້ຽມຢາມ ສປ ຈີນ ຂອງປະທານ ໄກສອນ ພົມວິຫານ ໃນໄລຍະແຕ່ ວັນທີ 5-11 ຕຸລາ ປີ 1989 ໄດ້ກາຍເປັນຂີດໝາຍອັນສຳຄັນ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນຮອບດ້ານ ລະ ຫວ່າງສອງປະເທດ ທັງສາຍພັກ, ສາຍລັດ ແລະ ອົງການຈັດຕັ້ງມະຫາຊົນ ເຊິ່ງໄດ້ມີການ ເຊັນສັນຍາສຳຄັນ ນຳກັນ 4 ສະບັບໄດ້ແກ່ສັນຍາກົງສູນ,ສັນຍາຮ່ວມມືດ້ານວັດທະນະທຳ,ສັນຍາຊົ່ວຄາວວ່າດ້ວຍລະບຽບການຊາຍແດນ  ແລະ  ສັນຍາຍົກເວັ້ນວີຊາ. ໃນລະຫວ່າງການຢ້ຽມຢາມ ທ່ານ ປະທານ ໄກສອນ ພົມວິຫານ ໄດ້ພົບປະກັບ ທ່ານ ເຕິ້ງ ສຽວຜິງ ຜູ້ນຳອາວຸໂສ ແກນນຳຮຸ່ນທີ II ຂອງພັກກອມມູນິດຈີນ ແລະ ລັດ ແຫ່ງ ສປ ຈີນ, ນັ້ນແມ່ນເຫດການທີ່ໂດດເດັ່ນ ເຊິ່ງເປັນຈຸດເລີ່ມທີ່ສຳຄັນຂອງການພົວພັນຮ່ວມມື ລາວ-ຈີນ ໃນໄລຍະໃໝ່ ອັນໄດ້ເຮັດໃຫ້ການໄປມາຫາສູກັນລະຫວ່າງ ຄະນະຜູ້ແທນລະດັບຕ່າງໆທັງສູນກາງ ແລະ ທ້ອງຖິ່ນ ຂອງສອງປະເທດ ເປັນປົກກະຕິມາຮອດທຸກມື້ນີ້ ແລະ ນັບມື້ເພີ່ມທະວີຂຶ້ນ.

 

ຕະຫອດໄລຍະ65ປີ ຜ່ານມາ, ໂດຍຍຶດໝັ້ນອຸດົມການດຽວກັນ, ຜູ້ນໍາຂອງສອງພັກ, ສອງລັດ ລາວ-ຈີນໄດ້ສຸມທຸກຄວາມພະຍາຍາມຮ່ວມກັນຢ່າງສູງເພື່ອຊຸກຍູ້ສົ່ງເສີມ ແລະຍົກລະດັບການພົວພັນຂອງສອງປະເທດ ຂຶ້ນສູ່ລະ ດັບໃໝ່ໃນແຕ່ລະໄລຍະ, ຈາກການກໍານົດການຮ່ວມມື ຕາມທິດ ໝັ້ນຄົງຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານມາເປັນ ຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ (ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ຈົນເຖິງການເປັນ ຄູ່ຮ່ວມຊາຕາກໍາ ລາວ-ຈີນໂດຍການຮ່ວມລົງນາມ ໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ. ຕະຫລອດໄລຍະຜ່ານມາໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງເຖິງຜົນສໍາເລັດທີ່ພົ້ນເດັ່ນ ຂອງສາຍພົວພັນການທູດ ຂອງສອງປະເທດ ທີ່ສາມາດຜ່ານຜ່າຄວາມຫຍຸ້ງ ຍາກໃນຂະບວນການທົດສອບແຫ່ງການປ່ຽນແປງຢ່າງສັບສົນ ຂອງສະຖານະການ ໃນພາກພື້ນ ແລະສາກົນ.

