ຂປລ
ອັງກິດ ປະກາດວ່າ ຈະອອກເງິນດ້ວຍຈຳນວນ 660 ລ້ານປອນ (ເກືອບ 900 ລ້ານໂດລາສະຫະລັດ) ໃຫ້ແກ່ ຝຣັ່ງ ໃນຂໍ້ຕົກລົງ ຄວາມໝັ້ນຄົງ ເຂດຊາຍແດນ ສະບັບໃໝ່ ທີ່ແກ່ຍາວ ເປັນເວລາ 3 ປີ
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ອັງກິດ ປະກາດວ່າ ຈະອອກເງິນດ້ວຍຈຳນວນ 660 ລ້ານປອນ (ເກືອບ 900 ລ້ານໂດລາສະຫະລັດ) ໃຫ້ແກ່ ຝຣັ່ງ ໃນຂໍ້ຕົກລົງ ຄວາມໝັ້ນຄົງ ເຂດຊາຍແດນ ສະບັບໃໝ່ ທີ່ແກ່ຍາວ ເປັນເວລາ 3 ປີ ເພື່ອແນໃສ່ ສະກັດກັ້ນ ສະພາບຊາວອົບພະຍົບ ຂ້າມຊາຍແດນ ຢ່າງຜິດກົດໝາຍ ຜ່ານຊ່ອງແຄບທະເລ Manche.
ຕາມຂໍ້ຕົກລົງ, ຈຳນວນເງິນ ປະມານ 500 ລ້ານປອນ ໄດ້ໃຊ້ເພື່ອເພີ່ມທະວີ ການປະຕິບັດ ກົດໝາຍ ຢູ່ບັນດາຫາດຊາຍທະເລ ຢູ່ທາງພາກເໜືອ ຝຣັ່ງ. ໂດຍແຜນການ ລວມທັງ ການຜັນຂະຫຍາຍ ພາລະກອນ ເກືອບ 1.100 ຄົນຂຶ້ນກັບ ກຳລັງ ຕຳຫລວດ, ນັກສືບ ແລະ ທະຫານ ເພື່ອສະກັດກັ້ນ ບັນດາ ການເຄື່ອນໄຫວ ຈັດຕັ້ງ ການຂ້າມຊາຍແດນ ນັບແຕ່ ຈຸດເລີ່ມຕົ້ນ.
ສ່ວນຈຳນວນເງິນ ທີ່ເຫລືອ 160 ລ້ານປອນ ຈະໄດ້ຮັບການປ່ອຍເງິນ ຖ້າຫາກວ່າ ບັນດາ ມາດຕະການໃໝ່ ພິສູດໄດ້ປະສິດທິຜົນ, ກົງກັນຂ້າມ, ແຫລ່ງເງິນອຸປະຖຳ ອາດຈະຖືກຫລຸດລົງ ພາຍຫລັງ ເວລາ 1 ປີ. ວົງການ ນັກສັງເກດການ ໃຫ້ຂໍ້ສັງເກດວ່າ, ຂໍ້ຕົກລົງ ສະບັບໃໝ່ ໄດ້ສ່ອງແສງ ໃຫ້ເຫັນເຖິງ ຄວາມມານະ ພະຍາຍາມ ໄດ້ເພີ່ມຂຶ້ນ ຂອງ ອັງກິດ ໃນການ ກວດກາ ເຂດຊາຍແດນ, ພ້ອມດ້ວຍ ລະດັບ ການເອື້ອອີງ ທີ່ນັບມື້ ນັບຫລາຍ ເຂົ້າໃນ ການຮ່ວມມືກັບ ຝຣັ່ງ./
KPL