ສ.ເກົາຫລີ ຄາດປະຊາກອນຈະຫລຸດລົງ 29,9% ພາຍໃນປີ 2072

04/04/2026 11:52
Email Print 100
ຂປລ ກະຊວງ ຂໍ້ມູນ ແລະ ສະຖິຕິ ຂອງ ສ.ເກົາຫລີ ຄາດວ່າ ຈຳນວນ ປະຊາກອນ ທັງໝົດ ຂອງ ປະເທດ ຈະຫລຸດລົງ 29,9% ຈາກ 51,68 ລ້ານຄົນ ໃນປີ 2025 ເຫລືອທີ 36,22 ລ້ານຄົນ ໃນປີ 2072

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ຂໍ້ມູນ ແລະ ສະຖິຕິ ຂອງ ສ.ເກົາຫລີ ຄາດວ່າ ຈຳນວນ ປະຊາກອນ ທັງໝົດ ຂອງ ປະເທດ ຈະຫລຸດລົງ 29,9% ຈາກ 51,68 ລ້ານຄົນ ໃນປີ 2025 ເຫລືອທີ 36,22 ລ້ານຄົນ ໃນປີ 2072 ທ່າມກາງ ຈຳນວນ ປະຊາກອນສູງ ອາຍຸ ທີ່ເພີ່ມຂຶ້ນ ຢ່າງວ່ອງໄວ ແລະ ອັດຕາການເກີດຊໍາເຮື້ອ. ໂດຍຄາດວ່າ: ອັດຕາສ່ວນ ຂອງ ປະຊາກອນ ທີ່ມີ ອາຍຸ 65 ປີ ຂຶ້ນໄປ ຕໍ່ປະຊາກອນ ທັງໝົດ ຈະເພີ່ມຂຶ້ນ ຈາກ 20,3% ໃນປີ 2025 ເປັນ 47,7% ໃນປີ 2072 ແລະ ຄາດວ່າ ອັດຕາສ່ວນ ຜູ້ທີ່ມີອາຍຸ 14 ປີ ແລະ ຕໍ່າກວ່າ ຈະຫລຸດລົງ ຈາກ 10,2% ເຫລືອ 6,6% ໃນໄລຍະເວລາດັ່ງກ່າວ./

KPL

ຂ່າວອື່ນໆ

ads
ads

Top