“ຖໍ້ານອນ-ຖໍ້ານາງຟ້າ” ຕົວແບບການທ່ອງທ່ຽວສີຂຽວ ຄຽງຄູ່ກັບການອະນຸລັກທຳມະຊາດ

02/07/2026 13:12
ຂປລ ຂປລ. ການທ່ອງທ່ຽວໃນປັດຈຸບັນ ບໍ່ໄດ້ຈຳກັດພຽງການເດີນທາງໄປພັກຜ່ອນ ຫລື ສ້າງຄວາມມ່ວນຊື່ນເທົ່ານັ້ນ, ແຕ່ໄດ້ເຫັນມາໃຫ້ຄວາມສຳຄັນກັບການອະນຸລັກທຳມະຊາດ, ຮັກສິ່ງແວດລ້ອມ, ວິຖີຊີວິດ ແລະ ວັດທະນະທຳຂອງຊຸມຊົນທ້ອງຖິ່ນ

ຂປລ. ການທ່ອງທ່ຽວໃນປັດຈຸບັນ ບໍ່ໄດ້ຈຳກັດພຽງການເດີນທາງໄປພັກຜ່ອນ ຫລື ສ້າງຄວາມມ່ວນຊື່ນເທົ່ານັ້ນ, ແຕ່ໄດ້ເຫັນມາໃຫ້ຄວາມສຳຄັນກັບການອະນຸລັກທຳມະຊາດ, ຮັກສິ່ງແວດລ້ອມ, ວິຖີຊີວິດ ແລະ ວັດທະນະທຳຂອງຊຸມຊົນທ້ອງຖິ່ນ ຊຶ່ງຮູບແບບການທ່ອງທ່ຽວທີ່ມີຄວາມຮັບຜິດຊອບບໍ່ພຽງແຕ່ຊ່ວຍຮັກສາຄວາມອຸດົມສົມບູນຂອງທຳມະຊາດ, ແຕ່ຍັງສ້າງຜົນດີຕໍ່ສຸຂະພາບ ແລະ ເສດຖະກິດຂອງຊຸມຊົນຕື່ມອີກ.

ຖໍ້ານອນ-ຖໍ້ານາງຟ້າ ຕັ້ງຢູ່ບໍ່ໄກຈາກຕົວເມືອງວັງວຽງ  ແຂວງວຽງຈັນ ແມ່ນໜຶ່ງໃນແຫລ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍິມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ເມື່ອເດີນທາງມາເຖິງສະຖານທີ່ດັ່ງກ່າວນັກທ່ອງທ່ຽວຈະໄດ້ຂ້າມຂົວອູ່ ພ້ອມຊົມທິວທັດທຳມະຊາດຂອງພູຫີນປູນທີ່ສວຍງາມຕັ້ງສະຫງ່າຢູ່ເບື້ອງຫລັງ. ເມື່ອຍ່າງເຂົ້າໄປຮອດບໍລິເວນປາກຖໍ້າ, ຈະຮູ້ສຶກໄດ້ເຖິງຄວາມເຢັນທີ່ຜ່ານມາຈາກຖໍ້າທັນທີ, ເວລາຍ່າງເຂົ້າໄປພາຍໃນຖ້ຳຈະສຳຜັດໄດ້ເຖິງອາກາດເຢັນສະບາຍ ແລະ ຄວາມງົດງາມຂອງຫີນງອກ-ຫີນຍ້ອນ, ມີການຕິດຕັ້ງໄຟແສງສີຕາມແຕ່ລະຈຸດຊ່ວຍໃຫ້ນັກທ່ອງທ່ຽວສາມາດຍ່າງຊົມຄວາມງາມໄດ້ຢ່າງສະດວກສະບາຍ ແລະ ປອດໄພ.

