ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

07/04/2026 11:46
ຂປລ ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ
ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ ໂດຍສະເພາະ ແມ່ນເຊື້ອແບັກທີເຣຍ ທີ່ເຮັດໃຫ້ເກີດ ພະຍາດກະເພາະລຳໄສ້, ພ້ອມທັງ ເປັນສາເຫດທີ່ພາໃຫ້ເກີດອາການ ແລະ ພະຍາດອື່ນໆ ເປັນຕົ້ນພະຍາດ ຖອກທ້ອງ ແລະ ອາຫານເປັນພິດ, ພະຍາດລົມແດດ, ພະຍາດໄຂ້ຍຸງ ລາຍ, ພະຍາດຕາແດງ ແລະ ຕຸ່ມຜື່ນ ເຫລົ່ານີ້ເປັນຕົ້ນ. ພະຍາດຖອກທ້ອງ ແລະ ອາ ຫານເປັນພິດ: ເກີດຈາກການຮັບ ປະທານອາຫານທີ່ປົນເປື້ອນເຊື້ອ ພະຍາດບາງຊະນິດເຊັ່ນ: ເຊື້ອໄວ ຣັດ, ແບັກທີເຣຍ ແລະ ແມ່ກາຟາອື່ນໆ ທີ່ເກີດຈາກການເນົ່າບູດຂອງ ອາຫານໄວກ່ອນປົກກະຕິ ແລະ ຈະ ມີອາການເຈັບທ້ອງ, ປວດຮາກ, ຮາກ, ຖ່າຍແຫລວ ຫລື ຖ່າຍເປັນ ນ້ຳເລື້ອຍໆ ແລະ ອາດມີພາວະຂາດ ນ້ຳໃນບາງກໍລະນີ. ສ່ວນອາຫານ ເປັນພິດເປັນອາການຜິດປົກກະຕິທີ່ ເກີດຂຶ້ນຫລັງຮັບປະທານອາຫານທີ່ ບໍ່ສະອາດ ແລະ ອາດຈະມີການປົນ ເປື້ອນຂອງເຊື້ອພະຍາດເຮັດໃຫ້ເກີດ ພາວະອາຫານເປັນພິດ, ສາເຫດ ຍ້ອນການກິນອາຫານທີ່ບໍ່ສະອາດ ແລະ ບໍ່ຖືກຫລັກອະນາໄມເຮັດໃຫ້ ມີການປົນເປື້ອນຂອງເຊື້ອພະຍາດ ໃນອາຫານ ຊຶ່ງມີອາການເຈັບທ້ອງ, ປວດຮາກ ແລະ ຮາກພາຍໃນ 2-6 ຊົ່ວໂມງຫລັງກິນອາຫານ. ພະຍາດລົມແດດ (Heat stroke): ເກີດຈາກການທີ່ຮ່າງ ກາຍມີອຸນຫະພູມສູງເກີນ 40 ອົງສາ ຈົນເຮັດໃຫ້ຮ່າງກາຍບໍ່ສາມາດ ຄວບຄຸມ ຫລື ປັບອຸນຫະພູມລົງໄດ້ ແລະ ຈະມີອາກາດວິນຫົວຕາລາຍ, ເສຍສະຕິ ຫລື ໝົດສະຕິ, ຫາຍໃຈ ໄວ-ຫອບ, ຮາກ ແລະ ສາມາດ ເຮັດໃຫ້ເກີດອາການຊັກໃນບາງ ກໍລະນີ. ສຳລັບກຸ່ມສ່ຽງຫລັກແມ່ນ ຜູ້ທີ່ເຮັດວຽກກາງແຈ້ງ, ເດັກນ້ອຍແລະ ຜູ້ສູງອາຍຸ ຫາກບໍ່ໄດ້ຮັບການ ຊ່ວຍເຫລືອທັນເວລາອາດນຳໄປສູ່ ການເສຍຊີວິດໄດ້. ພະຍາດໄຂ້ຍຸງລາຍ: ເປັນພະ ຍາດທີ່ພົບເຫັນໄດ້ບໍ່ຂາດໃນລະດູ ຮ້ອນ ໂດຍສະເພາະໄລຍະທີ່ມີຝົນຕົກ (ພາຍຸລະດູຮ້ອນ) ເຮັດໃຫ້ມີນ້ຳຂັງ ຕາມພາຊະນະຕ່າງໆທີ່ເປັນບ່ອນ ແຜ່ພັນຂອງຍຸງລາຍ ຊຶ່ງອາການ ເບື້ອງຕົ້ນແມ່ນມີໄຂ້ສູງຕໍ່ເນື່ອງ 2-7 ມື້ ປວດເບົ້າຕາປວດກ້າມຊີ້ນ ແລະ ອາດມີຈຸດແດງຕາມຮ່າງກາຍ. ພະຍາດຕາແດງ (Conjun ctivitis) ກໍມັກລະບາດໃນລະດູ ຮ້ອນ ໂດຍມີສາເຫດຈາກການສຳ ຜັດນ້ຳ ຫລື ຝຸ່ນລະອອງ. ຕຸ່ມຜື່ນ: ເກີດຈາກການອັກເສບ ຂອງຜິວໜັງຊັ້ນນອກ ທີ່ເກີດຈາກ ອາກາດຮ້ອນເຮັດໃຫ້ເກີດຕຸ່ມຜ່ືນ ແດງ, ຕຸ່ມຄັນຂ້ຶນຕາມຮ່າງກາຍ ເນື່ອງຈາກການສະສົມຂອງແບັກ ທີເຣຍ ແລະ ເກີດຈາກການສຽດສີ ກັນຂອງຮ່າງກາຍ ຊຶ່ງອາການຈະ ມີຕຸ່ມ, ຜື່ນແດງ, ຕຸ່ມຄັນ, ຜົດຂຶ້ນຢູ່ ບໍລິເວນຜິວໜັງຕາມຮ່າງກາຍ ໂດຍ ສະເພາະບໍລິເວນທີ່ມີຜິວໜັງອ່ອນ. ເຖິງແນວໃດກໍດີ, ເພື່ອຫລີກເວັ້ນ ພະຍາດທີ່ກ່າວມາຂ້າງເທິງນັ້ນ, ພວກເຮົາທຸກຄົນຈົ່ງເອົາໃຈໃສ່ປະຕິ ບັດມາດຕະການປ້ອງກັນເຊັ່ນ: ດື່ມ ນ້ຳທີ່ສະອາດ, ກິນອາຫານທີ່ປຸງ ສຸກໃໝ່ໆ, ລ້າງມືໃຫ້ສະອາດກ່ອນ ກິນອາຫານ ແລະ ຫລັງເຂົ້າຫ້ອງ ນ້ຳ, ຫລີກລ້ຽງການຢູ່ກາງແດດ ເປັນເວລາດົນ ພ້ອມທັງໝັ່ນກຳຈັດ ແຫລ່ງແພ່ພັນຂອງໜອນນ້ຳ, ນ້ຳ ຂັງຮອບບ້ານຢ່າງສະໝໍ່າສະເໝີ ເພື່ອຫລຸດຈຳນວນຍຸງລາຍ ແລະ ສ້າງສຸຂະພາບທີ່ແຂງແຮງໃຫ້ແກ່ ຕົນເອງ ແລະ ຄອບຄົວໃນໄລຍະ ລະດູຮ້ອນນີ້.
KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

    • ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍລະດົກບົດ-ສາລະຄະດີ

      ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍລະດົກ

      4/7/2026 11:29:52 AM

      ຂປລ. ເສດຖະກິດມໍລະດົກ ມີຄວາມໝາຍ ແລະ ນິຍາມກວ້າງຂວາງ, ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍລະດົກ” ທີ່ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ.

ads
ads

Top