ຂປລ
ທ່ານ ຄາເຊມ ຈາລາລີ ເອກອັກຄະລັດຖະທູດ ອີຣານ ປະຈຳ ຣັດເຊຍ ເປີດເຜີຍວ່າ: ອີຣານ ໄດ້ຍົກເວັ້ນ ຄ່າທຳນຽມ ການເດີນກຳປັ່ນ ຜ່ານຊ່ອງ ແຄບຮໍມຸດ ໃຫ້ແກ່ບາງປະເທດ ລວມເຖິງ ຣັດເຊຍ. ເຖິງຢ່າງໃດກໍຕາມ ກະຊວງ ການຕ່າງປະເທດ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ຄາເຊມ ຈາລາລີ ເອກອັກຄະລັດຖະທູດ ອີຣານ ປະຈຳ ຣັດເຊຍ ເປີດເຜີຍວ່າ: ອີຣານ ໄດ້ຍົກເວັ້ນ ຄ່າທຳນຽມ ການເດີນກຳປັ່ນ ຜ່ານຊ່ອງ ແຄບຮໍມຸດ ໃຫ້ແກ່ບາງປະເທດ ລວມເຖິງ ຣັດເຊຍ. ເຖິງຢ່າງໃດກໍຕາມ ກະຊວງ ການຕ່າງປະເທດ ພວມພະຍາຍາມ ບັງຄັບໃຊ້ ມາດຕະການ ຍົກເວັ້ນ ຄ່າທຳນຽມ ຕາມທີ່ໄດ້ກຳນົດໄວ້ ສຳລັບ ກຸ່ມປະເທດ ພັນທະມິດ ເຊັ່ນ: ຣັດເຊຍ.
ການເຄື່ອນໄຫວ ດັ່ງກ່າວ ມີຂຶ້ນ ຫລັງຈາກ ອີຣານ ປະກາດ ແຜນການ ຈັດເກັບ ຄ່າທຳນຽມ ການເດີນກຳປັ່ນ ຜ່ານຊ່ອງແຄບຮໍມຸດ ໂດຍອ້າງວ່າ ເປັນຄ່າໃຊ້ຈ່າຍ ທີ່ກ່ຽວຂ້ອງກັບ ການຮັກສາ ຄວາມປອດໄພ ໃນເສັ້ນທາງນໍ້າ ສາຍສຳຄັນນີ້. ນອກຈາກນີ້ ອີຣານ ຍັງລະບຸວ່າ: ໄດ້ສັ່ງປິດ ຊ່ອງແຄບ ດັ່ງກ່າວ ແລະ ຈະເປີດອີກຄັ້ງ ເມື່ອ ສ.ອາເມລິກາ ຍົກເລິກການປິດລ້ອມ ທາງທະເລ ໂດຍສົມບູນ ເທົ່ານັ້ນ. /
KPL