ທ່ານ ບຸນພັນ ວົງສໍາພັນ ປະທານບໍລິສັດ ທ່ອງທ່ຽວວັນເດີຟູນ ລາວ ຈໍາກັດຜູ້ດຽວ  ແລະ ຜູ້ພັດທະນາ-ບໍລິຫານຈັດການເຂດທ່ອງທ່ຽວຖ້ຳນອນ-ຖໍ້ານາງຟ້າ ໄດ້ໃຫ້ສຳພາດຕໍ່ທີມສື່ມວນຊົນໃນໂອກາດທີ່ໄປທັດສະນະສຶກສາ ການລາຍງານຂ່າວບັນຫາສີຂຽວຂອງໂຄງການ ແກມຊີວ ວ່າ: ຖ້ຳແຫ່ງນີ້ ໄດ້ເລີ່ມພັດທະນາຢ່າງຈິງຈັງໃນປີ 2014  ແລະ ເປີດໃຫ້ບໍລິການໃນປີ 2016 ຊຶ່ງຈຸດເດັ່ນລັກສະນະພິເສດຂອງຖ້ຳແຫ່ງນີ້ກໍຄື: ພາຍໃນຖໍ້າຈະເຕັມໄປດ້ວຍຫີນງອກ-ຫີນຍ້ອຍ ທີ່ມີຮູບຊົງແປກຕາ ແລະ ມີແສງປະກາຍຍິບຍັບຄືກັບເພັດເມື່ອຖືກແສງໄຟ, ບາງສ່ວນຮູບຊົງຂອງຫີນ ເບິ່ງຄ້າຍຄືກັບຜ້າມ່ານ, ບາງກ້ອນຄືກັບຮູບຮ່າງຂອງເທວະດາ ຫລື ນາງຟ້າ ຕາມຈິນຕະນາການ ຈຶ່ງເປັນທີ່ມາຂອງຊື່ "ຖໍ້ານາງຟ້າ" ນັ້ນເອງ. ພ້ອມນັ້ນ ຖ້ຳແຫ່ງນີ້ຍັງຄວາມພິເສດອີກຢ່າງຄືມີການປ່ຽນແປງອຸນຫະພູມຕາມສະພາບອາກາດໝາຍຄວາມວ່າ: ທາງນອກອາກາດຮ້ອນ ທາງກໍ່ຈະເຢັນສົດຊື່ນ, ກົງກັນຂ້າມທາງນອກອາກາດໜາວ ທາງໃນກໍຈະເປັນອຸ່ນໆ ແລະ ມີເສັ້ນທາງເຂົ້າ-ອອກ ຢ່າງຊັດເຈນ (ເຂົ້າທາງໜຶ່ງ-ອອກອີກທາງໜຶ່ງ ຈະບໍ່ໄດ້ກັບທາງເກົ່າ) ຊຶ່ງໄດ້ອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ທຸກຮຸ່ນທຸກໄວ.

ທ່ານ ບຸນພັນ ວົງສໍາພັນ ກ່າວຕື່ມວ່າ: ນອກຈາກຄວາມງາມຂອງທໍາມະຊາດແລ້ວ,​ ພວກເຮົາຍັງໃຫ້ຄວາມສຳຄັນຕໍ່ການອະນຸລັກຮັກສາສິ່ງແວດລ້ອມໂດຍໄດ້ປະກາດຍົກເລີກການໃຊ້ໂຟມພາຍໃນເຂດທ່ອງທ່ຽວ ແລະ ໄດ້ຈັດລະບົບຄັດແຍກຂີ້ເຫຍື້ອຢ່າງເຂັ້ມງວດ ເພື່ອບໍ່ໃຫ້ມີສານປົນເປື້ອນລົງສູ່ດິນ, ແຫລ່ງນ້ຳ ເພື່ອເປັນການຮັກສາລະບົບນິເວດໃຫ້ຄົງຄວາມສົມບູນຕະຫລອດໄປ.

ປັດຈຸບັນ ຖໍ້ານາງນອນ-ນາງຟ້າ ໄດ້ກາຍເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງເມືອງວັງວຽງ, ກາຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທຸກສາລະທິດ,​ນອກຈາກຄວາມສວຍສົດງົດງາມຂອງທຳມະຊາດແລ້ວ, ຍັງກິດຈະກຳທີ່ຫລາກຫລາຍໄວ້ຄອຍບໍລິການເຊັ່ນ: ຂີ່ກົງເບັ້ງ, ລ່ອງເຮືອກາຢັກ, ຕັ້ງແຄັມປິ້ງ,  ຂີ່ສະລິງທີ່ຍາວເຖິງ 1.450 ແມັດ ແລະ ອື່ນໆ. ພ້ອມນັ້ນ ຍັງມີສິ່ງອຳນວຍຄວາມສະດວກໃຫ້ກັບແຂກຄົນບໍ່ວ່າຈະເປັນຮ້ານອາຫານທີ່ສາມາດຮອງຮັບແຂກຄົນໄດ້ເຖິງ 900 ຄົນ ແລະ ມີສະລອຍນໍ້າສໍາລັບຄອບຄົວນຳອີກ. ການມາທ່ຽວຖໍ້ານາງນອນ-ນາງຟ້າ ບໍ່ພຽງແຕ່ໄດ້ເຫັນຄວາມງາມຂອງຫີນງອກ-ຫີນຍ້ອຍເທົ່ານັ້ນ, ແຕ່ຄືການໄດ້ເຫັນຄວາມສະອາດ, ຄວາມຂຽວງາມຂອງສິ່ງແວດລ້ອມ ແລະ ໄດ້ພາຕົວເອງມາສໍາຜັດກັບຄວາມງຽບສະຫງົບ ແລະ ສຳຜັດໄດ້ເຖິງຄວາມຍິ່ງໃຫຍ່ຂອງທໍາມະຊາດເມືອງວັງຢ່າງແທ້ຈິງ.
ໂດຍ: ດາວັນ

