ເກີດເຫດການລອບວາງລະເບີດ ລົດໂດຍສານຢູ່ ໂກໂລມບີ ເສຍຊີວິດ-ບາດເຈັບ 50 ກວ່າຄົນ

27/04/2026 15:24
ຂປລ ເກີດເຫດການ ລອບວາງລະເບີດ ຢູ່ເມືອງກາຮີບີໂອ ແຂວງເກົາກາ ທາງພາກໃຕ້ ຂອງ ປະເທດ ໂກໂລມບີ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 14 ຄົນ ແລະ ບາດເຈັບ ອີກກວ່າ 38 ຄົນ, ໂດຍລະເບີດ ໄດ້ຕົກໃສ່ ລົດໂດຍສານ ເທິງຖະໜົນ ສາຍແພນ-ອາເມລິກາ

ຂປລ. ສຳນັກຂ່າວ ຊິນຮວາ, ວັນທີ 25 ເມສາ ເກີດເຫດການ ລອບວາງລະເບີດ ຢູ່ເມືອງກາຮີບີໂອ ແຂວງເກົາກາ ທາງພາກໃຕ້ ຂອງ ປະເທດ ໂກໂລມບີ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 14 ຄົນ ແລະ ບາດເຈັບ ອີກກວ່າ 38 ຄົນ, ໂດຍລະເບີດ ໄດ້ຕົກໃສ່ ລົດໂດຍສານ ເທິງຖະໜົນ ສາຍແພນ-ອາເມລິກາ ຊຶ່ງເປັນ ເສັ້ນທາງຫລັກ ເຊື່ອມຕໍ່ລະຫວ່າງ ເມືອງ ກາລີ ກັບ ເມືອງໂປປາຍັນ ສ້າງຄວາມ ເສຍຫາຍ ຢ່າງໜັກ ຕໍ່ລົດດັ່ງກ່າວ ແລະ ເສັ້ນທາງ.

ນອກນັ້ນ, ສຳນັກງານ ຂອງ ອອກຕາ ວິໂອ ກຸຊະມານ ລາຍງານວ່າ: ຜູ້ວ່າການ ແຂວງເກົາກາ ກ່າວວ່າ: ປັດຈຸບັນນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ພວມເລັ່ງໃຫ້ ຄວາມຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະ ຈັດກອງປະຊຸມ  ສະພາຄວາມໝັ້ນຄົງ ແຫ່ງຊາດ ເພື່ອຮັບມືກັບ ສະຖານະການດັ່ງກ່າວ./

KPL

ຂ່າວອື່ນໆ

ads
ads

Top