ຂປລ
ຢູ່ສຳນັກງານ ສະພາແຫ່ງຊາດ ຝຣັ່ງ, ທ່ານຈິ້ງຮ່ວາຍດຶກຫ໋າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ໄດ້ເຮັດວຽກຮ່ວມກັບ ທ່ານ ມິເຊລ ຄຣີໂອດ (Michel Criaud) ປະທານ ກຸ່ມສະມາຊິກ ລັດຖະສະພາ ມິດຕະພາບ ຝຣັ່ງ-ຫວຽດນາມ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ຢູ່ສຳນັກງານ ສະພາແຫ່ງຊາດ ຝຣັ່ງ, ທ່ານຈິ້ງຮ່ວາຍດຶກຫ໋າຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ໄດ້ເຮັດວຽກຮ່ວມກັບ ທ່ານ ມິເຊລ ຄຣີໂອດ (Michel Criaud) ປະທານ ກຸ່ມສະມາຊິກ ລັດຖະສະພາ ມິດຕະພາບ ຝຣັ່ງ-ຫວຽດນາມ ພ້ອມດ້ວຍ ບັນດາ ສະມາຊິກຂອງກຸ່ມ ເພື່ອແນໃສ່ ປັບປຸງ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຢ່າງຮອບດ້ານ ແລະ ການຮ່ວມມື ມິດຕະພາບ ລັດຖະສະພາ ລະຫວ່າງສອງປະເທດ ໃຫ້ເລິກເຊິ່ງຂຶ້ນອີກ.
ການພົບປະໃນຄັ້ງນີ້, ທ່ານ ຈິ້ງຮ່ວາຍ ດຶກຫ໋າຍ ໄດ້ສະເໜີໃຫ້ ທ່ານ ມິເຊລ ຄຣີໂອດ ແລະ ບັນດາ ສະມາຊິກ ລັດຖະສະພາ ຊຸກຍູ້ ການຮ່ວມມື ຂອງ ສອງຝ່າຍ ໃຫ້ແທດເໝາະກັບ ຂອບຂະໜາດ ຄູ່ຮ່ວມມື ຍຸດທະສາດ ຢ່າງຮອບດ້ານ, ພ້ອມທັງ ສົ່ງເສີມ ໃຫ້ລັດຖະສະພາຝຣັ່ງ ແລະ ບັນດາ ປະເທດ ສະຫະພາບເອີຣົບ ທີ່ຍັງເຫລືອ ໃຫ້ຊຸກຍູ້ ການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ. ສ່ວນທ່ານປະທານ ມິເຊລ ຄຣີໂອດ ແລະ ບັນດສະມາຊິກຢັ້ງຢືນວ່າ ກຸ່ມສະມາຊິກລັດຖະສະພາ ມິດຕະພາບ ຝຣັ່ງ-ຫວຽດນາມ ຈະເປັນແກ່ນສານທີ່ຕັ້ງໜ້າ, ຊຸກຍູ້ ບັນດາໂຄງການ ດຳເນີນງານ ທີ່ມີຜົນປະໂຫຍດ ໃຫ້ແກ່ ການພົວພັນ ລະຫວ່າງ ສອງປະເທດ ແລະ ໃຫ້ສັດຕະຍາບັນ ສັນຍາ EVIPA ໂດຍໄວ./
KPL