KPL

ຂ່າວອື່ນໆ

    • ນໍ້າຕົກຕາດຊາຍແດນ ຈີນ-ຫວຽດນາມ ສະຫວັນແຫ່ງທໍາມະຊາດທີ່ຕ້ອງໄປສຳຜັດທ່ອງທ່ຽວ

      ນໍ້າຕົກຕາດຊາຍແດນ ຈີນ-ຫວຽດນາມ ສະຫວັນແຫ່ງທໍາມະຊາດທີ່ຕ້ອງໄປສຳຜັດ

      6/25/2026 10:41:31 AM

      ຂປລ. ທ່າມກາງພູເຂົາຫີນປູນສີຂຽວສົດ ແລະ ສາຍນໍ້າອັນຍິ່ງໃຫຍ່ ຂອງຕາດເຕີ້ທຽນ ຫລື ບານຢົກ (Detian-Ban Gioc Waterfall) ໄດ້ສ້າງພາບຄວາມງົດງາມອັນຕື່ນຕາຈົນກາຍເປັນໜຶ່ງໃນນໍ້າຕົກຂ້າມຊາຍແດນທີ່ມີຊື່ສຽງ ແລະ ງົດງາມທີ່ສຸດແຫ່ງໜຶ່ງຂອງໂລກ.

    • ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວທ່ອງທ່ຽວ

      ຫລວງພະບາງ ເມືອງມໍລະດົກໂລກ ຈຸດໝາຍປາຍທາງຍອດນິຍົມຂອງນັກທ່ອງທ່ຽວ

      5/6/2026 10:10:28 AM

      ຂປລ. ຫລວງພະບາງ ສ້າງ ຕັ ້ງຂຶ ້ນກ່ອນໜ້ານີ ້ປະມານ 1.200 ກວ່າປີ, ເປັນເມືອງຫລວງເກົ ່າຂອງ ອານາຈັກລາວລ້ານຊ້າງ ໂດຍໄດ້ ປ່ຽນຊື ່ເອີ ້ນຫລາຍຄັ ້ງຄື: ເມືອງ ຊວາ, ຊຽງດົງ, ຊຽງທອງ ແລະ ເມືອງຫລວງພະບາງ ໃນປັດຈຸບັນ.

    • ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງທ່ອງທ່ຽວ

      ວັດເພຍວັດ ອີກໜຶ່ງສະຖານທີ່ສຳຄັນຂອງແຂວງຊຽງຂວາງ

      4/27/2026 1:47:05 PM

      * ວັດເພຍວັດ ຕັ້ງຢູ່ກາງເມືອງ ຄູນ ແຂວງຊຽງຂວາງ ມີອາຍຸເກືອບ ພັນປີ ເຊິ່ງສະຖານທີ່ແຫ່ງນີ້ເປັນ ບ່ອນສັກກະລະບູຊາ ແລະ ກາບໄຫວ້, ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງ ຊາວແຂວງຊຽງຂວາງ ກໍຄື ນັກ ທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງຊຽງຂວາງ. ວັດເພຍວັດມີ ເອກະລັກພິເສດຄື ມີຊາກເສົາເກົ່າ ແກ່ຕັ້ງຊີ້ຟ້າໂດຍປາສະຈາກຫລັງ ຄາ ຍ້ອນຖືກທຳລາຍໃນປາງສົງ ຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ

    • ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງທ່ອງທ່ຽວ

      ບັນຍາກາດບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ

      4/21/2026 11:38:31 AM

      ຂປລ. ບັນຍາກາດການສະເຫລີມ ສະຫລອງບຸນປີໃໝ່ລາວ ພສ 2569, ໃນວັນທີ 15 ເມສາ 2026 ຊຶ່ງເປັນມື້ ທີສອງ ຂອງການສະເຫລີມສະຫລອງ ບຸນປີໃໝ່ລາວ ຢູ່ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄຶກຄື້ນດີ ບໍ່ວ່າຈະເປັນ ນັກທ່ອງທ່ຽວທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ໄດ້ມາ ທ່ຽວເປັນຈຳນວນຫລວງຫລາຍ

    • ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນທ່ອງທ່ຽວ

      ສປປ ລາວ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 5 ລາງວັນ

      3/10/2026 1:39:50 PM

      ຂປລ. ຄໍລໍາ “ທ່ອງທ່ຽວເມືອງ ລາວ” ຫລາຍສະບັບຜ່ານມາໄດ້ ນໍາສະເໜີ ກ່ຽວກັບລາງວັນການ ທ່ອງທ່ຽວສະອາດອາຊຽນມາ ແລ້ວ, ສະບັບນີ້ ຈະພາບັນດາທ່ານ ມາຮູ້ຈັກລາງວັນການທ່ອງທ່ຽວ ແບບຍືນຍົງອາຊຽນ ຊຶ່ງເປັນອີກ ລາງໜຶ່ງທີ່ຈະຊ່ວຍໃຫ້ວຽກງານ ການທ່ອງທ່ຽວ ມີການພັດທະນາ ຂຶ້ນ ແລະ ເຮັດໃຫ້ນັກທ່ອງທ່ຽວມີ ຄວາມໝັ້ນໃຈໃນການບໍລິການໃນ ສະຖານທີ່ໄດ້ຮັບລາງວັນຫລາຍຂຶ້ນ ເພາະກ່ອນຈະໄດ້ຮັບລາງວັນ ສະ ຖານທີ່ທ່ອງທ່ຽວ ຕ້ອງຜ່ານການ

ads
ads

Top