ຂປລ
ຢູ່ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI ໄດ້ຮັບຮອງເອົາ ມະຕິເລືອກຕັ້ງ ທ່ານນາງ ຫວໍທິແອັງຊວັນ ດຳລົງຕຳແໜ່ງ ຮອງປະທານ ປະເທດ. ຕາມນັ້ນແລ້ວ, ສະພາແຫ່ງຊາດ ໄດ້ຕົກລົງໃຫ້ ທ່ານນາງ ຫວໍທິແອັງຊວັນ, ເລຂາສູນກາງພັກ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 7 ເມສາ, ຢູ່ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI ໄດ້ຮັບຮອງເອົາ ມະຕິເລືອກຕັ້ງ ທ່ານນາງ ຫວໍທິແອັງຊວັນ ດຳລົງຕຳແໜ່ງ ຮອງປະທານ ປະເທດ. ຕາມນັ້ນແລ້ວ, ສະພາແຫ່ງຊາດ ໄດ້ຕົກລົງໃຫ້ ທ່ານນາງ ຫວໍທິແອັງຊວັນ, ເລຂາສູນກາງພັກ, ຮອງປະທານ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2021-2026 ຕາງໜ້າ ສະພາແຫ່ງຊາດ ຊຸດທີ XVI ດຳລົງຕຳແໜ່ງ ຮອງປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2026-2031.
ທ່ານນາງ ຫວໍທິແອັງຊວັນ ເກີດວັນທີ 8 ມັງກອນ 1970, ບ້ານເກີດ ຢູ່ຕາແສງ ເທີ້ຍເຊີນ, ແຂວງອານຢາງ, ໂດຍທ່ານນາງ ແມ່ນເລຂາສູນກາງພັກ ສະໄໝທີ XIV, ກຳມະການທາງການ ສູນກາງພັກສະໄໝທີ XII, XIII, XIV; ກຳມະການສຳຮອງ ສູນກາງ ພັກຊຸດທີ XI, ສະມາຊິກສະພາແຫ່ງຊ່າດ ສະໄໝທີ XIV, XV, XVI. ນອກຈາກນີ້ ສະພາແຫ່ງຊາດຊຸດທີ XVI ໄດ້ຮັບຮອງເອົາ ມະຕິເລືອກຕັ້ງ ທ່ານ ຫງວຽນຮູຍຕຽນ ດຳລົງຕຳແໜ່ງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ອາຍຸການ 2026-2031./
KPL