ເປີດເຝິກອັບຮົມພະນັກງານນຳທ່ຽວລະດັບຊາດ ຄັ້ງທີ 32

09/07/2026 19:54
Email Print 113
ຂປລ ສະຖາບັນວັດທະນະທຳ ແລະ ການທ່ອງທ່ຽວ (ສວທ) ເປີດຊຸດຝຶກອົບຮົມພະນັກງານນໍາ ທ່ຽວລະດັບຊາດ ຄັ ້ງທີ 34

 ວັນທີ 7 ກໍລະກົດ-30 ສິງຫາ 2026 ໂດຍການເປັນປະທານຂອງ ທ່ານ ອຳຄາ ວົງໝື ່ນກ້າ ຫົວໜ້າ ສະຖາບັນວັດທະນະທໍາ ແລະ ການ ທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີ ຮອງຫົວໜ້າກົມ, ຜູ ້ຕາງໜ້າຈາກ ຫ້ອງການກະຊວງ, ພະແນກ ວທ ນະຄອນຫລວງ, ສະມາຄົມທຸລະກິດທ່ອງທ່ຽວ ພ້ອມດ້ວຍນັກສຳມະນາ ກອນເຂົ ້າຮ່ວມ. ໂອກາດນີ ້, ທ່ານ ອຳຄາ ວົງໝື ່ນກ້າ ໄດ້ມີຄຳເຫັນກ່າວວ່າ: ການຈັດຝຶກ ອົບຮົມດັ ່ງກ່າວ ແນໃສ່ສ້າງບຸກຄະ ລາກອນໃນຂະແໜງການທ່ອງທ່ຽວ ໃຫ້ຮັບປະກັນທາງປະລິມານ ແລະ ຄຸນນະພາບ ເພື ່ອຮອງຮັບການບໍລິ ການແກ່ນັກທ່ອງທ່ຽວທີ ່ມາຢ້ຽມ ຢາມ ສປປ ລາວ ໃຫ້ໄດ້ຮັບປະສົບ ການທີ ່ດີ, ມີຄວາມປະທັບໃຈ, ມາ ແລ້ວຢາກມາອີກ. ພ້ອມນີ ້, ທ່ານ ຍັງເນັ ້ນໃຫ້ສໍາມະນາກອນ ພ້ອມກັນ ຕັ ້ງໃຈຄົ ້ນຄວ້າ, ຮໍ ່າຮຽນ, ປະກອບ ຄໍາຄິດເຫັນ ແລະ ເຂົ ້າຮ່ວມກິດຈະ ກຳຕ່າງໆທີ ່ທາງຄະນະຮັບຜິດຊອບ ໄດ້ຈັດໄວ້ຢ່າງຕັ ້ງໜ້າ, ນໍາໃຊ້ໂອ ກາດນີ ້ ເກັບກ່ຽວເອົາຄວາມຮູ ້ ແລະ ປະສົບການທີ ່ດີກ່ຽວກັບວິຊາການນຳທ່ຽວເພາະຫລັງຈາກສິ ້ນສຸດ ການຝຶກອົບຮົມແລ້ວ, ບັນດາທ່ານ ຈະກາຍເປັນພະນັກງານນຳທ່ຽວ ທີ ່ມີບົດບາດ, ໜ້າທີ ່ສໍາຄັນ ແລະ ມີ ກຽດປຽບເໝືອນທູດວັດທະນະທໍາ ທີ ່ເປັນຕົວແທນຂອງປະເທດລາວ ໃນການຕ້ອນຮັບນັກທ່ອງທ່ຽວ. ພ້ອມທັງສະແດງຄວາມເຊື ່ອໝັ ້ນ ວ່າພວກເຮົາຈະພ້ອມກັນບັນລຸຕາມ ຈຸດປະສົງຄາດໝາຍຂອງການ ຝຶກອົບຮົມ ແລະ ຈະສາມາດຫລຸດ ຜ່ອນບັນຫາພະນັກງານນໍາທ່ຽວ ຕ່າງຊາດອະທິບາຍ ແລະ ໃຫ້ຂໍ ້ມູນ ເອງ ຊຶ ່ງຂັດກັບລະບຽບກົດໝາຍ ຂອງບ້ານເຮົາທີ ່ກໍາລັງເປັນບັນຫາ ໃນປັດຈຸບັນ. ທ່ານ ນາງ ເພັນປະພາ ພົງສາ ຮອງຫົວໜ້າສະຖາບັນວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ ້ວ່າ: ຊຸດຝຶກ ອົບຮົມຄັ ້ງນີ ້ ຈະໄດ້ມີການບັນຍາຍ ພິເສດຈາກ 3 ກົມທ່ອງທ່ຽວ ເຊັ ່ນ: ກົມພັດທະນາການທ່ອງທ່ຽວ, ກົມ ຄຸ ້ມຄອງການທ່ອງທ່ຽວ, ກົມສົ ່ງ ເສີມການຕະຫລາດທ່ອງທ່ຽວ ແລະ ມີການບັນຍາຍພິເສດກ່ຽວກັບພຶດ ຕິກຳ ແລະ ການບໍລິການນັກທ່ອງ ທ່ຽວຈີນ ຈາກວິທະຍາໄລຈຽງຊູ ສປ ຈີນ ທີ ່ມີ MOU ຮ່ວມກັນ. ພ້ອມນີ ້, ໃນຫລາຍວິຊາຮຽນຫລັກ ຈະມີທັງພາກທິດສະດີ ແລະ ພາກ ປະຕິບັດຕົວຈິງໃນວິຊານັ ້ນໆ, ໄດ້ ມີການປັບປຸງເກນການປະເມີນ ແລະ ໃຫ້ຄະແນນພາກປະຕິບັດ ຕົວຈິງໃຫ້ຮອບດ້ານຂຶ ້ນກວ່າເກົ ່າ ແລະ ຍັງຈະມີການລົງພາກປະຕິບັດ ຕົວຈິງ ໂດຍການລົງພື ້ນທີ ່ແຫລ່ງ ທ່ອງທ່ຽວ ແລະ ສະແດງບົດບາດ ສົມມຸດເປັນພະນັກງານນຳທ່ຽວຢູ ່ ແຫລ່ງທ່ອງທ່ຽວຕົວຈິງ ໂດຍມີຄະ ນະກຳມະການຕິດຕາມໃຫ້ຄະແນນ ຕາມເກນທີ ່ກຳນົດໄວ້. ພາຍຫລັງທີ ່ສຳເລັດການຝຶກອົບ ຮົມແລ້ວສະຖາບັນວັດທະນະທຳ ແລະ ການທ່ອງທ່ຽວ ຈະໄດ້ສົ ່ງ ລາຍຊື ່ທີ ່ໄດ້ຮັບການຢັ ້ງຢືນການຝຶກ ອົບຮົມແລ້ວໃຫ້ກົມຄຸ ້ມຄອງທຸລະ ກິດທ່ອງທ່ຽວອອກບັດນຳທ່ຽວໃນ ຂັ ້ນຕໍ ່ໄປ.

KPL

ຂ່າວອື່ນໆ

ads
ads

Top