ຂປລ
ຂປລ. ໃນໄລຍະຜ່ານມາ ການ ປູກມັນຕົ້ນເປັນສິນຄ້າ ຂອງກະສິ ກອນ ໂດຍສ່ວນໃຫຍ່ແມ່ນຍັງປູກ ແບບ ຕາມຄວາມເຂົ້າໃຈຂອງຊາວ ກະສິກອນ ຖ້າປູກໃສ່ສວນບຸກເບີກ ໃໝ່ (ດິນໝູນວຽນ) ກໍຈະໄດ້ຜົນ ດີແດ່, ແຕ່ຖ້າແມ່ນດິນທີ່ປູກທຸກປີ ສວນເກົ່າ ຜົນຜະລິດຈະຫລຸດລົງ.

ຂປລ. ໃນໄລຍະຜ່ານມາ ການ ປູກມັນຕົ້ນເປັນສິນຄ້າ ຂອງກະສິ ກອນ ໂດຍສ່ວນໃຫຍ່ແມ່ນຍັງປູກ ແບບ ຕາມຄວາມເຂົ້າໃຈຂອງຊາວ ກະສິກອນ ຖ້າປູກໃສ່ສວນບຸກເບີກ ໃໝ່ (ດິນໝູນວຽນ) ກໍຈະໄດ້ຜົນ ດີແດ່, ແຕ່ຖ້າແມ່ນດິນທີ່ປູກທຸກປີ ສວນເກົ່າ ຜົນຜະລິດຈະຫລຸດລົງ. ແນວໃດກໍດີ, ບັນຫາດັ່ງກ່າວ ຈະ ໄດ້ຮັບການປັບປຸງດີຂຶ້ນ ແລະ ໄປ ຕາມເຕັກນິກວິຊາການ ໃຫ້ໄດ້ຮັບ ຜົນດີເທື່ອລະກ້າວ. ດັ່ງເມື່ອບໍ່ດົນ ມານີ້, ຢູ່ສູນບໍລິການເຕັກນິກກະສິ ກຳ, ປ່າໄມ້ ແລະ ພັດທະນາຊົນນະ ບົດທ່າກົກຄູນ ໄດ້ຈັດກອງປະຊຸມ ແລກປ່ຽນບົດຮຽນເຕັກນິກປູກ ມັນຕົ້ນເປັນສິນຄ້າ ລະຫວ່າງພາກ ລັດ, ທຸລະກິດ ແລະ ຊາວກະສິກອນ ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊຍະເພັດ ຈັນທີສອນ ປະທານສະພາການຄ້າ ແລະ ອຸດ ສາຫະກຳ ແຂວງບໍລິຄຳໄຊ, ທ່ານ ບຸນເພັງ ຈັນທະວົງສຸກ ຮອງຫົວ ໜ້າພະແນກກະສິກຳ ແລະ ສິ່ງແວດ ລ້ອມ ແຂວງບໍລິຄຳໄຊ, ມີສະພາ ການຄ້າອຸດສາຫະກຳເມືອງບໍລິ ຄັນ, ທ່າພະບາດ, ເມືອງປາກກະ ດິງ, ຜູ້ປະກອບການທຸລະກິດ, ຕາງ ໜ້າຊາວກະສິກອນຈາກ 19 ບ້ານ ເມືອງປາກຊັນ ເຂົ້າຮ່ວມ.

ການແລກປ່ຽນບົດຮຽນຄັ້ງ ນີ້ ວິທະຍາກອນຈາກສູນບໍລິການ ເຕັກນິກກະສິກຳ, ປ່າໄມ້ ແລະ ພັດ ທະນາຊົນນະບົດທ່າກົກຄູນ ໄດ້ນຳ ສະເໜີເຕັກນິກ, ຂັ້ນຕອນການປູກ ມັນຕົ້ນເປັນສິນຄ້າ ໂດຍສະເພາະ ແມ່ນການກະກຽມດິນ, ການເລືອກ ແນວພັນ, ການບົວລະບັດຮັກສາ ແລະ ຂັ້ນຕອນການເກັບກູ້, ເພື່ອ ສ້າງຄວາມຮັບຮູ້ ເຂົ້າໃຈບາດກ້າວ, ຂັ້ນຕອນການຜະລິດກະສິກຳໃຫ້ ກຸ່ມຊາວກະສິກອນ ຈາກການຜະ ລິດແບບດັ້ງເດີມ ມາເປັນຂະບວນ ການຜະລິດແບບປະສົມປະສານ ເຕັກນິກທີ່ທັນສະໄໝ. ສຳລັບຊາວ ກະສິກອນທີ່ຕ້ອງການຈະປູກມັນ ຕົ້ນເປັນສິນຄ້າ ທາງບໍລິສັດ ຄາສະ ວາດຣາກອນ ຈຳກັດ (ໂຮງງານ ຜະລິດແປ້ງມັນຕົ້ນ) ເຫັນດີສະ ໜອງທຶນໃຫ້ຊາວກະສິກອນເຂົ້າໃນ ການປູກມັນຕົ້ນ ໂດຍບໍ່ມີດອກເບ້ຍ, ແຕ່ຕ້ອງສົ່ງຂາຍຜົນຜະລິດໃຫໂຮງງານພາຍຫລັງເກັບກູ້ ຕາມ ລາຄາທ້ອງຕະຫລາດ. ກອງປະຊຸມຄັ້ງນີ້ ຕາງໜ້າຊາວ ກະສິກອນ ແລະ ວິທະຍາກອນກໍໄດ້ຍົກຫລາຍບັນຫາແລກປ່ຽນຖອດ ຖອນບົດຮຽນຮ່ວມກັນ ເປັນຕົ້ນ ແມ່ນຮ່າງສັນຍາລະຫວ່າງບໍລິສັດຜູ້ ປະກອບການສະໜອງທຶນ, ເກັບຊື້ ຜົນຜະລິດ. ການແລກປ່ຽນບົດຮຽນ ລະຫວ່າງຜູ້ສະໜອງທຶນ ແລະ ຊາວ ກະສິກອນຈັດຂຶ້ນໂດຍສະພາການ ຄ້າ ແລະ ອຸດສາຫະກຳແຂວງ ຍັງ ເປັນອີກສ່ວນໜຶ່ງ ຊຸກຍູ້ແຜນພັດທະ ນາເສດຖະກິດ-ສັງຄົມຂອງແຂວງ ກໍຄືການຜະລິດກະສິກຳໃຫ້ກາຍ ເປັນສິນຄ້າຕໍ່ເນື່ອງ ແລະ ຍືນຍົງ, ສ້າງສິ່ງເອື້ອອຳນວຍຄວາມສະ ດວກ ຕໍ່ຊາວກະສິກອນເຂົ້າໃນການ ປູກຝັງ, ຕອບສະໜອງຄວາມຕ້ອງ ການກຳລັງການຜະລິດຂອງໂຮງ ງານກໍຄືຜູ້ສະໜອງທຶນ ທີ່ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ ແລະ ແກ້ໄຂຄວາມທຸກຍາກໃຫ້ ຫລຸດລົງເປັນກ້າວໆ.

ໂດຍ: ຢ່າຕົ່ງ
KPL