ເກີດເຫດກຳປັ່ນຫລົ້ມ ຢູ່ ທະເລເມດີເຕເຣນຽນ ສູນຫາຍ 80 ກວ່າຄົນ

09/04/2026 17:25
ຂປລ ອົງການ ຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ສປຊ (IOM) ໃຫ້ຮູ້ວ່າ: ກຳປັ່ນຂົນສົ່ງ ໂດຍສານ ຊາວອົບພະຍົບ ປະມານ 120 ຄົນ ເດີນທາງອອກຈາກ ເທດສະບານແຄມທະເລ Tajoura, ທາງທິດຕາເວັນຕົກ ສ່ຽງເໜືອ ລີບີ ໃນວັນທີ 05 ເມສາ

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນ​ທີ 07 ເມ​ສາ, ອົງ​ການ​ ຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ສປຊ (IOM) ໃຫ້​ຮູ້​ວ່າ: ກຳ​ປັ່ນຂົນ​ສົ່ງ ໂດຍສານ ​ຊາວ​ອົບ​ພະ​ຍົບ​ ປະ​ມານ 120 ຄົນ ເດີນທາງອອກ​ຈາກ​ ເທດ​ສະ​ບານ​ແຄມ​ທະ​ເລ Tajoura, ທາງ​ທິດ​ຕາ​ເວັນ​ຕົກ ​ສ່ຽງ​ເໜືອ ລີ​ບີ ໃນ​ວັນ​ທີ 05 ເມ​ສາ ໄດ້ຫລົ້ມ ຍ້ອນ​ນ້ຳພັດ​ເຂົ້າ ໃນ​ເງື່ອນ​ໄຂ ສະພາບ​ອາ​ກາດ ​ທີ່ ປ່ຽນແປງກະທັນຫັນ.

ຕາມ​ອົງ​ການ IOM ຂອງ ສ​ປ​ຊ ແລ້ວ, ກ່ອນ​ໜ້າ​ນັ້ນ, ມີ​ກໍາ​ປັ່ນ ​ການ​ຄ້າ ແລະ ກໍາ​ປັ່ນ​ກູ້​ຊີບ ​ສາມາດຊ່ວຍກູ້​ຊີ​ວິດ 32 ຄົນ ແລະ ກໍາລັງລາດຕະເວນ ທາງທະເລ ຂອງ ອິ​ຕາ​ລີ ໄດ້​ສົ່ງ​​ ຈຳ​ນວນຄົນ ​ດັ່ງ​ກ່າວ ​ໄປ​ຍັງ​ເກາະ Lampedusa, ຢູ່​ພາກ​ໃຕ້ ອີິຕາ​ລີ.

IOM ໃຫ້​ຮູ້​ວ່າ ໃນ​ຊຸມ​ເດືອນ ​ຕົ້ນ​ປີ 2026 ໄດ້​ກາຍ​ເປັນ ​ຈຸດ​ເວ​ລາ​ ວິ​ນາດ​ຕະ​ກຳ​ ສຳ​ລັບ​ ຊາວຜູ້​ອົບ​ພະ​ຍົບ ​ຂ້າມ​ທະ​ເລ ນັບ​ແຕ່ ​ປີ 2014, ດ້ວຍ​ຈຳ​ນວນ ​ຜູ້​ເສຍ​ຊີ​ວິດ ໄລ່​ຮອດ​ປັດ​ຈຸ​ບັນ​ນີ້ ​ຢ່າງ​ໜ້ອຍ​ສຸດ​ແມ່ນ 990 ຄົນ. ໂດຍສະ​ເພາະ​ເຂດ ພາກກາງ​ທະ​ເລ ເມ​ດີ​ເຕ​ຣາ​ນຽນ ລວມມີ 765 ຄົນ ​ເສຍ​ຊີ​ວິດ, ເພີ່ມ​ຂຶ້ນ ປະມານ 150% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ. /

 

KPL

ຂ່າວອື່ນໆ

ads
ads

Top