ຂປລ
ກະຊວງ ການເງິນ ແລະ ພາສີອາກອນ ຂອງ ມຽນມາ ປະກາດ ຍົກເວັ້ນ ການເກັບພາສີ ຈາກ ການນໍາເຂົ້າ ນໍ້າມັນ ກະຊວນ ເປັນການ ຊົ່ວຄາວ ໃນລະຫວ່າງວັນທີ 1-30 ເມສານີ້, ເພື່ອສະຖຽນ ລະພາບ ແລະ ຫລຸດລາຄາ ສິນຄ້າ ບໍລິໂພກ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ: ເມື່ອວັນທີ 2 ເມສາ, ກະຊວງ ການເງິນ ແລະ ພາສີອາກອນ ຂອງ ມຽນມາ ປະກາດ ຍົກເວັ້ນ ການເກັບພາສີ ຈາກ ການນໍາເຂົ້າ ນໍ້າມັນ ກະຊວນ ເປັນການ ຊົ່ວຄາວ ໃນລະຫວ່າງວັນທີ 1-30 ເມສານີ້, ເພື່ອສະຖຽນ ລະພາບ ແລະ ຫລຸດລາຄາ ສິນຄ້າ ບໍລິໂພກ, ຫລັງຈາກ ລາຄາ ເຊື້ອໄຟ ປັບຕົວສູງຂຶ້ນທົ່ວໂລກ ລວມເຖິງ ລາຄາ ເຊື້ອໄຟ ພາຍໃນ ປະເທດ ທີ່ເລີ່ມ ເພີ່ມຂຶ້ນ, ເນື່ອງຈາກ ຄວາມຂັດແຍ່ງ ໃນຕາເວັນອອກກາງ.
ການຍົກເວັ້ນ ພາສີ ໃນຄັ້ງນີ້ ໃຊ້ກັບ ການນໍາເຂົ້າ ນໍ້າມັນ ກະຊວນ 500 ພີພີເອັມ (HSD 500 ppm) ຫລື ນໍ້າມັນກະຊວນ ທີ່ມີ ປະລິມານ ຂອງ ແຂງບໍ່ເກີນ 500 ສ່ວນຕໍ່ລ້ານສ່ວນ, ດ້ວຍການ ຍື່ນໃບຂົນສິນຄ້າ ຂາເຂົ້າ ກັບ ໜ່ວຍງານພາສີອາກອນ ພາຍໃນ ໄລຍະເວລາ ທີ່ກຳນົດໄວ້, ໂດຍຍົກເວັ້ນ ພາສີອາກອນ ພາສີສິນຄ້າ ສະເພາະ, ພາສີການຄ້າ ແລະ ພາສີເງິນ ໄດ້ລ່ວງໜ້າ 2% ສຳລັບ ການນໍາເຂົ້າ ນໍ້າມັນກະຊວນ./
KPL