ສຳລັບການຮ່ວມມື ລາວ-ຈີນ ໃນປີ 2025 ມີຫລາຍດ້ານພົ້ນເດັ່ນ, ໃນນີ້ ດ້ານການເມືອງ, ການນໍາພັກ-ລັດຂອງສອງປະເທດນັບແຕ່ລະດັບສູງສຸດຈົນຮອດລະດັບທ້ອງຖິ່ນໄດ້ຜັດປ່ຽນກັນແລກປ່ຽນການຢ້ຽມຢາມ ແລະ ພົບປະ ກັນຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນທາງດ້ານທິດສະດີ, ພຶດຕິກໍາຕົວຈິງ ແລະ ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນໃນຂອບສອງຝ່າຍ ກໍຄື ໃນເວທີພາກພື້ນ ແລະ ສາກົນ ເຊິ່ງສໍາຄັນທີ່ສຸດແມ່ນການເດີນທາງຢ້ຽມຢາມຈີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດລາວໃນຕົ້ນເດືອນກັນຍາ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ 2025, ລວມທັງເຂົ້າຮ່ວມກິດ ຈະກຳລະນຶກໄຊຊະນະສົງຄາມຕໍ່ຕ້ານຟາດຊິດໂລກ ຄົບຮອບ 80 ປີ ແລະ ພົບປະກັບ ທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່ຄະ ນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ແລະ ການເດີນທາງມາຢ້ຽມຢາມລາວຂອງ ທ່ານ ຫວັງ ຮູ້ໜິງ, ກຳມະການປະຈໍາກົມການເມືອງສູນກາງພັກ, ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນໃນຕົ້ນເດືອນທັນວາ, ນອກຈາກໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (02/12/1975-02/12/2025) ທ່ານຍັງໄດ້ພົບປະກັບການນໍາຂັ້ນສູງພັກ-ລັດຂອງລາວຫຼາຍທ່ານ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືຈີນ-ລາວໃນປັດຈຸບັນ ແລະ ໃນຕໍ່ໜ້າ. ດ້ານເສດຖະກິດ, ມາຮອດປີ 2025, ຈີນຍັງສືບຕໍ່ຈັດຢູ່ອັນດັບ 1 ໃນຈໍານວນ 53 ປະເທດ ແລະ ເຂດແຄວ້ນທີ່ເຂົ້າມາລົງທຶນຢູ່ລາວ ໂດຍໄດ້ລົງທຶນຢູ່ຫລາຍຂະແໜງການ ເຊັ່ນ: ພະລັງງານ, ບໍ່ແຮ່, ການບໍລິການ, ກະສິກໍາ ແລະ ອື່ນໆ. ສ່ວນມູນຄ່າການຄ້າລະຫວ່າງ ລາວ-ຈີນ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປີ 2024, ມູນຄ່າການຄ້າສອງຝ່າຍບັນລຸເຖິງ 8,23 ຕື້ໂດລາ, ທຽບໃສ່ປີ 2023 ເພີ່ມຂຶ້ນ 15,91% ແລະ ຄາດວ່າໃນປີ 2025 ຈະເພີ່ມຂຶ້ນຈໍານວນຫລາຍ ແລະ ຄາດວ່າອີກບໍ່ດົນຈີນຈະກາຍເປັນຄູ່ຄ້າທີ່ໃຫຍ່ອັນດັບໜຶ່ງຂອງລາວເພາະຍັງມີທ່າແຮງບົ່ມຊ້ອນຢ່າງຫລວງຫລາຍ. ຂະນະທີ່ປັດຈຸບັນ ລາວໄດ້ເຊັນສັນຍານເພື່ອເປີດຕະຫລາດສົ່ງອອກສິນຄ້າກະສິກຳໄປຈີນພາຍໃຕ້ເງື່ອນໄຂສຸຂານາໄມ ແລະສຸ ຂານາໄມພືດແລ້ວ 40 ລາຍການ ແລະ ພວມສືບຕໍ່ເຈລະຈາເພື່ອສະເໜີໃຫ້ຝ່າຍຈີນພິຈາລະນາຕື່ມອີກຫລາຍລາຍການ. ດ້ານການຄົມມະນາຄົມຂົນສົ່ງ: ສອງປະເທດ ໄດ້ມີຜົນສໍາເລັດອັນຍິ່ງໃຫຍ່ ໂດຍສະເພາະການເປີດນໍາໃຊ້ ເສັ້ນທາງດ່ວນ ນະຄອນຫລວງວຽງວຽງຈັນ-ວັງວຽງ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄດ້ເຮັດໃຫ້ການຄົມມະນາຄົມ ຂົນສົ່ງຂອງ ສປປ ລາວກ້າວຂຶ້ນສູ່ ອຸດສາຫະກໍາການຂົນສົ່ງ ທີ່ທັນສະໄໝ ແບບກ້າວກະໂດດ, ທັງປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງແລະການສ້າງປະຊາຄົມ ຮ່ວມຊາຕາກໍາ ຂອງມວນມະນຸດ ຂອງ ສປ ຈີນ ແລະ ສອດຄ່ອງກັບແຜນຍຸດທະສາດຂອງ ສປປ ລາວ
ໃ ນການຫັນປະເທດ ທີ່ບໍ່ມີຊາຍແດນ ຕິດຈອດກັບທະເລ
ໃຫ້ກາຍເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດ ກັບປະເທດໃກ້ຄຽງ ແລະ ພາກພື້ນ ເຮັດໃຫ້ການໄປ-ມາຫາສູ່ກັນຂອງປະ ຊາຊົນສອງຊາດ ແລະ ປະຊາຊົນບັນດາປະເທດໃກ້ຄຽງ, ລວມທັງການຂົນສົ່ງສິນຄ້າ ມີຄວາມສະດວກ ສະບາຍ ແລະ ຂະ ຫຍາຍຕົວຂຶ້ນ ເປັນກ້າວໆ. ເສັ້ນທາງລົດໄຟລາວ-ຈີນ ໄດ້ກາຍເປັນຕົວແບບສໍາຄັນ ພາຍໃຕ້ ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງແລະ ກາຍ ເປັນເສັ້ນທາງຄໍາ ທີ່ບໍ່ພຽງແຕ່ ສະເພາະ ສປປ ລາວ ແລະ ສປຈີນ ເທົ່ານັ້ນ, ຫາກຍັງລວມເຖິງປະເທດໃກ້ຄຽງ ແລະ ພາກພື້ນຕື່ມອີກ.ອີກດ້ານໜຶ່ງທີ່ພົ້ນເດັ່ນ ແລະ ຄວນເວົ້າເຖິງນັ້ນ ແມ່ນການທີ່ ສອງປະເທດ ລາວ-ຈີນໄດ້ຮ່ວມກັນລົງນາມ ກໍ່ສ້າງສູນການຮ່ວມມື ດ້ານນະວັດຕະກຳ ປັນຍາປະດິດ (AI)ຢູ່ ສປປ ລາວ ເຊິ່ງເປັນການຕັດສິນໃຈທີ່ຖືກຕ້ອງ ແລະ ສອດຄ່ອງກັບຍຸກສະໄໝແຫ່ງເຕັກໂນໂລຊີ ທັນສະໄໝ ເພາະຈຸດປະສົງການສ້າງຕັ້ງສູນດັ່ງກ່າວແມ່ນເພື່ອຊ່ວຍປະເທດລາວ ສ້າງແບບຈຳລອງ AI ຂະໜາດໃຫຍ່ ຂອງຕົນເອງ ແລະຄວບຄຸມດ້ວຍຕົນເອງ, ສ້າງຖານຂໍ້ມູນພາສາ, ແບບຈຳລອງຂະແໜງການ ແລະ ຮູບແບບການນຳໃຊ້ຕົວຈິງ, ຫລຸດຜ່ອນການອາໄສເຕັກໂນໂລຊີຕ່າງປະເທດ, ສ້າງພະ ລັງຂັບເຄື່ອນໃຫ້ແກ່ຂົງເຂດກະສິກຳ, ການແພດ ແລະ ຂົງເຂດອື່ນໆ. ນອກຈາກນີ້, ການຮ່ວມມື ໃນຂົງເຂດການສຶກສາ-ວັດທະນະທໍາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆໄດ້ຮັບຜົນສໍາເລັດ າງຕໍ່ເນື່ອງ ແລະ ນັບມື້ກ້າວຂຶ້ນສູ່ບາດກ້າວໃໝ່ທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດ ແລະ ປະກອບສ່ວນ ເພີ່ມເນື້ອໃນດ້ານວັດທະນະທໍາຂອງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ.

