ຂປລ
ຄະນະ ລັດຖະມົນຕີ ຍີ່ປຸ່ນ ໃຫ້ການ ຮັບຮອງ ຂໍ້ມູນສ່ວນບຸດຄົນ, ໂດຍຜ່ອນຄາຍ ຂໍ້ຈຳກັດ ວ່າດ້ວຍ ການໃຊ້ ຂໍ້ມູນ ສ່ວນບຸກຄົນ ເພື່ອພັດທະນາ ແລະ ນໍາໃຊ້ ເຕັກໂນໂລຊີ ປັນຍາປະດິດ(AI) ມາໃຊ້ໄດ້ຢ່າງວ່ອງໄວຂຶ້ນ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ຄະນະ ລັດຖະມົນຕີ ຍີ່ປຸ່ນ ໃຫ້ການ ຮັບຮອງ ຂໍ້ມູນສ່ວນບຸດຄົນ, ໂດຍຜ່ອນຄາຍ ຂໍ້ຈຳກັດ ວ່າດ້ວຍ ການໃຊ້ ຂໍ້ມູນ ສ່ວນບຸກຄົນ ເພື່ອພັດທະນາ ແລະ ນໍາໃຊ້ ເຕັກໂນໂລຊີ ປັນຍາປະດິດ(AI) ມາໃຊ້ໄດ້ຢ່າງວ່ອງໄວຂຶ້ນ.
ຮ່າງແກ້ໄຂກົດໝາຍ ຄຸ້ມຄອງ ຂໍ້ມູນ ສ່ວນບຸກຄົນ ດັ່ງກ່າວ ຈະຊ່ວຍອຳນວຍ ຄວາມສະດວກ ໃຫ້ແກ່ ບໍລິສັດຕ່າງໆ ໃນການ ເຂົ້າເຖິງ ແລະ ໃຊ້ງານ ຂໍ້ມູນ ສ່ວນບຸກຄົນ, ພ້ອມທັງ ກຳນົດ ໃຫ້ມີໂທດປັບ ແລະ ບົດລົງໂທດອື່ນໆ ສຳລັບ ຜູ້ທີ່ລະເມີດ ກົດໝາຍ.
ການປ່ຽນແປງ ດັ່້ງກ່າວ ມີຂຶ້ນ ຫລັງຈາກ ທີ່ ລັດຖະບານ ຍີ່ປຸ່ນ ໃຫ້ການ ຮັບຮອງ ແຜນແມ່ບົດ ດ້ານ ເອໄອ ເມື່ອເດືອນທັນວາ ທີ່ຜ່ານມາ ທີ່ມີ ຈຸດໝາຍ ເພື່ອໃຫ້ ຍີ່ປຸ່ນ ກາຍເປັນ ປະເທດ ທີ່ ເປັນມິດຕໍ່ ເອໄອ ຫລາຍທີ່ສຸດ ໃນໂລກ ດ້ວຍການ ສະໜັບສະໜູນ ການພັດທະນາ./
KPL