ໂຮງແຮມ ທີໂທເນຍ ແຂວງໄຊສົມບູນ ພ້ອມຕ້ອນຮັບນັກທ່ອງທ່ຽວ

21/04/2026 11:11
ຂປລ ຂປລ. ແຂວງໄຊສົມບູນ ຕັ້ງ ຢູ່ພາກກາງຂອງລາວ ເປັນອີກ ແຂວງໜຶ່ງທີ່ມີຄວາມໂດດເດັ່ນໄປ ດ້ວຍທໍາມະຊາດພູສູງສະຫລັບຊັບ ຊ້ອນ, ມິີອາກາດເຢັນຕະຫລອດປີ ຈຶ່ງເຮັດໃຫ້ແຂວງໄຊສົມບູນ ເປັນ ອີກໜຶ່ງຈຸດໝາຍປາຍທາງຂອງນັກ ທ່ອງທ່ຽວ ທີ່ຫລັງໄຫລມາທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ຂອງ ແຂວງນັ້ນຄື: ພູຫົວໂລ້ນ, ຈຸດຊົມ ທິວທັດທະເລໝອກ, ພ້ອມນັ້ນຍັງ ໄດ້ສໍາຜັດກັບວິຖີການດໍາລົງຊີວິດ ຂອງປະຊາຊົນເຂດດັ່ງກ່າວ ແລະ ອື່ນໆອີກຫລາກຫລາຍ

ຂປລ. ແຂວງໄຊສົມບູນ ຕັ້ງ ຢູ່ພາກກາງຂອງລາວ ເປັນອີກ ແຂວງໜຶ່ງທີ່ມີຄວາມໂດດເດັ່ນໄປ ດ້ວຍທໍາມະຊາດພູສູງສະຫລັບຊັບ ຊ້ອນ, ມິີອາກາດເຢັນຕະຫລອດປີ ຈຶ່ງເຮັດໃຫ້ແຂວງໄຊສົມບູນ ເປັນ ອີກໜຶ່ງຈຸດໝາຍປາຍທາງຂອງນັກ ທ່ອງທ່ຽວ ທີ່ຫລັງໄຫລມາທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ຂຶ້ນຊື່ຂອງ ແຂວງນັ້ນຄື: ພູຫົວໂລ້ນ, ຈຸດຊົມ ທິວທັດທະເລໝອກ, ພ້ອມນັ້ນຍັງ ໄດ້ສໍາຜັດກັບວິຖີການດໍາລົງຊີວິດ ຂອງປະຊາຊົນເຂດດັ່ງກ່າວ ແລະ ອື່ນໆອີກຫລາກຫລາຍ ເຊິ່ງແຕ່ລະ ບ່ອນລ້ວນແຕ່ມີຄວາມສວຍງາມ ແລະ ໜ້າໄປທ່ອງທ່ຽວ. ແນວໃດກໍ ດີ, ເມື່ອໄດ້ໄປຢ້ຽມຢາມແຂວງໄຊ ສົມບູນແລ້ວ ອີກໜຶ່ງສິ່ງທີ່ບໍ່ຄວນ ພາດນັ້ນກໍຕ້ອງແມ່ນສະຖານທີ່ ພັກເຊົາທີ່ມີບັນຍາກາດດີ, ທິວທັດ ງາມ, ອາຫານແຊບໆ. ສະນັ້ນ, ມື້ ນີ້ ຄໍລໍາ “ສົ່ງເສີມທຸລະກິດ” ຈະ ມາແນະນຳໂຮງແຮມເປີດໃໝ່ຢູ່ ແຂວງໄຊສົມບູນ ກໍຄື ໂຮງແຮມ ທີ ໂທເນຍອິນ ຕັ້ງຢູ່ບ້ານພູຫົວຊ້າງ, ເມືອງອະນຸວົງ ເປັນໂຮງແຮມທີ່ ໄດ້ມາດຕະຖານຂອງສາກົນ, ເປັນ ອາຄານ 3 ຊັ້ນ, ມີ 19 ຫ້ອງນອນ, 1 ຫ້ອງຮັບແຂກ, 1 ຫ້ອງອາຫານ ແລະ ຫ້ອງຄົວ ພິເສດຊັ້ນ 3 ເປັນຊັ້ນ ດາດຟ້າຊົມທິວທັດອັນອຸດົມສົມບູນ ຂອງແຂວງ.

ທ່ານ ສິນສະໜອງສັກ ຈັນທະ ສົມບັດ ໄດ້ໃຫ້ຮູ້ວ່າ: ໂຮງແຮມ ທີໂທ ເນຍອິນ ແມ່ນໄດ້ອອກແບບໃຫ້ໄດ້ ມາດຕະຖານຂອງສາກົນ, ເປັນອາ ຄານ 3 ຊັ້ນ, ມີ 19 ຫ້ອງນອນ, 1 ຫ້ອງຮັບແຂກ, 1 ຫ້ອງອາຫານ ແລະ ຫ້ອງຄົວ ພິເສດຊັ້ນ 3 ເປັນຊັ້ນດາດ ຟ້າຊົມທິວທັດອັນອຸດົມສົມບູນຂອງ ແຂວງ, ເລີ່ມລົງມືກໍ່ສ້າງມາແຕ່ ເດືອນພະຈິກ ປີ 2023 ແລະ ສຳ ເລັດໃນເດືອນມັງກອນ ປີ 2026, ມູນຄ່າໃນການກໍ່ສ້າງທັງໝົດ 8ຕື້ກີບ ເພື່ອເປັນການປະກອບສ່ວນ ຢ່າງຕັ້ງໜ້າ ຕໍ່ການພັດທະນາຂະ ແໜງການທ່ອງທ່ຽວຂອງແຂວງ, ເພື່ອຕອບສະໜອງຄວາມຮຽກ ຮ້ອງຕ້ອງການ ຂອງແຂກທັງພາຍ ໃນ ແລະ ຕ່າງປະເທດ ໃຫ້ມີບ່ອນພັກ ເຊົາ ທີ່ສະດວກສະບາຍ, ປອດໄພ, ວ່ອງໄວທັນໃຈ ຕາມມາດຕະຖານ ຂອງໂຮງແຮມ, ນອກນີ້ ຍັງເປັນ ການສ້າງວຽກເຮັດງານທໍາໃຫ້ປະ ຊາຊົນບັນດາເຜົ່າພາຍໃນແຂວງ, ທັງເປັນການໃຫ້ຜູ້ຮຽນຮູ້ດ້ານການ ທ່ອງທ່ຽວ-ໂຮງແຮມ ນໍາໃຊ້ຄວາມ ຮູ້ໃນການບໍລິການ, ຄວາມສາມາດ ເຂົ້າໃນວຽກຕົວຈິງ ເພື່ອພັດທະນາ ສີມືແຮງງານຂຶ້ນເລື້ອຍໆ, ພ້ອມນັ້ນ ຍັງເປັນການສ້າງສາພັດທະນາ ເສດຖະກິດຂອງຄອບຄົວ ໃຫ້ມີລາຍ ຮັບທີ່ໝັ້ນຄົງ ແລະ ສາມາດເປັນທຶນ ຮອນ ເພື່ອສືບຕໍ່ໜູນໃຊ້ເຂົ້າໃນການ ດໍາເນີນທຸລະກິດໃນຕໍ່ໜ້າຕື່ມອີກ

ໂດຍ : ພຸດທະສອນ ເວດສະວົງ

KPL

ຂ່າວອື່ນໆ

ads
ads

Top