ສະຫລຸບລວມແລ້ວ ການພົວພັນຂອງ ລາວ-ຈີນ ໃນໄລຍະຊຸມປີຜ່ານມາ ແມ່ນມີຄວາມສະເໜີຕົ້ນສະເໜີປາຍ, ບົນພື້ນຖານ ຕ່າງຝ່າຍຕ່າງຊຸກຍູ້ ແລະ ໃຫ້ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ເຊິ່ງສະແດງອອກ ໃຫ້ເຫັນ ໃນຂອດການຮ່ວມມືຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ກໍ່ເປັນໄລຍະທີ່ຜັນຂະຫຍາຍ ໃຫ້ເກີດດອກອອກຜົນຫລາຍທີ່ສຸດ ເພື່ອໃຫ້ໄດ້ຜົນປະໂຫຍດອັນສູງສຸດ ມາສູ່ສອງປະເທດ. ການເພີ່ມທະວີສາຍພົວພັນ ລະຫວ່າງສອງຊາດ ໄດ້ສະແດງອອກໃຫ້ເຫັນ ໃນຕົວເລກການຄ້າ ລະຫວ່າງສອງປະເທດ ທີ່ນັບມື້ນັບສູງຂຶ້ນ, ການແລກປ່ຽນສິນຄ້າ ລະ ຫວ່າງຊາຍແດນຫາຕົວເມືອງ ນັບມື້ນັບມີຄວາມຄຶກຄື້ນ, ການລົງທຶນ ຂອງນັກທຸລະກິດຈີນໃນລາວ ກໍ່ມີຕົວເລກທີ່ກ້າວກະໂດດ, ການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດ ກໍ່ມີຄວາມສະດວກສະບາຍຂຶ້ນເປັນກ້າວໆ.

KPL

ຂ່າວອື່ນໆ

ads
ads

Top